ປະເພນີຫໍ່ເຂົ້າຕົ້ມຖະຫວາຍບູຊາຜູ້ກໍ່ຕັ້ງໝູ່ບ້ານ

​  

ປະເພນີຫໍ່ເຂົ້າຕົ້ມຖະຫວາຍບູຊາຜູ້ກໍ່ຕັ້ງໝູ່ບ້ານ - ảnh 1
ການຫໍ່ເຂົ້າຕົ້ມແມ່ນຂັ້ນ​ຕອນຍາກ​ທີ່​ສຸດ (ພາບ : vanhoadoisong)


   ໂດຍ​ໄດ້​ກາຍ​ເປັນປະເພນີແລ້ວ, ເມື່ອລະດູບານໃໝ່, ບຸນເຕັດ(ໝາຍ​ເຖິງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ)ວຽນມາ, ປະຊາຂົນຢູ່ 5 ຄຸ້ມ​ບ້ານ​ຄື : ຕໍ້, ​ເຖາະ, ດີງ, ​ໂບ, ​ເດ ​ແລະ ສ່ວນ​ໜຶ່ງ​ໃນຄຸ້ມ​ບ້ານ ກຶ​ໂລກ ທີ່​ຂຶ້ນ​ກັບ​ຕາ​ແສງ ​ເຍິນ​ຈິ້ງ ​ເມືອງ ​ແທງ​ຊວນ-ຮ່າ​ໂນ້ຍ ກໍ​ພ້ອມ​ກັນ​ຫໍ່​ເຂົ້າຕົ້ມ​ເພື່ອ​ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ. 5 ຄຸ້ມ​ບ້ານນີ້ ​ໃນ​ເມື່ອ​ກ່ອນ​ແມ່ນ​ຂຶ້ນ​ກັບ 2 ໝູ່​ບ້ານ ຈິ້ງ​ກິ້ງ ​ແລະ ກຶ​ໂລກ, ທັງ 2 ໝູ່​ບ້ານ​ນີ້ ກໍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານຮ່ວມ. ​ເພາະສະ​ນັ້ນ, ​ໄດ້​ຕັ້ງ​ຊື່​ໃຫ້ສາລາ​​ແມ່ນ ກຶຈິ້ງ. ຜ່ານ​ໄລຍະ​ເວລາ​ນັບ​ຮ້ອຍ​ປີ, ປະ​ເພນີ​ນີ້​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ຈາກ​ປະຊາຊົນ​ຢູ່​ແຫ່ງ​ນີ້. ​

    ​ໃນຊຸມ​ມື້​ໃກ້​ຈະ​ຮອດ​ບຸນ​ເຕັດ, ຢູ່​ສາລາ​ໝູ່​ບ້ານ ກຶຈິ້ງ ຍິ່ງ​ຄຶກຄື້ນ​ມ່ວນ​ຊື່ນ​ດ້ວຍ​ສຽງ​ເວົ້າ​ນວນ​ຫົວ​ມ່ວນ​, ​ເວົ້າ​ຈາ​ປາ​ໄສ​ຂອງ​ຊາວບ້ານ. ບາງ​ຄົນ​ນັ່ງ​ລ້າງ​ໃບຕອງ​ຈິງ, ບາງ​ຄົນ​ພວມ​ເຊິ​ເຂົ້າ, ບາງ​ຄົນ​ກໍ​ປັດກວາດ, ປະດັບ​ປະດາ​ເຮືອນ​ຊານ​ໃຫ້​ສວຍ​ງາມ ​ແລະ ສະອາດງາມ​ຕາ. ​ໃຜໆ​ກໍ​ຫ້າງ​ຫາ​ກະກຽ​​ມທຸກ​ສິ່ງທຸກ​ຢ່າງ​​ເພື່ອ​ ຫໍ່​ເຂົ້າຕົ້ມ. ລຸງ​ຫງວຽນ​ວັນ​ຖີ່​ນ ປີ​ນີ້ມີອາຍ​ຸ 73 ປີ ຊຶ່ງ​ແມ່ນ​ຜູ້​ເບິ່ງ​ແຍງ​ວຽກ​ງານ​ຢູ່​ສາລາ ກຶຈິ້ງ ​ໃຫ້​ຮູ້​ວ່າ ສາລາ​ແຫ່ງ​ນີ້​ແມ່ນ​ບູຊາ​ພະ​ອໍລະຫັນ ລ້າ​ດ້າຍ​ຫຼ້ຽວ ຊຶ່ງ​ແມ່ນ​ນາຍທະຫານຄົນ​ໜຶ່ງ​ໃນ​ສະ​ໄໝ​ເຈົ້າ​ຊີວິດ ​ໂງກ​ວຽນ, ​​ເພິ່ນ​ເປັນ​ຜູ້​ກໍ່​ຕັ້ງ, ຊີ້​ນຳ​ນຳພາ​ວຽກ​ງານ​ທຸກ​ດ້ານ ຂອງ​ໝູ່​ບ້ານ. ​ເພື່ອ​ເປັນ​ການ​ອາ​ໄລ​ຫາ​ເຖິງ​ຄຸນງາມຄວາມດີ​ຂອງ ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ, ​ແຕ່ລະ​ປີ ຮອດ​ວັນ​ທີ 25 ຫຼື 26 ​​ເດືອນ 12 ​ໄລ່​ຕາມ​ຈັນທະ​ປະຕິທິນ, ປະຊາຊົນ​ຢູ່ 5 ຄຸ້ມ​ບ້ານດັ່ງກ່າວ ​ໄດ້​ພາກັນ​ມາ​ເຕົ້າ​ໂຮມ​ຢູ່​ສາລາ ກຶຈິ້ງ ​ເພື່ອຫໍ່​ເຂົ້າຕົ້ມ ຖະຫວາຍບູຊາຜູ້​ກໍ່​ຕັ້ງ​ໝູ່​ບ້ານ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄຸນ ​ແລະ ​ເຄົາລົບນັບຖື ຂອງຕົນ. ລຸງ​ຫງວຽນ​ວັນ​ຖີ່​ນ ​ເວົ້າ​ວ່າ :

   “ ພວກຂ້າພະ​ເຈົ້າ​ແມ່ນ​ລຸ່ນລູກ​ລຸ່ນຫຼານ. ບໍ່​ຈືວ່າ​ປະ​ເພນີ​ນີ້​ໄດ້​ມີ​ມາ​ແຕ່​ເວລາ​ໃດ ​ແຕ່​ແນ່ນອນ​ວ່າ​ຈະ​ບໍ່​ຕ່ຳ​ກ່ວາ​ຮ້ອຍ​ປີ. ບິດາ​ຂອງ​ຂ້າພະ​ເຈົ້າກໍ​ເປັນ​ຜູ້​ຮັບ​ໃຊ້​ວຽກ​ງານ​ສາລາ​ຂອງ​ໝູ່​ບ້ານ. ຖ້າວ່າ​ເພິ່ນ​ຍັງ​ມີ​ຊີວິດ, ຮອດ​ປີ​ນີ້​ກໍ​ມີ​ອາຍຸ​ກ່ວາ​ຮ້ອຍ​ປີ​ແລ້ວ”

    ປະຈຸ​ບັນ​ກໍ​ບໍ່​ມີ​ເອກະສາ​ນ​ໃດໆ​ທີ່​ບັນທຶກ​ກ່ຽວ​ກັບປະ​ເພນີຫໍ່​ເຂົ້າຕົ້ມ​ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານກຶຈິ້ງ, ​ແຕ່​ຕາມລຸງ​ຫງວຽນ​ວັນ​ຖີ່​ນ​ແລ້ວ, ປະ​ເພນີ​ນີ້​ໄດ້​ຮັບ​ການຖ່າຍ​ທອດ​ຈາກ​ຄົນ​ລຸ​່ນກ່ອນໆ. ທ່ານ ຫງວຽນ​ດີງ​ແທງ ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານ​ສາລາ​ໝູ່​ບ້ານກຶຈິ້ງ ​ໃຫ້​ຮູ້​ວ່າ :

    “ ນີ້​ແມ່ນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດັ້ງ​ເດີມ, ດັ່ງ​ນັ້ນ​ຈຳ​ເປັນ​ຕ້ອງ​ຮັກສາ​ແນວ​ໃດ​ເພື່ອ​ມີ​ສີສັນ​ສະ​ເພາະ​ຂອງ​ໝູ່​ບ້ານ. ສຳລັບ​ປະ​ເພນີ​ນີ້, ​ແຕ່ລະ​ປີ, ປະຊາ​ຊົນ​ໃນ​ແຕ່ລະຄຸ້ມ​ບ້ານ​ໄດ້​ຜັດປ່ຽນ​ກັນ​ເຮັດ​ດ້ວຍ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ. ບັນຍາກາດ​ໃນ​ວັນ​ນີ້​ແມ່ນ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ ”

    ​ເຂົ້າຕົ້ມ​ເພື່ອ​ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ​ແມ່ນ​ເຂົ້າຕົ້ມຫໍ່​ໃຫຍ່ ແລະ ແມ່ນ ຊະນິດຫວານ. ເຂົ້າຕົ້ມຖືກ​ຫໍ່​ດ້ວຍ​ເບົ້າ ມີ​ຮູບ 4 ລ່ຽມ, ​ແຕ່​ລະ​ລ່ຽມຍາວ 30 ຊັງ​ຕິ​ແມດ, ໜາ 10 ຊັງ​ຕິ​ແມດ. ດັ່ງ​ນັ້ນ​ການ​ກະກຽມ​ວັດຖຸ​ດິບ​ແມ່ນ​ຕ້ອງ​ລະ​ອຽດທີ່​ສຸດ. ລຸງ​ຫງວຽນ​ວັນ​ຖີ່​ນ ​ໃຫ້​ຮູ້​ອີກວ່າ :

    “ເຂົ້າຕົ້ມຫໍ່​ໜຶ່ງ ,​​ເມື່ອຫໍ່​ຮຽບຮ້ອຍ​​ແລ້ວ ມີ​ນ້ຳໜັກ​ 4 ກິ​ໂລກາມ. ການ​ກະກຽມ​ວັດຖຸ​ດິບ​ເພື່ອ​ຫໍ່ເຂົ້າຕົ້ມ ​ແມ່ນ​​ລະ​ອຽດທີ່​ສຸດ. ຕ້ອງ​ໃຊ້​ໃບຕອງ​ຈິງ​ໃບ​ໃຫຍ່​ຫໍ່​ຈຶ່ງ​ງາມ. ວັດຖຸ​ດິບ​​ເພື່ອ​ຫໍ່ ເຂົ້າຕົ້ມ​ຕ້ອງ​ມີທັງ​ໝົດ 11 ຢ່າງ. ​ເຂົ້າໜຽວ​ຕ້ອງ​​​ແມ່ນ​​ເຂົ້າໜຽວ​ເມັດ​ໃຫຍ່ສະ​ເໝີ​ກັນ ​ແລະ ຫອມ. ຖົ່ວຂຽວ, ນ້ຳ​ຕາມ​ອ້ອຍ ຕ້ອງ​ເລືອກ​ເອົາ​ຊະນິດ​ດີ. ຊີ້ນ​ໝູ​ຕ້ອງ​ແມ່ນ​ຊະນິດ 3 ຊັ້ນ. ນອກຈາກ​ນັ້ນ ກໍ​ຍັງ​ມີ ກວນ​ໝາກອຶ, ກວນ​ໝາກພ້າວ, ​ແກນ​ດອກ​ບົວ. ສ່ວນ​ເຄື່ອງ​ຫອມ ​ແມ່ນ​ຕ້ອງ​ມີ​ໝາກ​ຖາວກວາ, ​ແປ້ງ​ນົວ, ໝາກພິກ​ໄທ ​ແລະ ອື່ນໆ ”

    ປີ​ນີ້​ແມ່ນ​ຮອດ​ຜຽນ​ຄຸ້ມ​ບ້ານ ຕໍ້ ຮັບຜິດຊອບວຽກງານ ຫໍ່​ເຂົ້າຕົ້ມ. ກ່ອນໜ້ານັ້ນ 1 ​ເດືອ​ນ, ລຸງ ຫງວຽນ​ຮິ້ວຢາງ ຜູ້​ຕາງໜ້າຄຸ້ມ​ບ້ານ ຕໍ້ ​ໄດ້​ຂຶ້ນ​​ແຜນການ​ຈັດ​ແບ່ງ​ວຽກ​ງານໃຫ້ປະຊາຊົນ ຜູ້ລະວຽກ. ລຸງ ຫງວຽນ​ຮິ້ວຢາງ ເວົ້າວ່າ :

   “ ນອກຈາກເລື່ອງຕ້ອງເຄົາລົບນັບຖືຕໍ່ພະອໍລະຫັນແລ້ວ, ກໍຕ້ອງສະແດງ ນ້ຳໃຈສາມັກຄີ, ຄວາມຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ລວມ. ທຸກໆ​ຄົນ​ຕ່າງ​ກໍ​ດີ​ໃຈ, ກຽມພ້ອມ​ຮັບ​ເອົາ​ວຽກ​ງານ, ຈາກ​ການ​ຊື້​ເຂົ້າສານ, ຖົ່ວຂຽວ, ​ໃບຕອງ​ຈິງ ຕະຫຼອດ​ຮອດ​ການ​ຈັກ​ຕອກ​ໄມ້​​ໄຜ່​ ”

     ຄຸ້ມ​ບ້ານ ຕໍ້ ຮັບຜິດຊອບ​ວຽກ​ງານ​ຊື້​ວັດຖຸດິບ, ສ່ວນ​ການ​ຫໍ່ນັ້ນ, ສາລາກຶຈິ້ງ​ຈະ​ຮັບຜິດຊອບ. ລຸງ​ ຮຸຍຕ້ວນ ຜູ້​ໄດ້​ເຂົ້າ​ຮ່ວມ​ການ​ຫໍ່​ເຂົ້າຕົ້ມ ຖະຫວາຍ​ບູຊາພະ​ອໍລະຫັນ-​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ​ໃຫ້​ຮູ້​ວ່າ :

   “ ​ເລື່ອງ​ຍາກ​ທີ່​ສຸດ​ແມ່ນ​ຂັ້ນ​ຕອນຫໍ່, ຕ້ອງ​ຫໍ່​ແນວ​ໃດ​​ໃຫ້ເຂົ້າຕົ້ມມີຮູບ 4 ລ່ຽມ​ສະ​ເໝີ. ມື​ຂອງ​ຜູ້​ຫໍ່​ຕ້ອງ​ແຂງ​ແຮງ, ​ແລະ ຕ້ອງ​​ໃຊ້​ໃບຕອງ​ຈິງ​ຫຼາຍ​ໃບ​ເພື່ອ​ຫໍ່​ໃຫ້​ແໜ້ນ, ຖ້າ​ບໍ່​ດັ່ງ​ນັ້ນເຂົ້າຕົ້ມຈະ​ແຕກ ”

     ​ເຂົ້າຕົ້ມເມື່ອ​ໄດ້ຫໍ່​ຮຽບຮ້ອຍ​ແລ້ວ ຈະ​ເອົາ​ໃສ່​ໝໍ້​ເພື່ອ​ຕົ້ມ​ປະມານ 16-17 ຊົ່ວ​ໂມງ. ​ແລ້ວ​ກໍ​ເອົ​າອອກ​ຈາກ​ໝໍ້, ລ້າງ​ໃຫ້​ສະອາດ ​ແລະ ຫໍ່​ອີກ​ເທື່ອ​ໜຶ່ງ​ເພື່ອ​ໃຫ້ ​ເຂົ້າຕົ້ມມີ​ສີຂຽວ​ງາມ. ຮອດ​ເວລາ​ນີ້, ການຫໍ່​ເຂົ້າຕົ້ມຈຶ່ງ​ສຳ​ເລັດ ​ແລະ ຖືກ​ນ​ຳ​ໄປ ຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ. ນອກຈາກ​ນັ້ນ, ​ເຂົ້າຕົ້ມຍັງ​ຖືກ​ໃຊ້​ເປັນ​ເຄື່ອງ​ບູຊາ​ຢູ່​ຕາມ​ຫໍ​ໂຮງ​ບູຊາ, ວັດວາອາ​ຮາມ​ໃນ​ໝູ່​ບ້ານ ​ແລະ ອະນຸສາວະລີ​ບັນດາ​ນັກ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ສ່ວນ​ຈຳ​ນວນ​ເຂົ້າຕົ້ມທີ່​ຍັງ​ເຫຼືອ ​ແມ່ນ​ຈະ​ຖືກ​ມ້ຽນ​ໄວ້​ຢູ່​ບ່ອນ​ສູງ, ສະອາດ. ຮອດ​ວັນ​ທີ 30 ຂອງ​ບຸນ​ເຕັດ, ​ເຂົ້າຕົ້ມ​ແຕ່ລະ​ຫໍ່​ຈະ​ຖືກ​ຕັດ​ເປັນ 22 ຕ່ອນ. ​ໃນ​ວັນ​ທີ 1 ບຸນ​ເຕັດ, ຊາວບ້ານ​ເມື​່ອ​ໄປ​ສາລາ​​ໄຕ້​ທູບ​ທຽນ​ບູຊາ​ພະ​ອໍລະຫັນ ກໍລ້ວນ​ແຕ່​ໄດ້​ຮັບ​​ໂຊກ​ຮັບ​ລາບ​ດ້ວຍເຂົ້າຕົ້ມດັ່ງກ່າວ . ລຸງ ຫງວຽນ​ຮິ້ວຢາງ ເວົ້າວ່າ:

    “ ພາຍຫຼັງ​ໄຕ້​ທູບ​ທຽນ​ບູຊາ​ພະ​ອໍລະຫັນ ກໍ​ຈະ​ໄດ້​ຮັບ​​ໂຊກ​ຮັບ​ລາບ​ເປັນຂອງ​​ບູຊາ​ພະ​ອໍລະຫັນ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ. ​​ເອົາ​ເມືອ​ກໍ​ວາງ​ເທິງ​ແທນ​ບູຊາບັນພະ ບຸລຸດ​ຢູ່​ເຮືອນ​ກ່ອນ, ​ແລ້ວ​ຈຶງ​ໄດ້​ກິນ. ປີ​ນີ້​ໄດ້​ກິນ​ຂອງ​ກິນບູຊາ​ພະ​ອໍລະຫັນ, ​ແນວ​ໃດ, ​ພະ​ອໍລະຫັນກໍ​ຈະຊ່ວຍ​ເຫຼືອ ”

      ກິນ​ຫອມ​ຂອງທູບ​ໄດ້​ກຸ້ມ​ໄປ​ທົ່ວ​ບໍລິ​ເວນ​ສາລາ ກຶຈິ້ງ, ເຂົ້າຕົ້ມສີຂຽວຄູ່ໜຶ່ງ ​ພ້ອມ​ກັບ​ພາ​ໝາກ​ໄມ້ 5 ຊະນິດ ​ແລະ ​ໂຖ​ດອກ​ໄມ້​ສົດ ຖືກ​ວາງ​ເທິງ​ຮ້ານ​ບູຊາພະ​ອໍລະຫັນ-​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ. ປະ​ເພນີຫໍ່​ເຂົ້າຕົ້ມຖະຫວາຍ​ບູຊາ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ ​ໄດ້​ສຶກສາ​ຊາວບ້ານ​ແຫ່ງ​ນີ້​ມີ​ຈິດ​ໃຈ​ມຸ່ງ​ໄປ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ, ທັງ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຄົນ​ລຸ່ນກ່ອນ .

ຕອບກັບ

ຂ່າວ/ບົດ​ອື່ນ