ປະເພນີອວຍພອນປີໃໝ່ ດ້ວຍການມອບປຶ້ມເປັນຂອງຂວັນ - ຄວາມງາມທາງດ້ານວັດທະນະທຳໃນວັນຕົ້ນປີໃໝ່

(VOVWORLD) -ການອວຍພອນປີໃໝ່ຍາມໃດກໍ່ແມ່ນຄວາມງາມທາງດ້ານວັດທະນະທຳຂອງຊາດຫວຽດນາມເມື່ອບຸນເຕັດລະດູບານໃໝວຽນມາ.ໃນຊຸມປີມໍ່ໆມານີ້ ປະເພນີ້ໄດ້ປ່ຽນແປງຕາມຫຼາຍວິທີ,ແຕ່ການອວຍພອນປີໃໝ່ດ້ວຍການມອບປຶ້ມທີ່ດີທີ່ມ່ວນຫຼືແນວປູກກໍ່ໄດ້ກາຍເປັນປະເພນີເພື່ອສ້າງຄວາມມ່ວນຊື່ນໃຫ້ແກ່ໄວໜຸ່ມ. ທ່າອ່ຽງນີ້ສືບຕໍ່ໄດ້ຮັບການເລືອກເຟັ້ນຈາກຫຼາຍຄົນໃນປີໃໝ່ປີຂານ 2022
ປະເພນີອວຍພອນປີໃໝ່ ດ້ວຍການມອບປຶ້ມເປັນຂອງຂວັນ - ຄວາມງາມທາງດ້ານວັດທະນະທຳໃນວັນຕົ້ນປີໃໝ່ - ảnh 1ການອວຍພອນປີໃໝ່ດ້ວຍການມອບປຶ້ມກາຍເປັນຄວາມງາມທາງດ້ານວັດທະນະທຳຂອງຊາດຫວຽດນາມ

    ການອວຍພອນປີໃໝ່ດ້ວຍການມອບປຶ້ມ - ມອບຄວາມຮູ້ໃນຕົ້ນປີໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ, ແມ່ນການສົມທົບລະຫວ່າງຄວາມງາມຂອງຮີດຄອງປະເພນີກັບພູມປັນຍາຄວາມຮູ້ທີ່ສີວິໄລທັນສະໄໝ. ບຸນເຕັດລະດູບານໃໝ່ວຽນມາ ຜູ້ຄົນທັງຫຼາຍໄດ້ອວຍພອນປີໃໝ່ ດ້ວຍການມອບປຶ້ມເພື່ອເພີ່ມຄວາມຮູ້, ພູມປັນຍາເພື່ອບືນຕົວຂຶ້ນໃນການດຳລົງຊີວິດ. ເນື່ອງໃນໂອກາດບຸນເຕັດປີຂານ 2022 ນາງຫງວຽນທູຈາງຢູ່ເມືອງດົ໊ງດາຮ່າໂນ້ຍໄດ້ແວ່ເລືອກຊື້ປຶ້ມເກືອບ 30 ຫົວດ້ວຍທຸກໆປະເພດ ສອດຄ່ອງກັບເກນອາຍຸແຕກຕ່າງກັນ. ນາງຫງວຽນທູຈາງໃຫ້ຮູ້ວ່າ:

     “ຂ້າພະເຈົ້າອວຍພອນປີໃໝ່ພວກລູກເຕົ້າດ້ວຍການມອບປຶ້ມເລື່ອງພາບ, ເລືອງກະຕູນເຊິ່ງແມ່ນຂອງຂັວນທີ່ແທດຈິງຫຼາຍກວ່າເມື່ອທຽບໃສ່ການໃຫ້ ອັງເປົາ. ທັງນີ້ກໍ່ຊ່ວຍໃຫ້ພວກເດັກມີຄວາມລື້ງເຄີຍຄົ້ນຫາໂລກດີກວ່າເກົ່າ”.

  ອ້າຍຫງວຽນວັນຮຸ່ງກໍ່ເລືອກເອົາປຶ້ມອ່ານຫຼາຍຫົວ ເພື່ອນຳໄປບ້ານເກີດອວຍພອນປີໃໝ່ພວກລູກຫຼານເນື່ອງໃນໂອກາດບຸນເຕັດປີຂານ. ໃນຕະຫຼອດປີທີ່ຜ່ານມາອ້າຍຮຸ້ງຕ້ອງຝາກລູກນຳປູ່ຍ່າຢູ່ບ້ານເກີດເພື່ອຫຼີກລ້ຽງໂລກລະບາດໂຄວິດ - 19, ອ້າຍຮຸ່ງຫວັງວ່າຊຸດປຶ້ມເລື່ອງກະຕູນຈະກາຍເປັນເພື່ອນທີ່ດີຂອງພວກລູກໃນປີໃໝ່ປີຂານ. ອ້າຍຮຸ່ງເວົ້າວ່າ:

   “ຕົ້ນປີໃໝ່ ກໍ່ແມ່ນການເລີ່ມຕົ້ນໃໝ່. ແທນທີ່ການມອບອັງເປົາເຮົາກໍ່ມີຂອງຂວັນທາງດ້ານຈິດໃຈ ເພື່ອອວຍພອນປີໃໝ່. ຜ່ານນັ້ນກໍ່ເປັນການຝາກຝັງບັນດາຄຸນທາງດ້ານວັດທະນະທຳໃຫ້ແກ່ພວກເດັກ. ຂ້າພະເຈົ້າຄິດວ່າປຶ້ມເຫຼົ່ານັ້ນກໍ່ມີຄວາມໝາຍດີທີ່ສຸດ”.

   ເພື່ອຕອບສະໜອງທ່າອ່ຽງເລືອກເອົາການອວຍພອນປີໃໝ່ ດ້ວຍການມອບປຶ້ມເປັນຂອງຂັວນໃນຊຸມປີມໍ່ໆມານີ້,  ບັນດາສຳນັກພິມໄດ້ສະເໜີຕໍ່ຜູ້ອ່ານຊຸດປຶ້ມວັນບຸນເຕັດ ພິເສດແມ່ນບັນດາສິ່ງພິມມີສີສັນຫຼາກຫຼາຍ, ມີຮູບແຕ້ມທີ່ເປັນໜ້າປະທັບໃຈແນະນຳບັນດາຮີດຄອງປະເພນີໃນວັນບຸນປີໃໝ່ປະຈຳຊາດ.  ນາງຫງວຽນຖຸຍລວານຫົວໜ້າພະແນກວັນນະຄະດີສຳນັກພິມກີມດົ່ງໃຫ້ຮູ້ວ່າ:

  “ການອວຍພອນປີໃໝ່ ດ້ວຍການມອບປຶ້ມໃຫ້ແກ່ພວກລູກເຕົ້າກໍ່ແມ່ນວັດທະນະທຳແບບໃໝ່ຂອງພວກເຮົາ. ພວກລູກສາມາດຮຽນຄືດັ່ງບົດຮຽນຕ່າງໆ ນັບທັງປະຫວັດສາດ, ອາຫານການກິນ, ຮີດຄອງປະເພນີຈາກບັນດາເລື່ອງລາວທັງອ່ານທັງເຂົ້າໃຈແລ້ວກໍ່ນັບມື້ນັບເຕີບໃຫຍ່ ພ້ອມກັບປຶ້ມອ່ານ”.

   ດ້ວຍຄວາມຫວັງຢາກໃຫ້ພວກເດັກຢູ່ຫ່າງໄກສອກຫຼີກສາມາດເຊື່ອມຕໍ່ທາງດ້ານພູມປັນຍາແລະເຕີບໃຫຍ່ພ້ອມກັບປຶ້ມອ່ານ, ໃນຊຸມວັນທ້າຍປີແລ້ວນີ້ ນາງງາມຫວຽດນາມປີ 2017 ເຣີແຮນນີເອ ແລະ ສະຖານທູດອິດສະລະແອນປະຈຳຫວຽດນາມໄດ້ມອບປຶ້ມອ່ານ 10.000 ຫົວໃຫ້ແກ່ຫໍສະໝຸດຂອງໂຮງຮຽນປະຖົມຕາແສງມິງເຊີນແລະໂຮງຮຽນປະຖົມຕາແສງ ນຽມຕ່ອງເມືອງບັກເມແຂວງຮ່າຢາງ. ນາງງາມ ແຮນນີເອ ມີຄວາມຫວັງວ່າ ປຶ້ມເຫຼົ່ານີ້ຈະນຳຄວາມໂຊກດີໃຫ້ແກ່ພວກເດັກປະສົມຄວາມຫຍຸ້ງຍາກ. ນາງງາມ ແຮນນີເອ ເວົ້າວ່າ:

    “ຂ້າພະເຈົ້າຄິດວ່ານີ້ກໍ່ແມ່ນການຕັດສິນທີ່ຖືກຕ້ອງເພື່ອຊ່ວຍໜູນພວກນ້ອງມີຄວາມຮູ້ແບບຍືນຍົງໃນອະນາຄົດກໍ່ຄືສ້າງຄວາມໃຝ່ຝັນໃຫ້ແກ່ພວກນ້ອງທຸກໆຄົນ. ໃນຊຸມປີທີ່ຈະມາເຖິງເຮົາຈະສຶບຕໍ່ໜູນຊ່ວຍຫໍສະໝຸດແຫ່ງຕ່າງໆ ຢູ່ບັນດາແຂວງນະຄອນອື່ນກໍ່ຄືບັນດາເຂດທີ່ມີເດັກພວມປະສົບກັບຄວາມຫຍຸ້ງຍາກ.”

    ໃນຊຸມປີມໍ່ໆມານີ້ ມີຫຼາຍກຸ່ມຊຸມຊົນທີ່ມີແນວຄວາມຄິດອວຍພອນປີໃໝ່ດ້ວຍການມອບປຶ້ມໄດ້ຮັບການສ້າງຕັ້ງຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ແຂວງນິງບິ່ງ, ລ້າງເຊີນ, ເງະອານ... ຄວາມເບີກບານມ່ວນຊື່ນໄດ້ແຜ່ກະຈາຍສູ່ຜູ້ຮັບແລະຜູ້ມອບພ້ອມກັນມີຄວາມຫວັງໃນປີໃໝ່ ມີຄວາມເບີກບານມ່ວນຊຶ່ນແລະມີສຽງຫົວຫຼາຍກວ່າຜ່ານປຶ້ມອ່ານ. 

ຕອບກັບ

ຂ່າວ/ບົດ​ອື່ນ