ຜູ້ກຳກັບການສະແດງ Claude Bourrin, ເປັນຂົວຕໍ່ດ້ານວັດທະນະທຳຝ່າຍຕາເວັນຕົກ ແລະ ຫວຽດນາມ


(vovworld)- ທ່ານ Claude Bourrin ຊາ​ວ ຝ​ລັ່ງ, ແມ່ນນັກ​ສະ​ແດງ ທັງ​ເປັນຜູ້​ກຳ​ກັບ​ການ​ສະ​ແດງ​, ຜູ້​ອຳ​ນວຍ​ການຄົນທຳ​ອິດ​ຂອງ​ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ, ແມ່ນ​ຜູ້​ນຳ​ຫ​ນ້າ​ໃນ​ການ​ນຳ​ລະ​ຄອນ​ເວົ້າ​ຝ່າຍ​ຕາ​ເວັນ​ຕົກ​ມາ​ສະ​ແດງ​ຢູ່ຫວຽດ​ນາມ, ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ການ​ສ້າງ ແລະ ພັດ​ທະ​ນາສິ​ລະ​ປະ​ລະ​ຄອນ​ເວົ້າເວ​ທີຫວຽດ​ນາມ.

ຜູ້ກຳກັບການສະແດງ Claude Bourrin, ເປັນຂົວຕໍ່ດ້ານວັດທະນະທຳຝ່າຍຕາເວັນຕົກ ແລະ ຫວຽດນາມ - ảnh 1
ສາດ​ສະ​ດາ​ຈານ Corinne FLicker
ພາບ:vannghequandoi.com

        ໃນ​ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ 20, ທ່ານ Claude Bourrin ໄດ້ເດີນ​ທາງ​ມາ​ຫວຽດ​ນາມ ດ້ວຍ​ຖາ​ນະ​ແມ່ນ​ລັດ​ຖະ​ກອນ​ຂອງ ​ອົງ​ການ ພາ​ສີ ຝ​ລັ່ງ ຢູ່ອິນ​ດູ​ຈີນ ພ້ອມ​ທັງ​ແມ່ນ​ນັກ​ສະ​ແດງ​ສະ​ໝັກ​ຫລິ້ນ. ​ເປັ​ນຄັ້ງ​ທຳ​ອິດ ທ່ານ Claude Bourrin ສະ​ແດງ​ບົນ​ເວ​ທີ ດາ​ຫ​ນັງ​ເມື່​ອ​ປີ 1904 ໃນ​ລະ​ຄອນ “ Tourane Revue”. ຫລັງ​ຈາກນັ້ນ ທ່ານ​ໄດ້​ເຂົ້າ​ຮ່ວມ​ລາຍ​ການສະ​ແດງ​ຢູ່​ໂຮງ​ລະຄອນ​ໃຫ​ຍ່​ຮ່າ​ໂນ້ຍ, ໂຮງ​ລະ​ຄອນ ຫາຍ​ຟ່ອງ ດ້ວຍ​ບົດ​ບາດ​ແມ່​ນ​ນັກ​ສະ​ແດງ, ຜູ້​ກຳ​ກັບ​ການ​ສະ​ແດງ​ບັນ​ດາ​ບົດລະ​ຄອນ​ເວ​ທີ ຂອງ Max Maurey “ໄຊ​ຊະ​ນະ ແລະ ພິ​ຊິດ ຂອງທ່ານ Couteline ​ນັກ​ແຕ່ງ​ບົດ​ລະ​ຄອນ. ຕາມ​ສາດ​ສະ​ດາ​ຈານ Corinne Ficker, ນັກ​ຄົ້ນ​ຄ້​ວາ​ເວ​ທີ​ສະ​ແດງ ຊາວ​ຝ​ລັ່ງ, ດ້ວຍ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ກ່ຽວ​ກັບ​ອິນ​ດູ​ຈີນ ແລະ ຫວຽດ​ນາມ. ທ່ານ Claude Bourrin ໄດ້​ສ້າງ​ບັນ​ດາ​ລາຍ​ການ​ສະ​ແດງ​ບົນ​ເວ​ທີ​ທີ່ດູດ​ດື່ມ ບັນ​ລຸ​ຄຸນ​ນະ​ພາບ​ສູງ​ກ່ຽວ​ກັບ​ສິ​ລະ​ປະ ແລະ ເຕັກ​ນິກ​ເວ​ທີ​ສະ​ແດງ.

        “ທ່ານ Claude Bourrin ອຸ​ທິດຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​ເພື່ອ​ໂຄ​ສະ​ນາ​ລະ​ຄອນ​​ເວ​ທີຝ່າຍ​ຕາ​ເວັນ​ຕົກ ຢູ່ ຫວຽດ​ນາມ. ທ່ານມີ​ຄວາມ​ສົນ​ໃຈ​ເຖິງ​ສິ​ລະ​ປະ​ເວ​ທີ​ສະ​ແດງ​ພື້ນ​ເມືອງ​ຢູ່​ຫວຽດ​ນາມ, ແມ່ນ​ຜູ້​ສ້າງ​ຊີ​ວິດ​​ດ້ານວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ເຊື່ອມ​ຕໍ່ກັບ​ວັດ​ທະ​ນະ​ທຳ ຝ​ລັ່ງ - ຫວຽດ​ນາມ, ພ້ອມ​ທັງ​ປະ​ກອບ​ສ່ວນ​​ພາ​ໄປ​ເຖິງ​ການ​ກຳ​ເນີດ​ລະ​ຄອນ​ເວົ້າ​ຫວຽດ​ນາມ.”

ຜູ້ກຳກັບການສະແດງ Claude Bourrin, ເປັນຂົວຕໍ່ດ້ານວັດທະນະທຳຝ່າຍຕາເວັນຕົກ ແລະ ຫວຽດນາມ - ảnh 2
​ລາຍ​ການ​ສິ​ລະ​ປະ​ທີ່ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ

        ດ້ວຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ຄວາມ​ນິ​ຍົມ​ສິ​ລະ​ປະ​ເວ​ທີ​ສະ​ແດງ, ທ່ານ Claude Bourrin ໄດ້​ຈັດ​ຕັ້ງ​ຫລາຍ​ລາຍ​ການ​ສິ​ລະ​ປະ​ສຳ​ເລັດ​ຜົນ ແລະ ໄດ້​ຮັບ​ການ​ແຕ່​ງ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ອິນ​ດູ​ຈີນ ແລະ ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ. ໃນ​ຖາ​ນະ​ຕຳ​ແຫ​ນ່ງ​ໃຫມ່, ທ່ານ Claude Bourrin ໄດ້​​ສ​້າງບັນ​ດາ​ບົດ​ລະ​ຄອນ​ຂອງ​ບັນ​ດາ​ນັກ​ແຕ່ງ​ບົດ​ລະ​ຄອນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ເພ​ື່ອ​​ນຳ​ມາສະ​ແດງ​ບົນ​ເວ​ທີ​ຂອງ​ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ. ທ່ານ Claude Bourrin ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫ​ຍ່​ຫລວງ​ເພື່ອ​ດຳ​ເນີນ​ການ​ປັບ​ປຸງ​ເວ​ທີ​ສະ​ແດງ​ຝ່າຍ​ຕາ​ເວັນ​ຕົກ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ນິ​ຍົມ​ຂອງ​ສາ​ທາ​ລະ​ນະ​ຊົນ​ຫວຽດ​ນາມ. ຈາກ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ທ່ານ Claude Bourrin, ມີ​ບົດ​ລະ​ຄອນ​ໂດດ​ເດັ່ນ​ໃນ​ໂລກ​​ຫລາຍ​ບົດໄດ້​ນຳ​ເອົາ​ສະ​ແດງ​ຢູ່​ຫວຽດ​ນາມ. ໄລ​ຍະ​ນີ້ ຢູ່ ໂຮງ​ລະ​ຄອນ​ໃຫ​ຍ່ ຮ່າ​ໂນ້ຍ, ຫາຍ​ຟ່ອງ ຍາມ​ໃດ​ກໍ​ສະ​ແດງ​ບັນ​ດາ​ບົດ​ລະ​ຄອນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​. ຮອງ​ສາດ​ສະ​ດາ​ຈານ, ປອ ໂງວັນ​ຢາ, ຫົວ​ຫ​ນ້າ​ພະ​ແນກ​ປະ​ດິດ​ແຕ່ງ​ວັນ​ນະ​ຄະ​ດີ - ​ສື່ມວນ​ຊົນ, ມະ​ຫາ​ວິ​ທະ​ຍາ​ໄລ ວັດ​ທະ​ນະ​ທຳ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ທ່ານ Claude Bourrin ແມ່ນ​ຜູ້​ຫັນ​ປ່ຽນ​ບັນ​ດາ​ຫລັກ​ການ​ລະ​ຄອນ​ເວົ້າ​ທັນ​ສະ​ໄຫມ​ເປັນ​ຄັ້ງ​ທຳ​ອິດ​​ມາ​ແນະ​ນຳ​ໃຫ້​ຜູ້​ຊົມ ​ຝ​ລັ່ງ ແລະ ຊາວຫວຽດ​ນາມ ​ທີ່ ບັນ​ດາ​ໂຮງ​ລະ​ຄອນ​ຢູ່ຫວຽດ​ນາມ. ທີ​ສອງ ທ່ານ​ໄດ້​ເປີດກວ້າງ​ເປົ້າ​ໝາຍຜູ້​ຊົມ ກ່ອນນີ້ ມີ​ແຕ່​ຊັ້ນ​ຄົນ​ຮັ່ງ​ມີ​ມາ​ຊົມ​ລະ​ຄອນ, ແຕ່​​ມາບັດ​ນີ້ ທ່ານ​ໄດ້​ນຳ​ລະ​ຄອນ​ເວ​ທີ​ມາ​ສະ​ແດງ​ໃຫ້​ຊາ​ວ​ຫວຽດ​ນາມ. ທີ​ສາມ ທ່ານ​ໄດ້​ເພີ່ມ​ພະ​ລັງ​ຊີ​ວິດ​ໃຫ້​ນັກ​ສິ​ລະ​ປິນ​ຫວຽດ​ນາມ ຈຳ​ນວນ​ຫ​ນຶ່ງ​ເພື່ອ​​ໃຫ້ມີ​ຈີນ​ຕະ​ນາ​ການ, ຮັບ​ເອົາ​​ປະ​ເພດລະ​ຄອນ​ເວົ້າ​ຝ່າຍ​ຕາ​ເວັນ​ຕົກ​ເຂົ້າ ຫວຽດ​ນາມ.”

ບັນ​ດາ​ຜົນ​ງານ​ຂອງ​ຜູ້​ກຳ​ກັບ​ການ​ສະ​ແດງ Claude Bourrin ໄດ້ນຳ​ມາ​ໃຫ້​ຜູ້​ຊົມ​ຫວຽດ​ນາມ ພະ​ລັງ​ຊີ​ວິດ​ໃຫມ່, ສິ​ລະ​ປະ​ການ​ສະ​ແດງ​ລະ​ຄອນ​ເວົ້າ ໄດ້ຮັບ​ການ​ເຜີຍ​ແຜ່ ແລະ ພັດ​ທະ​ນາ​ຢ່າງ​ແຮງ. ບົດ​ລະ​ຄອນ “….    ຂອງ ຜູ້​ແຕ່ງ​ບົດ​ລະ​ຄອນ​ຊາວ​ຝ​ລັ່ງ ເປັນ​ຄັ້ງ​ທຳ​ອິດ​ໄດ້​ນຳ​ມາສະ​ແດງ​ໃຫ້​ຜູ້​ຊົມ​ຮ່າ​ໂນ້ຍ. ປີ 1921,  ທ່ານ Claude Bourrin ເອງ ໄດ້ນຳ​ເອົາ​ບົດ​ລະ​ຄອນ “ຈອກ​​ຢາ​ເບື່ອ” ຂອງ​ນັກ​ແຕ່ງ​ບົດ​ລະ​ຄອນ ຫວູ​ດີງ​ລອງ ມາ​ສະ​ແດງ​ຢູ່​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ​ທ່ານ ຫງວຽນ​ວັນ​ແທ່ງ, ນັກ​ຄົ້ນ​ຄ້​ວາ​ເວ​ທີ​ສະ​ແດງ ໃຫ້​ຮູ້​ວ່າ:

        “ກ່ອນນີ້ ຢູ່ ຫວຽດ​ນາມ ບໍ່​ມີ​ໂຮງ​ລະ​ຄອນ, ຜ​ູ້​ຊົມ​ຫວຽດ​ນາມ ສ່ວນ​ຫລາ​ຍ​ຊົມ​ລາຍ​ການ​ສະ​ແດງ​ລະ​ຄອນຢູ່​ເວ​ທີ​ກາງ​ແຈ້ງ. ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ, ໄຊ​ງ່ອນ ແລະ ຫາຍ​ຟ່ອງ ໄລ​ຍະ​ຕົ້ນ​ພຽງ​ຮັບ​ໃຊ້​ໃຫ້​ຜູ້​ຊົມ​ ຝ​ລັ່ງ ແລະ ບັນ​ດາ​ລັດ​ຖະ​ກອນ​ຊາວ​ຫວຽດ​ນາມ ຮູ້​ພາ​ສາ ຝ​ລັ່ງ. ແຕ່​ທ່ານ Claude Bourrin ໄດ້​ເຫັນ​ດີ​ໃຫ້ ຊາວ​ຫວຽດ​ນາມ ສະ​ແດງ​ບົດ​ລະ​ຄອນ​ໂດ​ຍ ຊາວ​ຫວຽດ​ນາມເປັນ​ຜູ້ແຕ່ງ. ເຫດ​ການ​ໃຫຍ່​ສຸດໃນ​ຄາວນັ້ນ  ແມ່ນ​ລາຍ​ການ​ສະ​ແດງບົດ​ລະ​ຄອນ​ຂອງ  ນັກ​ແຕ່ງ​ບົດ​ລະ​ຄອນ ຫວູ​ດີງ​ລອງ ແລະ ​​​ໄດ້​ຮັບ​ຖື​ວ່າ ລະ​ຄອນ​ເວົ້າ​ຫວຽດ​ນາມໄດ້​ຮັບ​ການ​ກຳ​ເນີດ.”

        ປີ 1930, ຍ້ອນ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາ​ກວ​ິ​ກິດ​ການ​ດ້ານເສດ​ຖ​ະ​ກິດ ແລະ ການ​ແກ້ງ​ແຍ້ງ​ຂອງຂະ​ແຫນງ ຮູບ​ເງົາ ໄດ້​ເຮັດ​ໃຫ້​ສິ​ລະ​ປະ​​ເວ​ທີສະ​ແດງ​ລະ​ຄອນ​ເວົ້າ​ເລີ່ມ​ຢຸດ​ຕິຊົ່ວ​ຄາວ. ຜູ້​ກຳ​ກັບ​ການ​ສະ​ແດງ Claude Bourrin ໄດ້​ຊອກ​ຮູ້,  ​ປະ​ດິດ​ສ້າງ​ໃນ​ຄິດ​​ສ້າງ​ບັນ​ດາ​ຫລັກ​ການ​ໃນ​ການຂຽນ​ບົດ​ລະ​ຄອນ​ໃຫມ່ ໂດຍ​ອີງ​ໃສ່​ພື້ນ​ຖານ​ຂອງ​ລະ​ຄອນ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ. ສາດ​ສະ​ດາ​ຈານ Corinne Flicker ຕີ​ລາ​ຄາ​ວ່າ:

        “ກ່ອນ​ທີ່ທ່ານ Claude Bourin ​ຈະນຳ​ເອົາ​ຮູບ​ການ​ສະ​ແດງ​ບົນ​ເວ​ທີ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ມາ​ແນະ​ນຳ​ຢູ່ຫວຽດ​ນາມ, ເວ​ທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ຊື່ງ​ລວມ​ມີ: ​ການຂັບ​ຮ້ອງ ແລະ ​ການຟ້ອນ. ທ່ານ Claude Bourrinໄດ້​ນຳ​ມາ​ໃຫ້​ຜູ້​ຊົມ ຫວຽດ​ນາມ ​ເວ​ທີ​ສະ​ແດງ​ໃຫມ່, ນັ້ນ​ແມ່ນ ເວ​ທີ​ສະ​ແດງ​ລະ​ຄອນ​ເວົ້າ.”

        ຜູ້​ກຳ​ກັບ​ການ​ສະ​ແດງ Claude Bourrin ໄດ້​ອຸ​ທິດ​ຕະ​ຫລອດ​ຊີ​ວິດຂອງ​ຕົນ​ໃຫ້​ແກ່​ສິ​ລະ​ປະ ແລະ ນຳ​​ຮູບ​ການ​ສະ​ແດງ​ບົນ​ເວ​ທີ​ຝ່າຍ​ຕາ​ເວັນ​ຕົກ​ເຂົ້າ​ຫວຽດ​ນາມ, ປ​ະ​ກອບ​ສ່ວນ​ເຊື່ອມ​ຕໍ່​ດ້ານ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ, ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ການ​ສ້າງ ​ເວ​ທີ​ສະ​ແດງ​ລະ​ຄອນ​ເວົ້າ​ຫວຽດ​ນາມ ປະ​ຈຸ​ບັນ. ທ່ານ Claude Bourrin ກໍ​ແມ່ນ​ຜູ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ນຳ​ ເວ​ທີ​ສະ​ແດງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ມາ​ສູ່​ເພື່ອນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ