ຜົນສຳເລັດຈາກການສ້າງສະພາບແວດລ້ອມດ້ານການສຶກສາເປີດ

(VOVWORLD) -          ນະຄອນເກິ້ນເທີແມ່ນທ້ອງຖິ່ນທີ່ກະຊວງສຶກສາແລະບຳລຸງສ້າງເລືອກເອົາເພື່ອຜັນຂະຫຍາຍຮູບແບບ “ໂຮງຮຽນຕົວແບບປ່ຽນແປງໃໝ່” ເປັນແຫ່ງຊີ້ນຳທົ່ວປະເທດນຳເຂົ້າຫຼັກສູດສາມັນສຶກສາໃໝ່. ຜ່ານການຜັນຂະຫຍາຍເປັນເວລາ 5 ປີຄືແຕ່ປີ 2017 ຫາ 2021 ຮູບແບບດ່ງກ່າວຖືກນະຄອນ ເກິ່ນເທີປະຕິບັດຢ່າງມີປະສິດທິຜົນພໍສົມຄວນ ນຳມາເຊິ່ງບັນດາການປ່ຽນແປງໃຫ້ແກ່ຂົງເຂດການສຶກສາຢູ່ທ້ອງຖິ່ນ ເປັນຕົ້ນແມ່ນພັດທະນາຮູບແບບການສຶກສາເປີດ.
ຜົນສຳເລັດຈາກການສ້າງສະພາບແວດລ້ອມດ້ານການສຶກສາເປີດ - ảnh 1ເອື້ອຍຄູພ້ອມກັບພວກນັກຮຽນຢູ່ໂຮງຮຽນປະຖົມບີງຖຸຍ

     ມະຕິຂອງສູນກາງພັກວ່າດ້ວຍການປ່ຽນແປງໃໝ່ໂດຍພື້ນຖານຮອບດ້ານການສຶກສາແລະບຳລຸງສ້າງສຸມໃສ່ຍູ້ແຮງການສຶກສາເປີດ, ດັ່ງນັ້ນເພື່ອເສີມຂະຫຍາຍຮູບແບບ “ໂຮງຮຽນຕົວແບບປ່ຽນແປງໃໝ່” ຕາມທິດເປີດ, ບັນດາໂຮງຮຽນໄດ້ແລະພວມນຳໃຊ້ຫຼັກສະນະດີເລີດຂອງວິທີການສຶກສາກະທຳນີ້ຢ່າງເຖິງຖອງມີປະສິດທີ່ຜົນເປັນເຈົ້າການມີຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການປົວແປງເງື່ອນໄຂການຮ່ຳຮຽນດຳເນີນຊີວິດຂອງຄູອາຈານແລະນັກຮຽນ. ປີ 2017 ຮູບແບບ“ໂຮງຮຽນຕົວແບບປ່ຽນແປງໃໝ່” ໄດ້ເລືອກເຟັ້ນເພື່ອຜັນຂະຫຍາຍຢູ່ໂຮງຮຽນ 4 ແຫ່ງທີ່ເປັນຕົວແທນໃຫ້ແກ່ 4 ຂັ້ນຮຽນ; ມາຮອດປະຈຸບັນທົ່ວນະຄອນມີ 53 ໃນຈຳນວນ 454 ໂຮງຮຽນຊັ້ນອະນຸບານ, ໂຮງຮຽນປະຖົມ ຕະຫຼອດຮອດມັດທະຍົມຕອນຕົ້ນແລະຕອຍປາຍປະຕິບັດຮູບແບບ“ໂຮງຮຽນຕົວແບບປ່ຽນແປງໃໝ່”. ສ່ວນໂຮງຮຽນທັງໝົດທີ່ຍັງເຫຼືອກໍ່ຂຶ້ນກັບເງື່ອນໄຂລະອຽດເພື່ອຜັນຂະຫຍາຍບັນດາປັດໄຈຕັ້ງໜ້າຂອງຮູບແບບນີ້. ພົ້ນເດັ່ນຂຶ້ນຢູ່ເມືອງບິ່ງຖຸ໋ຍແມ່ນມີໂຮງຮຽນທຸກຂັ້ນທັງໝົດກໍ່ລ້ວນແຕ່ຜັນຂະຫຍາຍຮູບແບບ“ໂຮງຮຽນຕົວແບບປ່ຽນແປງໃໝ່”. ການປ່ຽນແປງວິທີການສອນໄດ້ຊ່ວຍໃຫ້ນັກຮຽນມີຄວາມໝັ້ນໃຈສະແດງຄຸນທາດໃນການດຳລົງຊີວິດຝຶກຝົນທາງດ້ານທັກສະການຄົງຕົວ,ແກ້ໄຂກໍລະນີຕ່າງໆແຕ່ງຄາບເຂົ້າກິນໂດຍຕົນເອງພ້ອມທັງສາມາດເຂົ້າໃຈກ່ຽວກັບຄຸນຄ່າຂອງການອອກແຮງານແລະຄວາມໂຊກດີຂອງຕົນເອງທີ່ໄດ້ມາຈາກຄອບຄົວໂຮງຮຽນ.ຈາກນັ້ນກໍ່ມີຄວາມຮັບຜິດຊອບຕໍ່ຕົນເອງຄອບຄົວແລະຊຸມຊົນພ້ອມທັງສ້າງເປົ້າໝາຍສ່ວນຕົວແລະໝັ້ນໝາຍຄວາມມານະພະຍາຍາມກັບຕົນເອງ. ທ່ານ ລາມໝີລິງ ຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມຕອນຕົ້ນອານເຖີຍເມື່ອບິ່ງຖຸ໋ຍໃຫ້ຮູ້ວ່າ:

     “ຜ່ານຊຸມປີແຫ່ງການປະຕິບັດກໍ່ຍ້ອນມີຮູບແບບ“ໂຮງຮຽນຕົວແບບປ່ຽນແປງໃໝ່”, ໂຮງຮຽນໄດ້ເຫັນວ່າຕົນເອງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ, ດຶງດູດນັກຮຽນແຕ່ລະມື້ມາໂຮງຮຽນກໍ່ແມ່ນຄວາມມ່ວນຊື່ນ, ພວກນັກຮຽນກໍ່ຮູ້ສຶກມັກຢູ່ໂຮງຮຽນຫຼາຍກວ່າຢູ່ເຮືອນ”.

      ເພື່ອເສີມຂະຫຍາຍຮູບແບບ “ໂຮງຮຽນຕົວແບບປ່ຽນແປງໃໝ່”  ຕາມທິດເປີດໃຫ້ດີກວ່າເກົ່ານັ້ນບັນດາໂຮງຮຽນໄດ້ແລະພວມນຳໃຊ້ລັກສະນະດີເລີດ ຂອງວິທີການສຶກສາກະທຳຢ່າງເປັນເຈົ້າການແລະມີປະສິດທິຜົນ. ຕາມນັ້ນແລ້ວທຸກໆວິຊາຮຽນກໍ່ລ້ວນແຕ່ໄດ້ຮັບການຕີລາຄາດ້ວຍຂໍ້ສັງເກດ ແທນທີ່ຕີລາຄາບາງວິຊາຮຽນຄືກ່ອນນີ້. ທ່ານ ເລແທັງຖາຍ ຫົວໜ້າຂະແໜງສຶກສາແລະບຳລຸງສ້າງເມືອງໂທດໂນດ ແບ່ງປັນວ່າ:

       “ຄຸນນະພາບການເບິ່ງແຍງດ້ານການສຶກສາກໍ່ຄືຄຸນນະພາບຂອງນັກຮຽນສາມັນໃນສອງດ້ານຄືຄວາມສາມາດຮ່ຳຮຽນແລະຄຸນສົມບັດກໍ່ລ້ວນແຕ່ຖືກຍົກສູງຂຶ້ນ. ພິເສດແມ່ນສຳລັບບັນດາໂຮງຮຽນທີ່ໄດ້ການຜັນຂະຫຍາຍແຜນການນີ້ກໍ່ລ້ວນແຕ່ບັນລຸມາດຖານໂຮງຮຽນຕົວແບບປ່ຽນແປງໃໝ່. ສຳລັບກຳລັງຄູອາຈານກໍ່ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າກ່ຽວກັບຄວາມຮັບຮູ້, ຄວາມຮັບຜິດຊອບກໍ່ຄືການຈັດຕັ້ງບັນດາການເຄື່ອນໄຫວ”.

    ຮູບແບບ“ໂຮງຮຽນຕົວແບບປ່ຽນແປງໃໝ່” ທີ່ຜັນຂະຫຍາຍຢູ່ບາງໂຮງຮຽນໄດ້ເສີມຂະຫຍາຍປະສິດທິຜົນມີລັກສະນະແຜ່ກະຈາຍຢ່າງກວ້າງຂວາງແລະມີບາດກ້າວບຸກທະລຸກ່ຽວກັບການຫັນປ່ຽນໂດຍພື້ນຖານບັນລຸຄຸນນະພາບແລະປະສິດທິຜົນໃນການສຶກສາ. ທ່ານນາງ ເຈິ່ນຮົ່ງຖຳ ຫົວໜ້າພະແນກການສຶກສາແລະບຳລຸງສ້າງນະຄອນເກິ່ນເທີໃຫ້ຮູ້ວ່າ:

       “ ພວກຂ້າພະເຈົ້າຈະດັດປັບເພີ່ມເຕີມ ບັນດາວິທີການແກ້ໄຂທີ່ຈຳເປັນແລະສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃໝ່ເພື່ອເຮັດແນວໃດໃນໄລຍະທີ່ຈະມາເຖິງ, ບໍ່ພຽງແຕ່ບັນດາໂຮງຮຽນໃນບັນຊີລາຍຊື່ ໂຮງຮຽນຕົວແບບທີ່ປະຕິບັດເທົ່ານັ້ນຫາກຍັງມີໂຮງຮຽນທີ່ຍັງເຫຼືອໃນບໍລິເວນນະຄອນກໍ່ຈະຄົ້ນຄວ້າເນື້ອໃນທີ່ໄດ້ຍົກອອກມາໃຫ້ແທດເໝາະກັບຫ້ອງຮຽນຊັ້ນຮຽນຂອງຕົນເພື່ອຮັກສາໝາກຜົນທີ່ບັນລຸໄດ້ກໍ່ຄືຍົກສູງຄຸນນະພາບແລະ ພັດທະນາບັນດາເນື້ອໃນໃນຮູບແບບທີ່ປະຕິບັດໃນ 4 ປີທີ່ຜ່ານມາຢ່າງມີປະສິດທິຜົນ”.

     ການສຶກສາເປີດແມ່ນແນວຄວາມຄິດແລະແມ່ນປາກົດການຂອງຍຸກສະໄໝເຊິ່ງໄດ້ແລະພວມເປີດຂະບວນການເຄື່ອນໄຫວໃນທົ່ວໂລກສ້າງແງ່ຫວັງໃຫ້ແກ່ກິດຈະການໃໝ່ທາງດ້ານການສຶກສາແລະບຳລຸງສ້າງ. ສຳລັບໂຄງການປ່ຽນແປງໃໝ່ດ້ານການສຶກສາດ້ວຍບັນດາວິທີຢາ່ງຄ່ອງຕົວເປັນເຈົ້າການນັ້ນ ຂະແໜງສຶກສານະຄອນເກິ່ນເທີເວົ້າສະເພາະແລະທົ່ວປະເທດເວົ້າລວມພວມມານະພະຍາຍາມປົວແປງດ້ານການສຶກສາປະກອບສ່ວນຍົກສູງຄຸນນະພາບດ້ານການຮ່ຳຮຽນເພີ່ມຄວາມສາມາດທາງດ້ານຈິນຕະນາການແລະສ້າງໂອກາດຮ່ຳຮຽນທີ່ມີຫົວຄິດປະດິດສ້າງຢ່າງຍາວນານໃຫ້ແກ່ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ