ພິທີງານບຸນໃຫຍ່ຂອງຊາວ ກົນດາວ

ພິທີງານບຸນໃຫຍ່ຂອງຊາວ ກົນດາວ - ảnh 1
(ພາບ : dulichcondao)

ຮອດ​ວັນ​ທີ 18 ​ເດືອນ 10 ​ໄລ່​ຕາມ​ຈັນທະ​ປະຕິທິນ​ປະຈຳ​ປີ, ປະ ຊາຊົນ​ຢູ່​ເມືອງ​ເກາະ ກົນ​ດາວ, ​ແຂວງ ບ່າ​ເຮ້ຍ - ວຸງ​ເຕົ່າ ​ເຄີຍ​ຈັດ​ພິທີ​ບູຊາ, ​ເຊິ່ງຖືກ​ຖື​ວ່າ​ແມ່ນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ແນ​ໃສ່​ຍ້ອງຍໍ​ສັນລະ​ເສີນ​ແມ່ຍິງ​ຜູ້​ໜຶ່ງ​ທີ່​ມີ​ຈິດ​ໃຈ​ຮັກ​ຊາດ ​ແລະ​ ໄດ້​ເສຍສະຫຼະ​ຊີວິດ​ຢູ່​​ແຜ່ນດິນ​ແຫ່ງ​ນີ້, ນັ້ນ​ແມ່ນ​ພະນາ​ງ ຟີ​ອ໋ຽນ (​​ມະ​ເຫ​ສີນ້ອຍ​ຂອງ​ເຈົ້າ​ຊີວິດ ຫງວຽນ​ຟຸກ​ແອ໋ງ). ປະຊາຊົນ​ຢູ່​ທີ່​ນີ້​ຖື​ພະນາ​ງ​ແມ່ນ​ເທວະ​ດາ​ຜູ້​ອຸ້ມ​ຊູຊ່ວຍ​​ເຫຼືອ​ໃຫ້​ແກ່​ຊີວິດ​ຂອງ​ເຂົາ​ເຈົ້າ.

    ​ເລື່ອງ​ລາວ​ເລົ່າ​​ຂານສືບ​ທອດ​​ກັນ​ມາ​ວ່າ ປີ 1783, ຫງວຽນ​ແອ້ງຖືກ​ທະຫານ ​ໄຕ​ເຊີນ ຕີ​ໃຫ້ປະລາ​ໄຊ, ດັ່ງ​ນັ້ນ​ຈຶ່ງ​ຫຼົບໜີ​ໄປ​ຍັງ ກົນ​ດາວ. ​ເມື່ອ​ຮູ້​ວ່າ​ສາມີ​ຂອງ​ຕົນ​ຢາກ​ອາ​ໄສ​ຄົນ ຝລັ່ງ ຕີ​ທະຫານ ​ໄຕ​ເຊີນ ຂອງ​ເຈົ້າ​ຊີວິດ ກວາງ​ຈູງ ນັ້ນ, ພະນາ​ງ ພີ​ອ໋ຽນ ​ໄດ້​​ເຕືອນຫ້າມ ​ແຕ່​ ຫງວຽນ​ແອ໋ງ ​ພັດເກີດ​ຄວາມ​ໂມ​ໂຫ ​ແລ້ວ​ ກັກ​ຂັງ​ພະນາ​ງ​​ຢູ່ໃນ​ຖ້ຳ​ພູເທິງເກາະ​, ຕໍ່​ມາພະນາ​ງ​ໄດ້​ຂ້າ​ຕົວ​ຕາຍ​ຢູ່​ຕີນ​ພູ​ໜ່ວຍ​ສູງສຸດ​ຢູ່ ກົນ​ດາວ ​ໃນ​ປະຈຸ​ບັນ. ​ແລະ ປະຊາຊົນ​ແຫ່ງ​ນີ້ ​ໄດ້​ສ້າງ​ຫໍ​ບູຊາ​ພະນາ​ງເຊິ່ງ​ເອີ້ນ​ວ່າ ”ອານ​ເຊີນ​ມ໋ຽວ”. ກ່ອນ​ວັນ​ບູຊາ​ພະນາ​ງມື້ໜຶ່ງ, ປະຊາຊົນ​ຢູ່​ ກົນ​ດາວ ​ໄດ້​ປຶກສາ​ຫາລື​ກັນກ່ຽວ​ກັບວຽກ​ງານ​ກະກຽມ​ຈັດງານ​ບຸນທາງ​ການ. 10​ ເຂດ​ຊຸມ​ຊົນ​ຢູ່ ກົນ​ດາວ, ​ແຕ່ລະ​ເຂດ​ຮັບຜິດຊອບ​ວຽກ​ງານໜຶ່ງ​ສະ​ເພາະ, ​ເຂດ​ກະກຽມ​ອາຫານ​ເຈ, ​ເຂດ​ກະກຽມ​ໝາກ​ໄມ້, ​ເຂດອື່ນພັດ​ໜຶ້ງ​ເຂົ້າໜຽວ… ​ໃຜໆ​ກໍ່​ລໍຖ້າ​ຮອດ​ວັນ​ບຸນ ​ເພື່ອ​​ປະກອບ​ເຫື່ອ​ແຮງ, ​ແລະສະ​ແດງ​ຄວາມ​ຈິງ​ໃຈ​ຂອງ​ຕົນທີ່​ມີ​ຕໍ່​ພະນາ​ງ. ປ້າ ຫງວຽນ​ທິງ​ອກທຽດ, ຢູ່​ເຂດ​ຊຸມ​ຊົນ​ 2, ​ໃຫ້​ຮູ້​ວ່າ ປະຊາຊົນ​ຢູ່​ທີ່​ນີ້​ຜູ້​ໃດ​ກໍ່​​ເຮັດ​ວຽກ​ຢ່າງສຸດ​ຈິດ​ສຸດ​ໃຈດ້ວຍ​ຄວາມສະໝັກ​ໃຈ .

    ”​ເຄື່ອງ​ຂອງບູຊາ​ພະນາ​ງ​ແມ່ນ​ເຂົ້າໜຽວ​ນ້ຳຫວານ, ​ເຂົ້າຕົ້ມ, ໝາກ​ໄມ້,… ​ໂດຍປະຊາຊົນ​ໃນ​ເຂດ​ເຮັດ​ເອງ. ປະຊາຊົນ ຜູ້​ໃດ​ກໍ່​ນັບຖືວັນ​ບູຊາ​ພະນາ​ງ ຟີ​ອ໋ຽນ​ ​ແລະ​ ຖື​ພະນາ​ງ​​ແມ່ນ​ແມ່​ ຜູ້ທີ່​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ໃຫ້​ແກ່​ເຂົາ​ເຈົ້າ. ປະຊາຊົນພຽງ​ແຕ່​ບູຊາ​ດ້ວຍ​ອາຫານ​ເຈ ​ແລະ​ໝາກ​ໄມ້​ເທົ່າ​ນັ້ນ. ​ໃນ​ໂອກາດ​ນີ້, ຜູ້ຍິງ​ກໍ່​ເສັງ​ຈັດ​ດອກ​ໄມ້, ​ແຕ່ງກິນ… ທັງ​ໝົດ​ເຫຼົ່າ​ນັ້ນ​ແມ່ນ​ເພື່ອ​ອາ​ໄລ​ຫາ​ ​ພະ​ແມ່ ຟີ​ອ໋ຽນ”.

    ກົນ​ດາວ​ ແມ່ນ​ເຂດ​ທີ່​ມີ​ຄວາມ​ສະຫງົບ​ສຸກ ​ແຕ່​ຮອດ​ວັນ​ບູຊາ​ພະ ນາ​ງ, ຢູ່​ທົ່ວ​ທຸກ​​ແຫ່ງ​ຫົນ​ພັດຄຶກຄົມ​ໜາ​ແໜ້ນ​ດ້ວຍໝູ່​ຄົນ, ລົດ​ລາງທີ່​ມາ​ຈາກ​ທຸກ​ສາລະ​ທິດ. ​ເຂົ້າ​ເຈົ້າ​​​ພາກັນ​​ມາຍັງ​ຫໍ​ບູຊາ ”ອານ​ເຊີນ​ມ໋ຽວ”, ​ເຊິ່ງ​ແມ່ນ​ຫໍ​ບູຊາ​ພະນາ​ງ ຟີ​ອ໋ຽນ. ນັບ​ແຕ່​ຕອນ​ບ່າຍ​ວັນ​ທີ 17/10 ​ໄລ່​ຕາມ​ຈັນ ທະ​ປະຕິ​ທິນ, ປະຊາຊົນ ກົນ​ດາວ​ໄດ້​​​ເຕົ້າ​ໂຮ​ມກັນຢູ່ຫໍ​ບູຊາ​ທີ່​ມີ​ຄວາມ​ສັກ ສິດແຫ່ງ​ນີ້​ແລ້ວ. ຜູ້​ລະ​ວຽກ, ຜູ້​ໃຫຍ່​ຊັບຊ້ອນ, ຈັດ​ວາງ​ເຄື່ອງ​ບູຊາ​, ​ແຕ່ງກິນ. ສ່ວນ​ເດັກນ້ອຍລະ​ຫຼິ້ນ​ນຳ​ກັນ​ຢູ່​ອ້ອມ​. ປ້າ ຟ້າ​ມທິຕ໋າມ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ ກົນ​ດາວ, ​ໃຫ້​ຮູ້​ວ່າ:

    ”​ແຕ່ລະ​ປີ​ຢູ່ ກົນ​ດາວ, ພິທີ​ບູຊາ​ພະນາ​ງ​ໄດ້​ຖືກຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ​ແລະ​ຖືກ​ຖືວ່າ​ແມ່ນ​ງານ​ບຸນ. ປີ​ນີ້​ແມ່ນ​ພິທີບູຊາ​ພະນາ​ງ ຮ່ວາງ​ຟີ​ອຽນ ຄົບ ຮອບ 226 ປີ​ແລ້ວ. ​ໃນ​ວັນ​ທີ 17/10 ​ໄລ່​ຕາມ​ຈັນທະ​ປະຕິທິນ​ເຄີ​ຍຈັດ​ຕັ້ງ​ການ​ລະ​ຫຼິ້ນ​ພື້ນເມືອງ​ຕ່າງໆ​ເຊັ່ນ: ດຶງ​ເຊືອກ, ຕາກະ​ໂລກ, ​ເຕັ້ນ​ກະ ສອບ, ນົກ​ຈັບ​ແມງ​ບົ້ງ…​ແລະ​ ເສັງ​ຈັດດອກ​ໄມ້, ​ແຕ່ງນ້ຳຫວານ​ເຂົ້າ ໜຽວ… ​ໝາກ​ໄມ້, ໂຖ​ດອກ​ໄມ້, ນ້ຳຫວານ​ເຂົ້າໜຽວ ດັ່ງກ່າວ​ລ້ວນ​ແຕ່​ນຳ​ໄປ​ບູຊາ​​ພະນາ​ງ.

    ຄ່ຳ​ຄືນ​ວັນ​ທີ 17/10 ​ແມ່ນ​ຄ່ຳ​ຄືນມ່ວນ​ຊື່ນ​ທີ່​ສຸດຂອງ​ຊາວ ກົນ​ດາວ. ​ເຂົາ​ເຈົ້າ​ບໍ່​ຫຼັບ​ບໍ່ນອນ​ເພື່ອ​ກະກຽມ​ເຄື່ອງ​ບູຊາ​. ​ໃນ​ວັນ​ທີ 18/10​ ໄລ່​ຕາມ​ຈັນທະ​ປະຕິທິນ. ຢູ່​ເດີນ​ຫໍ​ບູຊາບາງ​ກຸ່ມ​​ທັງ​ຂັບ​ຮ້ອງ​ທັງ​ເສບ​ດົນຕີ​ເພື່ອ​ຮັບ​ໃຊ້​ໃຫ້​ພໍ່​ແມ່​ປະຊາຊົນ. ທັງ​ປີ​ແມ່ນ​ຂ້ອງຄາ​ກັບ​ວຽກ​ງານ, ດັ່ງ​ນັ້ນ​ນີ້​ແມ່ນ​ຈຸດ​ເວລາ​ບັນ​ເທິງ​ຂອງ​ປະຊາຊົນ​ແຕ່ລະຄົນ. ​​ແມ່ຕູ້ ຫງວຽນ​ທິລ່າ, ປີ​ນີ້​ມີອາຍຸ 77 ປີ, ​ເວົ້າ​ວ່າ

    ”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ມາ​ແຫ່ງ​ນີ້​ແຕ່​ເວລາ 16 ​ໂມງ ຂອງ​ວັນ​ທີ 17. ມີ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ພິທີ​ບູຊາ​ທີ່​ສຸດ. ນັບ​ແຕ່​ມື້​ປະ​ເທດ​ໄດ້​ຮັບ​ການ​ປົດ​ປ່ອຍ, ພິທີ​ບູຊາ​ພະນາ​ງກໍ່​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ.”

    ​ແລະ​ກໍ່​ເຊັ່ນ​ດຽວ​ກັບ​​ແມ່ຕູ້ ລ່າ, ພໍ່​ຕູ້ ​ເລ​ວັນ​ຕ້າວ ປີ​ໃດ​ກໍ່​ເຂົ້າ​ຮ່ວມ​ພິທີ​ບູຊາພະນາ​ງ. ພໍ່​ຕູ້​ຍັງ​ຮັບຜິດຊອບ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຂດ​ຊຸມ​ຊົນ​ມາ ຖະຫວາຍ​ທູບ​ທຽນ​ໃນ​ວັນ​ບູຊາ​ທາງ​ການ.

    ”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ເປັນ​ຕົວ​ແທນ​ໃຫ້​ແກ່​ເຂດ​ຊຸມ​ຊົນມາ​ຖະຫວາຍ​ທູ​ບ ທຽນ​ບູຊາ​ພະນາ​ງ. ວຽກ​ງານ​ທັງ​ໝົດ​ໂດຍ​​ແມ່ນຄະນະ​ຈັດ​ຕັ້ງ​ປະຊາຊົນ​ຮັບ ຜິດຊອບ, ສ່ວນ​ປະຊາຊົນ​ປະກອບ​ໝາກ​ໄມ້, ​ເຂົ້າໜົມ. ນັ້ນ​ແມ່ນ​ມູນ​ເຊື້ອ​ຂອງ​ຊາວ​ກົນ​ດາວ”.

    ຮອດ​ເວລາ 10 ​ໂມງ​ຂອງ​ວັນ​ທີ 18/10 ​ໄລ່​ຕາມ​ຈັນທະ​ປະຕິທິນ, ພິທີ​ບູຊາ​ທາງ​ການ​ຖືກ​ດຳ​ເນີນ​ຢ່າງ​ສົມ​ກຽດ. ພໍ່​ແມ່​ປະຊາຊົນ​ນຸ່ງ​ໂສ້ງ​ເສື້ອ​​ແລະ​ແຕ່ງ​ກາຍຢ່າງ​ສຸພາບ​ຮຽບຮ້ອຍ. ​ເຄື່ອງ​ຂອງ​ບູຊາ​ແມ່ນ​ທູບ​ທຽນ, ດອກ​ໄມ້, ​ເຂົ້າ ໜົມ, ໝາກ​ໄມ້ 5 ຊະນິດ. ປ້າ ຟ້າ​ມທະ​ຕ໋າມ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ ກົນ​ດາວ, ​ໃຫ້​ຮູ້​ວ່າ:

     ”​ເປີດ​ສາກພິທີ​ບູຊາແມ່ນລາຍການ​ຟ້ອນ​ລຳ. ຫຼັງ​ຈາກ​ນັ້ນ ຜູ້​ຕ່າງ​ໜ້າ 10 ​ເຂດ​ຊຸມ​ຊົນ​ຈະນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ຂື້ນຖະຫວາຍ​ແລ້ວ ສວດ ມົນ​ພາວະນາ, ນົບ​ໄຫ້​ວຫາ​ເພິ່ນ ພາຍຫຼັງ​ເສັດພິທີ​ແລ້ວ​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​ນັ້ນ​ມາ​ຊູ່ ປະຊາຊົນ​ຮັບ​ປະທານ”

    ພິທີ​ບູຊາ​ພະນາ​ງ ຟີ​ອ໋ຽນ ມີ​ຄວາມ​ໝາຍ​ພິ​ເສດ​ກ່ຽວ​ກັບ​ວັດທະນະທຳ​ທາງ​ດ້ານ​ຈິດ​ໃຈ​. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ວັນ​ບູຊາ​ພະນາ​ງ​ໄດ້​ກາຍ​ເປັນ​ໂອ ກາດ​ເພື່ອ​ໃຫ້​ທຸກ​ຄົນ​ພາວະນາ​ຂໍ​​​ໃຫ້ໃຫ້​ຄອບຄົວ, ຍາດຕິ​ພີ່ນ້ອງ, ໄດ້​ຮັບ​ຄວາມ​ໂຊກ​ດີ ​ແລະ​ ສິ່ງ​ທີ່​ດີງາມ​​ແລະ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ ສຸກ, ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ສະໜິດ​ຕິດ​ພັນ​ວົງ​ຄະນາ​ຍາດປະຊາຊົນ​ຢູ່ ກົນ​ດາວ ກຳ​ກັນ.                                     

                                                                                                                                 ລານ​ແອ​ງ


ຕອບກັບ

ຂ່າວ/ບົດ​ອື່ນ