ພິທີຖວາຍແຢັ່ງບູຊາ - ຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຕະໂອ້ຍ

(VOVWORLD) -ສຳລັບແຜ່ນແພພື້ນເມືອງ, ຊາວເຜົ່າຕະໂອ້ຍ ເອີ້ນວ່າ “ແຢັ່ງ” ມີບົດບາດສຳຄັນໃນຊີວິດທາງດ້ານຈິດໃຈ ຮີດຄອງປະເພນີ ແມ່ນຈຸດຄວາມງາມທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າຕະໂອ້ຍ. ແຢັ່ງແມ່ນຜະລິດຕະພັນທີ່ຂາດບໍ່ໄດ້ ໃນບັນດາການເຄື່ອນໄຫວເຫຼື້ອມໃສ, ໄຫວ້ບູຊາ, ແມ່ນຂອງໝັ້ນໝາຍຂອງບັນດານາງສາວຫຼືສະແດງໃຫ້ເຫັນຄວາມກະຕັນຍູຕໍ່ປູ່ຍ່າຕາຍາຍພໍ່ແມ່, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ໝູ່ບ້ານ.ຍ້ອນເຫດນີ້ເອງພິທີຖວາຍແຢັ່ງບູຊາແມ່ນພິທີກຳທີ່ສຳຄັນຂອງພໍ່ແມ່ພີ່ນ້ອງເຜົ່າຕະໂອ້ຍຢູ່ເມືອງອາເຫຼືອຍແຂວງເທື່ອທຽນເຫວ້
ພິທີຖວາຍແຢັ່ງບູຊາ - ຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຕະໂອ້ຍ - ảnh 1ພາຖວາຍແຢັ່ງບູຊາຂອງຊາວເຜົ່າຕະໂອ້ຍ

     ພິທີຖວາຍແຢັ່ງບູຊາໄດ້ຮັບຖືເປັນສຳຄັນທີ່ສຸດຈາກຊາວເຜົ່າຕະໂອ້ຍ. ພິທີຖວາຍແຢັ່ງໄດ້ຮັບການປະຕິບັດໃນໂອກາດພິເສດຄືພິທີອວຍພອນເຂົ້າໃໝ່ ແລະພິທີສູ່ຂໍງານດອງ. ພິທີຖວາຍແຢັ່ງທັງແມ່ນຈຸດຄວາມງາມທາງດ້ານວັດທະນະທຳທັງແມ່ນການເຊື່ອມຕໍ່ຄວາມຮັກແພງເພື່ອໃຫ້ຊາວເຜົ່າຕະໂອ້ຍແຕ່ລະຄົນເພີ່ມຄວາມຖະຫນຸຖະໜອມຮັກສາແລະຖ່າຍທອດສີສັນຂອງເຜົ່າຕົນ

        ໃນພາຖວາຍແຢັ່ງບູຊາຂອງຊາວເຜົ່າຕະໂອ້ຍນອກຈາກເຄື່ອງຂອງທີ່ຂາດບໍ່ໄດ້ແມ່ນ ແຢັ່ງຖືກພັບເປັນຮູບສີ່ຫຼ່ຽມທີ່ງາມຕານັ້ນ  ກໍ່ຍັງມີໄກ່ຕົ້ມ ປາສີ່ໂຕວາງທາງເທິງເຂົ້າໜຽວຖ້ວຍໜຶ່ງ ເຫຼົ້າສອງຈອກ ນ້ຳຈອກໜຶ່ງ ແລະ ໜູສອງໂຕ, ກ້ວຍຫວີໜຶ່ງ, ເຂົ້າສານຖ້ວຍໜຶ່ງແລະເຂົ້າໜົມຈຳນວນໜຶ່ງຂອງຊາວເຜົ່າຕະໂອ້ຍ. ພິເສດຕ້ອງມີອ້ອຍສອງຕົ້ນ, ຕົ້ນໜຶ່ງຍັງມີໃບຢູ່, ຕ້ອງກະກຽມຕົ້ນໄມ້ໄຜ່ແຂວນເສັ້ນແຜ່ນແພພື້ນເມືອງ 8 ເສັ້ນ. ໝໍພອນຈະໄຫວ້ບູຊາເຊື້ອເຊີນເທວະດາຟ້າແຖນບັນພະບູລຸດມາເປັນສັກຂີພິຍານໃຫ້ແກ່ພິທີຖວາຍແຢັ່ງເພື່ອພາວະນາໃຫ້ປະຊາຊົນຕ່ຳແຜ່ນແພພື້ນເມືອງໄດ້ຫຼາຍຜືນງາມຕາກໍ່ຄືຂາຍຜະລິດຕະພັນຈາກອາຊີບນີ້ໄດ້ຫຼາຍຢ່າງ. ພິທີຖວາຍບູຊາພໍ່ແມ່ພີ່ນ້ອງເຜົ່າຕະໂອ້ຍ ຈະພ້ອມກັນຟ້ອນລຳຖວາຍເຄື່ອງຂອງຕໍ່ເທວະດາຟ້າແຖນ. ນັກສິລະປະການອາວຽດທິເຕິມໃຫ້ຮູ້ວ່າ:

     “ເຮົາຖວາຍແຢັ່ງຜືນໜຶ່ງເພື່ອບູຊາ, ເຮົາຫວັງວ່າເທວະດາຟ້າແຖນຈະຊ່ວຍໃຫ້ຄອບຄົວເຮົາຕຳແຜ່ນແພພື້ນເມືອງໄດ້ຍາວນານຕະຫຼອດຊີວິດຈາກເຊັ່ນຄົນນີ້ສູ່ເຊັ່ນຄົນອື່ນ. ແຢັ່ງຜຶນໜຶ່ງໃນພິທີຖວາຍບູຊາກໍ່ສາມາດຊ່ວຍໃຫ້ລູກຄ້າຮູ້ຈັກເຖິງຄຸນຄ່າຂອງມັນສູງກວ່າ”. 

      ນັກສິລະປະການ ມາຍທິເຮີບ ຢູ່ເມືອງອາເຫຼີອຍແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ການຖວາຍແຢັ່ງບູຊາໄດ້ຮັບການປະຕິບັດຈາກຊາວເຜົ່າ ຕະໂອ້ຍ
ເກືອບທັງໝົດ. ສ່ວນໃນພິທີສູ່ຂໍງານດອງ ເມື່ອຄອບຄົວຝ່າຍເຈົ້າບ່າວມາຮັບເຈົ້າສາວຍາມໃດຢູ່ໃນເຮືອນເຈົ້າສາວກໍ່ມີແຢັ່ງໃຫຍ່ຝືນໜຶ່ງຖືກວາງຢູ່ບ່ອນທີ່ສັກສີແລະສຳຄັນທີ່ສຸດໃນເຮືອນ. ນັກສິລະປະການ ມາຍທິເຮີບໃຫ້ຮູ້ວ່າ:

     “ເຖິງວ່າບໍ່ມີຫຼາຍກໍ່ຕາມແຕ່ເຮົາຕ້ອງມີແຢັ່ງຜືນໜຶ່ງ, ເມື່ອໄປຢູ່ນຳຄອບຄົວທາງຜົວກໍ່ຕ້ອງມີແຢັ່ງຜືນໜຶ່ງເພື່ອຖວາຍບັນພະບູລຸດ. ບັນພະບູລຸດຈະຮູ້ຈັກເຖິງຜະລິດຕະພັນນັ້ນຄືແນວໃດ. ບັນພະບູລຸດຈະເປັນສັກຂີພິຍານແລະຊ່ວຍໃຫ້ຄູ່ຜົວເມຍໃໝ່ໃຫ້ມີຄວາມສຸກ”.

     ສຳລັບແມ່ຍິງຊາວເຜົ່າຕະໂອ້ຍການຕ່ຳແຢັ່ງ ແມ່ນມີບົດບາດສຳຄັນໃນຊີວິດປະຈຳວັນ. ດັ່ງນັ້ນບໍ່ວ່າແຢັ່ງບໍ່ວ່າຜືນໃດ ຖືກສ່ວນບຸກຄົນນຳໃຊ້ເມື່ອຍັງມີຊີວິດຢູ່ນັ້ນຈະຖືກຝັງຕາມເຂົາເມື່ອເຖິງແກ່ມໍລະນະກຳ. ນັກສິລະປະການ ອາວຽດທິເຕິມແບ່ງປັນວ່າ:

      “ເມື່ອຖວາຍບູຊາໃນວັນສຳຄັນຕ່າງໆ ເຮົາກໍ່ຕ້ອງມີແຢັ່ງສະເພາະຜືນໜຶ່ງ. ແຢັ່ງຜືນນີ້ ແມ່ນບໍ່ນຸ່ງ ພຽງແຕ່ໃຊ້ເພື່ອຖວາຍບູຊາເທວະດາຟ້າແຖນໃນເຮືອນ. ການຖວາຍແຢັ່ງບູຊາກໍ່ຕ້ອງມີແຢັ່ງສະເພາະບໍ່ນຳໃຊ້ ບໍ່ມອບໃຫ້ໃຜແລະບໍ່ຕ້ອງຊັກອີກ”.

     ເຄື່ອງໝາຍແຢັ່ງຂອງພໍ່ແມ່ພີ່ນ້ອງເຜົ່າຕະໂອ້ຍມີຊື່ສຽງດ້ວຍບັນດາຜະລິດຕະພັນຫຼາຍຮູບຫຼາຍສີແລະເປັນເອກະລັກສະເພາະ ມີບັນດາລວດລາຍງາມຕາ. ຜະລິດຕະພັນແຢັ່ງ ຂອງຊາວເຜົ່າຕະໂອ້ຍໄດ້ຮັບການຢັ້ງຢືນຈາກກະຊວງວັດທະນະທຳກິລາແລະທ່ອງທ່ຽວ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດປີ 2017.ດັ່ງນັ້ນອາຊີບຄ່ຳແຜ່ນແພພື້ນເມືອງຂອງຊາວເຜົ່າຕະໂອ້ຍ ຍິ່ງໄດ້ຮັບການຮັກສາຄືດັ່ງຂອງປະເສີດຂອງບ້ານຕະໂອ້ຍ. ສຳລັບເຂົາເຈົ້າແລ້ວການຕ່ຳແຢັ່ງຕິດພັນກັບພິທີຖວາຍແຢັ່ງບູຊາຈະປະກອບສ່ວນ ອະນຸລັກຮັກສາເສີມຂະຫຍາຍບັນດາຄຸນຄ່າ ຂອງອາຊີບຕ່ຳແຜ່ນແພພື້ນເມືອງ ຄວນຖືກຖ່າຍທອດໃຫ້ເຊັ່ນຄົນໃນອະນາຄົດຕະຫຼອດໄປ. 

ຕອບກັບ

ຂ່າວ/ບົດ​ອື່ນ