ພິທີອວຍພອນອາຍຸຍືນຍາມຕົ້ນປີ-ຈຸດວັດທະນະທຳຂອງຊາດຫວຽດນາມ

ພິທີອວຍພອນອາຍຸຍືນຍາມຕົ້ນປີ-ຈຸດວັດທະນະທຳຂອງຊາດຫວຽດນາມ - ảnh 1
ການອວຍພອນອາຍຸຍືນໃຫ້ຜູ້ອາຍຸສູງຊຶ່ງແມ່ນ
ຈຸດວັດທະນະທຳຂອງຊາດຫວຽດນາມ
(ພາບ: baonguoicaotuoi)

ຕາມ​ປະ​ເພນີ​ທີ່​ມີ​ແຕ່ດົນນານຢູ່ຫວຽດນາມ, ແຕ່ລະປີຮອດຍາມຕົ້ນລະດູບານ ໃໝ່, ບັນດາ​ຄອບຄົວ​ຊາວ​ຫວຽດນາມ​ເຄີຍ​ຈັດ​ພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ປູ​ຍາຕາ​ຍາຍ, ພໍ່​ແມ່. ນີ້​ແມ​ນຈຸດ​ວັດທະນະທຳ​ທີ່​ໄດ້​ຮັບ​ການ​ຮັກສາ​ໄວ້​ນັບ​ຮ້ອຍ​ປີ​ມາ​ນີ້, ສະ​ແດງ​ໃຫ້​ເຫັນ​ຫຼັກ​ສິນ​ທຳ “ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ” ຂອງ​ຊາດ​ຫວຽດນາມ. ​ໃນ​ຊຸມ​ມື້​ຕົ້ນ​ລະດູບານ​ໃໝ່​ປີ​ນີ້, ພິທີ​ອວຍພອນ​ອາຍຸ​ຍືນ ​ໄດ້​ຈັດ​ຂຶ້ນ​ຢູ່​ທຸກ​ແຫ່ງ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ສະ​ແດງຄວາມ​ເຄົາລົບ​ນັບຖື​, ຄວາມ​ກະຕັນຍູ, ຄວາມ​ຮູ້​ບູນຄຸນທີ່​ມີ​ຕໍ່ ປູ​ຍາຕາ​ຍາຍ, ພໍ່​ແມ່ຂອງ​ຕົນ.

     ກໍ​ເຊັ່ນ​ດຽວ​ກັນ​ກັບ​ຫຼາຍ​ຄອບຄົວ​ຢູ່​ບ້ານ ກົ້ງ​ຮ່ວາ, ຕາ​ແສງ​ດົ​ງກວານ, ​ເມືອງ ດົງ​ຮຶງ, ​ແຂວງ​ທ້າຍ​ບິງ, ​ໃນ​ມື້​ຍາມ​ຕົ້ນ​ປີ​ໃໝ່​ນີ້, ລູກ​ຫຼານທັງ​ໝົດຂອງ​ແມ່ຕູ້ ຝ້າ​ມ ທິມາຍ​ໄດ້ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈັດ ພິທີ​ອວຍພອນ​ອາຍຸ​ຍືນ​ແມ່​ຍ່າ​ຂອງ​ຕົນ. ແມ່ຕູ້ ຝ້າ​ມທິມາຍ​ ມີລູກທັງໝົດ 6 ຄົນ, ແຕ່ມີເຖິງ 5 ຄົນ ໄດ້ທຳມາຄ້າຂາຍຢູ່ແດນໄກ. ແມ່ຕູ້ ມາຍ​ ຢູ່ບ້ານກັບລູກຊາຍກົກຂອງຕົນ. ປີ​ນີ້, ແມ່ຕູ້ ມາຍ ມີອາຍຸ 95 ປີແລ້ວ, ແມ່ມີຫຼານ 14 ຄົນ ແລະ ຫຼອນ 12 ຄົນ. ພວກລູກຫຼານຂອງແມ່ຕູ້ ມາຍ ຕ່າງກໍໄດ້ເຕີບໃຫຍ່ ພ້ອມທັງໄດ້ມີວຽກເຮັດ ງານ​ທຳໝົດແລ້ວ. ​​ເພື່ອ​ຈັດ ພິທີ​ອວຍພອນ​ອາຍຸ​ຍືນ​​ໃຫ້​ແກ່ແມ່​ຍ່າ​ຂອງ​ຕົນ, ພວກ​ລູກ​ຫຼານ​ທຸກ​ຄົນ ຈາກ​ຮ່າ​ໂນ້ຍ, ຫາຍຟ່ອງ, ນະຄອນໂຮ່ຈິມິນ ລ້ວນແຕ່ໄດ້ມາແຕ່ເຊົ້າ. ຜູ້ລະວຽກ, ຈາກການປັດກວາດເຮືອນຊານ, ກະກຽມໂຕະຕັ່ງ, ແຕ່ງພາເຂົ້າ ຄອບຄົວ​ເພື່ອ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ແມ່​ຍ່າ. ​​ໃນ​ພິທີ​ອວຍພອນ​ອາຍຸ​ຍືນ​ດ້ວຍ​ຄວາມ​ປະຢັດ, ບໍ່​ຟຸມ​ເຟື່ອຍນັ້ນ, ສຽງ​ເວົ້າ​ນົວ​ຫົວ​ມ່ວນຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ຄຳ​ອວຍພອນ​ທີ່​ດີງາມ​ຂອງ​ພວກ​ລູກ​ຫຼານ​ທັງ​ຢູ່​​ໃກ້ ​ແລະ ​ໄກ ​ໄດ້​ເຮັດ​ໃຫ້​ບັນຍາກາດ​ຍາມ​ຕົ້ນ​ລະດູ​ບານ​ໃໝ່​ເພີ່ມຄວາມ​ອົບ​ອຸ່ນ. ສຳລັບ​ປ້າ ວູ້ມິ​ງຮ່ຽນ ​ຊຶ່ງ​ແມ່ນ​ລູກ​ຜູ້​ທີ່​ 3 ແລ້ວ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ສະ​ແດງ​ຄວາມ​ກະຕັນຍູ, ຄວາມ​ຮູ້​ບູນຄຸນ​ຕໍ່​ພໍ່​ປູ​ແມ່​ຍ່າ, ພໍ່ແມ່, ພ້ອມ​ທັງ​ເປັນ​ການ​ຕັກ​ເຕືອນ​ໃຫ້​ລຸ່ນລູກ​ລຸ່ນຫຼານ​ຕ້ອງ​ມີ​ຄວາມ​ຮັບຜິດຊອບຕໍ່​ພວກ​ເພິ່ນ. ປ້າ ວູ້ມິ​ງຮ່ຽນ ​ເປີດ​ເຜີຍ​ວ່າ :
   “ ການຈັດພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ແມ່​ຂອງ​ຕົນ​ທີ່​ອາຍຸ 95 ປີ ​ແມ່ນ​ດີ​ທີ່​ສຸດ. ນີ້​ແມ່ນ​ຄວາ​ມ​ເປັນ​ກຽດ​​ແລະ ຜາ​ສຸກຢ່າງ​ຍິ່ງຂອງ​ລູກຫຼານ​ໃນ​ຄອບຄົວ. ມາ​ນີ້​ກັບ​ແມ່ ກໍ​ເປັນ​ການ​ລະດົມ​ກຳລັງໃຈ​ແກ່​ແມ່​ຂອງ​ຕົນ, ​ເມື່ອ​ເພິ່ນ​ເຫັນ​ລູກ​ເຫັນ​ຫຼານ​ຂອງ​ຕົນ​ກໍ​ດີ​ໃຈ​ແລ້ວ.”

     ​ເຖິງ​ວ່າ​ມີ​ອາ​ຍຸ​ເກືອບ 100 ປີ​ແລ້ວ, ​ແຕ່ແມ່ຕູ້ ຝ້າ​ມທິມາຍ ຍັງ​ຄົງມີ​ຄວາມ​ຈຳ​ດີ, ​ເພິ່ນ​ຍັງສາມາດ​ຫຸ້ງ​ເຂົ້າ, ​ແຕ່ງກິນ, ປັດກວາດ​ເຮືອນ​ດ້ວຍ​ຕົນ​ເອງ ​ແລະ ຍັງບໍ່​ທັນ​ຕ້ອງ​ເພິ່ງ​ພາ​ອາ​ໄສ​ລູກຫຼານ​ເທື່ອ. ມາ​ຮອດ​ປະຈຸ​ບັນ, ​ແມ່ຕູ້​ຍັງ​ຄົງ​ແມ່ນ​ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ເມື່ອ​ເປັນ​ຜູ້​ຖ່າຍ​ທອດ​ບົດຮຽນ​ໃນ​ການ​ດຳລົງ​ຊີວິດ​ໃຫ້​ແກ່​ລູກ​ຫຼານ. ສຳລັບແມ່ຕູ້ ມາຍ ​ແລ້ວ, ຈິດ​ໃຈ​ຂອງ​ລູກ​ຫຼານ​ແມ່ນ​ຂອງຂວັນ​ທາງ​ດ້ານຈິດ​ໃຈ​ອັນ​ລ້ຳ​ຄ່າ. ແມ່ຕູ້ຝ້າ​ມທິມາຍ ​ເວົ້າ​ວ່າ : 

    “ ມື້​ນີ້​ພວກ​ລູກ​ຫຼານ​ເຕົ້າ​ໂຮມ​ກັນ​ມາ​ນີ້, ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດ. ພວກ​ລູກຫຼານ​ໄດ້​ຈັດ ພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ຂ້າພະ​ເຈົ້າ​ເທື່ອ​ໜຶ່ງ​ແລ້ວ, ຂ້າພະ​ເຈົ້າ​ພະຍາຍາມ​ຮັກສາ​ສຸຂະ​​ພາບ​ເພື່ອ​ໃຫ້​ອາຍຸ​ຍືນ​ຍາວ​ຮອດ​ຮ້ອຍ​ປີ. ” ​

   ໃນ​ຈຸດ​ເວລາ​ລະດູບານ​ໃໝ່, ບຸນ​ເຕັດ​ວຽນມາ, ອຳນາດ​ການ​ປົກຄອງ​ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ ຄື ສະມາຄົມ​ຜູ້​ອາຍຸ​ສູງ, ສະມາຄົມ​ນັກຮົບ​ເກົ່າ, ສະມາ​ຄົມ​ແມ່ຍິງ.... ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ຍັງ​ເອົາ​ໃຈ​ໃສ່​ຈັດ ພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ຜູ້​ອາຍຸສູງ​ໃນ​ທ້ອງ​ຖິ່ນ​ຕົນ. ຢູ່​ແຂວງ ທ້າຍ​ບິງ, ການຈັດ ພິທີ​ອວຍພອນ​ອາຍຸ​ຍືນ​​ໄດ້​ຖືກ​ດຳ​ເນີນ​ຢ່າງ​ອົບ​ອຸ່ນ​ຈາກ​ຂັ້ນ​ເມືອງ ລົງ​ຮ້ອນ​ຂັ້ນ​ບ້ານ, ຕາແສງ. ​ພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່​ຜູ້ອາຍຸ​ສູງຖືກ​ຈັດ​ຂຶ້ນດ້ວຍ​ຄວາມ​ປະຢັດ, ບໍ່​ຟຸມ​ເຟື່ອຍ ​ແຕ່​ສຸພາບ​ຮຽບຮ້ອຍ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຂອງ​ສັງຄົມ​ທີ່​ມີ​ຕໍ່​​ຜູ້​ອາຍຸ​ສູງ. ທ່ານ ບຸ​ຍກວາງ​ເວື້ອງ, ປະທານ​ສະມາຄົມ​ຜູ້​ອາຍຸ​ສູງ​ຕາ​ແສງ ດົງ​ກວາງ, ​ເມືອງດົງ​ຮຶງ ​ໃຫ້​ຮູ້​ວ່າ : 

     “ ​ແຕ່ລະ​ປີ, ທາງ​ຕາ​ແສງ​ຍັງ​ຄົງ​ຈັດ ພິທີ​ອວຍພອນ​ອາຍຸ​ຍືນ​​ໃຫ້​ແກ່​​ຜູ້​ອາຍຸ​ສູງ​​​ເຕັມ 70, 75, 80, 85, 90, 95, 100 ປີ ​ແລະ ສູງ​ກ່ວາ​ອີກ. ປີ​ມະ​ເສ​ງ 2013 ປີ​ນີ້ ຕາ​ແສງ​ມີ​ຜູ້​ອາຍຸ​ຍືນ 92 ປີ ​ໄດ້​ຖືກ​ຈັດ​ພິທີ​ອວຍພອນ. ຜູ້​ມີ​ອາຍຸ​ສູງ​ກວ່າ​ໝູ່  ​ແມ່ນ 102, 104 ປີ. ການ​ນຳ​ຕາ​ແສງ ​ແລະ ຄອບຄົວ ​ໄດ້​ສະ​ແດງ​ຄວາມ​​ເຄົາລົບ​ນັບຖື, ຄວາມ​ກະຕັນຍູ​ຕໍ່ພໍ່​ປູ​ແມ່​ຍ່າ, ພໍ່ແມ່ ”

      ​ໃນ​ວັນ​ນີ້, ພິທີ​ອວຍພອນ​ອາຍຸ​ຍືນ​ໃຫ້​ແກ່ ​​ຜູ້​ອາຍຸ​ສູງ ​ໄດ້​ກາຍ​ເປັນມູນ​ເຊື້ອ​ທີ່​ດີງາມ​ຂອງ​ຫຼາຍ​ຄອບ​ຄົວ ​ແລະ ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ​ໃນການດຳລົງ​ຊີວິດ​ຍຸກ​ປະຈຸ​ບັນ, ຮູບ​ການຈັດ ພິທີ​ອວຍພອນ​ອາຍຸ​ຍືນ​​ໄດ້​ຖືກ​ປ່ຽນ​ແປງ​ບໍ່​ຫຼາຍ​ກໍ​ໜ້ອຍ, ​ແຕ່​ຄວາມ​ໝາຍ​ຂອງ​ ພິທີ​ອວຍພອນ​ອາຍຸ​ຍືນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເໝືອນ​ເດີມ, ສະ​ແດງ​ໃຫ້​ເຫັນຄວາມ​ກະຕັນຍູ​ຕໍ່ພໍ່​ປູ​ແມ່​ຍ່າ, ພໍ່ແມ່, ຄວາມ​ຮັກ​ແພງ​ກັນໃນ​ຄອບຄົວ, ການ​ສຶກສາອົບຮົມ​ລູກ​ຫຼານ. ທັງ​ນີ້​ກໍ​ເພື່ອ​ທະວີ​ຄູນ​ຈຸດ​ຄວາມ​ງາມ​ດ້ານ​ວັດທະນະທຳ “ ​ເຄົາລົບ​ນັບຖື ​​ຜູ້​ອາຍຸ​ສູງ” ​ໃນ​ສັງຄົມ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ