ພິທີໄຫວ້ບູຊາເຈົ້າຊີວິດຮູ່ງແມ່ນການເຄື່ອນໄຫວອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ


(vovworld)- ສຳ​ລັບ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ, ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັ​ນ​ທະ​ປະ​​ຕິທິນ ແມ່ນວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮູ່ງ​ ແມ່ນ​ວັນ​ສຳ​ຄັນ​ຍິ່ງ. ໃນ​ວັນ​ນີ້, ເຖິງວ່າ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ທີ່ພວມຢູ່​ແຫ່ງ​ຫົນໃດ​ກໍ​ຕາມ ກໍ​ລ້ວນ​ແຕ່​ອ​ວ່າຍ​ຫ​ນ້າ​ເມືອ​ຫາ​ວິ​ຫານ​ຮຸ່ງ ຢູ່ ຕາ​ແສງ ຮີ​ເກືອງ ເລີມ​ທາວ ແຂວງ ຟູ​ທໍ້, ຊື່ງ​ແມ່ນ​ກົກ​ເຄົ້າ​​ຂອງ​ວັດ​ທະ​ນະ​ທຳ​ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດ​ນາມ. ນັບ​ແຕ່​ພັນໆ​ປີ​ຜ່ານ​ມາ, ວິ​ຫານ​ຮຸ່ງ ແມ່ນ​ບ່ອນ​ບູ​ຊາ, ອາ​ໄລ​ຫາ​ຄຸ​ນ​ງາມຄວາມ​ດີຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ທີ່​ໄດ້​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ພິທີໄຫວ້ບູຊາເຈົ້າຊີວິດຮູ່ງແມ່ນການເຄື່ອນໄຫວອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ - ảnh 1
ພິ​ທີ​ແຫ່​ວໍ​ໃນ​ງານ​ບຸນ​ວິ​ຫານ​ຮຸ່ງ(2015)
ພາບ:internet

ການ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮູ່ງ​​ດຳ​ເນີນ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວິ​ຫານ​ຮຸ່ງ ຢູ່​​ແຂວງຟູ໋​ທໍ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ພິ​ເສດ​ສຳ​ລັບ​ປະ​ຊາ​ຊົນ​ແຂວງ ຟູ​ທໍ້ ເວົ້າ​ສະ​ເພາະເທົ່າ​ນັ້ນ, ຫາກ​ຍັງມີ​ຄວາມ​ໝາຍສຳ​ຄັນ​ຍິ່ງ​ສຳ​ລັບ​ປ​ະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມເວົ້າ​ລວມ​ອີກ​ດ້ວຍ. ສະ​ໄຫມ​ເຈົ້​າ​ຊີ​ວິ​ດ​ຮຸ່​ງ​ແມ່ນ​ໄລ​ຍະ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ, ແມ່ນ​ພື້ນ​ຖານ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແລະ ມູນ​ເຊື້ອ​ຮັກ​ຊາດ​ຂອງ​ຊາດ​ຫວຽດ​ນາມ. ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ໃຫ​ຍ​່​ຫລວງ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ປະ​ຊາ​ຊົນ​ແຂວງ ຟູ​ທໍ້ ເວົ້າ​ສະ​ເພາະ ແລະ ປະ​ຊ​າ​ຊົນ​ຫວຽດ​ນາມ ເວົ້າ​ລວມ ໄດ້​ສ້າງ​ຕັ້ງ​ວິ​ຫານ​ເພື່ອ​ອາ​ໄລ​ຫາ​ຢູ່​ເຂດ ປູ​ຊະ​ນີ​ຍະ​ສະ​ຖານ ວິ​ຫານ​ຮຸ່ງ ແລະ ເລືອກ​​ເອົາວັນ​ທີ 10 ເດືອນ 3 ແຕ່​ລະ​ປີ ແມ່ນ​ວັນ​ໄຫວ້​ບູ​ຊາ ເພື່ອ​ພ້ອມ​ກັນ​ອ່​ວາຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເງົ້າ​ກໍ, ​ບັນ​ພ​ະ​ບຸ​ລຸດ​ຂອງ​ຊາດ​ຫວຽດ​ນາມ. ນັບ​ແຕ່​ປີ 2007, ວັນ ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮູ່ງ ໄດ້​ຮັບ​​ການ​ຮັບຮອງວ່າ​ແມ່ນ​ວັນ​ບຸນ​ສຳ​ຄັນ​ຂອງຊາດ​ຫວຽດ​ນາມ. ແບ່ງ​ປັນ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ, ເພື່ອນ ຮານ​ວັນ​ຫຽນ, ນັກ​ສຶກ​ສາ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຊາວ​ ຟູ​ທໍ້ ແຕ່​ລະ​ຄົນ ເວົ້າ​ສະ​ເພາະ ແລະ ຊາວ​ຫວຽດ​ນາມ ທັງ​ໝົດ​ເວົ້າ​ລວມ ວັນ​ທີ 10 ເດືອນ 3 ຍາມ​ໃດ​ກໍ​ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ ແລະ ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ເອງ​ແມ່ນ​ລູ​ກ​ຫລານ​ຂອງ​ດິນ​ແດນ ຟູ​ທ​ໍ້, ວັນ​ນີ້​ແມ່ນ​ວັນ​ພິ​ເສດ​ທີ່​ສຸດ. ນັບ​ແຕ່​ຄາວ​ຍັງ​ນ້ອຍ ພໍ່​ແມ່​ເຄີຍ​ເລົ່າ​ໃຫ້ຂ້າ​ພະ​ເຈົ້າ​ ​ຟັງ​​ກ່ຽວ​ກັບ ​ຄວາມ​ໝາຍ​ຂອງມື້​ພິ​ເສດນີ້     ແລະ ຍາມ​ໃດ​ກໍ​ຕັກ​ເຕືອນ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”. ມາ​ຮອດ​ປະ​ຈຸ​ບັນ ​ເມື່ອ​ກາຍ​ເປັນ​ນັກ​ສຶກ​ສາ​ ແລະ ເຖິງວ່າຢູ່ຫ່າງ​ໄກ​ກັບ​ຄອບ​ຄົວ​ກໍ​ຕາມ, ​ແຕ່​ໃນແຕ່​ລະ​ປີ ເມື່ອ​ຮອດ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ​ຍາດ​ເວ​ລາ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງນອນ​ຟູ​ທໍ້ ເພື່ອຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ”

ພິທີໄຫວ້ບູຊາເຈົ້າຊີວິດຮູ່ງແມ່ນການເຄື່ອນໄຫວອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ - ảnh 2
ລາຍ​ການ​ສິ​ລະ​ປະ​ໃນ​ຂອບ​ເຂດ​ການ​​ເຄື່ອນ​ໄຫວ​ງານ​ບຸນ​ວິ​ຫານ​ຮຸ່ງ
ພາບ:vnmedia.vn

        ງານ​ບຸນ​ວິ​ຫານ​ຮຸ່ງ ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ໂອ​ກາດ​ການ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ກໍ​ແມ່ນ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດ​ນາມ. ໃນ​ຊຸມມື້​ຕົ້ນ​ຕໍດຳ​ເນີນ​ວັນບຸນ ພາກ​ພິ​ທີ​ການ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ. ຜູ້​ຕາງ​ຫ​ນ້າ​ການ​ນຳ​ພັກ, ລັດ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ຢູ່ ວິ​ຫານ​ເຖື້ອງ ເທິງ​ພູ​ເຫງ໋ຍ​ຫລີງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພິ​ເສດ​ໃນ​ປີນີ້ ເມື່ອ​ການ​ນຳ​ພັກ, ລັດ​ໄປ​ຖະ​ຫວາຍ​ທູບ​ທຽນ​ແລ້ວ, ຢູ່​ວິ​ຫານ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ 1417 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈະ​ຈັດ​ຕັ້ງ​ການ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ໃນ​ພາບ​ດຽວ ຕາມ​ພິ​ທີ​ການ​ທີ່​ເປັນ​​ປະ​ເພ​ນີ. ສຳ​ລັບ​ພາກ​ພິ​ທີ​ການ​ຂອງ​ປະ​ຊາ​ຊົນ, ມີ​ໝູ່​ບ້ານ 41 ແຫ່ງ​ຈະ​ແຫ່​ວໍຈາກ​ສາ​ລາ​ບ້ານ​ໄປ​ເຖິງວິ​ຫານ​ຮຸ່ງ ດ້ວຍ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ. ພາຍ​ຫລັງ​ພາກ​ພິ​ທີ​ການ​ແລ້ວ, ງາ​ນ​ບຸນ​ວິ​ຫານ​ຮຸ່ງ ລວມ​ມີ: ບັນ​ດາ​ການ​ລ​ະ​ຫລິ້ນ​ພື້ນ​ເມືອງຕ່າງໆ​ຄື: ມວຍ​ປ້ຳ,ໂຍນ​ໝາກ​ຄອນ, ຍິງ​ທະ​ນູ... ແລະ ລາຍ​ການ​ສະ​ແດງ​ສ​ິ​ລະ​ປະ​ດ້ວຍ​ເພງ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຄື: ຂັບ​ຊວານ, ຂັບ​ກ້ຽວ​ຍິງ​ຊາຍ​. ໃນ​ຊຸມ​ມື້ນີ້, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ອ່​ວາຍ​ຫ​ນ້າ​ເມືອ​ຫາ​ວິ​ຫານ​ຮຸ່ງ, ຖະ​ຫວາຍ​ບັນ​ດາ​ເຄື່ອງ​ຂອງ​​ພິ​ເສດ​ຂອງ​ບ້ານ​ເກີດ​ເມືອງນອນ​ຄື: ເຂົ້າ​ຕົ້ມ, ແບງ​ໄຢ, ເຂົ້າ​ຫ​ນຽວ​ຫລາຍ​ສີ… ເອື້ອຍ ຮ່​ວາງ​ທິ​ມາຍ, ຢູ່​ແຂວງ ຕວຽນ​ກວາງ ໃຫ້​ຮູ້​ວ່າ: ແຕ່​ລະ​ເທື່ອ​ເມື່ອໄປ​ຢ້ຽມ​ຢາມ​ວິ​ຫານ​ຮຸ່ງ ຄອບ​ຄົວ​ຂອງ​ເອື້ອຍ​ລ້ວນ​ແຕ່​ກະ​ກຽມ​ບັນ​ດາ​ເຄື່ອງ​ຂອງ​ພິ​ເສດ​ຂອງ​ບ້ານ​ເກີດ​ເມືອງນອນ​ເພື່ອ​ຖະ​ຫວາຍ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ.

        “ແຕ່​ລະ​ປີ ເມື່ອ​ຮອດ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ກັບ​ຄືນ​ຢ້ຽມ​ຢາມ​ວິ​ຫານ​ຮຸ່ງ. ເວ​ລາ​ຍັງ​ເປັນ​ນັກ​ຮຽນ ຂ້າ​ພະ​ເຈົ້າ​ມັກ​ຮຽນ​ວິ​ຊາ​ປະ​ຫວັດ​ສາດ ສະ​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ. ເຖິງວ່າ ຢູ່​ຫ່າງ​ໄກ​ກັບ​ແຂວງ ຟູ​ທໍ້​ກໍ​ຕາມ ແຕ່​ຂ້າ​ພະ​ເຈົ້າ​ກໍ​ພະ​ຍາ​ຍາມ​ຍາດ​ເວ​ລາ​ເພື່ອ​ກັບ​ຄືນ​ເຂົ້າ​ຮ່ວມ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ.”

        ການ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ງານ​ບຸນ​ວິ​ຫານ​ຮຸ່ງ ແມ່ນ​ເລີ່ມ​ມີ​ຂຶ້​ນ​ແຕ່​ສະ​ໄຫມ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ດ້ວຍ​ຄວາມ​ເຊື່ອ​ໝັ້ນ​​ວ່າ ທົ່ວ​ປວງ​ຊ​ົນ​ທັງ​ຊາດ​ລ້ວນ​ແຕ່​ມີ​ກົກ​ເຄົ້າ​ເຫງົ້າ​ກໍ​ດຽວ​, ສະ​ແດງ​​ຫລັກສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິ​ນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” ແລະ ກາຍ​ເປັນ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​ຈິດ​ວິນ​ຍານ, ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ. ວັດ​ທະ​ນະ​ທຳ​ອ່​ວາຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ຜ່ານ​ການ​ເຫລື້ອ​ມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ຈຸດວັດ​ທະ​ນະ​ທຳ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ ແລະ ພ້ອມ​ທັງ​ນຳ​ການ​ເຫລື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ກາຍ​ເປັນ​ມ​ໍ​ລະ​ດົກ​ບໍ່​ມີ​ຮູບ​ຮ່າງ​ຂອງມວນ​ມະ​ນ​ຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ