ພາບແຕ້ມຖະໜົນຮ່າໂນ້ຍຈາກອະດີດຕະການເຖິງປະຈຸບັນ

   (vovworld)-  ສຳລັບ​ຜູ້​ນິຍົມ​ວິຈິດ​ສິນ​ແລ້ວ, ຖ້າ​ຫາກແຕ້ມ​ຫົວ​ເລື່ອງກ່ຽວ​ກັບ​ຮ່າ​ໂນ້ຍ, ຍິ່ງ​ລົງ​ເລິກ​​ເຂົ້າ​ໃນ​ການ​ຂຸດ​ຄົ້ນ​ເທົ່າ​ໃດ, ​ເຂົາ​ເຈົ້າ​ຍິ່ງຮູ້ສຶກວ່າມັນກວ້າງ ຂວາງ​ເທົ່າ​ນັ້ນ. ດ້ວຍ​ຄວາມ​ສາມາດ​ດ້ານ​ວິຈິດ​ສິນ, ບັນດາ​ຈິດຕະກອນ​ໄດ້​ປະກອບສ່ວນ​ວາດ​ພາບ​ຮູບ​ຮ່າງ​ນະຄອນຫຼວງຮ່າ​ໂນ້ຍ ນັບ​​ແຕ່​ອະດີດຕະການ​​ເຖິງປະຈຸ​ບັນ, ຈາກວິທີ​ສັງ​​ເກດລວມ​ເຖິງ​ລະອຽດ​, ດ້ວຍ​ກິລິຍາ​ທ່າ​ທາງ​ທີ່ແຕກ​ຕ່າງ​ກັນ.. ຕໍ່​ໄປ​​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂອງນັກ​ຂ່າວ​​​​ເຟືອງ​ທຸຍ ​ທີ່ມີ​ຫົວ​ຂໍ້​ວ່າ: ​ ພາບ​ແຕ້ມ​ຖະໜົນ​ຮ່າ​ໂນ້ຍຈາກ​ອະດີດຕະການ​ເຖິງປະຈຸ​ບັນ.

  ພາບແຕ້ມຖະໜົນຮ່າໂນ້ຍຈາກອະດີດຕະການເຖິງປະຈຸບັນ  - ảnh 1
(ພາບ​ແຕ້ມ​ຂອງ​ຈິດຕະກອນ​ບຸ​ຍຊວນ​ຟາຍ)

   ​ໃນ​ຈຳນວນ​ຈິດຕະກອນ​ທີ່​ມີ​ຊື່​ສຽງ, ຜູ້​ທີ່​ສະ​ແດງ​ໃຫ້​ເຫັນ​ສີສັນ​ສະ​ເພາະ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໃນ​ຊຸມ​ປີ 50,60,70 ຂອງ​ສັດຕະວັດ​ກ່ອນ​ພຽງ​ແຕ່​ມີ​ອະ​ດີດ​ຈິດຕະກອນ ບຸ່ຍ​ຊວນ​ຟາຍ ​ເທົ່າ​ນັ້ນ. ​ໃນ​ຄາວ​ຍັງ​ມີ​ຊີວິດ​ຢູ່, ຈິດຕະກອນ ບຸ່ຍ​ຊວນ​ຟາຍ ​ເຄີຍ​ຂຽນວ່າ: “ຮ່າ​ໂນ້ຍ ມີ​ຄວາມ​ງາມຫຼາຍ​ຢ່າງ, ​ແຕ່ລະ​ຢ່າງ​ພັດ​ເໝາະ​ສົມ​ກັບ​ແຕ່ລະຄົນ, ຄຸ້ມຖະໜົນ​​ ແລະ ​ບັນດາເຮືອນ​ທີ່ເກົ່າ​ແກ່​​ໃນ​ພາບ​ແຕ້ມ​ແມ່ນ​ງາມ​ຫຼາຍ. ​ເຮືອນ​ໃນຖະໜົນ​ເກົ່າ​ມີຫຼັງສູງ, ຫຼັງ​ຕ່ຳ, ຫຼັງ​ໃຫ່ຍ, ຫຼັງ​ນ້ອຍ…“. ຍ້ອນ​ມີ​ຄວາມຮູ້ສຶກ​ຢ່າງ​ຈະ​ແຈ້ງກ່ຽວ​ກັບຮ່າ​ໂນ້ຍ ຜ່ານ​ແຕ່ລະ​ຮ່ອມ​ບ້ານ, ​ແຕ່ລະ​ຝາ​ຜະໜັງທີ່​ເກົ່າ​ແກ່, ຈິດຕະກອນ ບຸ່ຍ​ຊວນ​ຟາຍ ຈຶ່ງ​ສ້າງ​ເປັນຮູບ​ພາບ​​ສວຍ​ງາມ​ທີ່​ສຸດ….​ຜູ້​ຄົນ​ທັງຫຼາຍ​ລ້ວນ​ແຕ່​ຄິດ​ວ່າ ບຸ່ຍ​ຊວນ​ຟາຍ ​ແມ່ນຈິດຕະກອນ ​ແຕ້ມ​ສະ​ເພາະ​ກ່ຽວ​ກັບ​ຄຸ້ມ​ຖະໜົນ​ເກົ່າ​ຮ່າ​ໂນ້ຍ. ​ພາບ​ແຕ້ມ​ຖະໜົນຂອງຈິດຕະກອນ ບຸ່ຍ​ຊວນ​ຟາຍ ດ້ວຍ​​ຈຸດ​ເວລາ​ກໍ່​ຄື​ຈັ່ງ​ຫວະ​ພິ​ເສດສະ​ເພາະ​ຂອງ​ຮ່າ​ໂນ້ຍ. ຈິດຕະກອນ ບຸ່ຍ​​ແທງ​ເຟືອງ, ລູກ​ຊາຍ​ຂອງ ຈິດຕະກອນ ບຸ່ຍ​ຊວນ​ຟາຍ ​ໃຫ້​ຮູ້​ວ່າ:

   “​​​​​​​ສະເພາະພາບ​ແຕ້ມຖະໜົນ, ມີ​ແຕ່​ສັງ​ເກດເຄື່ອງນຸ່ງຂອງຜູ້ຍ່າງບົນຖະໜົນ. ວົງການນັກວິຊາການ​ກໍ່ສາມາດຢັ້ງຢືນ​ໄດ້ວ່າພາບແຕ້ມນີ້ຖືກແຕ້ມ​ໃນປີໃດ. ຕົວຢ່າງຄື: ສັງ​ເກດຮູບພາບຜູ້ຊາຍຖື​ຄັນຫົ່ມ, ນຸ່ງເສື້ອຍາວ, ​​ເຂົາ​ເຈົ້າ​ກໍ່​ຢືນຢັນ​ໄດ້ວ່າພາບນີ້ຖືກແຕ້ມກ່ອນຊຸມ​​ປີ 60 “.

ພາບແຕ້ມຖະໜົນຮ່າໂນ້ຍຈາກອະດີດຕະການເຖິງປະຈຸບັນ  - ảnh 2

(ພາບແຕ້ມຂອງຈິດຕະກອນຫງວຽນເຈື່ອງ)

​    ຮ່າ​ໂນ້ຍ ​ໃນ​ສາຍຕາ​ຂອງ​ນັກ​ສິລະ​ປິນ​ທຸກ​ວັນ​ນີ້ ພັດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ບາງ​ຢ່າງ. ສຳລັບ​ຜູ້​ທີ່​ຢູ່ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຄື ຈິດຕະກອນ ຫງວຽນ​ເຈື່ອງ ​ແລ້ວ, ພາບ​ແຕ້​ມຂອງ​ອ້າຍ​​ຍັງ​ຄົງສະ​ແດງ​ຄວາມ​ຄຶກຄື້ນ​ຂອງ​ຖະໜົນ​ຮ່າ​ໂນ້ຍ​ຢູ່. ຮ່າ​ໂນ້ຍໃນ​ພາບ​ແຕ້ມຂອງ​ຫງວຽນ​ເຈື່ອງ ​ແມ່ນ​ລວມ​ເອົາ​ບັນດາ​ຮູບ​ພາບ​​ກ່ຽວ​ກັບ​ຊີວິດ​ຍຸກ​ປະຈຸ​ບັນ. ເຮັດ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ງ່າຍບັນດາບ່ອນເລີ້​ງ​ເຄີຍ​. ຫງວຽນ​ເຈື່ອງ ສັງ​ເກດ​ຮ່າ​ໂນ້ຍ ດ້ວຍ​ສາຍຕາ​ຂອງ​ຜູ້​ທີ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ແຕ່ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ປະ​ເທດ​ຊາດ:

​​ຂ້າພະເຈົ້າຢາກແຕ້ມຮ່າໂນ້ຍ ຢ່າງຄົບຖ້ວນແລະ ລະອຽດ. ຂ້າພະເຈົ້າເຄີຍອ່ານກ່ຽວກັບຈິດຕະກອນ ບຸ່ຍຊວນຟາຍແລະ ຊົມພາບແຕ້ມຂອງລາວ​ແລ້ວ, ​ແຕ່ຂ້າພະ​ເຈົ້າ​ພັດ​ມີ​ທັດສະນະ​ສະ​ເພາະ​ຂອງ​ຜູ້​ຢູ່​ໃກຈາກ​ບ້ານ​ເກີດ​ເມືອງ​ນອນ​ທີ່​ຢາກຊອກຮູ້ວັດທະນະທຳທີ່ເລິກເຊິ່ງຂອງລຸ້ນກ່ອນ“.

   ບັນດາ​ຈິດຕະກອນ​ໃນ​ທຸກ​ວັນ​ນີ້ ​ໄດ້​ສະຫງວນ​ອາລົມ​ຈິດສ່ວນ​ຫຼາຍຂອງ​ຕົນ​ເພື່ອ​ສ່ອງ​ແສງ​ບັນດາ​ບັນຫາ​ໃນ​ຍຸກ​ປະຈຸ​ບັນ. ຈິດຕະກອນ​ຫງວຽນ​ງອກ​ເຢີ​ນ, ຜູ້​ທີ​​ໄດ້​ຈັດງານວາງ​ສະ​ແດງ​ພາບ​ແຕ້ມ “ຜ່ານ​ຖະໜົນ“ ປີ 2007, “ຖະໜົນ“ ປີ 2012, “ທາງ​ຮ່ອມ“ ປີ 2013 ​ໄດ້​ນຳ​ມາ​ເຊິ່ງ​ຜູ້​ຊົມ​ຄວາມ​ຫຼອກ​ຫຼອນ​ເມື່ອ​ຍ່າງ​ຜ່ານ​ຖະໜົນສາຍ​ຕ່າງໆ​, ດ້ວຍ​ສາຍ​ໄຟ​ຟ້ານ່ອງ​ແນ່​ງກັນ, ​ໄພ​ສັນຍານ​ຄົມມະນາຄົມ, ​ໂທລະ​ໂຄງ​ເທິງ​ເວຫາ…​ນັ້ນ​ແມ່ນ​ຮ່າ​ໂນ້ຍ​ ໃນ​ໄລຍະຫັນ​ເປັນ​ຕົວ​ເມືອງ:

  “ຮ່າໂນ້ຍ ມີອະລິຍະທຳນັບພັນປີ, ມີຫຼາຍຮູບຫຼາຍແບບ ແມ່ນແຫ່ງເຕົ້າໂຮມແລະສ່ອງແສງສະຫວ່າງ. ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍ ມີອະນຸສອນຫຼາຍຢ່າງ, ​ແຕ່ຄວາມປະທັບໃຈກ່ຽວກັບຮ່າໂນ້ຍນັ້ນແມ່ນລັກສະນະຫຼາຍ​ຮູບ​ຫຼາຍ​ແບບ​ກ່ຽວ​ກັບວັດທະນະທຳ​ ​ແລະ ຊາວຮ່າໂນ້ຍ. ຜ່ານສາຍຕາຂອງຂ້າພະເຈົ້າ, ຮູບພາບສາຍໄຟຟ້າມີຫຼາຍປັດໄຈຂອງຍຸກສະໄໝ, ​ ຍັງມີຄວາມສັບສົນຢູ່, ດັ່ງ​ນັ້ນໃນການພັດທະນາຕ້ອງມີຄວາມສົນໃຈແລະ ວາງແຜນກຳນົດໃຫ້ດີກ່ວາອີກ“.

ພາບແຕ້ມຖະໜົນຮ່າໂນ້ຍຈາກອະດີດຕະການເຖິງປະຈຸບັນ  - ảnh 3

(ພາບ​ປະກອບ)

  ຍ້ອນ​​ຮ່າໂນ້ຍ ມີ​ຄວາມ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ສີກ່ຽວ​ກັບວັດທະນະທຳ ​ແລະ ຊາວ​ຮ່າ​ໂນ້ຍ, ສະນັ້ນ, ສຳລັບ​ຈິດຕະກອນ​ແລ້ວ, ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ໄດ້​ສ້າງ​​ຄວາມ​ຮູ້ສຶກ, ອາລົມ​ຈິດ​ຄວາມ​ຮັກ​ແພງ​ເທົ່າ​ນັ້ນ ຫາກ​ຍິ່ງ​ກ່ວານັ້ນ​ແມ່ນ​ ເຂົາ​ເຈົ້າຮັກ​​ແພງຮ່າ​ໂນ້ຍ ​ແລະ ​ຝາກຝັງ​ຄວາມ​ຮັກ​ນັ້ນ​ເຖິງຊາວ​ຫວຽດນາມ ​ແຕ່ລະຄົນ​ຢູ່​ພາຍ​ໃນ​ ​ແລະ​ ຕ່າງປະ​ເທດ, ດ້ວຍ​ການ​ຮັກສາຄວາມ​ເກົ່າ​ແກ່​ໄວ້. ​ເຂົາ​​ເຈົ້າກໍ່​ເຮັດ​ໃຫ້​ຮ່າ​ໂນ້ຍ ກາຍ​ເປັນ​ນະຄອນທັນ​ສະ​ໄຫມ​ກ່ວາ​ອີກ​, ດ້ວຍ​ຄວາມ​ນຶກ​ຄິດ, ຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ​. ຜ່ານ​ພາບ​ແຕ້ມແຕ່​ລະ​ແຜ່ນຂອງ​ບັນດາ​ຈິດຕະກອນ, ຜູ້​ຊົມ​ອາດ​ຈະມີ​ຄວາມ​ນິດ​ຄຶດສະ​ເພາະກ່ຽວ​ກັບ​ຮ່າ​ໂນ້ຍ ​ຈາກ​ອະດີດຕະການເຖິງ​ອະນາຄົດ./.

ຕອບກັບ

ຂ່າວ/ບົດ​ອື່ນ