ຟື້ນຟູງານບຸນໂຄມໄຟກວາງຈ້ຽວ - ສ້າງວິນຍານໃຫ້ແກ່ມໍລະດົກວັດທະນະທຳ

ຟື້ນຟູງານບຸນໂຄມໄຟກວາງຈ້ຽວ - ສ້າງວິນຍານໃຫ້ແກ່ມໍລະດົກວັດທະນະທຳ - ảnh 1
ການຟື້ນຟູງານບຸນໂຄມໄຟກວາງຈ້ຽວ ແມ່ນຮູບການໜຶ່ງເພື່ອເຊີດຊູ ຄຸນຄ່າ ມໍລະດົກວັດທະນະທຳໂລກ - ​ພະລາດ​ຊະ​ວັງ ທັງ​ລອງ
(ພາບ : baomoi.com)


 ມີ​ເຫດການ​ວັດທະນະທຳ​ໜຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ຕອບ​ສະໜອງຈາກ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ ​ແລະ ບັນດາ​ຜູ້​ຊົມ​ຊອບ​ຮ່າ​ໂນ້ຍ, ນັ້ນ​ແມ່ນ​ແນວ​ຄວາມ​ຄິດ​ຟື້ນ​ຟູງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວຢູ່​ເຂດ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ. ​ແນວ​ຄວາມ​ຄິດ​ນີ້​ແມ່ນ​ຫາ​ກໍ​ໄດ້​ຮັບ​ລາງວັນ “ ບຸ​ຍຊວນ​ຟ້າ​ຍ-​ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ ” . ນັກ​ຊ່ຽວຊານ​ຫຼາຍ​ຄົນ​ຖື​ວ່າ : ຖ້າ​ຫາກ​ແນວ​ຄວາມ​ຄິດ​ນີ້​ປະກົ​ດຜົນ​ເປັນ​ຈິງ​ນັ້ນ, ເຂດ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ ຊຶ່ງ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ, ຈະ​ສາມາດ​ຊອກ​ຫາ​ວິນ​ຍານພ້ອມ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ​ມີ​ຮູບ​ຮ່າງທີ່​ມີ​ຢູ່​ແລ້ວ. ​

    ຕາມ​ບັນດາ​ເອກະສານ​ເກົ່າ, ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ​ແມ່ນ​ງານ​ບຸນ​ແສງ​ສະຫວ່າງ​ພະລາດ​ຊະ​ວັງ ຊຶ່ງ​ໄດ້​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫຼີ( ສະຕະວັດ​ທີ່ 12 ) ຈົນ​ຮອດ​ສະ​ໄໝ​ລາດ​ຊະ​ວົງ​ເຈີ​ນ( ສະຕະວັດ 13-14) ​ແລະ ​ເຄີຍ​ຖືກ​ດຳ​ເນີນ​ຢູ່​ໃນ​ພະລາດ​ຊະ​ວັງ​ທັງ​ລອງ. ບັນດາ​ນັກ​ຄົ້ນ​ຄ້ວາ​ຖື​ວ່າ: ​ເຈົ້າ​ຊີວິດ​ອົງ​ຕ່າງໆ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫຼີ, ​ເຈີ​ນ ​ແມ່ນ​ເຄົາລົບ​ນັບຖື​ສາດສະໜາ​ພຸດ, ດັ່ງ​ນັ້ນ​ຈຸດປະສົງ​ຂອງ​ການ​ເປີດ​ ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ​ແມ່ນ​ບໍ່​ພຽງ​ແຕ່ເພື່ອນຳ​ແສງ​ສະຫວ່າງທີ່​ຮຸ່ງ​ໄສ​ຂອງ​ສາສະໜາ​ພ​ຸດມາສູ່​ເຈົ້າ​ຊີວິດ, ພະລາດ​ຊະ​ວັງ​ເທົ່າ​ນັ້ນ, ຫາກ​ຍັງ​ນຳ​ມາສູ່​ມວນ​ຊົນນັບ​ທັງ​ຢູ່​ພາຍ​ໃນ​ປະ​ເທດ​ກໍ​ຄື​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງອີກ​ດ້ວຍ. ສາດສະດາຈານ Phan Huy Le ປະທານ​ສະມາຄົມ​ວິທະຍາສາດ​ປະຫວັດສາດ​ຫວຽດນາມ​ໃຫ້​ຮູ້​ວ່າ 

   “ ຂ້າພະ​ເຈົ້າຮູ້ສຶກ​ປະ​ທັບ​ໃຈ​ໃນ​ ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ, ​ເພາະວ່າ​ນີ້​ແມ່ນ​ງານ​ບຸນ​ວັດທະນະທຳ ທັງ​ມີ​ລັກສະນະ​ສາສະໜາ​, ທັງ​ມີ​ລັກສະນະ​ພະລາດ​ຊະ​ວັງ, ລັກສະນະ​ພື້ນ​ເມືອງ. 3 ລັກສະນະ​ນີ້​​ປະສົມ​ເຂົ້າກັນ ​ແມ່ນ​ສາມາດ​ເຮັດ​ໃຫ້​ງານ​ບຸນ​ມີ​ຄວາມ​ໝາຍ​ທີ່​ສຸດ ”

    ຜ່ານ​ການ​ຜັນປ່ຽນ​ຂອງ​ປະຫວັດສາດ, ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ ​ໄດ້​ໂກ​ສູນຫາຍ​ໄປ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ຊອກ​ຫາ​ເອກະສານ, ວັດຖຸ​ພັນ​ແຫ່ງ​ປະຫວັດສາດ​ຫຼາຍ​ຢ່າງ​ທີ່​ສາມາດ​ພິສູດ​ໃຫ້​ເຫັນ​ການ​ຄົງ​ຕົວ​ຂອງ​ງານ​ບຸນ​ນີ້. ປຶ້ມ “ ດ້າຍ​ຫວຽດປະຫວັດສາດ ” ປີ 1110 ​ໄດ້​ບັນທຶກ​ວ່າ: ​ເດືອນ​ຈຽງ​ຍາມລະດູບານ​ໃໝ່, ຈັດ​ຕັ້ງ ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ​ຢູ່​ນອກ​ປະຕູ ດ້າຍ​ຮຶງ. ສ່ວນ​ປຶ້ມ “ ດ້າຍ​ຫວຽດປະຫວັດສາດ​ຄົບ​ຊຸດ ” ປິ 1126 ​ໄດ້​ບັນທຶກ​ວ່າ: “ ​ເດືອນ​ຍີ່​ຍາມ​ລະດູບານ​ໃໝ່, ​ເປີດ ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ​ໃນ 7 ວັນ​ຄືນ. ພິ​ເສດ​ໃນ​ແຜ່ນ​ສີ​ລາ​ຢູ່​ວັດ ລອງ​ດ້ອຍ ​ແຂວງ​ຮ່າ​ນາມ​ໃນ​ວັນ​ນີ້ ມີ​ບົດ​ປະພັນ​ໃນ​ສະ​ໃໝ​ລາດ​ຊະ​ວົງ​ຫຼີ, ​ແຕ່ງ​​ເມື່ອ​ປີ 1121 ຊຶ່ງ​ໄດ້​ພັນ​ລະນາ​ໂດຍ​ລະອຽດ​ກ່ຽວ​ກັບງານ​ບຸນ​ນີ້.

    “ ກວາງ​ຈ້ຽວ ” ຕາມ​ພາສາ​ຫວຽດ​ເດີມ​ແມ່ນ​ໝາຍ​ຄວາມ​ວ່າ ສ່ອງ​ແສງ , ຄື​ສ່ອງ​ແສງ​ສະຫວ່າງ​ສູ່​ບ່ອນ​ທີ່​ມືດ​ມົວ, ປຸກລຸກ​ຄວາມ​​ເມດ​ຕາ​ກະລຸນາ​ໃນ​ຈິດ​ໃຈ​ຂອງ​​ແຕ່ລະຄົນ, ພາວະນາ​​ໃຫ້​ພະພຸດທະ​ເຈົ້າອູ້ມຊູ​ຊ່ວຍ​ເຫຼື​ອ​ມີ​ຊີວິດ​ຍືນ​ຍາວ, ຂຸ​ຂະ​ພາບ​ເຂັ້ມ​ແຂງ. ​ແຕ່​ຄວາມ​ໝາຍ​ລວ​ມຂອງ​ງານ​ບຸນ​ແມ່ນ​ເພື່ອ​ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ສົມບູນ​ພຸ​ນສຸກ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ປະຫວັດສາດ​ແລ້ວ, ການ​ຟື້ນ​ຟູງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ ຈະ​ເປັນ​ການ​ປະກອບ​ສ່ວນຟື້ນຟູວັດທະນະທຳ​ເຫຼື້ອມ​ໄສ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ກຸງ​ເກົ່າ ທັງ​ລອງ. ປະຈຸ​ບັນ, ​ແນວ​ຄວາມ​ຄິດ​ນີ້​ພວມ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ສຸດ​ໃຈ​ຈາກ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ, ນັກຄົ້ນ​ຄ້ວາ ສາດ​ສະໜາ ​ແລະ ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ. ທ່ານ Tran Duc Hiep ພະນັກງານ​ຂະ​ແໜງ​ທ່ອງ​ທ່ຽວນະຄອນຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

    “ ​ເລື່ອງຂຸດ​ຄົ້ນ​ເຂດ​ປູຊະນີຍະສະຖານ​ພະລາດ​ຊະ​ວັງ ທັງ​ລອງ ​​ແມ່ນ​ໄດ້​ຊອກ​ເຫັນ​ສາງມໍ​ລະ​ດົກ, ກິດຈະກຳ​ສະຖາປັດຕະຍະກຳ ບູຮານ​ຄະດີ​ທີ່​ປະ​ເສີດ​ເລີດ​ລ້ຳ, ​ເຮັດ​ໃຫ້​ລຸ່ນຄົນ​ໃນ​ອະນາຄົດ​ສາມາດ​ເຂົ້າ​ໃຈ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ, ນ້ຳ​ໃຈ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ຄົນ​ລຸ່ນກ່ອນ. ຂ້າພະ​ເຈົ້າ​ມີ​ຄວາມ​ຕົກສະ​ເງີ້ ​ແລະ ຕື້ນ​ຕັນ​ໃຈ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ຊົມ​ເຄື່ອງ​ປັ້ນດິນ​ເຜົາ​ຊະນິດ​ຕ່າງ​ໆ​ຢ່າງ​ລະອຽດ​ອ່ອນ​ທີ່​ສຸດຊຶ່ງ​ໄດ້​ຮັບ​ການ​ຜະລິດກ່ອນ​ນີ້​ນັບ​ພັນ​ປີ. ຂ້າພະ​ເຈົ້າ​ບໍ່​ສາມາດເຂົ້າ​ໃຈ​ວ່າ ພວກປູຍ່າຕາຍາຍໄດ້ຜະລິດເຄື່ອງເຫຼົ່ານັ້ນດ້ວຍ ວິທີໃດ, ແຕ່ເຊື່ອແນວ່າ ບັນດາຜູ້ຜະລິດ ແມ່ນຕ້ອງມີຊີວິດທີ່ອຸດົມສົມບູນ, ມີຄວາມປານິດ ແລະ ສືມືຄ່ອງແຄ້ວທີ່ສຸດ. ປະຈຸ​ບັນ, ​ເປັນ​ໜ້າ​ພາກພູມ​ໃຈ​ຖ້າ​ຫາກ​ໄດ້​ເຫັນ​ຮູບ​ພາບ​ງານ​ບຸນ​ປະ​ເພນີ​ທີ່​ມີມາ​ກ່ອນ​ນີ້​ນັບ​ພັນ​ປີ. ຂ້າພະ​ເຈົ້າ​ພວມ​ຄ່ອຍ​ຖ້າ​ຮັບ​ຊົມ, ​ເພາະວ່າມັນ​ຈະ​ຊ່ວຍ​ຂ້າພະ​ເຈົ້າ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ເດີມ​ຄື​ແນວ​ໃດ ”

  ຕາມ​ທ່ານ ດຣ Nguyen Viet Chuc ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ວັດທະນະທຳ​ທັງ​ລອງ​ແລ້ວ, ​ແນວ​ຄວາມ​ຄິດ​ຟື້ນ​ຟູ ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ ​ແມ່ນ​ພວມ​ຢູ່​ໃນ​ໄລຍະ​ຄົ້ນ​ຄ້ວາ ​ແລະ ຕ້ອງ​ເຮັດ​ຢ່າງລະອຽດ​ແລ້ວ, ຈຶ່ງ​ກ້າວ​ໄປສູ່ການ​ສ້າງ​ບົດ​ລະຄອນ​ຂອງ​ງານ​ບຸນ. ຕາມທ່ານ​ແລ້ວ, ການ​ຟື້ນຟູງານ​ບຸນທີ່​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ ​ໃຫ້​ຄືດັ້ງ​ເດີມ​​ແມ່ນ​ເປັນ​ການ​ຍາກ​ທີ່​ສຸດ ​ແລະ ພຽງ​ສາມາດ​ຟື້ນຟູຈຸດ​ຕ່າງໆ​ທີ່​ເປັນ​ພື້ນຖານ​ຂອງ​ງານ​ບຸນ​ເທົ່າ​ນັ້ນ. ​ເມື່ອ​ກ່ອນ​ນີ້, ​ໃນ​ງານ​ບຸນ​ແມ່ນ​ໃຊ້​ຕະກຽງ ​ແລະ ທູບ, ​ແຕ່ຖ້າ​ຫາກນຳ​ໃຊ້​ມັນ ​ແມ່ນ​ບໍ່​ແທດ​ເໝາະ​ກັບ​ສະຕະວັດ​ທີ່ 21, ດັ່ງ​ນັ້ນ​ຕ້ອງ​ຂຸດ​ຄົ້ນ​ປັດ​ໃຈ​ປະ​ເພນີ ​ແລະ ທັນ​ສະ​ໄໝ. ​ແນວ​ຄິດ​ປະ​ເທດ​ຊາດ​ສັນຕິພາບ, ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ​ແລະ ສົມບູນພຸ​ນສຸກ​ແມ່ນ​ບໍ່​ພຽງ​ແຕ່​ຄົງ​ຕົວ​ໃນ​ບັນດາ​ສະ​ໄໝ​ສັກ​ດີ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ຄົງ​ຕົວ​ຕະຫຼອດ​ຮອດ​ຍຸກ​ສະ​ໄໝ​ໂຮ່ຈິ​ມິນ​ອີກ​ດ້ວຍ. ​ແລະ ດ້ວຍ​ແນວ​ຄິດ​ດັ່ງ​ກ່າວ, ງານ​ບຸນ​ໂຄມ​ໄຟ​ກວາງ​ຈ້ຽວ ບໍ່​ພຽງ​ແຕ່​ສາມາດ​ສ້າງ​ວິນ​ຍານ​ ມໍລະດົກ​ວັດທະນະທຳ​ພະລາດ​ຊະ​ວັງ ທັງ​ລອງ ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ສວຍ​ງາມ​ຂຶ້ນ​ຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ