ວັນບຸນວັດທະນະທຳ - ທ່ອງທ່ຽວແຂວງ ຊັອກຈັງ ຄັ້ງທີໜຶ່ງ ຢູ່ຮ່າໂນ້ຍ

(VOVWORLD) -ດ້ວຍຫົວຂໍ້ “ຊັອກຈັງ - ການພົວພັນແລກປ່ຽນ ແລະ ເຊື່ອມຕໍ່” ວັນບຸນວັດທະນະທຳ - ທ່ອງທ່ຽວ ແຂວງ ຊັອກຈັງຄັ້ງທີໜຶ່ງ ໄດ້ດຳເນີນໃນເດືອນ ເມສາ ທີ່ຜ່ານມາຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ເທດສະບານເຊີນເຕິຍ ຮ່າໂນ້ຍ. ແຂວງ ຊັອກຈັງ ໄດ້ລະດົມນັກສະລະປະການ ນັກສະແດງ ນັກເສບດົນຕີປະມານ 30 ຄົນຂອງສາມເຜົ່າຄື ເຜົ່າກິງ, ເຜົ່າຮວາ, ຂະແມ ໄດ້ວາດພາບເຖິງການເຄື່ອນໄຫວວັດທະນະທຳ ສິລະປະທີ່ເປັນເອກະລັກ ແລະ ສະແດງອາຊີບຫັດຖະກຳຢູ່ທ້ອງຖິ່ນ 
ວັນບຸນວັດທະນະທຳ - ທ່ອງທ່ຽວແຂວງ ຊັອກຈັງ ຄັ້ງທີໜຶ່ງ ຢູ່ຮ່າໂນ້ຍ - ảnh 1ວັນບຸນວັດທະນະທຳ - ທ່ອງທ່ຽວ ແຂວງ ຊັອກຈັງຄັ້ງທີໜຶ່ງ ໄດ້ດຳເນີນໃນເດືອນ ເມສາ ທີ່ຜ່ານມາ ຢູ່ເທດສະບານເຊີນເຕິຍ ຮ່າໂນ້ຍ

    ໃນງານບຸນ ບັນດານັກສິລະປະການ ນັກສິລະປິນ ສະແດງບັນດາມໍລະດົກວັດທະນະທຳຂອງແຂວງ ຊັອກຈັງ ເຊິ່ງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ທີ່ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ງານບຸນຂາຍປະມູນໂຄມໄຟຂອງຊາວເຜົ່າຮວາ ໃນແຂວງ ຊັອກຈັງ ໄດ້ວາດພາບໃນວັນບຸນ. ນີ້ແມ່ນວັນບຸນທີ່ມີຕົ້ນກຳເນີນມາແຕ່ດົນນານ ທີ່ມີຄຸນຄ່າທາງດ້ານວັດທະນະທຳຢ່າງໃຫຍ່ຫຼວງ ເຊິ່ງໄດ້ຮັບການອະນຸລັກຮັກສາ ແລະ ຂະຫຍາຍຈົນຮອດວັນນີ້ໃນໂອກາດບຸນບັນເພງເດືອນຈຽງ ໄລ່ຕາມຈັນທະປະຕິທິນແຕ່ລະປີ. ອ້າຍຕະວັນຮົວ ຊາວເຜົ່າຮວາ ໃນແຂວງ ຊັອກຈັງ ໃຫ້ຮູ້ວ່າ:

     “ການປະມູນໂຄມໄຟ ແມ່ນນຳທຸກສິ່ງທີ່ດີທີ່ງາມມາໃຫ້ຄອບຄົວ. ການປະມູນໂຄມໄຟເຄີຍຈັດຂຶ້ນໃນບຸນວັນເພງເດືອນຈຽງໃນແຕ່ລະປີ. ເງິນຂາຍປະມູນໂຄມໄຟຈະມອບໃຫ້ວັດເພື່ອເຮັດວຽກງານກຸສົນ”.

      ໃນງານບຸນ ແຂກທ່ອງທ່ຽວຈະໄດ້ຄົ້ນຫາ ຮັບຊົມບັນດານາຍຊ່າງທີ່ມີສີມືທຳການສະແດງ ບັນດາອາຊີບຫັດຖະກຳຄື ອາຊີບແຕ້ມພາບເທິງແກ້ວຂອງເຜົ່າຂະແມ, ອາຊີບເຮັດເຄື່ອງຈັກສານ… ນາງ ຮວິ່ງທິຊັອກຄາ ຊາວເຜົ່າຂະແມ ຢູ່ຕາແສງ ຝູເຕິນ ໃນແຂວງ ຊັອກຈັງ ໃຫ້ຮູ້ວ່າ:

    “ຄາວອາຍຸ 16 ປີແມ່ຂ້າພະເຈົ້າໄດ້ສອນວິຊາຊີບໃຫ້. ພາບແກ້ວເຄີຍແຕ້ມຮູບພະພຸດທະເຈົ້າ, ສັດ 12 ໂຕ, ດວງຕາເວັນ, ພາບບູຊາ… ຂ້າພະເຈົ້າຢາກອະນຸລັກຮັກສາວັດທະນະທຳຂອງຊາວເຜົ່າຂະແມໄວ້”.

      ມາຮ່ວມວັນບຸນ ແຂກທ່ອງທ່ຽວຈະໄດ້ຊີມບັນດາເຍື່ອງອາຫານທ້ອງຖິ່ນ ເປັນຕົ້ນແມ່ນເຂົ້າປຸ້ນ ເຊິ່ງແມ່ນເຍື່ອງອາຫານໄດ້ຮັບການຮັບຮອງ ແມ່ນໜຶ່ງໃນຈຳນວນອາຫານ 10 ເຍື່ອງທີ່ແຊບຢູ່ອາຊີໃນປີ 2023. ແຂກທ່ອງທ່ຽວຜູ້ໜຶ່ງມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

      “ໄດ້ກິນບັ໊ນເປ໊ຍ ແຊບຫຼາຍ. ບັ້ນເປ໊ຍ ມີລົດຫອມ ແລະ ແຊບທີ່ສຸດ. ໄດ້ຮັບຊົມນັກສິລະປະການເຮັດ ບັ໊ນເປ໊ຍ ທັງຮ້ອນທັງແຊບນົວທີ່ສຸດ”.

     ໃນວັນບຸນ ແຂວງ ຊັອກຈັງ ກໍ່ວາງສະແດງບັນດາຮູບພາບວັດທະນະທຳ ທິວທັດທຳມະຊາດ ແລະ ວາງສະແດງຜະລິດຕະພັນ OCOP ຂອງທ້ອງຖິ່ນ. ພ້ອມກັນນັ້ນ ແຂວງ ກໍ່ແນະນຳໂຄສະນາທາງດ້ານອາຫານການກິນ ໃນນັ້ນ ມີອາຊີບເຮັດບັ້ນເປ໊ຍ. ນາງ ຮວິ່ງເຟືອງກ່ຽວ ຫົວໜ້າຂະແໜງ ຄຸ້ມຄອງການທ່ອງທ່ຽວສັງກັດພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຊັອກຈັງ ໃຫ້ຮູ້ວ່າ:

      “ພາຍຫຼັງທີ່ອາຊີບເຮັດ ບັ໊ນເປ໊ຍ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດນັ້ນ, ແຂວງ ຊັອກຈັງ ໄດ້ສ້າງແຜນອະນຸລັກໝູ່ບ້ານອາຊີບຫັດຖະກຳຟື້ນຟູວິທີເຮັດ ບັ໊ນເປ໊ຍ ແລະ ນຳເຂົ້າຫໍພິພິທະພັນເພື່ອວາງສະແດງ. ທາງແຂວງໄດ້ແນະນຳໂຄສະນາໃຫ້ແຂກທ່ອງທ່ຽວຮັບຊາບບັນດາຂັ້ນຕອນເຮັດ ບັ໊ນເປ໊ຍ ທັງສົ່ງໄປວາງສະແດງຢູ່ຕາມງານຕະຫຼາດນັດ ສົ່ງເສີມໃຫ້ຂະແໜງທ່ອງທ່ຽວ”.

      ວັນບຸນວັດທະນະທຳ - ທ່ອງທ່ຽວແຂວງ ຊັອກຈັງ ຄັ້ງທີໜຶ່ງ ແມ່ນໂອກາດເພື່ອໃຫ້ແຂວງ ຊັອກຈັງ ໄດ້ ແນະນຳໂຄສະນາວັດທະນະທຳທ້ອງຖິ່ນ ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ້ນ້ອງບັນດາເຜົ່າໄດ້ພົບປະແລກປ່ຽນບົດຮຽນໃນວຽກງານອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ