ຟ້ອນກະດີງ - ຄວາມເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນ ຢູ່ເມືອງເວິນໂຮ່ ແຂວງເຊີນລາ

(VOVWORLD) -ໃນບັນດາພິທີກຳ, ການເຫຼື້ອມໃສຂອງຊາວເຜົ່າຢ້າວຕ່ຽນຢູ່ເມືອງເວິນໂຮ່ ແຂວງເຊີນລາ, ພໍ່ແມ່ພີ່ນ້ອງໄດ້ຖືວ່າຟ້ອນກະດີງແມ່ນວາດຟ້ອນທີ່ສັກສິດ.ປະຊາຊົນຢູ່ແຫ່ງນີ້ ໄດ້ພ້ອມກັນຮັກສາວາດຟ້ອນນີ້ ຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ ຄືດັ່ງຄວາມງາມທາງດ້ານວັດທະນະທຳມາແຕ່ດົນນານ ທີ່ຂາດບໍ່ໄດ້ໃນຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງຕົນ. 
ຟ້ອນກະດີງ - ຄວາມເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນ ຢູ່ເມືອງເວິນໂຮ່ ແຂວງເຊີນລາ - ảnh 1

ຟ້ອນກະດີງ ຂອງຊາວເຜົ່າຢ້າວຕ່ຽນຢູ່ແຂວງເຊີນລາ

     ສຳລັບຊາວເຜົ່າຢ້າວຕ່ຽນຢູ່ເມືອງເວິນໂຮ່ ແຂວງເຊີນລາ, ຟ້ອນກະດີງແມ່ນໜຶ່ງໃນບັນດາວາດຟ້ອນທີ່ສຳຄັນໃນບັນດາພິທີກຳຂອງປະຊາຊົນ. ໃນວັນບຸນຕ່າງໆ ກໍ່ລ້ວນແຕ່ມີການຟ້ອນກະດີງ, ພິເສດຟ້ອນກະດີງໃນວັນບຸນເຕັດຂອງຊາວເຜົ່າຢ້າວຕ່ຽນໄດ້ຮັບຖືວ່າແມ່ນພິທີກຳເພື່ອສົມມະນາຄຸນບັນພະບູລຸດ. ຟ້ອນກະດີງແມ່ນເພື່ອປົກປັກຮັກສາການດຳລົງຊີວິດຂອງຄອບຄົວຂອງວົງຕະກຸນ ພາວະນາໃຫ້ບັນພະບູລຸດອຸ້ມຊູຊ່ວຍເຫຼືອໃຫ້ທຸກໆຄົນໃນວົງຕະກຸນໃຫ້ມີສຸຂະພາບເຂັ້ມແຂງ, ການທຳມາຫາກິນໄດ້ຮັບຜົນດີ. ປ້າບ່ານທິວິງ, ຊາວເຜົ່າຢ້າວຢູ່ບ້ານສວຍລິນໃຫ້ຮູ້ວ່າ:

      “ຟ້ອນກະດີງແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນໄດ້ຮັບການຮັກສານັບແຕ່ໃດໆມາ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເຊິ່ງແມ່ນຄົນລຸ້ນກ່ອນ ແລະ ໄດ້ຖ່າຍທອດໃຫ້ລຸ້ນລູກລຸ້ນຫຼານເພື່ອສືບຕໍ່ຮັກສາວາດຟ້ອນນີ້ ປະກອບສ່ວນເຂົ້າໃນການອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າ ຢ້າວ”.

      ໃນວາດຟ້ອນນີ້ ກະດີງນ້ອຍເຮັດດ້ວຍທອງກໍ່ແມ່ນເຄື່ອງດົນຕີສຳຄັນ ເພື່ອໃຫ້ຜູ້ຟ້ອນຈັບເອົາ ສົມທົບກັບເຄື່ອງດົນຕີບາງປະເພດອື່ນຄື ກອງນ້ອຍ, ຊໍ,ຂຸ່ຍ... ອັນໄດ້ສ້າງເປັນສຽງດົນຕີທີ່ອ່ອນຊ້ອຍ ແລະ ຄຶກຄື້ນມ່ວນຊື່ນ. ຟ້ອນກະດີງແມ່ນເຄີຍຟ້ອນເປັນໜູ່ ເຊິ່ງອາດຈະແມ່ນເພດຍິງຫຼືເພດຊາຍປະກອບດ້ວຍ 8 ຄົນ, ຍິ່ງມີຫຼາຍຄົນກໍ່ຍິ່ງມ່ວນຊື່ນ. ໂດຍແມ່ນໜຶ່ງໃນບັນດາສະມາຊິກຄົນທຳອິດຂອງກອງຟ້ອນກະດີງຊາວເຜົ່າຢ້າວບ້ານສວຍລິນນັບແຕ່ເມື່ອສ້າງຕັ້ງຂຶ້ນໃນປີ 2017 ມາຮອດປັດຈຸບັນແລະແມ່ນຜູ້ຖ່າຍທອດວາດຟ້ອນກະດີງຂອງບ້ານ. ລຸງບ່ານວັນເຊັງ ຊາວເຜົ່າຢ້າວຕ່ຽນຢູ່ບ້ານສວຍລິນຕາແສງເວິນໂຮ່ ເມືອງເວິນໂຮ່ ແຂວງເຊີນລາໃຫ້ຮູ້ວ່າ ໃນບ້ານມີຫຼາຍກອງສິລະປະເຊິ່ງຢູ່ໃນເກນອາຍຸແຕກຕ່າງກັນ, ຈາກໄວເດັກຕະຫຼອດຮອດຜູ້ອາຍຸສູງ ກໍ່ລ້ວນແຕ່ມີກອງຟ້ອນສະເພາະ. ກອງສິລະປະໂດຍລຸງຮັບຜິດຊອບຖ່າຍທອດລວມມີ 10 ຫາ 12 ຄົນລ້ວນແຕ່ແມ່ນເພດຍິງ. ລຸງ ເຊັງເວົ້າວ່າ:

      “ໂດຍໄດ້ຮັບຄວາມເຊື່ອໝັ້ນຈາກພໍ່ແມ່ພີ່ນ້ອງຊາວບ້ານມອບໝາຍໜ້າທີ່ຮັບຜິດຊອບກອງຟ້ອນກະດີງຂອງສະມາຄົມຜູ້ອາຍຸສູງບ້ານສວຍລິນ, ຂ້າພະເຈົ້າມີຄວາມເປັນກຽດແລະເອກອ້າງທະນົງໃຈທີ່ສຸດ. ຂ້າພະເຈົ້າໄດ້ສັບຊ້ອນວຽກງານຄອບຄົວ ພະຍາຍາມເຂົ້າຮ່ວມ ແລະ ຖ່າຍທອດວາດຟ້ອນກະດີງຂອງຊາວເຜົ່າຢ້າວໃຫ້ແກ່ທຸກໆຄົນໃນກອງ. ຂ້າພະເຈົ້າຍັງບອກສອນໃຫ້ລູກຫຼານໃນຄອບຄົວ ຕ້ອງຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ ເປັນຕົ້ນແມ່ນວາດຟ້ອນກະດີງ”.

     ມາຮອດປັດຈຸບັນຟ້ອນກະດີງຂອງຊາວເຜົ່າຢ້າວຕ່ຽນຢູ່ ເວິນໂຮ່  ບໍ່ພຽງແຕ່ສາມາດຮັບພໍ່ແມ່ພີ່ນ້ອງຊາວບ້ານເທົ່ານັ້ນ ຫາກຍັງເຂົ້າຮ່ວມສະແດງໃນບັນດາວັນບຸນວັດທະນະທຳບັນດາເຜົ່າ, ງານບຸນມະໂຫລານມະຫາຊົນຢູ່ເມືອງ, ແຂວງອີກດ້ວຍ. ອ້າຍບ່ານວັນຕວ່ານ, ຫົວໜ້າກອງສິລະປະວັນນະຄະດີຂອງບ້ານສວຍລິນໃຫ້ຮູ້ວ່າ:

    “ໂດຍໄດ້ຮັບການບອກສອນກ່ຽວກັບວາດຟ້ອນ ກະດີງ ຈາກປູ່ຍ່າຕາຍາຍ ແລະ ກໍ່ແມ່ນຫົວໜ້າກອງສິລະປະວັນນະຄະດີຂອງບ້ານສວຍລິນ, ຂ້າພະເຈົ້າພ້ອມດ້ວຍບັນດາສະມາຊິກກພາຍໃນກອງໄດ້ຕັ້ງໜ້າຮຽນຟ້ອນກະດີງ. ປັດຈຸບັນກອງສິລະປະສາມາດຟ້ອນກະດີງຢ່າງຄ່ອງແຄ້ວແລ້ວ, ຂ້າພະເຈົ້າເຫັນວ່າວາດຟ້ອນກະດີງນີ້ແມ່ນມີຄວາມໝາຍທີ່ສຸດ ບໍ່ພຽງແຕ່ຊ່ວຍໃຫ້ໄວໜຸ່ມພວກຂ້າພະເຈົ້າສາມາດເຂົ້າໃຈໄດ້ເຖິງຈຸດວັດທະນະທຳ ສີສັນຂອງເຜົ່າຕົນເທົ່ານັ້ນ, ຫາກຍັງປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້”.

     ຟ້ອນກະດີງແມ່ນໜຶ່ງໃນບັນດາຈຸດວັດທະນະທຳພື້ນເມືອງທີ່ເປັນເອກະລັກຂອງຊາວເຜົ່າຢ້າວຕ່ຽນ. ເມື່ອບຸນເຕັດ, ລະດູບານໃໝ່ວຽນມາຢູ່ທົ່ວທຸກໝູ່ບ້ານຂອງຊາວເຜົ່າຢ້າວຕ່ຽນໃນເມືອງເວິນໂຮ່ ແຂວງເຊີນລາ, ວາດຟ້ອນໃນທ່າມກາງສຽງກະດີງພັດດັງກ້ອງກັງວານຂຶ້ນຢ່າງຄຶກຄື້ນມ່ວນຊືນ ຄືດັ່ງຄຳເຊື້ອເຊີນແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກມາຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ