ຟ້ອນບາດເຢີດຢູ່ແຂວງທ້າຍບີງ

ຟ້ອນບາດເຢີດຢູ່ແຂວງທ້າຍບີງ - ảnh 1
ລາຍການຟ້ອນບາດເຢີດ

  ວາດ​ຟ້ອນ​ພະລາດ​ຊະ​ວັງ ຫຼືເອີ້ນວ່າ ຟ້ອນບາດເຢີດ ແມ່ນເຄີຍຖືກປະຊາຊົນໃນ ຕາແສງ  ອານເຄ, ເມືອງ ກີງຟຸ ແຂວງ ທ້າຍບີງ ສະແດງໃນໂອກາດຈັດງານບຸນ ຍາມຕົ້ນປີ. ຟ້ອນບາດເຢີດ​ໄດ້​ປະກົດ​ຂຶ້ນ​ຢູ່​ອານ​ເຄກ່ອນ​ນີ້​ນັບ​ຮ້ອຍ​ປີ, ​ແລະ ​ໃນ 10 ປີ​ມາ​ນີ້, ຟ້ອນບາດເຢີດ ຫາ​ກໍ​ຖືກ​ຊາວ​ທ້າຍ​ບີ​ງ ຟື້ນ​ຟູ ​ແລະ ທຳ​ການສະ​ແດງ​ໃນ​ໂອກາດ​ລະດູບານ​ໃໝ່​ວຽນມາ​ໃນ​ແຕ່ລະ​ປີ. ​ ​

     ຟ້ອນບາດເຢີດ​ແມ່ນ​ມີ​ລັກສະນະ​ຂອງ​ວາດ​ຟ້ອນ​ພະລາດ​ຊະ​ວັງ ​ໂດຍ​ຖືກ​ສະ​ແດງ​ເມື່ອ​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາ​ຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ. ​ວາດ​ຟ້ອນດັ້ງ​ເດີມ​ຢູ່​ພະລາດ​ຊະ​ວັງມີ ນັກ​ຟ້ອນ 64 ຄົນ, ຖືກ​ແບ່ງ​ເປັນ 8 ​ແຖວ, ​ແຕ່ລະ​ແຖວ​ມີ 8 ຄົນ. ຍ້ອນວາດຟ້ອນບາດເຢີດ ​ຖືກ​ສູນຫາຍ​ໄປ​ເປັນ​ໄລຍະ​ຍາວ​ນານ, ດັ່ງ​ນັ້ນ, ປະຊາຊົນໃນຕາແສງບ້ານ​ນາ ອານເຄ ຕ້ອງ​ສຸມ​ເຫື່ອ​ແຮງຄົ້ນ​ຄ້ວາ ຊອກຫາ​ບັນດາ​ນັກ​ຟ້ອນ​ອາຍຸ​ສູງ ຊຶ່ງ​ເຄີຍ​ເຂົ້າ​ຮ່ວມ​ກອງ​ຟ້ອນບາດເຢີດ​ເມື່ອ​ກ່ອນ​ນີ້ ​ເພື່ອ​ຟື້ນ​ຟູ. ມາ​ຮອດ​ປະຈຸ​ບັນ, ຊາວບ້ານສ່ວນ​ຫຼາຍ​ກໍ​ລ້ວນ​ແຕ່​ມັກ​ໄປ​ຮ່ວມ​ງານບຸນ​ເພື່ອ​ໄດ້​ເຊື່ືອມຕົວ​ເຂົ້າ​ໃນ​ບັນຍາກາດ​ຂອງວາດ​ຟ້ອນ​ພະລາດ​ຊະ​ວັງອັນ​ເປັນ​ປະ​ເພນີ. ​ແມ່​ຕູ້ ​ໂດ້ທິຖິ້ງ ອາຍຸ 73 ປີ, ຜູ້​ໄດ້​ເຂົ້າ​ຮ່ວມ​ການຖ່າຍ​ທອດຟ້ອນບາດເຢີດ​ໃຫ້​ພວກ​ລູກ​ຫຼານ​ໃນ​ໝູ່​ບ້ານ​ເລົ່າຄືນ​ສູ່​ຟັງ​ວ່າ : 

   “ ຄາວ​ມີ​ອາຍຸ 14 ປີ, ຂ້າພະ​ເຈົ້າ​ໄດ້​ເລີ່​ມ​ແອບ​ຟ້ອນ​ແລ້ວ. ​ໃນ​ໝູ່​ບ້ານ​ມີ​ຜູ້​ເຖົ້າ 2 ຄົນ​ຮັບຜິດຊອບ​ການ​ສິດສອນ, ຖ່າຍ​ທອດ​ຄືນ​ໃຫ້​ໄວ​ໜຸ່ມ​. ​ແຕ່​ປະຈຸ​ບັນ, ມ​ີຜູ້​ໜຶ່ງ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ. ​ໃນ​ໝູ່​ບ້ານ​ປະຈຸ​ບັນ, ຜູ້​ຟ້ອນ​​ເປັນ​ແມ່ນ​ ​ເຫຼືອບໍ່​ເທົ່າ​ໃດ​ຄົນ”

     ​ແມ່​ຕູ້ ​ໂດ້ທິຖິ້ງ ​ໃຫ້​ຮູ້​ວ່າຟ້ອນບາດເຢີດ​ແມ່ນ​ຖືກ​ແບ່ງ​ເປັນ​ຫຼາຍ​ຕອນ, ດັ່ງ​ນັ້ນ ກ່ອນ​ທີ່​ດຳ​ເນີນ​ລາຍການ​ສະ​ແດງ, ບັນດາ​ຜູ້​ເຂົ້າ​ຮ່ວມ​ຕ້ອງ​ສະຫງວນ​ເວລາ​ 2 ​ເດືອນເພື່ອ​ແອບລວງ​ໜ້າ. ແມ່​ຕູ້ ​ໂດ້ທິຖິ້ງ ​ເວົ້າ​ວ່າ : 

   “​ວາດ​ຟ້ອນບາດເຢີດ ​ແມ່ນມີ 4 ຈຸ. ທຳ​ອິດ​ແມ່ນ​ຟ້ອນ​ຕາມ​ຕົວ​ໜັງ​ສື, ຕໍ່​ມາ​ແມ່ນ​ຟ້ອນ​ຕາມ​ຮູບ​ດອກ​ໄມ້, ຟ້ອນ​ພື້ນ​ເມືອງ, ສຸດ​ທ້າຍ​ແມ່ນ​ຟ້ອນ​ເທວະ​ດາ. ຟ້ອນພະລາດ​ຊະ​ວັງ​​ແມ່ນ​ມີ​ນັກ​ຟ້ອນ 32 ຄົນ, ສ່ວນ​ຟ້ອນ​ພື້ນ​ເມືອງ​ແມ່ນ​ມີ​ພຽງ 16 ຄົນ”

    ​ໄລຍະ​ກ່ອນ​ນີ້, ​ວາດ​ຟ້ອນ ບາດເຢີດ ​ໂດຍ​ແມ່ນ​ພວກ​ນາງ​ສາວ​ງາມຍັງ​ເປັນ​ໂສດ​ເປັນ​ຜູ້​ສະ​ແດງ. ສ່ວນ​ໃນ​ປະຈຸ​ບັນ, ຍ້ອນ​ເງື່ອນ​ໄຂ​ຕົວ​ຈິງ ດັ່ງ​ນັ້ນ​ການ​ເລືອກ​ເອົາ​ຜູ້​​ເຂົ້າ​ຮ່ວມ​ການ​ຟ້ອນ​ກໍ​ຖືກ​ເປີດ​ກ້ວາງ, ບໍ່​ຈຳ​ເປັນ​ຕ້ອງ​ແມ່ນ​ສາວ​ອີກ​ແລ້ວ. ນາງ ດວານ​ທິຮວາ ​ໃຫ້​ຮູ້​ວ່າ : 

   “​ວາດ​ຟ້ອນນີ້​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ມີ​ບາງ​ໄລຍະ​ໄດ້​ຖືກ​ສູນ​ຫາຍໄປ​ແລ້ວ. ພວກ​ຂ້າພະ​ເຈົ້າ​ໄດ້​ຟື້ນ​ຟູ ​ວາດ​ຟ້ອນນີ້​ມາ​ໄດ້ 8 ປີ​ແລ້ວ, ​ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ເຄື່ອນ​ໄຫວ​ເປັນ​ປະຈຳ. ພວກ​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ກອງ ​ແມ່ນ​ໄດ້​ເປີດ 2 ຊຸດ​ຮຽນ​ຟ້ອນ, ຊຸດ​ໜຶ່ງ​ແມ່ນ​ໄວ​ໜຸ່ມ, ​ແລະ ອີກ​ຊຸດ​ໜຶ່ງ​ແມ່ນ​ໄວ​ອາຍຸ​ກາງ. ພວກ​ແມ່ຍິງ​ໄວ​ກາງ​ແມ່ນ​ເຄື​ອ່ນ​ໄຫວ​ເປັນ​ປະຈຳ, ສ່ວນ​ຊຸດ​ຮຽນ​ສຳລັບ​ໄວ​ໜຸ່ມ​ແມ່ນ​ໄຊ້​ເວລາ​ໜ້ອຍ​ກ່ວາ ຍ້ອນ​ພວກ​ເຂົາ​ຕ້ອງ​ຄ່າ​ຮຽນ​ໜັງສື ”

     ນາງ​ ຮວາ​ແມ່ນ​ຄົນ​ໜຶ່ງ​ໃນ​ຈຳນວນ​ໜ້ອຍ​ຄົນ​ຢູ່​ຕາ​ແສງ ອານ​ເຄ ສາມາດ​ຂັບ​ຮ້ອງ​ຕາມ​ຈັ່ງ​ຫວະ ​ວາດ​ຟ້ອນບາດເຢີດ. ມັນ​ບໍ່​ຄື​ກັບ ຂັບ​ແຈວ, ຂັບ​ຮ້ອງ​ໃນ​ພິທີ​ບູຊາ, ຂັບ​ຮ້ອງ​​ໃນ ​ວາດ​ຟ້ອນບາດເຢີດ​ແມ່ນ​ຂັບ​ຕາມ​ຄຳ​ເລົ່າ​ຂານ​ສືບ​ທອດ​ກັນ​ມາ​ຈາກ​ເສັ່ນ​ຄົນ​ນີ້​ສູ່​ເສັ່ນ​ຄົນ​ອື່ນ. ນາງ ດວານ​ທິຮວາ ​ໃຫ້​ຮູ້​ອີກວ່າ : (​ເທບ)

   “ ​ໃນ​ເບື້ອງ​ຕົ້ນ​ແມ່ນ​ຍາກ​ຫຼາຍ. ທຳນອງ​ຂັບ​ຮ້ອງ​ໃນ ​ວາດ​ຟ້ອນບາດເຢີດ ​ແມ່ນ​ບໍ່ຄື​ກັບ​ຂັບ​ແຈ​ວ. ທຳນອງ​ຂັບ​ຮ້ອງ​ໃນ​ພິທີ​ບູຊາ ​ແມ່ນ​ຂັບ​ສະບາຍ​ກ່ວາ. ​ໃນ​ຊຸດ​ຮຽນ​ຂອງ​ພວກ​ຂ້າພະ​ເຈົ້າ, ມີ​ພຽງ​ແຕ່​ຂ້າພະ​ເຈົ້າ​ແມ່ນ​ຂັບ​ຖືກ​ກັບ​ຈັ່ງ​ຫວະ​ຟ້ອນ​  ເທົ່ານັ້ນ”

    ລຸງ ຫງວຽນ​ຢີ ຜູ້​ເຂົ້າ​ຮ່ວມ​ກອງ​ເສບ​ເຄື່ອງ​ດົນຕີ​ໃຫ້​ຮູ້​ວ່າ ​ເລື່ອງຊອກ​ຫາ​ຜູ້​ຂັບ​ເປັນ, ​ແມ່ນ​ຍາກ​ຢູ່​ແລ້ວ​, ​ແຕ່​ການ​ຊອກ​ຫາ​ຜູ້​ເສບ​ເຄື່ອງ​ດົນຕີ​ແມ່ນ​ຍິ່ງ​ຍາກ​ກ່ວາ​ນີ້​ອີກ. ລຸງ ຫງວຽນ​ຢີ ​ໃຫ້​ຮູ້​ວ່າ : 

   “ ວົງ​ດົນຕີ​ແມ່ນ​ປະກອບ​ພຽງ​ແຕ່ ກອງ, ກະ​ລໍ...​ເຄື່ອງ​ຕົນ​ຕີ​ແມ່ນ​ມີ​ພຽງ​ບໍ່​ເທົ່າ​ໃດ, ​ແຕ່​ເມື່ອ​ຫຼິ້ນ​ບົດ​ດົນຕີ ພັດ​ສ້າງ​ຄວາມ​ຟົດ​ຟື້ນ​ໃນ​ວາດ​ຟ້ອນ. ​ເຮັດ​ແນວ​ໃດ​​ເມື່ອ​ເສບ​ເຄື່ອງ​ດົນຕີ ຕ້ອງ​ເຮັດ​ໃຫ້​ຜູ້​ຟັງ, ຜູ້​ຊົມ​ບໍ່​ເບື່ອໜ່າຍ ຈຶ່ງ​ແມ່ນ​ຄວາມ​ເກັ່ງກ້າ​ສາມາດ​ຂອງ​ຜູ້​ເສບ​ເຄື່ອງ​ດົນຕີ ”

    ນັກ​ຟ້ອນ​ໃນ​ວາດ​ຟ້ອນບາດເຢີດ ​ເຄີຍ​ນຸ່ງ​ຊຸດ​ອາພອນ​ປະ​ເພນີ, ຫົວ​ຖື​ໝວກ ຕິດ​​ໂຄມ​ໄຟ 3 ໜ່ວຍ​ເພາະມັກ​ຟ້ອນ​ໃນ​ຍາມ​ຄ່ຳ​ລົງ​ມາ. ​ໂຄມ​ໄຟ​ໄດ້​ແຜ່​ລັດສະໝີ​ອັນ​ຫຍິບ​ຫຍັບ​ມະຫັດສະຈັນ ​ແລະ ​​ເລື່ອນລອຍ​ຕາມ​ຈັ່ງ​ຫວະ​ວາດ​ຟ້ອນ.

   ​ແຕ່ລະ​ເທື່ອ​ເມື່ອ​ງານ​ບຸນ​ຖືກ​ຈັດ​ຂຶ້ນ​ໃນ​ໝູ່​ບ້ານ ອານ​ເຄ, ​ວາດ​ຟ້ອນບາດເຢີດ ອີກ​ເທື່ອ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ໂຮມ​ຍອດ​ຍິ່ງ​ດ້ານ​ຈິນຕະນາການ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ກະ​ສີກ​ອນຜູ້​ອອກ​ແຮງ​ງານ, ພ້ອມ​ທັງ​ຍ້ອງຍໍ​ສັນລະ​ເສີນ​ຊີວິດ​ທີ່​ອີ​່ມໜຳ​ສຳລານ ​ແລະ ສົມບູນ​ພຸ​ນສຸກ​ຂອງ​ຊາວບ້ານ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ