ຟ້ອນແຊ ເຜົ່າຜູ້ໄທ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ

(VOVWORLD) -ໃນວາລະປະຊຸມທາງໄກ ເມື່ອຕອນເຊົ້າວັນທີ່ 15 ທັນວາ ໃນຂອບເຂດກອງປະຊຸມຄັ້ງທີ 16 ຂອງຄະນະກຳມະການ ລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ສຳເນົາເອກະສານສິລະປະ ຟ້ອນແຊ ເຜົ່າຜູ້ໄທ ຂອງ ຫວຽດນາມ ໄດ້ຖືກອົງການ Unesco ເຊີດຊູແມ່ນມໍລະດົກບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ຊາວເຜົ່າ ຜູ້ໄທ ໃນທົ່ວເຂດທາງທິດຕາເວັນຕົກພາກເໜືອຂອງ ຫວຽດນາມ ມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈ ເມື່ອໄດ້ຮັບຂ່າວດີຂ່າວມ່ວນນີ້..ໃນລາຍການວັດທະນະທຳຫວຽດນາມພາກນີ້ພວກເຮົາຂໍແນະນຳບົດຂອງນັກຂ່າວວີ້ງຟອງທີພາດຫົວຂໍ້ວ່າ : “ ຟ້ອນແຊ ເຜົ່າຜູ້ໄທ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ
ຟ້ອນແຊ ເຜົ່າຜູ້ໄທ - ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ - ảnh 1ສິລະປະ ຟ້ອນແຊ ເຜົ່າຜູ້ໄທ ຂອງ ຫວຽດນາມ

    ສິລະປະ ຟ້ອນແຊ ເຜົ່າຜູ້ໄທ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ມໍລະດົກທີ 14 ຂອງ ຫວຽດນາມ ໄດ້ຮັບການເຊີດຊູຈາກ Unesco. ການເຊີດຊູສິລະປະ ຟ້ອນແຊ ເຜົ່າຜູ້ໄທ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດຄັ້ງນີ້ ໄດ້ເປັນການຢັ້ງຢືນການຕີລາຄາສູງຂອງສາກົນທີ່ມີຕໍ່ຄຸນຄ່າວັດທະນະທຳຂອງ ຫວຽດນາມ.  ເພີ່ມທະວີການປາກົດຕົວຂອງ ຫວຽດນາມ ໃນແຜນທີວັດທະນະທຳ ບໍ່ເປັນວັດຖຸຂອງໂລກ ພ້ອມກັນນັ້ນປະກອບສ່ວນໂຄສະນາໃຫ້ແກ່ບັນດາເປົ້າໝາຍພັດທະນາການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກ ເຊິ່ງ Unesco ພວມຊຸກຍູ້. ນາງ ຮວ່າງທິລຽນ ຢູ່ນະຄອນ ເຊີນລາ ແຂວງ ເຊີນລາ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເມື່ອສິລະປະ ຟ້ອນແຊ ຂອງພວກເຮົາ ໄດ້ຖືກແນະນຳອອກສູ່ທົ່ວໂລກ. ຂ້າພະເຈົ້າແມ່ນຜູ້ຊົມຊອບສິລະປະ ຫຼື ໄດ້ທຳການສະແດງໃຫ້ແກ່ບັນດາລາຍການຂອງບັນດາສະໂມສອນຢ່າງເປັນປະຈຳ, ພວກຂ້າພະເຈົ້າກໍ່ໄດ້ນຳວາດຟ້ອນແຊ ຫຼາຍບົດໄປທຳການສະແດງເນື່ອງໃນໂອກາດບັນດາເຫດການທີ່ພວກຂ້າພະເຈົ້າໄດ້ເຂົ້າຮ່ວມ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ຊົມ”.

 ນັກສິລະປະການ ດຽວທິຊຽງ ຢູ່ຕາແສງ ເຫງຍອານ ເທດສະບານ ເຫງຍໂລະ ແຂວງ ອຽນບ໊າຍ ຜູ້ໄດ້ສຸມຈິດສຸມໃຈໃຫ້ແກ່ການຖ່າຍທອດ ສິດສອນ ແລະ ຮັກສາບັນດາວາດ ຟ້ອນແຊ ໃນຕະຫຼອກ 20 – 30 ປີທີ່ຜ່ານມາ. ນາງ ດຽວຊຽງ ໃຫ້ຮູ້ວ່າ ຊາວເຜົ່າ ຜູ້ໄທ ຢູ່ເມືອງ ລໍ່ ແຂວງ ອຽນບ໊າຍ ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າແມ່ນບ້ານເກີດເມືອງນອນຂອງຊາວເຜົ່າ ຜູ້ໄທ ຢູ່ເຂດທາງທິດຕາເວັນຕົກພາກເໜືອ ມີຄວາມສຳນຶກວ່າ “ບໍ່ມີ ຟ້ອນແຊ ກໍ່ບໍ່ມ່ວນ, ບໍ່ມີ ຟ້ອນແຊ ເຂົ້າຈະບໍ່ສຸກ, ບໍ່ມີ ຟ້ອນແຊ ບໍ່ເປັນຄູ່” ຍ້ອນເຫດນີ້ເອງ ໃນງານບຸນບໍ່ວ່າຄັ້ງໃດສິລະປະຟ້ອນແຊ ພັດຟົດຟື້ນມ່ວນຊື່ນຫຼາຍຂຶ້ນ. ດ້ວຍຄວາມໝາຍຄືດັ່ງກ່າວ ວາດຟ້ອນແຊບໍ່ມີຍາມໃດທີ່ຈະຫຼຸດພົ້ນອອກຈາກຊີວິດປະຈຳວັນຂອງປະຊາຊົນ ແລະ ຍາມໃດກໍ່ປາກົດຕົວໃນບັນດາງານບຸນຊຸມຊົນ, ພິທີເຫຼື້ອມໃສ ແລະ ການດຳເນີນຊີວິດວັດທະນະທຳຂອງຊາວເຜົ່າ ຜູ້ໄທ. ນາງ ດຽວທິຊຽງ ໃຫ້ຮູ້ວ່າ:

 “ຟ້ອນແຊ ຂອງເຜົ່າຕົນ ໄດ້ຮັບການຮັບຮອງຈາກUnesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ, ຂ້າພະເຈົ້າເຫັນວ່າ ບໍ່ມີສິ່ງໃດທີ່ຈະເທ່າທຽມໄດ້ ຂ້າພະເຈົ້າພາກພູມໃຈ ແລະ ເອກອ້າງທະນົງໃຈທີ່ສຸດ. ປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ຄົນລຸ້ນປັດຈຸບັນບັນດາວາດ ຟ້ອນແຊ ເຊັ່ນນັ້ນ, ບັນດາລຸ້ນຄົ້ນໄດ້ຮັບການຖ່າຍທອດໂດຍກົງ ກໍ່ຈະຖ່າຍທອດໃຫ້ແກ່ລຸ້ນຄົນຕໍ່ໄປ ເພື່ອບໍ່ໃຫ້ມັນສູນຫາຍໄປ”.

 ຕາມທ່ານ ຫງວຽນຮວ່າງຮຽບ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ
ດ້ຽນບຽນ ແລ້ວ ເຫດການທີ່ Unesco ເຊີດຊູສິລະປະ ຟ້ອນແຊ ເຜົ່າຜູ້ໄທ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ແມ່ນມີຄວາມໝາຍສຳຄັນພິເສດ ເຊິ່ງເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງປະຊາຊົນທຸກຊັ້ນຄົນ ພ້ອມທັງຊຸກຍູ້ຄົນລຸ້ນໜຸ່ມ ມີຄວາມເອົາໃຈໃສ່ເຖິງມໍລະດົກຫຼາຍຂຶ້ນ ທັງຍົກສູງສະຕິ ແລະ ການກະທຳທີ່ແທດຈິງ ເພື່ອປົກປັກຮັກສາພະລັງຊີວິດຂອງບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸໃນຊຸມຊົນ. ພ້ອມກັນນັ້ນກໍ່ວາງອອກໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ບັນດາທ້ອງຖິ່ນ ທີ່ມີຊາວເຜົ່າ ຜູ້ໄທ ດຳລົງຊີວິດ ທີ່ມີຕໍ່ການສືບຕໍ່ການຮັກສາເສີມຂະຫຍາຍຄຸນຄ່າຂອງສິລະປະ ຟ້ອນແຊເຜົ່າຜູ້ໄທ ໃນສັງຄົມຍຸກທັນສະໄໝ. ທ່ານ ຫງວຽນຮວ່າງຮຽບ ເວົ້າວ່າ:

“ຂະແໜງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ດ້ຽນບຽນ ມີຄວາມພາກພູມໃຈທີ່ສຸດ  ເມື່ອວາດ ຟ້ອນແຊ ເຜົ່າຜູ້ໄທ ໄດ້ຮັບການຮັບຮອງຈາກ Unesco ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.  ຕາມການກຳນົດທິດຂອງຂະແໜງແລ້ວ ບໍ່ພຽງແຕ່ໃນໂອກາດງານບຸນເທົ່ານັ້ນ ຫາກຍັງຢູ່ບັນດາໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວ ເມື່ອມີເຫດການງານບຸນແຕ່ລະຄັ້ງ ກໍ່ລ້ວນແຕ່ນຳວາດ ຟ້ອນແຊ ເຜົ່າຜູ້ໄທ ເຂົ້າທຳການສະແດງ;  ກ່ອນນັ້ນພວກຂ້າພະເຈົ້າກໍ່ໄດ້ຮັກສາ ແລະ ປັດຈຸບັນສືບຕໍ່ຮັກສາໄວ້”.

ປັດຈຸບັນ,ບັນດາແຂວງ ອຽນບ໊າຍ ເຊີນລາ ດ້ຽນບຽນ ແລະ ລາຍເຈົາ ໄດ້ຂຶ້ນແຜນການສົມທົບນຳສະເໜີ ການຈັດຕັ້ງພິທິຮັບໃບຢັ້ງຢືນສິລະປະຟ້ອນແຊ ເຜົ່າຜູ້ໄທ ແລະ ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ໃນປີ 2022.  ແນ່ນອນວ່ານີ້ຈະເປັນວັນບຸນທີ່ມ່ວນຊື່ນຂອງຊາວເຜົ່າຜູ້ໄທ ເຂດທາງທິດຕາເວັນຕົກພາກເໜືອ ແລະ ວາດ ຟ້ອນແຊ ພັດຟົດຟື້ນມ່ວນຊື່ນຫຼາຍຂຶ້ນ ເພື່ອຕ້ອນຮັບແຂກຄົນທັງຢູ່ໃກ້ ແລະ ໄກຄືດັ່ງປະເພນີ ແລະ ຄວາມຮັກແພງແຂກຂອງຊາວເຜົ່າ ຜູ້ໄທ ນັບແຕ່ໃດໆມາ

ຕອບກັບ

ຂ່າວ/ບົດ​ອື່ນ