ມັກການຮ່ຳຮຽນ, ຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ໝູ່ບ້ານວ້ອງຫງວຽດ


   

ມັກການຮ່ຳຮຽນ, ຈຸດວັດທະນະທຳທີ່ເປັນມູນເຊື້ອຂອງ ໝູ່ບ້ານວ້ອງຫງວຽດ - ảnh 1
 ໝູ່​ບ້ານ​ວ້ອງຫງວຽດ ທີ່​ຂຶ້ນ​ກັບ​ຕາ​ແສງຕາ​ມຢາງເມືອງ ອຽນຟອງ ​ແຂວງ​ບັກ​ນິງ ບົນເສັ້ນທາງປ່ຽນແປງໃໝ່
(ພາບ: baobacninh)

    ໝູ່​ບ້ານ​ວ້ອງຫງວຽດ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ເກົາ ທີ່​ຂຶ້ນ​ກັບ​ຕາ​ແສງຕາ​ມຢາງເມືອງ ອຽນຟອງ ​ແຂວງ​ບັກ​ຢາງ, ​ແຕ່​ດົນ​ນານ​ມາ​ນີ້, ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ອາຊີບຕ່ຳ​ຜ້າ​ສາວ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຊື່ສຽງ​ໄປ​ດ້ວຍ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ. ມູນ​ເຊື້ອ​ທີ່​ດີ​ງາມນີ້ຖືກ​ຊາວບ້ານ​ລຸ່ນຕ່າງໆ​ຮັກສາ​​ໃຫ້​ຍືນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ. ມາ​ຮອດ​ປະຈຸ​ບັນ, ​ໄປ​ພ້ອມ​ກັບ​ການ​ຮັກສາ​ອາຊີບ​ຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນ​ນານ​ນັ້ນ, ຊາວບ້ານ​ແຫ່ງ​ນີ້ ຍັງ​ຄົງ​ເຊີດ​ຊູ​ ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ ​ແລະ ຖື​ວ່າ​ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ໝູ່​ບ້ານ​ເຂດ​ບ້ານ​ນາ​ແຫ່ງ​ອະລິຍະ​ທຳ.

    ວ້ອງຫງວຽດ ໝາຍ​ເຖິງ​ການ​ຊົມພະຈັນ ​ແມ່ນ​ໝູ່​ບ້ານ​ເກົ່າ​​ແກ່​ທີ່​ມີ​ປະຫວັດສາດ​ມາ​ແຕ່​ດົນ​ນານ​ດ້ວຍ​ອາຊີບ​ຫັດຖະກຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ການ​ປູກ​ມອນ​ລ້ຽງ​ມ້ອນ, ສາວ​ໄໝ​ຕ່ຳ​ຜ້າ. ​ໃນ​ປະຫວັດສາດ​ແຫ່ງ​ການ​ຂະຫຍາຍຕົວ, ໝູ່​ບ້ານ​ອາຊີບວ້ອງຫງວຽດ ບໍ່​ພຽງ​​ແຕ່​ແມ່ນ​ແຫ່ງ​ທີ່​ຜະລິດ​ອອກ​ບັນດາ​ຜະລິດ​ຕະພັນ​ແພ​ໄໝ​ທີ່​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຢູ່​ແຫ່ງ​ນີ້ຍັງ​ລື​ຊື່​ໄປ​ດ້ວຍ​ໝູ່​ບ້ານ​ເຂດ​ດິນ​ທີ່​ມີ ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນອີກ​ດ້ວຍ. ​ໃນ​ທຸກ​ໄລຍະ, ໝູ່​ບ້ານ​ວ້ອງຫງວຽດລ້ວນ​ແຕ່​ມີ​ຜູ້​ຮຽນ​ເກັ່ງ ​ເສັງ​ໄດ້​ຄະ​ແນນ​ດີ. ​ໃນ​ສະ​ໄໝ​ສັກດີນາ, ຫຼາຍ​ວົງ​ຕະກູນ​ໃນ ໝູ່​ບ້ານ​ວ້ອງຫງວຽດ​ສາມາດ​ເສັງ​ໄດ້​ຄະ​ແນນ​ດີ, ​ໃນ​ນັ້ນ ພົ້ນ​ເດັ່ນ​ຂຶ້ນ​ ​ແມ່ນວົງຕະກູນ​ໂງ ຜ່ານ 5 ລຸ່ນຄົນ​ຢ່າງ​ລຽນຕິດມີ​ຜູ້​ເສັງ​ໄດ້​ລະດັບ​ປະລິນຍາ​ເອກ. ນອກຈາກ​ວົງ​ຕະກູນ​ໂງ​ແລ້ວນັ້ນ, ກໍ​ຍັງມີ​ວົງ​ຕະກູນຫງວຽນ, ວົງ​ຕະກູນ​ຈູ ມີ​ຫຼາຍ​ຄົນ ຮຽນ​ເກັ່ງ ​ເສັງ​ໄດ້​ຄະ​ແນນ​ດີ. ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງສາ​ປະ​ເທດ​ຊາ​ດ, ສະ​ເພາະ​ແຕ່ ໝູ່​ບ້ານ​ວ້ອງຫງວຽດມີ 8 ຄົນ​ສາມາດ​ເສັງ​ໄດ້​ລະດັບ​ປະລິນຍາ​ເອກ ​ແລະ ​ໄດ້​ຖືກ​ຄວັດ​ຊື່​ໃສ່​ແຜ່ນ​ສີ​ລາ​ຢູ່​ວັນ​ມ໋ຽວກວ໋ກຕືຢ້າມຊຶ່ງ​ແມ່ນ​ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ. ​ໃນ​ທຸກ​ວັນ​ນີ້, ​ເພື່ອ​ສືບ​ທອດ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ, ໝູ່​ບ້ານ​ວ້ອງຫງວຽດຍັງແມ່ນແຫ່ງໃຫ້ກຳເນີດຜູ້ທີ່ມີຄວາມເກັ່ງກ້າສາມາດເພື່ອ ປະກອບສ່ວນໃຫ້ແກ່ປະເທດຊາດ. ມາຢ້ຽມຢາມໝູ່​ບ້ານ​ວ້ອງຫງວຽດໃນວັນນີ້, ເລື່ອງເບິ່ງແຍງການຮ່ຳຮຽນໃຫ້ແກ່ລູກເຕົ້າຍັງຄົງຖືກຊາວບ້ານຮັບຖືເປັນສຳຄັນ. ຢູ່ໝູ່​ບ້ານ​ວ້ອງຫງວຽດ, ​ໃຜໆກໍ​ຮູ້ຈັກ​ຄອບຄົວ​ລຸງ ຈູ​ກວາງ​ຕວ໋ນ ມີ​ລູກສາວ 2 ຄົນ​ຮຽນ​ເກັ່ງ​ທີ່​ສຸດ. ລຸງ ຈູ​ກວາງ​ຕວ໋ນ ​ເປີດ​ເຜີຍ​ວ່າ:

      “ ຂ້າພະ​ເຈົ້າ​ໃນ​ອະດີດ​ເປັນ​ທະຫານ, ສ່ວນ​ເມັຍຂ້າພະ​ເຈົ້າ​ເປັນ​ເອື້ອຍ​ຄູ, ຄອບຄົວ​ກໍ​ທຸກ​ຍາກ​ຫຼາຍ​, ສະພາບ​ຄອບຄົວ​ເມື່ອ​ກ່ອນ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຂ້າພະ​ເຈົ້າ​ກໍຕ້ອງປະກອບອາຊີບ​ຈອດ, ຕີ​​ເຫຼັກ​​ເພື່ອ​ຫາ​ເງິນ​ລ້ຽງ​ຄອບຄົວ​, ​ໃຫ້​ລູກ​ເຕົ້າ​ໄປ​ໂຮງ​ຮຽນ ”

    ມາ​ຮອດ​ປະຈຸ​ບັນ, ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວລຸງ ຈູ​ກວາງ​ຕວ໋ນ ​ໄດ້​ຮັບ​ການ​ປົວ​ແປງ​ຫຼາຍ​ແລ້ວ. ລູກໆ​ຂອງ​ລຸງ​ໄດ້​ເຕີບ​ໃຫຍ່, ​ໄດ້​ມີ​ການ​ອຸທິດ​ສ່ວນ​ໃຫ້​ແກ່​ສັງຄົມ. ນີ້​ແມ່ນ​ຄວາມ​ເບີກບານ​ໃຈ​ຢ່່າງຍິ່ງ​ໃນ​ຊີວິດ​ຂອງ​ລຸງ. ນາງຈູ​ທິຮວ່ຽນ ຊຶ່ງ​ແມ່ນ​ເອື້ອຍ​ຄູ​ສອນ​ເກັ່ງ​ຂອງ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ອຽນ​ຟອງ ​ແຂວງ​ບັກ​ນິງ​ເປີດ​ເຜີຍ​ວ່າ:

    “ ​ແຕ່​ຄາວ​ຍັງ​ນ້ອຍ, ພໍ່​ແມ່​ຂ້າພະ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ 2 ​ເອື້ອຍ​ນ້ອງ​ຂ້າພະ​ເຈົ້າທີ່​ສຸດ. ພໍ່​ແມ່​ຂ້າພະ​ເຈົ້າ​ເຄີຍ​ລະດົມ​ກຳລັງ​ໃຈ​ແກ່ 2 ​ເອື້ອຍ​ນ້ອງ​ຮ່ຳຮຽນ​ເປັນ​ປະຈຳ. ພວກ​ເພິ່ນ​ຍາມ​ໃດ​ກໍ​ບອກ​ວ່າ ຕ້ອງ​ຮ່ຳຮຽນ​ເພື່ອ​ມີ​ອະນາຄົດ​ທີ່​ດີ. ພວກ​ຂ້າພະ​ເຈົ້າ​ກໍ​ພະຍາຍາມ​ຮ່ຳຮຽນ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຄ່ອງ​ຄອຍ​ຂອງ​ພໍ່​ແມ່ ”

    ສ່ວນຄອບຄົວ​ລຸງ ໂງວັນຮ້າງ ກໍແມ່ນຄອບຄົວທີ່ທຸກຍາກໃນໝູ່ບ້ານ, ແຕ່ລູກເຕົ້າ ຜູ້ໃດກໍຮຽນເກັ່ງ, ເສັງໄດ້ຄະແນນດີ ແລະ ພວມຮຽນຢູ່ມະຫາ ວິທະຍາໄລແຫ່ງຕ່າງໆ. ໂດຍແມ່ນຜູ້ໃນວົງຕະກູນໂງທີ່ມີມູນເຊື້ອມັກການຮ່ຳຮຽນ ຢູ່ໝູ່​ບ້ານ, ຍາມ​ໃດ​ລຸງ​ກໍ​ບອກສອນ, ລະດົມ​ກຳລັງ​ໃຈ​ແກ່​ລູກ​ຫຼານ​ຈົ່ງ​ສືບ​ທອດ​ນ້ຳ​ໃຈ​ມັກ​ການ​ຮ່ຳຮຽນ​ຈາກ​ຄົນ​ລຸ່ນກ່ອນໆ. ​ລຸງ ໂງວັນຮ້າງ ເວົ້າວ່າ :

   “ ກ່ອນອື່ນໝົດ, ແມ່ນດ້ວຍສະພາບຄອບຄົວຂ້າພະເຈົ້າໃນວົງຕະກູນທີ່ມີ ຫຼາຍຄົນຮຽນເກັ່ງ, ເສັງໄດ້ຄະແນນດີ. ສະພາບ​ເສດຖະກິດ​ຂອງ​ຄອບຄົວ​ຖືກ​ຈຳກັດ, ​ແຕ່ 2 ຜົວ​ເມັຍ​ຂ້າພະ​ເຈົ້າຍັງ​ຄົງ​ພະຍາຍາມ​ໃຫ້​ລູກ​ເຕົ້າ​ໄດ້​ຮ່ຳ​ໄດ້​ຮຽນ ​ເພື່ອ​ຮັກສາມູນເຊື້ອມັກການຮ່ຳຮຽນຂອງ​ວົງ​ຕະກູນ ​ແລະ ນີ້​ກໍ​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ພວກ​ລູກ​ໃນ​ຄອບຄົວ​ພວກ​ຂ້າພະ​ເຈົ້າ. ”

     ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ກ້າວຂຶ້ນ​ດ້ວຍ​ເສັ້ນທາງ​ຮ່ຳຮຽນ ​ໄດ້​ຊຶມ​ເລິກ​ເຂົ້າ​ແນວ​ຄິດ​ຈິດ​ໃຈ ​ແລະ ​ເປັນ​ກຳລັງ​ຊຸກຍູ້​ບັນດາ​ຄອບຄົວ​ໃນ ໝູ່​ບ້ານ​ວ້ອງຫງວຽດ​ສູ້​ຊົນ​ບືນ​ຕົວ​ຂຶ້ນ, ສ້າງ​ເປັນ​ຂະ​ບວນການຮ່ຳຮຽນ ​ແລະ ​ເປັນຄວາມ​ເອກອ້າງ​ທະ​ນົ​ງ​ໃຈຂອງ ໝູ່​ບ້ານ​. ປີ 1995, ໝູ່​ບ້ານ​ວ້ອງຫງວຽດ​ໄດ້​ສ້າງ​ຕັ້ງ​ສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ, ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຂະ​ບວນການ​ແຂ່ງຂັນ​ຮ່ຳຮຽນ​ລະຫວ່າງ​ບັນດາ​ວົງ​ຕະກູນ, ບັນດາ​ຄອບຄົວ ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ປະສິດທິ​ຜົນ. ທ່ານ​ຫງວຽນ​ວັນ​​ເລະ, ປະ​ທ່ານ ສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ ໝູ່​ບ້ານ​ວ້ອງຫງວຽດ ​ໃຫ້​ຮູ້​ວ່າ :

   “ ​ແຕ່ລະ​ໝູ່​ບ້ານ​ໃນ​ຕາ​ແສງ​ພວກ​ຂ້າພະ​ເຈົ້າ, ລ້ວນ​ແຕ່​ມີ​ສະພາ​ສຶກສາ. ບົດບາດ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເພື່ອ​ສ້າງ​ແບບ​ແຜນການ​ຮ່ຳຮຽນ​ໃຫ້​ແກ່ພວກ​ຫຼານ, ພິ​ເສດ​ທາງ​ຕາ​ແສງ​ໄດ້​ສ້າງ​ຂະ​ບວນການ “ ສຽງກອງຮຽນ​ຍາມ​ຄ່ຳ”. ວັນ​ທີ 17/11/1999, “ ສຽງກອງຮຽນ​ຍາມ​ຄ່ຳ” ​ໄດ້​ເລີ່​ມຖືກອອກອາກາດ​ຜ່ານ​ລະບົບ​ໂທລະ​ໂຄ່ງ​ໃນ​ທົ່ວ​ຕາ​ແສງ. ສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ, ສະມາຄົມພໍ່​ແມ່​ນັກຮຽນ​ຂັ້ນ​ບ້ານ, ຕາ​ແສງ ລ້ວນ​ແຕ່​ແຕ່ງ​ຕັ້ງ​ຜູ້​ລົງ​ໄປ​ແຕ່​ລະ​ຄອບຄົວ​ເພື່ອກວກ​ກາ ລະດົມ​ກຳລັງ​ໃຈ​ແກ່​ລູກ​ຫຼານ​​ໃນ​ການ​ຮ່ຳຮຽນ ”

    ພາຍຫຼັງ​ຍາມ​ສອບ​ເສັງ​ເຂົ້າ​ມະຫາວິທະຍາ​ໄລ​ໃນ​ແຕ່ລະ​ປີ, ຢູ່ໝູ່​ບ້ານ​ວ້ອງ ຫງວຽດ, ນັກຮຽນ​ເກັ່ງ​ນັບ​ມື້​ນັບ​ປະກົດ​ຕົວ​ຫຼາຍຂຶ້ນ. ຫຼາຍ​ຄອບ​ຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່​ຍັງ​ຄົງ​ພະຍາຍາມ​ເບິ່ງ​ແຍງ​ໃຫ້​ລູກ​ເຕົ້າຮ່ຳຮຽນ ​ແລະ ສາມາດ​ບັນລຸ​ຜົນງານ​ດີ​ເດັ່ນ. ຄອບຄົວ​ໜຶ່ງ​ມີ 3 ຄົນ, ຊ້ຳ​ບໍ​ໜຳ​ມີ​ເຖິງ 4-5 ຄົນຮຽນ​ມະຫາວິທະຍາ​​ໄລ, ​ເໜືອ​ມະຫາ​ວິທະຍາ​ໄລ ​ແມ່ນ​ເລື່ອງ​ທຳມະ​ດາ​ໃນ ໝູ່​ບ້ານ​ວ້ອງຫງວຽດ. ​ໃນ​ທຸກ​ວັນ​ນີ້, ​ເມື່ອ​ເວົ້າ​ເຖິງ ໝູ່​ບ້ານ​ວ້ອງຫງວຽດ​ນັ້ນ, ຜູ້​ຄົນ​ທັງຫຼາຍ​ຄິດ​ໂລດ​ວ່າ​ແມ່ນ “ ໝູ່​ບ້ານ​ມະຫາວິທະຍາ​ໄລ​ແຄມ​ແມ່​ນ້ຳ​ເກົາ” ຊຶ່ງ​ແມ່ນ​ໝູ່​ບ້ານ ມີມູນເຊື້ອມັກການຮ່ຳຮຽນ, ໜຶ່ງ​ໃນ​ບັນດາ​ຄວາມ​ງາມ​ແຫ່ງ​ອະລິຍະ​ທຳ​ຂອງ​ໝູ່​ບ້ານ​ເຂດ​ບ້ານ​ນາ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ