ມະຫາຄອບຄົວບັນດາຊົນເຜົ່າຫວຽດນາມມຸ່ງໄປສູ່ທະເລໝູ່ເກາະ

(vovworld)-  ລາຍການ “ມະຫາ​ຄອບຄົວ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ກັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“ ຫາ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ບ້ານ​ວັດທະນະທຳ​ບັນດາ​ຊົນ​ເຜົ່າຫວຽດນາມ ທີ່​ດົ່ງ​ໂມ-​ເຊີນ​ໄຕ-​ຮ່າ​ໂນ້ຍ. ລາຍການ​ມີ​ການ​ເຂົ້າຮ່ວມ​ຂອງ​ຊາວ​ເຜົ່າ​ກ່ວາ 200 ຄົນ​ຂຶ້ນ​ກັບ 32 ເຜົ່າທີ່​ມາ​ຈາກ 8 ​ແຂວງ​, ນະຄອນ. ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ, ​ເຂດ​ຊາຍ​ແດນ ​ແລະ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ໂອກາດ​ນີ້.

 ມະຫາຄອບຄົວບັນດາຊົນເຜົ່າຫວຽດນາມມຸ່ງໄປສູ່ທະເລໝູ່ເກາະ - ảnh 1

(ພາບ: vov.vn)

  ​​​ເລິ່ມຕົ້ນບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ, ​ເຂດ​ຊາຍ​ແດນ ​ແລະ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​​ແມ່ນພິທີ​ບູຊາ​ເຈົ້າຄື້ນຟອງທະ​ເລຂອງ​ຊາວ​ເຜົ່າ​ຈຳ ຢູ່​ແຂວງ​ນິງທ້ວນ.

  ​​ເມື່ອ​ສຽງ​ກອງ​ປາຣານຶງ, ສຽງ​ແຄນ​ຊາຣານາຍ​ດັງ​ຂຶ້ນ, ທ່ານ​ກີ​ອາງ ​ໄດ້​ຟ້ອ​ນ, ພາຍ​ເຮືອ, ພາວະນາ​ຂໍ​ໃຫ້​ເຈົ້າຄື້ນຟອງ​ທະ​ເລປ້ອງ​ກັນ​ຊ່ວຍ​ເຫຼືອ​ປະມົງ​ໄປ​ຫາ​ປາ​ຢູ່​ທະ​ເລ, ຊ່ວຍກູ້​​ຊີວິດເຂົາ​ເຈົ້າ​ເມື່ອ​ປະສົບ​ກັບ​ອຸບັດ​ຕິ​ເຫດ. ນີ້​ແມ່ນ​ພິທີກຳ​ອັນ​ເປັນປະ​ເພນີ​​ຂອງ​ຊາວ​ເຜົ່າຈຳ ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ເດືອນ 4, ​ເດືອນ 5 ຂອງ​ແຕ່ລະ​ປີ. ພິທີ​ດັ່ງກ່າວ​ໂດຍ​, ໝໍ​ກາ​ອີງ ​ແລະ ວົງ​ດົນຕີ​ໃນ​ພິທີ​ປະຕິບັດ.

  ປະຈຸ​ບັນ, ຄວາມ​ເຊື່ອໝັ້ນຕໍ່​ເຈົ້າທະ​ເລ​ຂອງ​ຊາວ​ເຜົ່າ​ຈຳ​ ຍັງ​ມີ​ຄວາມ​ເລິກ​ເຊິ່ງທີ່​ສຸດ. ປ້າ​ທ້ວນທິຮ່ອນ, ຢູ່​ຕາ​ແສງ​ບັກ​ເຊີນ, ​ເມືອງ​ທ້ວນບັກ, ​ແຂວງ​ນິງທ້ວນ ກ່າວ​ວ່າ:

   “​​​​​​​ຊາວ​ເຜົ່າ​ຈຳ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ຍ້ອນ​ການ​ເດີນທະ​ເລ​ຫາ​ປາ​ໄດ້​ຮັບ​ຜົນ​ດີ, ​​ເຮັດໃຫ້​ລູກ​ຫຼານ​ສາມາດ​ມີ​ການ​ກິນ​ການ​ຢູ່. ​ເມື່ອ​ກ່ອນ, ຊາວ​ເຜົ່າ​ຈຳ​ ກໍ່​ໄດ້​ບູຊາ​ເຈົ້າທະ​ເລ​ຂໍ​ໃຫ້​ຊາວ​ເຜົ່າ​ຕົນ​ມີ​ຄວາມ​ຮັ່ງມີ​ສີ​ສຸກ“.

ມະຫາຄອບຄົວບັນດາຊົນເຜົ່າຫວຽດນາມມຸ່ງໄປສູ່ທະເລໝູ່ເກາະ - ảnh 2

(ພາບ: vov.vn)

  ສຳລັບ​ຊາວ​ເຜົ່າ​ຈຳ ຢູ່​ຕາ​ແສງ​ບັກ​ເຊີນ, ​ເມືອງ​ທ້ວນບັກ, ​ແຂວງ​ນິງທ້ວນ ​ແລ້ວ, ການສະ​ແດງ​​ພິທີ​ບູຊາ​ເຈົ້າຄື້ນຟອງ​ທະ​ເລຄືນ​ໃໝ່ ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ແນະນຳ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ສະ​ແດງ​ໃຫ້​ເຫັນ​ອາລົມຈິດ​ຂອງ​ຊາວ​​ເຜົ່າ​ຈຳ ​ທີ່​ມີ​ຕໍ່​ທະ​ເລ​ໝູ່​ເກາະ, ຢັ້ງຢືນ​ເຈດ​ຈຳນົງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ທ່ານ​ທ້ວນຖູ, ສະມາຊິກ​ຄະນະ​ສິລະ​ປະກອນ​ຊາວ​ເຜົ່າ​ຈຳ-​ນິງທ້ວນ ​ໃຫ້​ຮູ້​ວ່າ:

 “​​​ປະຊາຊົນ​ເຮົາ​ຕ້ອງ​ສາມັກຄີ​ກັນ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ. ພິທີ​ບູຊາ​ເຈົ້າທະ​ເລ​ນີ້​ແມ່ນ​ເພື່ອ​ລະດົມ​ກຳລັງ​ໃຈ​ລວມ, ລະດົມ​ກຳລັງ​ໃຈ​ລູກ​ຫຼານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນອອກ. ​ເຮົາ​ຕ້ອງ​ເລົ່າ​​ເລື່ອງ​ກ່ຽວ​ກັບ​ລຸ້ນພໍ່​ລຸ້ນອ້າຍ ຜູ້​ທີ່​​ໄດ້ສ້າງເງື່ອນ​ໄຂ​ສະດວກໃຫ້​ແກ່ພວກ​ເຮົາ​ໄປ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກສູ່​ລູກ​ຫຼານ​ຟັງ“.

   ​​ລາຍການ​ພົບ​ປະ​ແລກປ່ຽນ ​ແລະ ​​ເກັບ​ກຳລາຍ​ເຊັນຂອງ​ຜູ້ຕາງໜ້າ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ໃນແຜນ​ທີ່​ທີ່​ມີ​ເນື້ອ​ທີ່ 680 ມ2 ​ແມ່ນ​ໂອກາດ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ​ໃນ​ທົ່ວ​ປວງ​ຊົນ. ຜູ້ຕາງໜ້າ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ກຳລັງ​ສະມາຊິກ​ຊາວ​ໜຸ່ມ, ​ໄວ​ໜຸ່ມ ​ແລະ ​ແຂກ​ທ່ອງ​ທ່ຽວ​ໄດ້​ພ້ອມ​ກັນ​ລົງ​ລາຍ​ເຊັນ​ໃນ​ແຜນ​ທີ່, ຫຼັງ​ຈາກ​ນັ້ນ​ໄດ້​ມອບ​ໃຫ້​ບັນດາ​ນັກຮົບ, ປະຊາຊົນ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ… ທ່ານ​ລຶວ​ເຊິ່ນ​ວ້ານ, ຊາວ​ເຜົ່າ​ເກີ່ລາວ ຢູ່​ເມືອງ​ດົ່ງ​ວັນ, ​ແຂວງ​ຮ່າ​ຢາງ, ຜູ້ທຳ​ອິດ​ທີ່​ໄດ້​ລົງ​ລາຍ​ເຊັນ​ໃນ​ແຜນ​ທີ່​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ຂ້າພະ​ເຈົ້າ​ເຫັນ​ວ່າ, ລາຍການ “ມະຫາ​ຄອບຄົວ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ກັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“ ມີ​ຄວາມ​ໝາຍ​ທີ່​ສຸດ​ຍ້ອນ​ວ່າ​ໄດ້​ເຕົ້າ​ໂຮມ​ບັນດາ​ຊົນ​ເຜົ່າ​ເຂົ້ານຳ​ກັນ. ການ​ເກັບ​ກຳ​ລາຍ​ເຊັນ​ໃນ​​ແຜນທີ່​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ນ້ຳ​ໃຈ​ສາມັກຄີ​ແຫ່ງ​ຊາດ ກັບພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ລະດົມ​ກຳລັງ​ໃຈບັນດາ​ນັກຮົບ​ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ໝູ່​ເກາະ​ທະ​ເລ“.

     ​​ໃນ​ງານ​ລາຕີ​ພົບ​ປະ​ແລກປ່ຽນ​ມະຫາ​ສາມັກຄີ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ລາຍການ​ທີ່​ມີ​ຊື່ວ່າ: “ສາ​ມັກຄີ“ ຂອງ​ບັນດາ​ນັກ​ສິລະ​ປະກອນ​ຊາວ​ເຜົ່າ​ປາ​ໂກ ຢູ່​ຕາ​ແສງ​ຕ່າຣຸດ, ​ເມືອງ​ດັກຣົງ, ​ແຂວງ​ກວາງ​ຈິ ​ໄດ້​ນຳ​ມາ​ເຊິ່ງການລະດົມ​ກຳລັງ​ໃຈ​ທີ່​ໃຫ່ຍຫຼວງ. ທ່ານ​​ໄກຼຊຶກ ຜູ້​ກຳກັບ​ລາຍກາ​ນສະ​ແດງ “ສາມັກຄີ“ ​ໃຫ້​ຮູ້​ວ່າ: ຊາວ​ເຜົ່າ​ປາ​ໂກ ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ຊົນ​ເຜົ່າ​ຫວຽດນາມ ພ້ອມ​ກັນ​ສາມັກຄີ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ:

   “​ປະຈຸ​ບັນ, ​ຂ້າພະ​ເຈົ້າຢາ​ກ​ປຸກລຸກ​ນ້ຳ​ໃຈ​ສາມັກຄີຂອງ​ຊາວ​ເຜົ່າ​ຕົນ​ຄືນ​ໃໝ່​ຜ່ານບັນດາ​ບົດ​ເພງ​ນີ້. ນ້ຳ​ໃຈ​ສາມັກຄີໄດ້​ມີ​ມາ​ແຕ່​ສະ​ໄໝ​ສົງຄາມ, ນັບ​ແຕ່​ທ້າຍສັດຕະວັດ​ທີ 19 ​ແລ້ວ, ​ແຕ່​ສະ​ໄຫມ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ. ​ໃນ​ຈຸດ​ເວລາ​ນີ້, ນ້ຳ​ໃຈ​ສາມັກຄີຂອງປະຊາ​ຄົມ ພ້ອມ​ກັບ​ແຜນ​ນະ​ໂຍບ​າຍຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ປະຈຸ​ບັນ, ພວກຂ້າພະ​ເຈົ້າຢາກ​ນຳ​ມາ​ເຊິ່ງບັນດາ​ສຽງ​ເວົ້າ, ບົດ​ເພງ​​ເພື່ອ​ລະດົມ​ກຳລັງ​ໃຈ​ທຸກ​ຄົນ​ໃນ​ປະຊາ​ຄົມ“.

   ສຳລັບ​ຊາວ​ຫວຽດນາມ ​ແຕ່ລະຄົນ​ແລ້ວ, ທະ​ເລໝູ່​ເກາະ​ບໍ່​ພຽງ​ແຕ່​ແມ່ນ​ເຂດ​ໄປ​ຫາ​ປາ​ລ້ຽງ​ຊີບ​ເທົ່າ​ນັ້ນ, ຫາກ​ມັນ​ຍັງ​ແມ່ນ​​ແຫຼ່ງກຳ​ເນີ​ດຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ນ້ຳ​ໃຈ​ຕໍ່​ທະ​ເລ, ຕໍ່​ປະ​ເທດ​ຊາດ​ໄດ້​ນຳ​ປະ​ເທດ​ຊາດ​ຫວຽ​ດນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນາໆ​ປະການ, ສ້າງສາ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ລາຍການມະຫາ​ຄອບຄົວ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ກັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄດ້​ຈັດຕັ້ງຂຶ້ນ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ​ຫວຽດນາມ ທີ່​ຍາມ​ໃດ​ປະຊາຊົນ​ ຫວຽດນາມ ບັນດາ​ເຜົ່າກໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ໄວ້​./.

ຕອບກັບ

ຂ່າວ/ບົດ​ອື່ນ