ລຸງ ເລື່ອງວັນເຈຶ້ອ - ຜູ້ສຸມຈິດສຸມໃຈກັບວັດທະນະທຳຊົນເຜົ່າຜູ້ໄທ

(VOVWORLD) -ລຸງ ເລື່ອງວັນເຈຶ້ອ ຢູ່ບ້ານ ງົ່ວ ຕາແສງ ຈ່ຽງປັ່ນ ເມືອງ ອຽນເຈົາ ແຂວງ ເຊີນລາ ແມ່ນຜູ້ທີ່ມີຊື່ສຽງຍ້ອນຄວາມຮັກ ແລະ ຄວາມເມົາມົວກັບວັດທະນະທຳຊົນເຜົ່າ. ບໍ່ນັບວັນເວລາ ແລະ ອາຍຸ, ລຸງໄດ້ສຸມຈິດສຸມໃຈອະນຸລັກຮັກສາສຽງເວົ້າ, ຕົວໜັງສື ຮີດຄອງປະເພນີຂອງຊົນເຜົ່າຕົນ. 
ລຸງ ເລື່ອງວັນເຈຶ້ອ - ຜູ້ສຸມຈິດສຸມໃຈກັບວັດທະນະທຳຊົນເຜົ່າຜູ້ໄທ - ảnh 1ລຸງ ເລື່ອງວັນເຈຶ້ອ ຍັງຖ່າຍທອດເປົ່າແຄນໃຫ້ໄວໜຸ່ມໃນບ້ານ

    ຕາມລຸງ ເລື່ອງວັນເຈຶ້ອ ແລ້ວ ຍ້ອນໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ດິນແດນ ອຽນເຈົາ ດັ່ງນັ້ນສຽງເວົ້າ ສຽງກອງ ສຽງຄ້ອງ ສຽງຂັບຮ້ອງ ສຽງແຄນ ໃນບັນດາງານບຸນຢູ່ບັນດາໝູ່ບ້ານ ເບິ່ງຄືວ່າໄດ້ຊຶມເລິກເຂົ້າໃນຈິດໃຈຂອງລຸງນັບແຕ່ຄາວຍັງນ້ອຍ. ລຸງ ເລື່ອງວັນເຈຶ້ອ ແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າຈະເຮັດແນວໃດ ເພື່ອພັດທະນາຕົວໜັງສືເຜົ່າ ຜູ້ໄທ. ເພາະວ່າ ຮຽນໜັງສືເຜົ່າຜູ້ໄທ ເຮົາກໍ່ສາມາດຊອກຮູ້ຄົ້ນຄວ້າ ກ່ຽວກັບປຶ້ມອ່ານຫຼາຍຫົວ. ແຕ່ຖ້າຫາກວ່າ ບໍ່ໄດ້ຮຽນຈະບໍ່ສາມາດຊອກຮູ້ໄດ້ຕົວໜັງສືຂອງປູ່ຍ່າຕາຍາຍ ກົກເຄົ້າເຫງົ້າກໍ ແລະ ນີ້ກໍ່ເປັນໜ້າເສຍດາຍທີ່ສຸດ”.

     ເບິ່ງຄືວ່າ ກໍ່ຍ້ອນແນວນັ້ນນັບແຕ່ຄາວຍັງນ້ອຍ ເມື່ອເຂົ້າຮ່ວມຊຸດຮຽນປະຊາສຶກສາ, ທັງຮຽນຕົວໜັງສື ທັງຮຽນເປົ່າແຄນ, ຮອດໄລຍະເປັນພະນັກງານຂະແໜງການຄ້າ ເມືອງ ອຽນເຈົາ ແລ້ວກໍ່ຮອດໄລຍະເຂົ້າໃນຖັນແຖວກອງທັບ, ລຸງ ເຈຶ້ອ ຍາມໃດກໍ່ເອົາໃຈໃສ່ເຖິງການຮຽນຕົວໜັງສືເຜົ່າຜູ້ໄທ, ຮຽນຂັບຮ້ອງ,ເປົ່າແຄນ, ໄລຍະຕໍ່ມາ, ເມື່ອອອກຈາກຖັນແຖວກອງທັບກັບຄືນເມືອທ້ອງຖິ່ນ, ລຸງໄດ້ດຳລົງບັນດາຕຳແໜ່ງໃນຄະນະການນຳ ແລ້ວກໍ່ອອກພັກກິນເບ້ຍບຳນານ, ຄວາມເມົາມົວຄົ້ນຄວ້າວັດທະນະທຳຊົນເຜົ່າຜູ້ໄທໃນຈິດໃຈຂອງທ່ານຍາມໃດກໍ່ແຂງແຮງທີ່ສຸດ. ເມື່ອເຫັນໄດ້ເຖິງພາສາ ແລະ ຕົວໜັງສື ຂອງເຜົ່າຕົນມີຄວາມສ່ຽງຈະຖືກສູນຫາຍໄປ ຂະນະທີ່ໄວໜຸ່ມຫຼາຍຄົຍບໍ່ຮູ້ຈັກພາສາ ຕົວໜັງສື ແລະ ທຳນອງເພງພື້ນເມືອງ,  ປີ 2016 ລຸງໄດ້ສະເໜີໜ່ວຍພັກອະນຸຍາດໃຫ້ຕົນເອງເປີດຊຸດຮຽນຕົວໜັງສືເຜົ່າຜູ້ໄທ ໃນບ້ານ. ຊຸດຮຽນທຳອິດຂອງລຸງກໍ່ມີນັກຮຽນ 22 ຄົນເຂົ້າຮ່ວມ. ລຸງ ເຈຶ້ອ ໃຫ້ຮູ້ວ່າ:

     “ຊາວເຜົ່າຜູ້ໄທ ແມ່ນຊົນເຜົ່າທີ່ມີມາແຕ່ດົນນານ ມີສຽງເວົ້າ ມີຕົວໜັງສື ແຕ່ເປັນຫຍັງບໍ່ເຄົາລົບມັນ. ຂ້າພະເຈົ້າຄິດວ່າ ມັນຕ້ອງເພິ່ງຄວາມຊ່ວຍເຫຼືອຈາກລັດ ກໍ່ບໍ່ອາດເພິ່ງຄວາມຊ່ວຍເຫຼືອຕະຫຼອດເວລາໄດ້, ເຮົາແມ່ນຊາວເຜົ່າຜູ້ໄທ ດັ່ງນັ້ນກໍ່ພະຍາຍາມອະນຸລັກຮັກສາ ເພື່ອບໍ່ໃຫ້ມັນສູນຫາຍໄປ”.

       ປີ 2018 ພາຍຫຼັງໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນເມືອງ ອຽນເຈົາ, ກຸ່ມອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ້ໄທ ອຽນເຈົາ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງລວມມີສະມາຊິກ 11 ຄົນ, ລຸງ ເລື່ອງວັນເຈຶ້ອ ໄດ້ຮັບຄວາມໄວ້ວາງໃຈ ແຕ່ງຕັ້ງເປັນຫົວໜ້າກຸ່ມ. ປັດຈຸບັນກຸ່ມມີສະມາຊິກທັງໝົດ 19 ຄົນ ນອກຈາກຊົນເຜົ່າ ຜູ້ໄທ ແລ້ວ ກໍ່ຍັງມີ 6 ຄົນ ແມ່ນຊົນເຜົ່າ ຂະມຸ ເຂົາເຈົ້າກໍ່ແມ່ນບັນດາຜູ້ທີ່ມີຄວາມເມົາມົວກັບວັດທະນະທຳບັນດາເຜົ່າ. ນັບຕັ້ງແຕ່ສ້າງຕັ້ງມາຮອດປັດຈຸບັນ ລຸງພ້ອມກັບກຸ່ມສະມາຊິກ ໄດ້ເປີດ 7 ຊຸດຮຽນໜັງສື, ເປົ່າແຄນ ແລະ ສອນພາສາ ຂະມຸ ໂດຍບໍ່ຄິດຄ່າ ອັນໄດ້ດຶງດູດນັກຮຽນເກືອບ 150 ຄົນເຂົ້າຮ່ວມ. ລຸງ ເລືີ່ອງແມັ້ງຢຸ໊ງ ຢູ່ບ້ານ ບອງ ຕາແສງ ຈ່ຽງປັ່ນ ເມືອງ ອຽນເຈົາ ເຊິ່ງແມ່ນ ນັກຮຽນເຂົ້າຮ່ວມຊຸດຮຽນຕົວໜັງສື ຜູ້ໄທ ໃຫ້ຮຸ້ວ່າ:

      “ຄາວຍັງນ້ອຍ ຂ້າພະເຈົ້າກໍ່ໄດ້ຮຽນແບບຜິວເຜີນ. ຜ່ານການເຂົ້າຮ່ວມຊຸດຮຽນນີ້ ຂ້າພະເຈົ້າເຫັນວ່າມີຄຸນປະໂຫຍດທີ່ສຸດ, ທີໜຶ່ງ ແມ່ນເຮົາຮູ້ຈັກຕົວໜັງສືຂອງເຜົ່າຕົນ, ທີສອງ ແມ່ນຮູ້ຈັກຮີດຄອງປະເພນີຂອງຊາວເຜົ່າ ຜູ້ໄທ ນັບແຕ່ປາງກີ້ປາງກ່ອນ ເຊິ່ງໄດ້ຖືກບັນທຶກໄວ້ໃນປຶ້ມອ່ານ ແລະ ເຮົາກໍ່ສາມາດຊອກຮູ້ ຄົ້ນຄວ້າກ່ຽວກັບວິຖີຊີວິດ ວັດທະນະທຳແຕ່ປາງກ່ອນ”.

      ລຸງ ເລື່ອງວັນເຈຶ້ອ ຍາມໃດກໍ່ມີຄວາມຫວັງວ່າບັນດາວຽກງານຂອງຕົນ ຈະປະກອບສ່ວນຮັກສາ ແລະ ຖ່າຍທອດ ໃຫ້ໄວໜຸ່ມເພື່ອມີຄວາມເຂົ້າໃຈ ແລະ ນັບມື້ນັບຊົມຊອບ ຈຸດວັດທະນະທຳພື້ນເມືອງຂອງຊົນເຜົ່າ. ລຸງ ເຈຶ້ອ ໃຫ້ຮູ້ຕື່ມອີກວ່າ:

       “ທີໜຶ່ງ ໃຫ້ບຸລິມະສິດອັນດັບໜຶ່ງ ແມ່ນການຂະຫຍາຍການສອນຕົວໜັງສື, ທີສອງແມ່ນ ພັດທະນາການຂັບຮ້ອງ, ວາດຟ້ອນ ເປັນຕົ້ນແມ່ນຟ້ອນ ແຊ ພຽງແຕ່ຊົນເຜົ່າຜູ້ໄທ ຈຶ່ງມີເທົ່ານັ້ນ. ອີກອັນໜຶ່ງໃນປັດຈຸບັນ  ຜູ້ຢາກສອນກໍ່ມີຢູ່ ແຕ່ຜູ້ຢາກຮຽນແມ່ນຊອກຍາກທີ່ສຸດ. ນັບທັງຮຽນໜັງສືເຜົ່າ ຜູ້ໄທ ຮຽນເຮັດແຄນ ຮຽນເປົ່າແຄນ ເຮົາເຫັນວ່າກໍ່ມີຄວາມຫຍຸ້ງຍາກທີ່ສຸດ, ເຮົາກໍ່ຕ້ອງໄປປຸກລະດົມ ໄປຂົນຂວາຍເຂົາເຈົ້າຮຽນຢູ່”.

       ດ້ວຍຄວາມເມົາມົວ ຄວາມເປັນຫ່ວງເປັນໃຍກັບວັດທະນະທຳບັນດາເຜົ່າ, ບັນດາວຽກງານຂອງລຸງ ເລື່ອງວັນເຈຶ້ອ ໄດ້ ແລະ ພວມປະກອບສ່ວນຟື້ນຟູພຶ້ນຖານວັດທະນະທຳພື້ນເມືອງ ຂອງຊາວເຜົ່າ ຜູ້ໄທ. 

ຕອບກັບ

ຂ່າວ/ບົດ​ອື່ນ