ລຸ່ນໜຸ່ມກັບວຽກງານອະນຸລັກຮັກສາມໍລະດົກວັດທະນະທຳຂັບກາຈູ

ລຸ່ນໜຸ່ມກັບວຽກງານອະນຸລັກຮັກສາມໍລະດົກວັດທະນະທຳຂັບກາຈູ - ảnh 1
ຂັບ​ກາ​ຈູ ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັບຮອງ​ຈາກອົງການ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​
(ພາບ: vanhoadoisong.com)

 ຂັບ​ກາ​ຈູ ຍັງຖືກເອີ້ນວ່າ ຂັບອາດາວ ຊຶ່ງແມ່ນປະເພດສິລະປະດົນຕີ ພື້ນເມືອງທີ່ເປັນເອກະລັກສະເພາະ ຢູ່ຫວຽດນາມ. ປີ 2009, ອົງການ UNESCO ​ໄດ້​ເຊີດ​ຊູ​ ຂັບ​ກາ​ຈູ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​ຄວນ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ຮີບ​ດ່ວນ. ນີ້​ແມ່ນ​ຄວາມ​ເປັນ​ກຽດສຳລັບ​ຫວຽດນາມ. ​ແຕ່ພ້ອມກັນນັ້ນ, ກໍໄດ້ວາງໜ້າທີ່ຕ້ອງອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າທີ່​ເປັນ​ເອກະລັກ​ຂອງ ຂັບ​ກາ​ຈູ​ໃນ​ຊີວິດ​ທັນ​ສະ​ໄໝ.

      ຂັບ​ກາ​ຈູ ​ແມ່ນປະເພດສິລະປະດົນຕີ ພື້ນເມືອງທີ່​ມີ​ລັກສະນະ​ດີ​ເລີດ​ຢູ່​ຫວຽດນາມ, ມີ​ໄລຍະ​ພັດທະນາ​ແຕ່​ສະ​ຕະວັດ​ທີ 15 ມາ​ຮອດ​ປະຈຸ​ບັນ. ຂັບ​ກາ​ຈູ​ໄດ້​ຮັບ​ຖື​ວ່າ​ແມ່ນປະເພດສິລະປະດົນຕີພິ​ເສດ, ມີ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ຊີວິດ​ວັດທະນະທຳສັງຄົມ​ຂອງ​ຊາວ​ຫວຽດນາມ​ຢູ່​ເຂດ​ທົ່ງພຽງ​ພາດ​ເໜືອ. ​ເຖິງ​ວ່າ​ຕ້ອງ​ຜ່ານ​ການ​ຜັນ​ແປ​ແຫ່ງ​ປະຫວັດສາດ​ກໍ​ຕາມ, ​ແຕ່ຂັບ​ກາ​ຈູຍັງ​ຄົງ​ມີ​ພະລັງ​ຊີວິດ​ສະ​ເພາະ​ຂອງມັນ​ຍ້ອນ​ຄຸນຄ່າ​ທາງ​ດ້ານ​ສິລະ​ປະ​ທີ່​ເປັນ​ເອກະລັກ​ທີ່​ມີ​ຕໍ່​ພື້ນຖານ​ວັດທະນະທຳ​ຫວຽດນາມ​ເວົ້າ​ລວມ ​ແລະ ​ໃນ​ໝູ່​ຜູ້​ຊົມ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເວົ້າ​ສະ​ເພາະ. ວັນ​ທີ 1/10/2009, ຂັບ​ກາ​ຈູ ຂອງ​ຫວຽດນາມ​ໄດ້​ຮັບ​ການ​ຮັບຮອງ​ຈາກອົງການ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​ຄວນ​ໄດ້​ຮັບ​ການ​ຮັກສາ​ຢ່າງ​ຮີບ​ດ່ວນ. ​ ​ໄດ້​ຮັບ​ການເຊີດ​ຊູ​ ​ແມ່ນ​ມໍລະດົກ​ວັດທະນະທຳ​​ຂອງ​ມວນ​ມະນຸດ​ ກໍ​ແມ່ນ​ຄວາມ​ເປັນ​ກຽດ, ​ແຕ່​ກໍ​ໄດ້ ກໍໄດ້ວາງໜ້າທີ່ຕ້ອງອະນຸລັກຮັກສາ ​ແລະ ​ແນະນຳ​ມໍລະດົກ​ຕໍ່ໜ້າ​ມວນ​ຊົນ. ທ່ານ​ສາດສະດາຈານ ດຣ ​ໂຕ​ຫງອກ​ແທງ ນັກ​ຄົ້ນ​ຄ້ວາ​ສິລະ​ປະ​ວັນນະຄະດີ​ພື້ນ​ເມືອງ​ຫວຽດນາມ​ຖື​ວ່າ :

  “ ມາ​ຮອດ​ສະຕະວັດ​ນີ້, ຂັບ​ກາ​ຈູ ​ໄດ້​ມີ​ໄພ​ຖືກ​ສູນ​ຫານ​ໄປ. ​ເມື່ອ​ທຽບ​ກັບ​ບາງ​ປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ອື່ນ​ໆ, ຂັບ​ກາ​ຈູ ​ແມ່ນ​ພວມ​ຢູ່​ໃນ​ສະພາບ​ຮັກ​ສາ​ທີ່​ບໍ່​ແນ່ນອນ, ຍ້ອນ​​ເຄີຍຖືກສູນ​ເສຍ​ຈຸດ​ຢືນ​ໃນ​ຊີວິດ​ການ​ເປັນ​ຢູ່. ​ເພາະສະ​ນັ້ນ, ​ເພື່ອ​ຟື້ນ​ຟູ​ໃນ​ຊີວິດ​ທັນ​ສະ​ໄໝ ​ແມ່ນ​ບໍ່​ງ່າຍດາຍ. ​ໂດຍ​ສະ​ເພາະ ປະຈຸ​ບັຍ​ແມ່ນຍຸກສະ​ໄໝ​ຂອງ ກາຣະ​ໂອ​ເກ, ດົນ​ຕີ​ແບບ​ທັນ​ສະ​ໄໝ ​ແລະ ອື່ນໆ. ຢາກ​ຟື້ນ​ຟູ​ໃນ​ຊີວິ​ດປະຈຸ​ບັນ, ກ່ອນ​ອື່ນ​ໝົດ ​ແມ່ນ​ຕ້ອງ​ຊອກ​ຫາ​ບັນດາ​ຜູ້​ຄົນ​ລຸ່ນກ່ອນໆ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ມີ​​ແຜນນະ​ໂຍບາຍຟື້ນ​ຟູ ຂັບ​ກາ​ຈູ ​ໃນ​ວົງ​ການ​ຜູ້​ອາຍຸ​ສູງ ​ແລະ ​ໄວ​ກາງ ”

     ສິລະ​ປະ ຂັບ​ກາ​ຈູ ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຮອດ​ວັນ​ນີ້ ​ແມ່ນ​ຍ້ອນ​ຄວາມ​ສືບ​ທອດ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຫຼາຍ​ລຸ່ນຄົນ. ຕາມ​ຕົວ​ເລກ​ສະ​ຖີຕິ, ປະຈຸ​ບັນ ທົ່ວ​ປະ​ເທດ​ມີ 63 ກອງ ​ແລະ ສະ​ໂມ​ສອນ ຂັບ​ກາ​ຈູ​ຊຶ່ງ​ປະກອບ​ດ້ວຍ​ສະມາຊິກ 700 ກ່ວາ​ຄົນ ຕັ້ງ​ຢູ່ 15 ​ແຂວງ ​ແລະ ນະຄອນ. ພ້ອມ​ກັບ​ວຽກ​ງານ​ຟື້ນ​ຟູ, ສ້າງ​ຕັ້ງບັນດາກອງ ​ແລະ ສະ​ໂມ​ສອນ ຂັບ​ກາ​ຈູນັ້ນ, ການ​ສ້າງ​ຕັ້ງ​ບັນດາ​ກອງ​ສິລະ​ປະ​ໜຸ່ມ​ເພື່ອ​ສືບ​ທອດ​ພາລະກິດ​ຂອງ​ຄົນ​ລຸ່ນກ່ອນ ກໍ​ແມ່ນ​ບັນຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫຼາຍ​ຄົນ. ນາງ​ຫງວຽນ​ກຽວ​ແອ​ງ ​ເປັນ​ຄົນ​ລຸ່ນທີ 7 ຂອງ​ສະ​ໂມ​ສອນ ຂັບ​ກາ​ຈູ ທ້າຍ​ຮ່າ ​ເວົ້າ​ວ່າ :

   “ ​ໃນ​ສັງຄົມ​ປະຈຸ​ບັນ, ຂ້າພະ​ເຈົ້າ​ແມ່ນ​ຄົນ​ໜຸ່ມ, ຂ້າພະ​ເຈົ້າ​ມີ​ຄວາມ​ເມົາ​ມົວ​ກັບ​ບັນດາ​ປະ​ເພດ​ສິລະ​ປະ​ທີ່​ແຕກ​ຕ່າງ​ກັນ. ວົງ​ຕະກູນ​ຂ້າພະ​ເຈົ້າ​ໄດ້​ປະກອບ​ອາຊີບ​ນີ້​ຜ່ານ 7 ລຸ່ນຄົນ ​ແລ້ວ, ​ເພາະສະ​ນັ້ນ, ນັບ​ແຕ່​ຄາວ​ເປັນ​ເດັກ, ຂ້າພະ​ເຈົ້າ​ໄດ້​ຟັງສຽງ​ດົນ​ຕີ, ສຽງ​ຂັບ​ຮ້ອງ​ແລ້ວ. ຍ້ອນ​ເຫດ​ນີ້​ເອງ, ລັກສະນະ​ສິລະ​ປະ​ຂອງ ຂັບ​ກາ​ຈູ ​ແລະ ບັນດາປະເພດສິລະປະດົນຕີ ພື້ນເມືອງທີ່​ມີ​ໃນ​ຈິດ​ໃຈ​ຂອງຂ້າພ​ະ​ເຈົ້າ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ, ​ເພາະສະ​ນັ້ນ, ຄວາ​ມຮັກ​ທີ່​ຂ້າພະ​ເຈົ້າ​ສະຫງວນ​ໃຫ້​ມັນ​ແມ່ນ​ໃຫຍ່​ຫຼວງເກີນ​ໄປ ”

    ການ​ຮັກສາ​ບັນດາ​ລາຍການ​ສະ​ແດງ​ຂອງ​ບັນດາ​ກອງ​ສິລະ​ປະ ແລະ ສະ​ໂມ​ສອນຂັບ​ກາ​ຈູ ​ເປັນ​ປະຈຳ​ນັ້ນ, ​ແມ່ນ​ບໍ່​ພຽງ​ແຕ່​ປະກອບສ່ວນ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ມວນ​ຊົນ​ກ່ຽວ​ກັບ ຂັບ​ກາ​ຈູ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ຫຼາຍ​ຄົນ​ຕື່ມ​ອີກ, ​ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ເພື່ອ​ຮູ້ຈັກ​ເຖິງ​ສສິລະ​ປະ ຂັບ​ກາ​ຈູ. ຈາກ​ນັ້ນ ຈະ​ຄ່ອຍໆ​ຢືນຢັນ​ພະລັງ​ຊີວິດ​ຂອງ ຂັບ​ກາ​ຈູ​ໃນ​ສັງຄົມ​ທັນ​ສະ​ໄໝ. ນາງ ຝ້າ​ມຮົ່ງ​ເຟືອງ ສັງກັດ​ສະ​ຖາ​ບັນ​ການ​ເງິນ​ຮ່າ​ໂນ້ຍ ​ໄດ້​ພ້ອມ​ກັບ​ເພື່ອ​ນໆ​ຂອງ​ຕົນ​ສ້າງ​ຕັ້ງ​ກອງ​ອາສາ​ສະໝັກ ຜູກ​ພັນ​ກັບ​ສະ​ໂມ​ສອນ ຂັບ​ກາ​ຈູ​ຮ່າ​ໂນ້ຍ . ນາງ​ເປີດ​ເຜີຍ​ວ່າ :

      “ ຈຸດປະສົງ​ຕົ້ນຕໍ​ຂອງ​ກອງ​ອາສາ​ສະໝັກ​ພວກ​ນ້ອງ ​ແມ່ນ​ອະນຸລັກ​ຮັກສາຂັບ​ກາ​ຈູ, ຍ້ອນ​ວ່າ ຂັບ​ກາ​ຈູ ​ໄດ້​ຮັບ​ການ​ຮັບຮອງ​ຈາກອົງການ UNESCO ​ ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ​ຄວນ​​ຮັກສາ​ຢ່າງ​ຮີບ​ດ່ວນ. ຂັບ​ກາ​ຈູ ພວມ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ປົກ​ປັກຮັກສາຂອງ​ທຸກໆ​ຄົນ, ພິ​ເສດ​ແມ່ນ​ຊາວ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ພວກ​ເພື່ອ​ໜຸ່ມ​ ”

      ປະຈຸ​ບັນ, ສະ​ໂມ​ສອນ ຂັບ​ກາ​ຈູ​ຮ່າ​ໂນ້ຍ ມີ​ຜູ້​ອາສາ​ສະໝັກ​ປະມານ 50 ຄົນ, ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ນັກ​ສຶກສາ​ພວມ​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ທີ່ຮ່າ​ໂນ້ຍ. ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງ ກໍ​ຄື​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ພວກ​ເພື່ອນ​ໜຸ່ມ​ນິຍົມ​ຂັບ​ກາ​ຈູ ​ໄດ້ ​ແລະ ພວມ​ສ້າງ​ເປັນ​ຂີດ​ໝາຍ​ເພື່ອ​ໃຫ້​ສິລະ​ປະ ຂັບ​ກາ​ຈູ ກ້າວ​ເຂົ້າສູ່​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ .

ຕອບກັບ

ຂ່າວ/ບົດ​ອື່ນ