ລະຄອນຕຸກກະຕາ ເດົາໂກ້, ຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຫວຽດນາມ

ລະຄອນຕຸກກະຕາ ເດົາໂກ້, ຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຫວຽດນາມ - ảnh 1
ການສະ​ແດງ​ລະຄອນ​ຕຸກ​ກະ​ຕາ ເດົາ​ໂກ້ (ພາບ : baonamdinh)

    ໃນ​ສາງວັດທະນະທຳພື້ນເມືອງທີ່ບໍ່ມີຮູບຮ່າງຂອງຫວຽດນາມນັ້ນ, ແຂວງ ນາມດິ້ງຖືກຂະໜານນາມ ວ່າ ແມ່ນໜຶ່ງໃນບັນດາອູ່ສິລະປະການສະ​ແດງ ລະຄອນຕຸກກະຕານ້ຳທີ່​ເປັນ​ເອກະລັກ​ສະ​ເພາະ​ດ້ວຍ​ບັນດາ​ໝູ່​ບ້ານ​ທີ່​ມີ​ສິລະ​ປະ ການ​ສະ​ແດງ​ລະຄອນ​ຕຸກ​ກະ​ຕາ​ນ້ຳ​ທີ່​ມີ​ຊື່​ສຽງ​ຄື : ໝູ່​ບ້ານ​ແຣກ,ຕາ​ແສງ ຮົ່ງກວາງ, ໝູ່​ບ້ານ ຈົວ​ຕາ​ແສງ​ນາມ​ຢາງ​ເມືອງ​ນາມ​ຈຶກ ຫຼື ໝູ່​ບ້ານ​ລ້ຽວ​ເດ​ເມືອງ​ເງ້ຍຮຶງ. ​ແຕ່​ບໍ່​ເທົ​່າ​ໃດ​ຄົນ​ທີ່​ຈະ​ຮູ້ຈັກ​ວ່າ ​ເຂດ​ດິນ​ນາມ​ຢາງ​ຍັງ​ຄົງ​ຮັກສາ​ສິລະ​ປະການ​ສະ​ແດງ​ລະຄອນ​ຕຸກ​ກະ​ຕາ ​ເດົາ​ໂກ້​(ໝາຍ​ເຖິງ​ລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນ ຢູ່​ວັດ​ດ້າຍ​ບີ.  

    ລະຄອນ​ຕຸກ​ກະ​ຕາ ເດົາ​ໂກ້ ​ແມ່ນ​ການສະ​ແດງ​ລະຄອນ​ພື້ນເມືອງທີ່​ມີ​ຊື່ວ່າ “ ​ໂອຍ​ໂລ້ຍ ” ຊຶ່ງ​ຕົ້ນ​ກຳ​ເນີ​ດຂອງມັນ​ແມ່ນ​ຍັງ​ມີ​ຄວາມ​ລຶກລັບ​ຫຼາຍ​ຢ່າງ ​ແລະ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ອະທິບາຍ​ເທື່ອ. ຕາມ​ພະ​ມະຫາ​ອາຈານ ທິກ​ບານ​ທຶກ ​ເຈົ້າ​ອະທິການ​ວັດ ດ້າຍບີ​ແລ້ວ, ວັດ​ນີ້​ໄດ້​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົ​ງຫຼີ​ເມື່ອ​ປີ​1037​ໂດຍ​ພະ​ອໍລະຫັນ ຕືດ້າວ​ແຫ້ງ ​ເປັນ​ຜູ້​ກໍ່​ຕັ້ງ​ຂຶ້ນ ​ແລະ ລະຄອນ​ຕຸກ​ກະ​ຕາ ເດົາ​ໂກ້ ​ໄດ້​ມີ​ມາ​ນັບ​ຕັ້ງ​ແຕ່​ວັດ​ນີ້​ໄດ້​ຮັບ​ການ​ກໍ່ສ້າງຂຶ້ນ. ຕາມ​​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ວ່າ ພາຍຫຼັງ​ເດີນທາງ​ໄປ ​ໄຕຈຸກ ​ເພື່ອ​ຂໍ​ຄຳ​ພີ ​ແລະ ​ເມື່ອ​ຈາກ​ເຂດ​ດິນ​​ແຫ່ງ​ພະພຸດທະ​ເຈົ້າ​ກັບ​ຄືນ​ມາ, ​ພະ​ອໍລະຫັນ ຕືດ້າວ​ແຫ້ງ ​ໄດ້​ພົບ​ເຫັນ​ຫໍ່​ໃຫຍ່​ພວມ​​ໄຫຼ​ຕາມ​ກະ​ແສ​ນ້ຳ, ​ເມື່ອ​​ເປີດ​ຫໍ່​ນັ້ນ​ອອກ, ກໍ​ເຫັນ​ມີ​​ 6 ຄົນ​ບໍ່​ສົມປະກອບ. ​ພະ​ອໍລະຫັນ ຕືດ້າວ​ແຫ້ງ ​ໄດ້​ນຳ​ໄປ​ລ້ຽງ​ດູ​ສິດສອນ​ໃຫ້​ກາຍ​ເປັນ​ບັນດາ​ຜູ້​ທີ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ສັງຄົມ. ​ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ​ກໍ​ໄດ້​​ສ້າງ​ເປັນ​ລະຄອນ​ຕຸກ​ກະ​ຕາ​​ເດົາ​ໂກ້. ຫຼັງ​ຈາກ​ນັ້ນ ຢູ່​ວັດ​ດ້າຍ​ບີ​ ກໍບູຊາ​ຮູບ​​ແກະສະຫຼັກຫົວພະອໍລະຫັນ 12 ອົງ. ພະ​ມະຫາ​ອາຈານ ທິກ​ບານ​ທຶກ ​ໃຫ້​ຮູ້​ວ່າ :

    “ ​ແຕ່ລະ​ປີ​ເມ່ືອ​ຮອດ​ວັນ​ບຸນ, ຊາວບ້ານ​ໄດ້​ພາກັນ​ມາ​ຂັບ​ຮ້ອງ​ຮັບ​ໃຊ້ການສະ​ແດງ ລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນ . ​ແຕ່ລະ​ປີ, ຮອດ​ວັນ​ທີ 30 ບຸນ​ເຕັດ, ຊາວບ້ານ​ໄດ້​ຈັດ​ຕັ້ງການສະ​ແດງລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນ ​ແຕ່​ເວລາ 19 ​ໂມງ​ຫາ 23 ​ໂມງ​ເຄິ່ງ. ກອງ​ສະ​ແດງລະຄອນ​ຕຸກ​ກະ​ຕາ​ມີ​ເຖິງ 50 ຄົນ ​ໂດຍ​ຜັດປ່ຽນ​ກັນ​ຂັບ​ຮ້ອງ ​ແລະ ບັນຊາ​ຕົວ​ລະຄອນ​ຕຸກ​ກະ​ຕາ​ຈົນ​ຮອດ​ເດ​ິກດືນ ”

     ຖ້າ​ຫາກ​ວ່າ ບັນດາ​​ຕຸກ​ກະຕາ​​ໃນ​ລະຄອນ​ຕຸກ​ກະ​ຕາອື່ນໆ​ແມ່ນ​ສວມ​ບົດຕົວ​ລະຄອນ​ຕ່າງໆ​ນັ້ນ, ​ແຕ່​ບັນດາ​ຕຸກກະຕາ​ໃນລະຄອນ​ຕຸກ​ກະ​ຕາ ເດົາ​ໂກ້ຢູ່​ວັດ​ດ້າຍ​ບີນີ້​ຖືກ​ເອີ້ນ​ວ່າ ພະ​ອໍ​ລະ​ຫັນຊຶ່ງ​ແມ່ນ​ບັນດາ​ຮູບ​ແກະສະຫຼັກ​ຫົວ​ຄົນ. ​ໃນ​ມື້ທຳ​ມະ​ດາ, ຮູບ​ແກະສະຫຼັກຫົວພະ​ອໍລະຫັນຖືກ​ຕັ້ງ​ຢູ່​ຫ້ອງ​ໃຫຍ່​​ໃນ​ວັດ ​ແລະ ພຽງ​ແຕ່​ນຳ​ໄປສະ​ແດງ​ໃນ​ມື້​ຈັດ​ງານ​ບຸນ​ເທົ່າ​ນັ້ນ. ຕາມ​ບັນດາ​ສິລະ​ປີນ​ໃນ​ໝູ່​ບ້ານ, ຊຸດຮູບ​ແກະສະຫຼັກຫົວພະ​ອໍລະຫັນນີ້​ໄດ້​ມີ​ອາຍຸ​ປະມານ 200 ປີ. ​ແຕ່ລະ​ເທື່ອ​ເມື່ອນຳ​ໄປສະ​ແດງ​, ພວກ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານຕ້ອງ​ນຸ່ງ​ຊຸດ​ເສື້ອ​ຍາວ ​ແລະ ​ຄຽນແພ​ພັນ​ຫົວ ​ເພື່ອ​ທຳ​ພິທີ​ບູຊາຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ຕົວລະຄອນ​ຕຸກ​ກະ​ຕາຕົ້ນ​ຕໍ່​ໃນ ການສະ​ແດງລະຄອນ​ທີ່​ພິທີ​ບູຊາ​ພະ​ອໍລະຫັນ ​ແມ່ນ ຮູບ​ແກະສະຫຼັກຫົວພະ​ອໍລະຫັນ 6 ຮູບ ຖືກ​ເຮັດ​ດ້ວຍ​ໄມ້ດ້ວຍ​ຂະໜາດ​ດຽວ​ກັນ, ຖືກ​ແຕ້ມ​ໃບ​ໜ້າ​ສີ​ຕາ​ຢ່າງ​ສວຍ​ງາມ. ສຳລັບ​ດ້ານ​ດົ​ນ​ຕີ​ໃນລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນນັ້ນ ​ແມ່ນ​ໃຊ້​ກະ​ລໍ, ກອງ​ໃຫຍ່​ນ້ອຍ, ກະດີ​ງ.........​ເຖິງ​ວ່າ​ດ້ານ​ດົນຕີ​ມີ​ພຽງ​ເທົ່າ​ນັ້ນກໍ​ຕາມ, ​ແຕ່ພັດ​ມີ​ເຖິງ 26 ບົດ​ເພງ ດ້ວຍ 32 ທຳນອງ​ທີ່​ອຸດົມສົມບູນ ​ແລະ ຖືກ​ຂັບ​ຮ້ອງດ້ວຍ​ພາສາ​ຫວຽດ​ເດີມ. ນັກ​ສິລະ​ປີນ, ນັກ​ເສບ​ເຄື່ອງ​ດົນຕີ​ທັງ​ໝົດ​ໃນ​ລາຍການ​ສະ​ແດງ​ ລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນ ລ້ວນ​ແຕ່​ແມ່ນປະຊາຊົນ​ໃນ​ໝູ່​ບ້ານ. ທ່ານ ຫງວຽນ​ຕຽນ​ຢຸ້ງ ສະມາຊິກ​ກອງລະຄອນ​ຕຸກ​ກະ​ຕາ​​ເດົາ​ໂກ້ ທີ່​ວັດ​ດ້າຍ​ບີ ​ໃຫ້​ຮູ້​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ເຄື່ອນ​ໄຫວ​ດ້ານ​ສິລະ​ປະ​ນີ້​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ສະໝັກ​ໃຈ. ພວກ​ຂ້າພະ​ເຈົ້າ​ເລ້ຍລາຍ​ເງິນ​ເພື່ອ​ຈັດ​ລາຍການ​ສະ​ແດງ​ດ້ວຍ​ຄວາມ​ຫວັງ​ຢາກ​ຮັກສາ​ຈຸດ​ວັດທະນະທຳ​ທີ່​ເກົ່າ​​ແກ່​ນີ້ ”

     ​ເວ​ທີ່​ການສະ​ແດງ ລະຄອນ​ຕຸກ​ກະ​ຕາ​​ແມ່ນ​ບໍ່​ຖືກ​ປະດັບ​ປະດາ​ຢ່າງ​ສວຍ​ງາມ, ລະອຽດ​ລະ​ອໍ, ຫາກ​ມີ​ພຽງ​ແຕ່​ຜ້າ​ກັ້ງ​ຖືກ​ກາງ​ໃສ່ 2 ​ເສົາ​ໃຫຍ່​ໃນ​ວັດ. ສຳລັບຜູ້ບັນຊາຕົວລະຄອນ​ຕຸກ​ກະ​ຕາ​, ຜູ້ຂັບຮ້ອງ, ຜູ້ເສບເຄື່ອງດົນຕີແມ່ນຕ້ອງ ຢືນຢູ່​ທາງ​ຫຼັງ​ຜ້າ​ກັ້ງ, ປີ້ນ​ໜ້າ​ສູ່​ຮ້ານ​ບູຊາ​ພະພຸດທະ​ເຈົ້າ, ຮ້ານ​ບູຊາພະ​ອໍລະຫັນ  ຕືດ້າວ​ແຫ້ງ. ບັນດາ ຮູບ​ແກະສະຫຼັກຫົວພະ​ອໍລະຫັນທີ່ຖືກ​ຮັກສາ​ໃນ​ວັດ ​ໃນ​ລາຍການ​ສະ​ແດງລະຄອນ​ຕຸກ​ກະ​ຕາ​ໃນ​ພິທີ​ບູຊາ​ພະ​ອໍລະຫັນ, ບັງ​ເອີນ​ພັດ​ມີ​ຊີວິດ​ຊີວາ ​ແລະ ດູດ​ດື່ມທ່ີ່ສຸດ. ຈາກ​ເບື້ອງ​ຊ້າຍ​ຫາ​ເບື້ອງຂວາ, ບັນດາ​ຮູບ​ແກະສະຫຼັກຫົວພະ​ອໍລະຫັນ ບາດ​ປີ້ນ​ໜ້າ​ໃສ່​ກັນ ຄື​ພວມ​ໂອ້​ລົມ, ບາດ​ຢືນ​ຊື່ໆ, ​ແລ້ວ​ກໍ​ໜີ​ໄປ​ຢູ່​​ເບື້ອງ​ຫຼັງ​ຜ້າ​ກັ້ງ ​ໃນ​ທ່າມກາງ​ສຽງ​ດົ​ນຕີ, ສຽງ​ຂັບ​ຮ້ອງ ບາດ​ຂຶ້ນ​ບາດ​ລົງ​ຕາມ​ເນື້ອ​ໃນ​ຂອງ​ເລື່ອງ​ບູຮານ. ທ່ານ​ ດວານ​ຮິ້ວຊ່ອງ ສະມາຊິກ​ກອງລະຄອນ​ຕຸກ​ກະ​ຕາ ໃຫ້​ຮູ້​ວ່າ :

     “  ​ເມື​່ອຮັບຟັງ​ສຽງ​ຂັບ​ຮ້ອງ​ກໍ​ຄິດ​ວ່າງ່າຍດາຍ​ເຊັ່ນ​ນັ້ນ, ​ແຕ່​​ເມື່ອ​ຮຽນ​ກໍ​ຍາກ​ຫຼາຍ, ​ເພາະ​ຕ້ອງ​ເຮັດ​ໃຫ້​ມັນ​ຖືກ​ກັບ​ຈັ່ງ​ຫວະ​ຂອງ​ກະ​ລໍ, ສຽງ​ກອງ ​ແລະ ​ແທດ​ເໝາະ​ກັບ​ບັນດາ​ວາດ​ຟ້ອນ, ຫາກ​ບໍ່​ແມ່ນ​ຂັບ​ຮ້ອງ​ຊື່ໆ​ເທົ່າ​ນັ້ນ ”

    ​​ເມື່ອ​ຮັບຊົມບັນດາລາ​ຍການສະ​ແດງ ລະຄອນ​ຕຸກ​ກະ​ຕາ ກໍ​ປຽບ​ເໝືອພວມ​ນຳ​ຄົນ​ເຮົາ​ເຂົ້າ​ສູ່​ໂລກ​ແຫ່ງ​ຈິດ​ວິນ​ຍານ​ທີ່​ລຶກລັບ​ມະຫັດ​ສະ​ຈັນ, ​ເຕັມ​ໄປ​ດ້ວຍ​ສີສັນ​ຊາດ​ຫວຽດນາມ ພ້ອມ​ທັງ​ຄົນ​ເຮົາ​ມຸ່ງ​ໄປ​ສູ່​ຄວາມ​ງາມ​ຢ່າງຮອບດ້ານ. ຖ້າ​ຫາກ​ມີ​ໂອກາດ, ຂໍ​ເຊີນ​ບັນດາ​ທ່ານ​ຈົ່ງ​ແວ່​ຢາມ​ວັດ​ດ້າຍ​ບີ​ໃນ​ວັນ​ບຸນ ​ເພື່ອ​ຮັບ​ຊົມ ການສະ​ແດງ​ສິລະ​ປະລະຄອນ​ຕຸກ​ກະ​ຕາ ເດົາ​ໂກ້ ທີ່​ເປັນ​ເອກະ​ລັກສະ​ເພາະ .

ຕອບກັບ

ຂ່າວ/ບົດ​ອື່ນ