ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ” ນຳສິລະປະຂັບແຈ່ວມາຍັງຜູ້ຊົມ

(VOVWORLD) - ບັນດາລະຄອນແຈ່ວບູຮານ, ລະຄອນແຈ່ວຕອນທີ່ມີຊື່ສຽງ ພ້ອມກັບຫຼາຍລາຍການສິລະປະອື່ນໆຄື: ຂັບແຈ່ວວັນ, ຂັບເຂົ້າຊົງ…ຈະຖືກສະແດງໃນລາຍການ “ຮ່າໂນ້ຍຍາມຄຳ່ຄືນວັນເສົາ“ ເພື່ອຮັບໃຊ້ບັນດາຜູ້ທີ່ມີຄວາມນິຍົມຊົມຊອບກັບສິລະປະທີ່ເປັນມູນເຊື້ອ.ລາຍການໂດຍໂຮງລະຄອນແຈ່ວ ຮ່າໂນ້ຍ ປະຕິບັດ ໃນຄຳ່ຄືນວັນເສົາປະຈຳສັບປະດາຢູ່ເວທີສະແດງ ດ້າຍນາມ, 89 ຖະໜົນ ເຫວ໋, ຮ່າໂນ້ຍ.

ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ” ນຳສິລະປະຂັບແຈ່ວມາຍັງຜູ້ຊົມ - ảnh 1 ການສະແດງທີ່ລາຍການ

(ພາບ Bao Tin Tuc)

ທີ່ທ່ານຫາກໍ່ຮັບຟັງຜ່ານໄປແລ້ວນັ້ນແມ່ນບັນດາທຳນອງໃນລະຄອນແຈ່ວ “ກວານເອິມທິກິ໋ງ“ (ເຈົ້າແມ່ກວນອິມທິກິ໋ງ) ໂດຍບັນດານັກສິລະປິນຂອງໂຮງລະຄອນແຈ່ວ ຮ່າໂນ້ຍ ສະແດງ. ນັບແຕ່ເດືອນມິຖຸນາປີ 2017, ບັນດາລາຍການ “ຮ່າໂນ້ຍຍາມຄຳ່ຄືນວັນເສົາ“ ດ້ວຍ ບັນດາລະຄອນແຈ່ວບູຮານ, ລະຄອນແຈ່ວຕອນທີ່ມີຊື່ສຽງ ໂດຍບັນດານັກສິລະປິນໂຮງລະຄອນແຈ່ວ ຮ່າໂນ້ຍ ສະແດງໃນຄຳ່ຄືນວັນເສົາປະຈຳສັບປະດານັ້ນ, ດ້ວຍຄວາມຫວັງຮັກສາສິລະປະຂັບແຈ່ວຢູ່ນະຄອນຫຼວງໄວ້, ນຳສິລະປະຂັບແຈ່ວມາສູ່ສາທາລະນະຊົນ. ໂຮງລະຄອນໄດ້ວາງແຜນການລະອຽດໃຫ້ແຕ່ລະລາຍການສະແດງໃນໄລຍະ 3 ເດືອນ (ເດືອນມີຖຸນາ, ກໍລະກົດ ແລະ ເດືອນສິງຫາ 2017), ດ້ວຍບັນດາລະຄອນແຈ່ວທີ່ມີຊື່ສຽງ, ເຄີຍໄດ້ຮັບຫຼຽນລາງວັນໃນງານປະກວດຕ່າງໆ. ແຕ່ລະລາຍການສະແດງມີເນື້ອໃນແຕກຕ່າງກັນ, ເພື່ອສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ.

ລາຍການ “ຮ່າໂນ້ຍຍາມຄຳ່ຄືນວັນເສົາ“ ໄດ້ແນະນຳເຖິງຜູ້ຊົມບັນດາລະຄອນຄື: “ອຸບາຍຂອງທິເຫັ໋ນ“, “ແມ່ເຖົ້າໄປນະຄອນ“, “ຄອບຄົວວັດທະນະທຳ“, “ເລື່ອງລາວໃນຄອບຄົວ ບ໋າກ໋ຽນ“, “ເຈົ້າແມ່ກວນອິມທິກິ໋ງ“, “ອາດຍາເຈົ້ານາຍເມືອບ້ານ“, “ເມຍນ້ອຍເຈົ້າຊີວິດວົງຕະກຸນດັງ“, “ລາຊະທິດາ ງອກເຮິນ“, ຂັບແຈ່ວເຂົ້າຊົງ 12 ອົງ, “ຄວາມຮັກຂອງຜູ້ຫາຍສາບສູນ“, “ນາງຊີຕາ“, “ຄວາມຮັກຢູ່ທ່າ ນາມຊາງ“…ນັກສິລະປິນດີເດັ່ນ ທູຮ່ວຽນ, ຮອງຫົວໜ້າອຳນວຍການໂຮງລະຄອນແຈ່ວ ຮ່າໂນ້ຍ ໃຫ້ຮູ້ວ່າ:

ໂຮງລະຄອນໄດ້ດຳເນີນລາຍການແຕ່ເດືອນມິຖຸນາເຖິງປັດຈຸບັນ, ແລະ ສະແດງໃນຄຳ່ຄືນວັນເສົາປະຈຳສັບປະດາ ກໍ່ຄືມີບັນດາບົດລະຄອນແຈ່ວທາງ facebook, ເວັບໄຊຂອງໂຮງລະຄອນແຈ່ວ ຮ່າໂນ້ຍ ເພື່ອສ້າງຄວາມສະດວກໃຫ້ຜູ້ຊົມເຂົ້າອ່ານ ແລະ ເລືອກເຟັ້ນລາຍການທີ່ຕົນມັກ. ໂຮງລະຄອນຫວັງວ່າຈະມີລາຍການສະແດງເປັນປະຈຳເພື່ອສາມາດຮັບໃຊ້ຜູ້ຊົມທຸກຄົນໄດ້

ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ” ນຳສິລະປະຂັບແຈ່ວມາຍັງຜູ້ຊົມ - ảnh 2ຮູບພາບທີ່ຄັດສະເໜີຈາກບົດລະຄອນ ແຈ່ວ 

ເຂົ້າຮ່ວມ ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ“ ມີບັນດານັກສິລະປິນຂັບແຈ່ວທີ່ມີຊື່ສຽງຂອງ ຫວຽດນາມຄື: ນັກສິລະປິນປະຊາຊົນ ຖູ໋ຍມູ່ຍ, ກວົກແອງ, ນັກສິລະປິນດີເດັ່ນ ທູຮ່ວຽນ, ມິງຍານ, ແທງຮ່ຽນ, ຮ່ວາຍທູ, ຖາວກວຽນ, ດຶກທ້ວນ, ແທງລວານ, ງອກແອ໋ງ… ນັກສິລະປິນດີເດັ່ນ ງອກແອ໋ງ ແບ່ງປັນວ່າ:

ພາຍຫຼັງໄດ້ຮັບການຜັນຂະຫຍາຍເປັນເວລາ 2 ເດືອນ, ລາຍການໄດ້ມີຜົນສຳເລັດໃນເບື້ອງຕົ້ນ, ຈຳນວນຜູ້ມາຊົມລາຍການຫຼາຍທີ່ສຸດ. ຫວ່າງແລ້ວນີ້, ໂຮງລະຄອນແຈ່ວ ຮ່າໂນ້ຍ ໄດ້ຈັດລາຍການຂັບເຂົ້າຊົງ ແລະ ລາຍການນີ້ໄດ້ດຶງດູດແຂກມາຊົມເປັນຈຳນວນຫຼວງຫຼາຍ. ຜູ້ຊົມມີຄວາມຮັບຮູ້ດີທີ່ສຸດຕໍ່ ລາຍການ ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ

ຄຽງຂ້າງບັນດານັກສິລະປິນທີ່ມີຊື່ສຽງ, ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ“ ຍັງມີການເຂົ້າຮ່ວມຂອງບັນດານັກສິລະປິນໜຸ່ມຄື: ກວົກຝ່ອງ, ຫວຽດທັ໋ງ, ຮົ່ງນາມ, ເລຕ໋ວນ, ແມ້ງຮຸ່ງ, ຕ໋ຽນງີ… ນັກສິລະປິນ ກວົກຝ່ອງ ໃຫ້ຮູ້ວ່າ:

ຂ້າພະເຈົ້າແມ່ນນັກສິລະປິນໜຸ່ມໃນຂົງເຂດສິລະປະທີ່ເປັນມູນເຊື້ອ, ພິເສດແມ່ນຂັບແຈ່ວ. ເມື່ອໂຮງລະຄອນມີລາຍການ ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ, ທີ່ສະແດງບັນດາລະຄອນແຈ່ວບູຮານ ແລະ ບັນດາລາຍການສິລະປະທີ່ເປັນມູນເຊື້ອ, ຂ້າພະເຈົ້າດີໃຈຫຼາຍ. ແຕ່ລະຄຳ່ຄືນສະແດງ, ບັນດານັກສິລະປິນຂອງໂຮງລະຄອນໄດ້ຮັບອາລົມຈິດ ກໍ່ຄືການສະໜັບສະໜູນຫຼາຍທີ່ສຸດຈາກຜູ້ຊົມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສິລະປະຂັບແຈ່ວຍັງຍືນຍົງຄົງຕົວໃນໃຈຜູ້ຊົມຢູ່“.

ຕາມນັກສິລະປິນດີເດັ່ນ ທູຮ່ວຽນ ແລ້ວ, ບັນດານັກສິລະປິນ ຫ້າວຫັນກັບລາຍການໃໝ່ທີ່ສຸດ, ຕັ້ງໜ້າເຝິກຊ້ອມເພື່ອນຳສິລະປະຂັບແຈ່ວມາຍັງຜູ້ຊົມເປັນຈຳນວນຫຼວງຫຼາຍ. ສຳລັບບັນດາລະຄອນແຈ່ວ, ພິເສດແມ່ນລະຄອນແຈ່ວບູຮານ, ໂຮງລະຄອນຈັດໃຫ້ນັກສິລະປິນລຸ້ນຕ່າງໆສະແດງນຳກັນເພື່ອຮັບປະກັນຄຸນນະພາບສິລະປະ, ສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມ.

ນັບແຕ່ເຂົ້າຮ່ວມລາຍການ ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ, ບັນດານັກສິລະປິນຂອງໂຮງລະຄອນແຈ່ວ ຮ່າໂນ້ຍ ໄດ້ຕັ້ງໜ້າເຝິກແອບທີ່ສຸດ. ຜູ້ໃດກໍ່ສະໜັບສະໜູນລາຍການ ແລະ ປາຖະໜາຢາກອຸທິດສ່ວນໃຫ້ສິລະປະ“.

ນັບແຕ່ຕົ້ນປີ 2017, ໂຮງລະຄອນແຈ່ວ ຮ່າໂນ້ຍ ໄດ້ກະກຽມໃຫ້ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ“ ຢ່າງລະອຽດທີ່ສຸດ, ນັບແຕ່ບົດລະຄອນ, ເຄື່ອງນຸ່ງຖື, ອຸປະກອນສຳລັບການສະແດງ… ເພື່ອຮັບປະກັນໃຫ້ລາຍການມີຄຸນນະພາບສິລະປະສູງ. ນອກຈາກບັນດາບົດລະຄອນຍາວແລ້ວ, ໂຮງລະຄອນແຈ່ວ ຮ່າໂນ້ຍ ຍັງມີແຜນການສະແດງລະຄອນແຈ່ວຕອນທີ່ມີຊື່ສຽງຢ່າງໜ້ອຍສຸດແມ່ນເດືອນລະເທື່ອ. ໃນລາຍການນີ້, ຜູ້ຊົມສາມາດພົບປະແລກປ່ຽນກັບບັນດານັກສິລະປິນ, ກໍ່ຄືຂັບຮ້ອງພ້ອມກັບນັກສິລະປິນບັນດາຕອນທີ່ຕົນມັກໄດ້. ລາຍການນີ້ຈະຊ່ວຍໃຫ້ຜູ້ຊົມພາຍໃນປະເທດ ແລະ ແຂກສາກົນພົບປະແລກປ່ຽນ, ສຳຜັດກັບສິລະປະຂັບແຈ່ວ, ຈາກນັ້ນຈະມີຄວາມເຂົ້າໃຈກວ່າກ່ຽວກັບຄຸນຄ່າຂອງສິລະປະທີ່ເປັນມູນເຊື້ອຂອງ ຫວຽດນາມ.

ບັນດາ ລາຍການ “ຮ່າໂນ້ຍ ຍາມຄຳ່ຄືນວັນເສົາ“ ບໍ່ພຽງແຕ່ສ້າງໂອກາດໃຫ້ຜູ້ຊົມນະຄອນຫຼວງໄດ້ສຳຜັດກັບສິລະປະພື້ນເມືອງເທົ່ານັ້ນ, ຫາກຍັງເປັນການຮັກສາສິລະປະຂັບແຈ່ວອີກດ້ວຍ. ຜ່ານນັ້ນ, ສິລະປະທີ່ເປັນມູນເຊື້ອຂອງຊາດນັບມື້ນັບຫຍັບເຂົ້າໃກ້ກັບສາທາລະນະຊົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ