ລາຍການ “ເວທີສະແດງທາງໂທລະພາບ” - ປາກົດການປະດິດຄິດສ້າງສິລະປະຂອງຫ໋າຍຟ່ອງ

(VOVWORLD) -ໄລຍະທີ່ຜ່ານມາ ຫ໋າຍຟ່ອງໄດ້ປະຕິບັດລາຍການເວທີສະແດງທາງໂທລະພາບຢ່າງສຳເລັດຜົນເຊິ່ງໄດ້ຈັດຕັ້ງບັນດາລາຍການສະແດງບົນເວທີຢູ່ບັນດາບໍລິເວນຫ່າງໄກສອກຫຼີກຂອງນະຄອນ. ລາຍການ“ເວທີສະແດງທາງໂທລະພາບ” ໄດ້ກາຍເປັນປາກົດການປະດິດຄິດສ້າງສະລະປະ ທີ່ເປັນໜ້າຮອງຮັບຂອງນະຄອນຫ໋າຍຟອງໃນການພັດທະນາສິລະປະ  ສະແດງບົນເວທີແລະຍົກສູງຊີວິດທາງດ້ານວັດທະນະທຳແລະຈິດໃຈໃຫ້ແກ່ປະຊາຊົນ
ລາຍການ “ເວທີສະແດງທາງໂທລະພາບ”  - ປາກົດການປະດິດຄິດສ້າງສິລະປະຂອງຫ໋າຍຟ່ອງ - ảnh 1ລາຍການສະແດງລະຄອນຕຸກກະຕາ "ມ້າວິເສດຢູ່ບ້ານແຄມທະເລ"

     ນັບແຕ່ຕົ້ນປີມານີ້ ພະແນກວັດທະນະທຳກິລານະຄອນຫ໋າຍຟ່ອງໄດ້ຜະລິດແລະຜັນຂະຫຍາຍ 6 ລາຍການສະແດງໃນລາຍການສະແດງບົນເວທີທາງໂທລະພາບເຊິ່ງໄດ້ອອກອາກາດທາງວິທະຍຸກະຈາຍສຽງໂທລະພາບນະຄອນຫ໋າຟ່ອງແລະທຳການສະແດງຮັບໃຊ້ຊາວທ້ອງຖິ່ນ. ບັນດາລາຍການສະແດງມີຫຼາຍຮູບຫຼາຍສີທາງດ້ານຫົວເລື່ອງຄືລາຍການສະແດງຟ້ອນລຳທຳເພງດ້ວຍບັນດາບົດເພງຂອງກອງສິລະປະກອນ “ດົ່ງວ້ອງ”, ລາຍການສະແດງບົດລະຄອນກາຍເລືອງ “ວິລະຊົນເຂດເກື໋ອອຸກ” ຫຼືບົດລະຄອນເວົ້າ “ດອກເບັນຈະມາດໃນບຶງ”. ບັນດາລາຍການກໍ່ລ້ວນແຕ່ຖືກຈັດສ້າງຢ່າງລະອຽດກ່ຽວກັບ ແສງ-ສີ-ສຽງ ແລະໄດ້ຮັບຄວາມສົນໃຈຈາກປະຊາຊົນແລະຜູ້ຊົມພ້ອມກັບການຕີລາຄາສູງຂອງບັນດານັກຊ່ຽວຊານ. ທ່ານເລຄັກນາມ ຮອງປະທານຄະນະກຳມະການປະຊາຊົນນະຄອນຫ໋າຍຟ່ອງຖືວ່າ:

     “ບັນດາລາຍກາຍສິລະປະກໍ່ມີນັກສະແດງເປັນຈຳນວນເທົ່ານັ້ນ ຖ້າຫາກບໍ່ຍົກສູງ ບໍ່ປ່ຽນແປງໃໝ່ນັ້ນ ຜູ້ຊົມຈະປິ່ນຫຼັງໃສ່. ປັດຈຸບັນບັນດາຄະນະສິລະປະກໍ່ຕ້ອງປ່ຽນແປງໃໝ່ ກ່ຽວກັບວິທີນຶກຄິດວິທີເຮັດ. ເພາະວ່າຖ້າຫາກບໍ່ປ່ຽນແປງໃໝ່ຈະບໍ່ມີຜູ້ມາຊົມລາຍການ”. 

     ທ່ານນາງເຈິ່ນທິຮວ່າງມາຍ ຫົວໜ້າພະແນກວັດທະນະທຳແລະກິລາ ນະຄອນຫ໋າຍຟ່ອງແບ່ງປັນວ່າລາຍການໄດ້ປະຕິບັດດ້ວຍຄວາມຫວັງວ່າບັນດາຄະນະສິລະປະກອນກໍ່ລ້ວນແຕ່ໄດ້ເຄື່ອນໄຫວແລະບັນດານັກສະແດງສິລະປິນຈະມີຊີວິດບົນເວທີສະແດງ. ສິ່ງທີ່ສຳຄັນກວ່ານັ້ນແມ່ນບັນດາການເຄື່ອນໄຫວວັດທະນະທຳສິລະປະຕ້ອງສາມາດຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈຂອງປະຊາຊົນນະຄອນເປັນຕົ້ນແມ່ນຊີວິດການເປັນຢູ່ ໄດ້ຮັບການປົວແປງ, ບັນດາຄວາມເປັນຫ່ວງເປັນໃຍທາງດ້ານຊີວິດວັດຖຸກໍ່ສູນຫາຍໄປ.  ຍ້ອນເຫດນີ້ເອງແຜນກ່ຽວກັບເວທີສະແດງທາງໂທລະພາບຢູ່ ຫ໋າຍຟ່ອງໄດ້ສ້າງຕັ້ງຂຶ້ນ. ແຜນການນີ້ໄດ້ກາຍເປັນລາຍການສະແດງສິລະປະດຶງດູດຜູ້ຊົມສິລະປະບົນເວທີທາງໂທລະພາບຫ໋າຍຟ່ອງ.ລາຍການສະແດງບົນເວທີທາງໂທລະພາບຂອງຫ໋າຍຟ່ອງໄດ້ຮັບການຜັນຂະຫຍາຍແຕ່ທ້າຍປີ 2019, ມາຮອດປັດຈຸບັນໄດ້ມີຫຼາຍກວ່າ 30 ລາຍການບົດລະຄອນສະແດງໄດ້ຮັບການປະຕິບັດເພື່ອຮັບໃຊ້ມວນຊົນ. ພິເສດໃນກວ່າສອງປີທີ່ຜ່ານມາຕໍ່ໜ້າຜົນສະທ້ອນຈາກໂຄວິດ - 19, ບັນດາການເຄື່ອນໄຫວວັດທະນະທຳ - ສິລະປະໃນທົ່ວປະເທດຕ້ອງຢຸດຊົ່ວຄາວແຕ່ດ້ວຍລາຍການສະແດງບົນເວທີທາງໂທລະພາບນັ້ນ, ຊາວນະຄອນຫ໋າຍຟ່ອງຍັງໄດ້ຮັບຊົມບັນດາລາຍການສະແດງທີ່ມີຄຸນນະພາບ, ຍົກສູງຊີວິດທາງດ້ານວັດທະນະທຳຈິດໃຈ. ທ່ານນາງເຈິ່ນລີລີຮັກສາການຫົວໜ້າກົມສະແດງສິລະປະກຳກະຊວງວັດທະນະທຳກິລາແລະທ່ອງທ່ຽວຖືວ່າ:

      “ອາດຈະເວົ້າໄດ້ວ່າ ນີ້ແມ່ນປາກົດການ, ພວກເຮົາສາມາດເຮັດໄດ້ວຽກງານໜຶ່ງທີ່ບັນດາແຂວງນະຄອນອື່ນຍາກຈະສາມາດປະຕິບັດໄດ້. ນີ້ແມ່ນເລື່ອງໄດ້ນຳວິທີສະແດງທາງໂທລະພາບມາຮັບໃຊ້ປະຊາຊົນ. ນີ້ກໍ່ແມ່ນຄວາມກ້າຫານແມ່ນຫົວຄິດປະດີດສ້າງແລະໄດ້ຜັນຂະຫຍາຍເຖິງກົກເຖິງປາຍ. ພວກຂ້າພະເຈົ້າຫວັງວ່າລາຍການສະແດງບົນເວທີທາງໂທລະພາບ ຈະບໍ່ຢຸດຢູ່ທີ່ນີ້ຫາກຍັງຕ້ອງກ້າວເດີນຕໍ່ໄປເຊິ່ງບໍ່ຢຸດຢູ່ບໍລິເວນນະຄອນຫ໋າຍຟ່ອງເທົ່ານັ້ນ ຫາກຍັງສ້າງເປັນທ່າອ່ຽງຂະຫຍາຍອອກສູ່ທົ່ວປະເທດ.”

      ທ່ານນາງເຈິ່ນທິຮວ່າງມາຍ ຫົວໜ້າພະແນກວັດທະນະທຳແລະກິລານະຄອນຫ໋າຍຟ່ອງໃຫ້ຮູ້ວ່າ ພ້ອມກັບເລື່ອງເປັນເຈົ້າການປະຕິບັດບັນດາລາຍການທີ່ຍັງເຫຼືອຂອງປີ 2022, ພະແນກວັດທະນະທຳແລະກິລານະຄອນຫ໋າຍຟ່ອງພວມຮີບຮ້ອນສ້າງແຜນການ, ປັບປຸງໂຄງສ້າງຮູບແບບບັນດາລາຍການສະແດງ, ສັ່ງເຮັດບົດລະຄອນໃຫ້ແກ່ລາຍການທັງປີ 2023.  ຖັນແຖວນັກສະແດງສິລະປິນຂອງນະຄອນຫ໋າຍຟ່ອງກໍ່ພວມສ້າງບັນດາລາຍການບົດລະຄອນເພື່ອຮັບປະກັນຄວາມຕ້ອງການທາງດ້ານຄຸນນະພາບ, ເນື້ອໃນ, ຄຸນຄ່າສິລະປະ ແລະພ້ອມກັນແຜ່ກະຈາຍ “ເພື່ອນະຄອນຫ໋າຍຟ່ອງທີ່ກວ້າງໃຫຍ່ ແລະແຈ້ງສະຫວ່າງ” ພ້ອມທັງສູ້ຊົນເພື່ອໃຫ້ເວທີສະແດງຍາມໃດກໍ່ຮຸ່ງແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ