ລາຍການສິລະປະ “ສຽງດົນຕີແຫ່ງຄວາມປາດຖະໜາ”

(VOVWORLD) -ຫວ່າງແລ້ວນີ້,     ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ສົມທົບກັບສະໂມສອນ ດິ່ງລ່າງ ຫວຽດນາມ ຫາກໍ່ຈັດລາຍການສະແດງສິລະປະ “ສຽງດົນຕີແຫ່ງຄວາມປາດຖະໜາ” ຢູ່ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ ຮ່າໂນ້ຍ ທີ່ເຮືອນເລກທີ 50 ຖະໜົນ ດ່າວຢຸຍຕື່ ຮ່າໂນ້ຍ. ເຂົ້າຮ່ວມລາຍການສະແດງນີ້ ມີບັນດານັກສິລະປິນຂອງວົງດົນຕີ ປາດຖະໜາ
ລາຍການສິລະປະ “ສຽງດົນຕີແຫ່ງຄວາມປາດຖະໜາ” - ảnh 1 ວົງດົນຕີ ປາດຖະໜາ

    ວົງດົນຕີ ປາດຖະໜາ ລວມມີບັນດານັກສິລະປິນຖືກພິການຕາ, ລົງເລິກການສະແດງ ເສບເຄື່ອງດົນຕີພື້ນເມືອງຂອງ ຫວຽດນາມ. ສິລະປິນແຕ່ລະຄົນຕ່າງກໍ່ແມ່ນແບບຢ່າງອັນດີເດັ່ນ ກ່ຽວກັບມານະຈິດ ແລະ ຄວາມມຸ່ງຫວັງຢາກບືນຕົວຂຶ້ນໃນການຮ່ຳຮຽນ ແລະ ໃນການດຳລົງຊີວິດ. ອ້າຍ ເລຊວັນຄວາ ສັງກັດວົງດົນຕີ ດິ່ງລ່າງ ຫວຽດນາມ ຜູ້ກຳກັບລາຍການສະແດງສິລະປະ “ສຽງດົນຕີແຫ່ງປາດຖະໜາ” ແບ່ງປັນວ່າ:

      “ ວົງດົນຕີ ປາດຖະໜາ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2004. ມາຮອດປັດຈຸບັນ ວົງດົນຕີໄດ້ທຳການສະແດງຫຼາຍຄັ້ງຢ່າງສຳເລັດຜົນ ຢູ່ພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນໂຄສະນາເຜີຍແຜ່ ດ້ານດົນຕີພື້ນເມືອງ ຫວຽດນາມ. ສຳລັບບັນດານັກສິລະປິນຖືກພິການຕາ, ການຮຽນດົນຕີ ແມ່ນມີຄວາມຫຍຸ້ງຍາກຫຼາຍກວ່າ. ເຂົາເຈົ້າແມ່ນບັນດານັກສິລະປິນຄົນພິເສດໄດ້ ແລະ ພວມຮັບການກໍ່ສ້າງຢ່າງເປັນລະບົບ ຢູ່ສະຖາບັນດົນຕີແຫ່ງຊາດ ຮ່າໂນ້ຍ. ວົງດົນຕີ ດິ່ງລ່າງ ຫວຽດນາມ ແລະ ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ເຄີຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະແດງສິລະປະຢ່າງເປັນປະຈຳຄື ຂັບແທນ, ຂັບສຳ, ຂັບແຈ່ວ…”

       ໃນລາຍການສະແດງສິລະປະ, ບັນດານັກສິລະປິນຍັງແນະນຳບາງຮູບການດົນຕີພື້ນເມືອງຄື ຂັບເຈົາວັນ, ຂັບກວານເຫາະ, ດົນຕີໃນພະລາດຊະວັງ ເຫວ້… ພິເສດຍັງມີລາຍການສະແດງດົນຕີພື້ນເມືອງ ຂອງບາງປະເທດອາຊີ ດ້ວຍການເສບບັນດາບົດດົນຕີພື້ນເມືອງຕິດຕໍ່ກັນ. ນາງ ໂດ໊ທິລານ ຜູ້ມາຊົມລາຍການ ເປີດເຜີຍວ່າ:

    “ເມື່ອໄດ້ຮັບຊົມລາຍການສະແດງຂອງບັນດານັກສິລະປິນພິການຕານັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ເພາະວ່າເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ຮັບຊົມລາຍການສະແດງເຊັ່ນນີ້. ຂ້າພະເຈົ້າມີຄວາມນິຍົມນັບຖືຕໍ່ບັນດານັກສິລະປິນ, ເພາະເຖິງວ່າເຂົາເຈົ້າແມ່ນຄົນພິການກໍ່ຕາມ ແຕ່ເຂົາເຈົ້າໄດ້ສະແດງມ່ວນທີ່ສຸດ ແລະ ມີລັກສະນະເປັນມືອາຊີບ”.

     ຜ່ານລາຍການສະແດງສິລະປະ, ວົງດົນຕີ ດິ່ງລ່າງ ຫວຽດນາມ ມີຄວາມຫວັງຢາກສ້າງ ຂອບເຂດການເຄື່ອນໄຫວ ເພື່ອໃຫ້ບັນດານັກສິລະປິນທີ່ມີສະພາບຫຍຸ້ງຍາກ ໄດ້ທຳການສະແດງ, ພົບປະແລກປ່ຽນ. ທ່ານ ເຈິ່ນດຶກບິ່ງ ຫົວໜ້າສະໂມສອນ ດິ່ງລ່າງ ຫວຽດນມ ໃຫ້ຮູ້ວ່າ:

        “ລາຍການສະແດງສິລະປະ ແມ່ນນອນໃນກຸ່ມເປົ້າໝາຍຂອງວົງດົນຕີ ດິ່ງລ່າງ ຫວຽດນາມ ແນໃສ່ຊຸກຍູ້ການຊ່ວຍເຫຼືອບັນດານັກສະລະປະການ, ນັກສິລະປິນທີ່ມີຄວາມເມົາມົວ ສິລະປະພື້ນເມືອງ ເພື່ອຊ່ວຍໃຫ້ເຂົາເຈົ້າເພີ່ມກຳລັງໜູນຕື່ມອີກ ເພື່ອປະກອບອາຊີບ. ພວກຂ້າພະເຈົ້າມີຄວາມຫວັງ ຢາກມີການຮ່ວມແຮງຮ່ວມໃຈຂອງວົງຄະນະຍາດ ທີ່ມີຕໍ່ວົງດົນຕີ ປາດຖະໜາ ເພາະວ່ານີ້ແມ່ນບັນດານັກສິລະປິນໄດ້ຮັບການຮ່ຳຮຽນຢ່າງເປັນລະບົບ, ມີຄວາມເມົາມົວ ແລະ ມີຄວາມເກັ່ງກ້າສາມາດ”.

     ຫຼາຍປີທີ່ຜ່ານມາ, ວົງດົນຕີ ດິ່ງລ່າງ ຫວຽດນາມ ແລະ ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ແລະ ວັດທະນະທຳມະນຸດ. ທ່ານນາງ ເຈິ່ນທິຖຸຍລານ ຮອງຫົວໜ້າຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ແບ່ງປັນວ່າ:

       “ພວກຂ້າພະເຈົ້າໄດ້ສົມທົບກັບບັນດາສະມາຊິກໃນວົງດົນຕີ ປາດຖະໜາ ມາເປັນເວລາຫຼາຍປີແລ້ວຢູ່ວິຫານ ເບັກໝາ, ວິຫານ ກວານເດ໊, ຄຸ້ມຖະໜົນເກົ່າ ຮ່າໂນ້ຍ… ພາຍຫຼັງບັນດາລາຍການສະແດງທີ່ມີຄວາມໝາຍນີ້, ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າ ຮ່າໂນ້ຍ ມີຄວາມປາດຖະໜາວ່າ ບໍ່ພຽງແຕ່ໄດ້ສົມທົບກັບວົງດົນຕີ ປາດຖະໜາ ເທົ່ານັ້ນ ຫາກຍັງໄດ້ສົມທົບກັບຫຼາຍກຸ່ມ ນິຍົມຊົມຊອບສິລະປະ, ດົນຕີພື້ນເມືອງອື່ນໆອີກ ເພື່ອໂຄສະນາເຜີຍແຜ່ດົນຕີພື້ນເມືອງ ໃນໝູ່ປະຊາຊົນເປັນຕົ້ນແມ່ນໄວໜຸ່ມ”.

       ລາຍການສະແດງສິລະປະ ເປັນຄັ້ງທຳອິດໄດ້ຖືກຈັດຂຶ້ນຢູ່ສູນພົວພັນແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ ຮ່າໂນ້ຍ ພາຍຫຼັງໄລຍະຖືກແຍກຫ່າງສັງຄົມຍ້ອນ ໂຄວິດ - 19. ລາຍການນີ້ ໄດ້ປະກອບສ່ວນອະນຸລັກຮັກສາມໍລະດົກວັດທະນະທຳ ດົນຕີພື້ນເມືອງຂອງຊາດ ຫວຽດນາມ ພ້ອມທັງເຊີດຊູບັນດານັກສິລະປິນໃນວົງດົນຕີ ປາດຖະໜາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ