ວົງຄະນາຍາດຊາວເຜົ່າຈຳນະຄອນ ໂຮ່ຈີມິນ ຕ້ອນຮັບລະດູບານໃໝ່

  ຫວນ​ຄືນ​ຫຼັງໜຶ່ງ​ປີ​ທີ່​ຜ່ານ​ມາ, ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ບັນລຸ​ຜົນງານ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ເສດຖະກິດ - ສັງຄົມ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ຊາວ​ເຜົ່າ​ຂອງຕົນ ​ແລະ ສາມັກຄີ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​. ປະກອບສ່ວນ​ກໍ່ສ້າງ​ນະຄອນ ​ໂຮ່ຈີ​ມິນ​ ໃຫ້ນັບ​ມື້​ນັບ​ຮັ່ງມີ, ສວຍ​ງາມ. ​​​​ລະດູບານ​ໃໝ່​ວຽນມາ, ຊາວ​ເຜົ່າ​ຈຳກໍ່​ມີຄວາມ​ເບິ​ກບານ​ມ່ວນ​ຊື່ນ​ຫຼາຍ​ກວ່າທົບ​ສອງ​ເທົ່າ ​ຍ້ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ.
ວົງຄະນາຍາດຊາວເຜົ່າຈຳນະຄອນ ໂຮ່ຈີມິນ ຕ້ອນຮັບລະດູບານໃໝ່ - ảnh 1
(ພາບ:.baobinhduong.org.)

ຊາວ​ເຜົ່າ​ຈຳ​ນະຄອນ ​ໂຮ່ຈີ​ມິນ​ ສ່ວນ​ຫຼາຍ​ແມ່ນ​ເຊື່ອ​ຖື​ສາສະໜາ ອິດສະ​ລາມ ດັ່ງ​ນັ້ນ​ບຸນປີ​ໃໝ່​ຂອງ​ເຂົາ​ເຈົ້າແມ່ນ​ບຸນ Roya  ​ເຊິ່ງຈັດ​ຂຶ້ນພາຍຫຼັງ​ສິ້ນ​ສຸດ​ເດືອນ​ກິນ​ເຈ Ramadan ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ສາສະໜາ​ອິດສະ​ລາມ. ​ແຕ່​ເຈື່ອຈານ​ພ້ອມ​ກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ຊາວ​ຫວຽດນາມ​ໃນ​ທົ່ວ​ປະ​ເທດ, ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ກໍ່ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​​​ດ້ວຍຄວາມ​ເບິ​ກບານ​ມ່ວນ​ຊື່ນ​. ​ເມື່ອ​ໄປ​ຢ້ຽມຢາມ​ຄຸ້ມ​ຖະໜົນ​ຂອງ​ຊາວ​ເຜົ່າ​ຈຳ​ຢູ່​ຕາ​ແສງ 17, ​ເມືອງ ບິ່ງ​ແທ້ງ, ພວກ​ເຮົາ​ຈະ​ເຫັນ​ໄດ້​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ຂອງ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ ​ເມື່ອ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ. ດ້ວຍ​ນ້ຳ​ໃຈ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ປະຊາຊົນ​ທີ່​ດຳລົງ​ຊີວິດ​ໃນ​ຕາ​ແສງ 17, ​ໄດ້ມອບ​ຂອງ​ຂວັນຊ່ວຍ​ເຫຼືອ​ໃຫ້​ບັນດາ​ຄອບຄົວ​ຊາວເຜົ່າ​ຈຳ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​. ​ເຖິງ​ວ່າ​ຂອງຂວັນ​ມີ​ມູນ​ຄ່າ​ບໍ່ຫຼາຍ​ກໍ່ຕາມ ​ແຕ່​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ຮັກ​ແພງ​ອຸ້ມ​ຊູຊ່ວຍ​ເຫຼືອ​ເຊິ່ງການ ​ແລະ ກັນ​ຂອງ​ຊາວ​ຫວຽດນາມ. ທ່ານ ຫວູນາມ​ຈູງ, ​ເລຂາຄະນະພັກ, ທັງເປັນປະທານ ຕາແສງ 17, ເມືອງ ບິ່ງແທ້ງ, ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ.

    ”ໃນຊຸມປີມໍ່ໆມານີ້, ຊີວິດການ​ເປັນ​ຢູ່ຂອງຊາວເຜົ່າຈຳຢູ່ຕາແສງ 17 ໄດ້ຮັບການຍົກສູງຂຶ້ນບາດກ້າວໜຶ່ງ. ແຕ່ຍັງຄົງປະສົບກັບຄວາມຫຍຸ້ງ ຍາກຢູ່. ທາງ​ຕາ​ແສງ​ໄດ້​ໜູນ​ຊ່ວຍ​ຊາວ​ເຜົ່າ​ຜ່ານຫຼາຍ​ຮູບ​ການ​ຄື: ມອບ​ທຶນ​ສຶກສາ​ໃຫ້​ລູກ​ຫຼານ​ຊົນ​ເຜົ່າ​ຈຳ, ​ໃຫ້​ກູ້​ຢືມ​ທຶນ​​ໃນ​ໂຄງການ ”ຫຼຸດຜ່ອນ​ຄວາມທຸກ​ຍາກ” ​ເພື່ອ​​ແນ​ໃສ່ປັບປຸງ​ຊີ​ວິດ​ການ​ເປັນ​ຢູ່ຂອງວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ ​ແລະ​ ສ້າງ​ກຳລັງ​ໜູນໃຫ້​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ເຂົ້າ​ຮ່ວມ​ຂະ​ບວນການ​ຕ່າງໆ​​ໃນທ້ອງ​ຖີ່​ນ”.

ວົງຄະນາຍາດຊາວເຜົ່າຈຳນະຄອນ ໂຮ່ຈີມິນ ຕ້ອນຮັບລະດູບານໃໝ່ - ảnh 2
(ພາບ:.baobinhduong.org.)

ທ່ານ Samael, ​ແມ່ນຊາວ​ເຜົ່າ​ຈຳຜູ້​ໜຶ່ງ,​ ປີ​ນີ້​ຄອບຄົວ​ທ່ານໄດ້​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ໃນ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ​ເຊິ່ງຄອບຄົວ​ທ່ານ​ຫາ​ກໍ່​ໄດ້​ຮັບ. ທ່ານ​​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ, ປີ​ນີ້​ທ່ານ​ມີ​ອາຍຸ 75 ປີ, ບ້ານ​ເກີດ​​ເມືອງ​ນອນຢູ່ ອານ​ຢາງ, ​ຄອບຄົວ​ທ່ານ​ໄດ້​ຍ້າຍ​ໄປ​ດຳລົງ​ຊີວິດຢູ່ ​ໄຊ​ງ່ອນ ​ມາ​ຫຼາຍ​ປີ​ແລ້ວ, ​ແຕ່​ຍ້ອນ​ມີ​ລູກ​ຫຼາຍ​ຄົນ, ຄອບຄົວ​ພັດ​ທຸກ​ຍາກ, ຊີວິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ປີ​ນີ້, ຄອບຄົວ​ຂອງ​ທ່ານ​ດີ​ໃຈ​ຫຼາຍ​ເມື່ອໄດ້​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ​​ໃນເຮືອນ​ຫຼັງ​ໃໝ່ ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ​​ຊ່ວຍ​ກໍ່ສ້າງ​ໃຫ້.

”ຂ້າພະ​ເຈົ້າ​ໄດ້​ຮັບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ຈາກ​ລັດ ທີ່​ມີ​ມູນ​ຄ່າ 30 ລ້ານ​ດົ່ງ. ບຸນປີ​​ໃໝ່ນີ້​, ຄອບຄົວ​ຂ້າພະ​ເຈົ້າ​ຮູ້ສຶກ​ເບິ​ກບານ​ມ່ວນ​ຊື່ນ, ​ແລະ​ອຸ່ນ​ອ່ຽນ​ໃຈຫຼາຍ ຍ້ອນໄດ້​ດຳລົງ​ຊີວິດ​ໃນ​ເຮືອນ​ໃໝ່​”

ທາງ​ນະຄອນ​ກໍ່​ໄດ້​ສືບ​ຕໍ່​ຍົກ​ເວັ້ນຄ່າ​ຮຽນ​ໃຫ້​ນັກຮຽນ​ຊົນ​ເຜົ່າ​ຈຳທີ່​ຮຽນ​ແຕ່​ຊັ້ນ​ອະນຸບານ​ເຖິງ​ຊັ້ນ​ມັດທະຍົມ​ຕອນ​ປາຍ. ຍ້ອນ​ເຫດ​ນັ້ນ, ລູກ​ຫຼານ​ຊາວ​ເຜົ່າ​ຈຳ​ຈຶ່ງ​ມີ​ເງືອ່ນ​ໄຂ​ໄປ​ຮຽນ, ປະກອບສ່ວນ​ຍົກ​ສູງ​ລະດັບ​ຄວາມ​ຮູ້. ທ່ານ Kim So ຜູ້​​ເຊື່ອ​ຖື​ສາສະໜາ​ອິດສະ​ລາມ, ​ເມືອງ 8, ​ແຫ່ງ​ທີ່​​ເຕົ້າ​ໂຮມ​ຊາວ​ເຜົ່າ​ຈຳ ​ເຖິງ 240 ຄອບຄົວ, ​ໃຫ້​ຮູ້​ວ່າ, ຢູ່​ເຂດ​ນີ້​ຜູ້​ມີ​ລະດັບ​ປະລິ​ຍາ​ຕີ​ເຖິງ 15 ຄົນ, ​ໃນ​ນັ້ນ 3 ຄົນ ພາຍຫຼັງ​​ຮຽນຈົບ​ຢູ່​ຕ່າງປະ​ເທດ​ໄດ້​ກັບ​ເມືອ​ເຮັດ​ວຽກ​​ໃນ​ທ້ອງ​ຖີ່​ນ.

    ”​ໃນ​ປີຜ່ານມາ, ​ໂດຍ​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ເມືອງ 8 ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຈຳຢູ່​ທ້ອງ​ຖີ່​ນຄື​ຊ່ວຍ​ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ​ເອົາ​ໃຈ​ໃສ່​ເຖິງ​ການຮ່ຳ​ຮຽນ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ລູກ​ຫຼານ​​ເຜົ່າ​ຈຳ”.

ປີ 2012, ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ນະຄອນ ​ໂຮ່ຈີ​ມິນ ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການ ”ຫຼຸດຜ່ອນ​ຄວາມທຸກ​ຍາກ”, ປະກອບສ່ວນ​ພັດທະນາ​ເສດຖະກິດ​ດ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ. ພ້ອມ​ທັງ​ມີ​ມາດ​ຕະການ​ສົ່ງ​ເສີມ​ໃຫ້​ລູກ​ຫຼານ​ຊາວເຜົ່າ​ຈຳ​ຮ່ຳຮຽນ​ວັດທະນະທຳ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ຫຼີກ​ເວັ້ນ​ໄພ​ສັງຄົມ. ທ່ານ ຫຼີຢູ​ໂຊ, ຮອງ​ຫົວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ ທີ່​ເຊື່ອ​ຖື​ສາສະໜາ ອິດສະ​ລາມ ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເວົ້າ​ວ່າ:

    ”ປີ 2012, ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳ​ເຊື່ອ​ຖື​ສາສະໜາ ອິດສະ​ລາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ຈະ​ພ້ອມ​ກັບ​ປະຊາຊົນ​ນະຄອນສູ້​ຊົນ​ປະຕິບັດບາງ​ຕົວ​ເລກ​ຄາດໝາຍ​ຂອງ​ນະຄອນ​ໃຫ້​ດີ​ຄື: ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຫຼຸດຜ່ອນ​ອັດຕາ​ສ່ວນ​ຫວ່າງ​ງານ, ຄວບ​ຄຸມ​ບໍ່​ໃຫ້​ວັດທະນະທຳ​ທີ່​ເສື່ອ​ມ​ເສຍ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄຸນສົມບັດ​ໃນ​ສັງຄົມ”.

ລະດູບານ​ໃໝ່​ວຽນມາ ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື້ອ​ໝັ້ນ ​ແລະ​ຄວາມ​ຫວັງ. ຕ້ອນຮັບ​ລະດູບານ​ໃໝ່. ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ຈຳຢູ່​ນະຄອນ ​ໂຮ່ຈີ​ມິນ ຈະ​ມານະ​ພະຍາຍາມ​ບືນ​ຕົວ​ຂຶ້ນ ​ເພື່ອ​ສ້າງ​ອະນາຄົດ​ທີ່​ສົດ​ໄສ, ປະກອບສ່ວນ​ກໍ່ສ້າງ​ນະຄອນ​ໃຫ້​ນັບ​ມື້​ນັບ​ພັດທະນາ.

   

ຕອບກັບ

ຂ່າວ/ບົດ​ອື່ນ