ວັດ ປີຕູໂຄຊາຣັງໄຊ - ທີ່ອາໄສຂອງນັກສຶກສາທຸກຍາກ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

ວັດ​ຂະ​ແມ​ນິ​ກາຍ​ນິ​ລະ​ຍານ ປີ​ຕູ​ໂຄ​ຊາ​ຣັງ​ໄຊ ຫຼື​ເອີ້ນ​ວ່າ ວັດ​ວ້ຽນ​ກວາງ ຕັ້ງ​ຢູ່​ຖະ​ໜົນ ໝາກ​ດິງ​ຈີ, ຕາ​ແສງ ອານ​ກື, ເມືອງ ນິງ​ກ່ຽວ, ນະ​ຄອນ ເກີນ​ເທີ ບໍ່​ພຽງ​ແຕ່​ແມ່ນບ່ອນ​ທີ່​ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ​ຮຽນ​ສາດ​ສະ​ໜາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ບັນ​ດາ​ນັກ​ສຶກ​ສາ​ທີ່​ທຸກ​ຍາກ​ມີ​ເງື່ອນ​ໄຂ​ເພື່ອ​ກິນ​ຢູ່, ຮ່ຳ​ຮຽນ​ເພື່ອ​ກາຍ​ເປັນ​ຜູ້​ທີ່​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ. ວັດ​ນີ້ ໄດ້​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ເພື່ອ​ຊ່ວຍ​ເຫຼືອ​ນັກ​ຮຽ​ນ, ນັກ​ສຶກ​ສາ, ຜູ້​ທຸກ​ຍາກ ແລະ ທັງ​ແມ່ນ​ບ່ອນ​ຢູ່​ຂອງ​ບັນ​ດາ​ນັກ​ຮຽນ​ໃນ​ຍ​າມສອບ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ. 

ວັດ ປີຕູໂຄຊາຣັງໄຊ - ທີ່ອາໄສຂອງນັກສຶກສາທຸກຍາກ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1
ວັດ​ຂະ​ແມ​ນິ​ກາຍ​ນິ​ລະ​ຍານ ປີ​ຕູ​ໂຄ​ຊາ​ຣັງ​ໄຊ ຕັ້ງ​ຢູ່​ຖະ​ໜົນ ໝາກ​ດິງ​ຈີ, ຕາ​ແສງ ອານ​ກື, ເມືອງ ນິງ​ກ່ຽວ, ນະ​ຄອນ ເກີນ​ເທີ

       ໂດຍ​ຖືກ​ຕັ້ງຢູ່ຖະ​ໜົນ ໝາກ​ດິງ​ຈີ, ຕາ​ແສງ ອານ​ກື, ເມືອງ ນິງ​ກ່ຽວ, ເຖິງວ່າ ວັດ​ມີ​ເນື້ອ​ທີ່ບໍ່ກ້​ວາງ​ຂວາງ​ກໍ​ຕາມ, ແຕ່​ຢູ່​ວັດນ​ີ້ ແມ່ນ​ບ່ອນເພື່ອ​ໃຫ້​ບັນ​ດາ​ພະ​ສົງ​ສຳ​ມະ​ເນັນ​ຮຽນ​ສາດ​ສະ​ໜາ, ນອກ​ຈາກນັ້ນ ກໍ​ຍັງ​ມີ​ອາ​ຄານ 2 ຊັ້ນ​ເພື່ອ​ໃຫ້​ພວກ​ນັກ​ຮຽນ, ນັກ​ສຶກ​ສາ​ຮ່ຳ​ຮຽນ​ອີກ​ດ້ວຍ. ນ້ອງ​ ກິມ​ແທງ​ເລີມ ນັກ​ສຶກ​ສາ​ປີ​ທີ 1 ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ-ການ​ຢາ ເກີນ​ເທີ , ບ້ານ​ເກີດ​ຢູ່​ເມືອງ ຈາ​ກູ້, ແຂວງ ຈາ​ວິງ ໃຫ້​ຮູ້​ວ່າ 

    “ ນ້ອງ​ດີ​ໃຈຫຼາຍ ເມື່ອ​ໄດ້​ຢູ່​ໄດ້​ກິນ​ໃນ​ວັດ, ​ທາງວັດ​ໄດ້​ຊ່ວຍນ້ອງ​ມີ​ເງື່ອນ​ໄຂ​ຮ່ຳຮຽນເປັນ​ຢ່າງ​ດີ. ຖ້າ​ຫາກບໍ່​ໄດ້​ຮຽນ​ຢູ່ນີ້, ເບິ່ງ​ຄື​ວ່າ​ການ​ຮ່ຳ​ຮຽນ​ຂອງ​ນ້ອງກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ.  ”

    ໂດຍມີ​ສະ​ພາບ​ເຊັ່ນ​ດຽວ​ກັນ​ກັບ​ນ້ອງ​ເລີມ, ນ້ອງ​ແຢງ​ດາດ​ມິງ ນັກ​ສຶກ​ສາ​ປີ​ທີ 3 ຂະ​ແໜງກໍ່​ສ້າງ, ມະ​ຫາ​ວິ​ທະ​ຍາ​ໄລເກີນ​ເທີ , ບ້ານ​ເກີດ​ຢູ່​ເມືອງ​ຮ່​ວາ​ບີງ, ແຂວງ ບາກ​ລຽວ. ຍ້ອນ​ເງື່ອນ​ໄຂດ້ານ​ເສດ​ຖະ​ກິດ​ຂອງ​ຄອບ​ຄົວຍັງ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ເມື່ອ​ໄດ້​ຮັບ​ຂ່າວ​ເສັງ​ໄດ້​ຄະ​ແນນ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລ, ຄອບ​ຄົວ​ຂອງ​ນ້ອງ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ທີ່​ສຸດ​ເພາະ​ບໍ່​ມີ​ເງິນ​ພຽງ​ພໍ​ເພື່ອ​ຈ່າຍ​ຄ່າ​ກິນ​ຄ່າ​ຢູ່ ແລະ ຄ່າ​ໂຮງ​ຮຽນໃຫ້​ນ້ອງ. ໂດຍ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ສະ​ພາບ​ຄອບ​ຄົວ​ຂອງ​ນ້ອງ, ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ເຈົ້າອະ​ທິ​ການ​ວັດ​ ປີ​ຕູ​ໂຄ​ຊາ​ຣັງ​ໄຊ ໄດ້​ຮັບ​ນ້ອງມາ​ຢູ່​ວັດ​ນີ້​ໃນ​ຕະຫຼອດ​ໄລ​ຍະ​ຮ່ຳ​ຮຽນ. ນ້ອງ​ແຢງ​ດາດ​ມິງ ໃຫ້​ຮູ້​ວ່າ :

    “ ບັນ​ດາ​ພະ​ພິກ​ຂຸ​ຢູ່​ວັດ​ນີ້​ໄດ້​ຊ່ວຍ​ນ້ອງຫຼາຍ​ຢ່າງ, ດັ່ງ​ນັ້ນ ກໍ​ສາ​ມາດຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ກິນ​ການ​ຢູ່, ການ​ຈ່າຍ​ຄ່າ​ເຊົ່າ​ເຮືອນ ແລະ ອື່ນໆ. ຖ້າ​ຫາກບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ພິກ​ຂຸ, ການ​ຮ່ຳ​ຮຽນ​ຂອງ​ນ້ອງ​ອາດ​ຈະ​ຖືກ​ຕັດ​ຕອນ ແລະ ບາງ​ເທື່ອບໍ່​ສາ​ມາດ​ສືບ​ຕໍ່​ໄດ້ ”

     2 ກໍ​ລະ​ນີ​ດັ່ງ​ກ່າວ​ແມ່ນນອນ​ໃນ​ຈຳ​ນວນ​ນັກ​ສຶກ​ສາກວ່າ 600 ຄົນ​ທີ່​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ​ຢູ່ບັນ​ດາ​ແຂວງເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຊຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ໃຫ້​ຮູ້ວ່າ :

    “ ໃນ​ຊຸມ​ປີ​ກ່ອນນີ້, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າຂະ​ແມກໍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ພໍ່​ປູ່, ແມ່​ຍາ ແລະ ພໍ່​ແມ່ກໍ​ມີ​ຄວາມ​ເປັນ​ຫ່​ວງ​ເປັນ​ໄຍ​ຕໍ່​ການ​ຮ່ຳ​ຮຽນ​ຂອງ​ພວກ​ນ້ອງ. ພວກ​ນ້ອງ​ມັກ​ຮຽນ​ ແຕ່​ຄອບ​ຄົວ​ພັດທຸກ​ຍາກ, ບໍ່ມີ​ເງື່ອນ​ໄຂ​ຊ່ວຍ​ພວກ​ນ້ອງ​ເຂົ້າ​ຮຽນຂັ້ນມະ​ຫາ​ວິ​ທະ​ຍາ​ໄລ. ດັ່ງນັ້ນ, ໂດຍ​ເລີ່ມ​ມາ​ຈາກ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ມະ​ນຸດ​ດ້ວຍ​ກັນ, ອາດ​ຕະ​ມາຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ບັນ​ດາ​ຜູ້​ທີ່​ໄດ້​ຊ່ວຍ​ເຫຼືອ​ຕົນ​ເອງ, ດັ່ງ​ນັ້ນ​ເພື່ອ​ເປັນ​ສືບ​ທອດ​ສິ່ງ​ທີ່​ດີ​ງາມນັ້ນ, ​ອາດ​ຕະ​ມາ ຈຶ່ງ​ຕົກ​ລົງ​ຮັບ​ເອົາ​ນັກ​ສຶກ​ສາທີ່​ທຸກ​ຍາກ​ມາ​​ຢູ່​ວັດ​ເພື່ອ​ຮ່ຳ​ຮຽນ ”

     ນັບ​ແຕ່​ປີ 1996 ມາ​ຮອດ​ປະ​ຈຸ​ບັນ, ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ໄດ້​ຮັບ​ເອົາ​ນັກ​ສຶກ​ສາ 50 ຄົນ​ທີ່​ມີ​ສະ​ພາບ​ຄອບ​ຄົວ​ຫຍຸ້ງ​ຍາກ, ພວມ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລຕ່າງໆ ມາ​ຢູ່​ວັດ. ທາງວັດ​ໄດ້​ຊ່ວຍ​ເຫຼືອ​ດ້ານ​ການ​ກິນ, ການ​ຢູ່. ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ທຳ​ອິດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ທາງວັດ​ສາ​ມາດ​ຮັບ​ເອົາ​ນັກ​ສຶກ​ສາ​ພຽງ 2-3 ຄົນມາ​ຢູ່ໃນ​ບໍ​ລິ​ເວນ​ອັນ​ຄັບ​ແຄບ, ຫຼັງ​ຈາກນັ້ນ ກໍ​ຕົກ​ລົງ​ປຸກ​ສ້າງ​ຫໍ​ພັກ​ເພື່ອ​ພວກ​ນ້ອງ​ມີ​ເງື່ອນ​ໄຂ​ດີກວ່າ. ມາ​ຮອດ​ປະ​ຈຸ​ບັນ, ຫໍ​ພັກ​ກໍ​ສາ​ມາດ​ຮັບ​ເອົາ​ນັກ​ສຶກ​ສາ​ແຕ່ 40 ຫາ 60 ຄົນມາ​ຢູ່ ແລະ ຈຳ​ນວນ​ນັກ​ສຶກ​ສາ​ມາ​ຢູ່​ກໍ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ.

     ທ່ານຫຼີ​ຊິງ ຫົວ​ໜ້າ​ຄະ​ນະ​ຊົນ​ເຜົ່າ​ແຂວງ​ເກີນ​ເທີ ໃຫ້​ຮູ້ວ​່າ : ວັດ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ຊ່ວຍ​ເຫຼືອ​ນັກ​ສຶກ​ສາ​ທີ່​ທຸກ​ຍາກ​ເທົ່າ​ນັ້ນ, ຫາ​ກ​ຍັງ​ແມ່ນ​ບ່ອນ​ສຶກ​ສາ​ອົບ​ຮົມ​ກ່ຽວ​ກັບ​ຄຸນ​ສົມ​ບັດ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ສອນ​ພາ​ສາ​ຂະ​ແມ​ໃຫ້​ແກ່​ນັກ​ຮຽນ​ອີກ​ດ້ວຍ. ແຕ່​ລະ​ປີ, ທາງວ​ັດ ຍັງ​ຂົນ​ຂວາຍ​ການ​ແຜ່​ບໍ​ລິ​ຈາກ​ເງິນເພື່ອ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ, ມອບ​ທຶນ​ສຶກ​ສາ​ໃຫ້​ແກ່ ນັກ​ສຶກ​ສາ​ທີ່​ທຸກ​ຍາກ​, ກໍ່​ສ້າງ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ຢູ່ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ຍອດ​ຈຳ​ນວນ​ເງິນ​ທີ່​ນຳ​ໃຊ້​ສຳ​ລັບ​ວຽກ​ງານ​ສັງ​ຄົມ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ແມ່ນກວ່າ 1 ຕື້​ດົງ. ທ່ານຫຼີ​ຊິງ ຫົວ​ໜ້າ​ຄະ​ນະ​ຊົນ​ເຜົ່າ​ແຂວງ​ເກີນ​ເທີ ເວົ້າ​ວ​່າ :

    “ ພ້ອມ​ກັບ​ການ​ເຄື່​ືອນ​ໄຫວ​ທາງ​ສາດ​ສະ​ໜາ, ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ກໍ​ຕັ້ງ​ໜ້າ ເຂົ້າ​ຮ່ວມ​ວຽກ​ງານ​ເພື່ອ​ການ​ກຸ​ສົນ, ມະ​ນຸດ​ສະ​ທຳ​ສັງ​ຄົມ, ຂົນ​ຂວາຍ​ພໍ່​ແມ່ຊາວພຸດ​ແຜ່​ບໍ​ລິ​ຈາກ​ເງິນ, ວັດ​ຖຸເພື່ອ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ. ພິ​ເສດ, ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ສຶກ​ສາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ນັກ​ຮຽນ​ບໍ່​ມີ​ເງື່ອນ​ໄຂ​ໄປ​ໂຮງ​ຮຽນ ”

    ນັບ​ແຕ່​ເມື່ອ​ຊ່ວຍ​ເຫຼື​ອນັກ​ສຶກ​ສາ​​ທຸກ​ຍາກ​ມາ​ຮອດ​ປະ​ຈຸ​ບັນ, ພະ​ອາ​ຈານ​ໃຫຍ່ ຫຼີ​ຮຸ່ງ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ນັກ​ສຶກ​ສາ​ນັບ​ຮ້ອຍ​ຄົນ ໃຫ້ມີ​ເງື່ອນໄຂ​ຮ່ຳ​ຮຽນ ແລະ ນັກ​ຮຽນ​ນັກ​ພັນ​ຄົນ​ມາ​ຢູ່​ເພື່ອ​ກະ​ກຽມ​ການ​ສອບ​ເສັງ​ເຂົ້າມະ​ຫາ​ວິ​ທະ​ຍາ​ໄລໃນ​ສົກ​ຮຽນ​ຕ່າງໆ. ມີ​ນັກ​ສຶກ​ສາຫຼາຍ​ຄົນ​ເມື່ອ​ຮຽນ​ຈົບ ໄດ້​ກາຍ​ເປັນ​ພະ​ນັກ​ງານ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຕ່າງໆທີ່​ສຳ​ຄັນ, ໄດ້​ກັບ​ມາ​ອຸ​ທິດ​ສ່ວນ​ຢູ່​ທ້ອງ​ຖິ່ນ ແລະ ກັບ​ຄືນ​ໜູນ​ຊ່ວຍ​ເງິນ​ໃຊ້​ຈ່າຍ​ເພື່ອ​ພ້ອມ​ກັບ​ວັດ​ຊ່ວຍ​ເຫຼື​ອ​ບັນ​ດາ​ນັກ​ສຶກ​ສາ​ມີ​ເງື່ອນ​ໄຂ​ສືບ​ຕໍ່ການ​ຮ່ຳຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ