ວັດທະນະທຳ ປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ

(vovworld)- ບັນ​ດາ​ກິດ​ຈະ​ກຳ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ປະ​ຫວັດ​ແຫ່ງ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ການ​ເຄື່ອນ​ໄຫວ​ບູ​ຮານ​ຄະ​ດີ, ພິ​ເສດ​ແມ່ນ​ບູ​ຮານຄະ​ດີ​​ໃຕ້​ນ້ຳ ​ໃນ​ໄລ​ຍະ​ຜ່ານ​ມາໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ກ່ອນນີ້​ນັບ​ພັນ​ປີ, ຊາວຫວຽດ​ນາມ ໄດ້​ປະ​ກົດ​ຕົວຢູ່ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ແລະ ການ​ເຄື່ອນ​ໄຫວນັ້ນ​ແມ່ນ​ດຳ​ນີນ​ໄປ​ຢ່າງ​ລຽນ​ຕິດ​ຈົນ​ເຖິງ​ປະ​ຈຸ​ບັນ. ເປັນ​ອັນ​ວ່າ ວັດ​ທະ​ນະ​ທຳ ແລະ ກົກ​ເຄົ້າ​ເຫງົ້າ​ກໍ​ປະ​ເທດ​ຊາດ ໄດ້​ປະ​ກອບ​ສ່ວນ​ສ​ຳ​ຄັນ​ເພື່ອຢັ້ງ​ຢືນ ແລະ ເພີ່ມ​ກຳ​ລັງ​ແຮງ​ໃຫ້​​ແກ່ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເວີນ​ທຽງ ທີ່​ມີ​ຫົວ​ຂໍ້​ວ່າ: ວັດ​ທະ​ນະ​ທຳ ປະ​ກອບ​ສ່ວນ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ
ວັດທະນະທຳ ປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ - ảnh 1
                  ການ​ຂຸດ​ຄົ້ນ​ບູ​ຮານ​ຄະ​ດີ​ຢູ່​ເກາະ​ເຈື່ອງ​ຊາ
ພາບ:khaocohoc

        ​ພາຍ​ຫລັງ​ຫລາຍ​ປີບໍ່​ທັນ​ມີ​ເງື່ອນ​ໄຂ​​ໄປປະ​ຕິ​ບັດ​ການ​ສຳ​ຫລວດ​​ຢູ່ພື້ນ​ທີ່​ຕົວ​ຈິງ, ປີ 2015, ສາດ​ສະ​ດາ​ຈານ, ນາຍ​ຄູ​ປະ​ຊາ​ຊົນ ຫງວຽນ​ກວາງງອກ, ຮອງ​ປະ​ທານ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ຫວຽດ​ນາມ ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ ໝູ່​ເກາະ​ເຈື່ອງ​ຊາ. ດ້ວຍ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຢ່າງ​ສຸດ​ຈິດ​ສຸດ​ໃຈ,  ສຳ​ລັບ​ທ່ານ​ແລ້ວ, ການ​ໄປ​ຢ້ຽມ​ຢາມ​ໝູ່​ເກາະ ເຈື່ອງ​ຊາ ​ໃນ ​ປີ 2015 ແມ່ນ​ມີ​ຄວາມ​ໝາ​ຍ​ທີ່​ສຸດ. ທ່ານ ງອກ​ໃຫ້​ຮູ້​ວ່າ: “ໄປ​ຢ້ຽມ​ຢາມເຈື່ອງ​ຊາ ​ແມ່ນເພື່ອ​ຮັກ​ແພງ​ປະ​ເທດ​ຊາດກວ່າ, ຍີ່ງ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​​ຕື່ມ​ອີກກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ຊາດ​ຫວຽດ​ນາມ”. ໄປ​ຢ້ຽມ​ຢາມ ເຈື່ອງ​ຊາ ຍັງ​ແມ່ນ​ວິ​ທີ​ການ​ເພື່ອ​ກວດ​ກາຢັ້ງ​ຢືນບັນ​ດາວັດ​ຖຸ​ເອ​ກະ​ສານ, ຂໍ້​ມູນ​ຂ່າວ​ສານ ຊື່ງ​ທ່ານ​ໄດ້​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ຊາ​ຮ​ີ່ງ, ກ່ຽວ​ກັບ​ວັດ​ຖຸເອ​ກະ​ສານ​ບູ​ຮານ​ຄະ​ດີ​ໂດຍຢັ້ງ​ຢືນ​ການ​​ປະ​ກົດ​ຕົວຂອງ​ຄົນ​ຫວຽດ​​ບູ​ຮານ ຢູ່ ເຈືອງ​ຊາ ແມ່ນ​ມີ​​ພະ​ຍານ​ຫລັກ​ຖານ​ແທ້​ຈິງ.

        “ໄປ​ຢ​້ຽມ​ຢາມ ເຈື່ອງ​ຊາ ຄັ້ງ​ນີ້ ຂ້າ​ພະ​ເຈົ້າ​ສາ​ມາດ​​ເຫັນ​ໄດ້​ຮ່ອງ​ຮອຍຂອງ ຊາວ​ຫວຽດນາມ ບູ​ຮານ ຢູ່ ຊາ​ຮີ່ງ ແລະ ຊາວເຜົ່າ​ຈຳ​ບູ​ຮານ ໄດ້​​ມາ​ເຄື່ອນ​ໄຫວທຳ​ມາ​ຫາ​ກິນ ​ຢູ່ ເຈື່ອງ​ຊາ ກ່ອນນີ້​ນັບ​ພັນໆ​ປີແລ້ວ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ບັນ​ດາ​ຮ່ອງ​ຮອຍ​ຂອງວັດ​ທ​ະ​ນະ​ທຳ ຊາ​ຮີ່ງ ກ່ອນນີ້ 3000 ປີ ແລະ ຢູ່​ທີ່ນີ້​ໄດ້​ຄົ້ນ​ພົບ​ວັດ​ຖຸພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະທີ່​ສຸດ ນັ້ນ​ແມ່ນ​ຕຸ້ມ​ຫູ​ມີ​ຮູບ ຫົວ​ສັດ 2 ຫົ​ວ. ເມື່ອ​ເວົ້າ​ເຖິງ​ຕຸ້ມ​ຫູ​ມີ​ຮູບ ຫົວ​ສັດ 2 ຫົ​ວ ຜູ້​ໃດ​ກໍ​ຄິດ​ເຖິງນັ້ນ​ແມ່ນ​ວັດ​ທະ​ນະ​ທຳ ຊາ​ຮີ່ງ ແລະ ເຈົ້າ​ຂອງ​ຂອງ​ມັນ​ແມ່ນ ຊາ​ຮີ່ງ​ຫວຽດ​ນາມ.”

        ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຕົງ​ຈຸງ​ຕີ້ນ, ປະ​ທານ ສະ​ມາ​ຄົມ​ບູ​ຮານ​ຄະ​ດີ ຫວຽດ​ນາມ ໃຫ້​ຮູ້​ວ່າ: ພາຍ​ຫລັງໄປ​ສຳ​ຫລວດ​ມາ​ເປັນ​ເວ​ລາ 2 ຄັ້ງ ແລະ ດຳ​ເນີນ​ການ​ສຳ​ຫລວດບູ​ຮານ​ຄະ​ດີ​ຢູ່​ເກາະ​ຈຳ​ນວນ​ຫນຶ່ງ​ໃນ​ໝູ່​ເກາະ​ເຈື່ອງ​ຊາ, ບັນ​ດາ​ນັກ​ຄົ້ນ​ຄ​ວ້າ​ວັດ​ຖຸ​ບູ​ຮານ ໄດ້​ພົບເຫັນ​ເຄື່ອງປັ້ນ​ດິນ​ເຜົາ​ຫລາຍ​​ປ່ຽງ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ດີງ - ​ໄລ​ຍະຕົ້ນ​ສະ​ໄຫມລາດ​ຊະ​ວົງເລ (ສັດ​ຕະ​ວັດ​ທີ 10), ຫລີ  - ເຈີນ (ສັດ​ຕະ​ວັດ​ທີ 11-14), ​​ໄລ​ຍະ​ສຸດ​ທ້າຍ​ຂອງ​ສະ​ໄຫມ ລາດ​ຊະ​ວົງ​ເລ (ສັດ​ຕະ​ວັດ​ທີ 15-16) ຈົນ​ເຖິງ​ສະ​ໄຫມ​ລາດ​ຊະ​ວົງ ຫງວຽນ. ທ່ານ ຕົງ​ຈຸງ​ຕີ້ນ ຖື​ວ່າ: ບັນ​ດາ​​ປ່ຽງ​ເຄື່ອງ​ປັ້ນ​ດິນ​ເຜົາ​ນັ້ນ ເຖິງວ່າ​ ​ແມ່ນຂອງ​ພໍ່​ຄ້າ​ຊາວ​ຂາຍ, ຜູ້​ຫາ​ປາ ຫລື ຂອງ​ປະ​ຊາ​ຊົນ​ຈຳ​ນວນ​ຫນຶ່ງ​ທີ່ມາ​ດຳ​ລົງ​ຊີ​ວິດ​ຢູ່ ເກາະ ກໍ​ຕາມ  ​ແຕ່ທັງ​ໝົດລ້ວນ​ແຕ່​ແມ່ນ​ພະ​ຍານ​ຫລັກຖານ​ເພື່ອຢັ້ງ​ຢືນ​ການ​​ປະ​ກົດ​ຕົວ​ຂອງ​​ຊາວ​ຫວຽດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ.

        “ບັນ​ດາ​ຮ່ອງ​ຮອຍ​​ນັ້ນໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ກາ​ນ​ເຄື່ອນ​ໄຫວ​ຂອງ​ຄົນ​ຫວຽດ ຢູ່ ໝູ່​ເກາະ ເຈື່ອງ​ຊາ ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື່ອງຈາກ​ໄລ​ຍະນັ້ນ​ມາ​ຮອດ​ປະ​ຈຸ​ບັນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ ກໍ​ຄື​ວິ​ວັດ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ກ່ຽວ​ກັບ​ການ​ແລກ​ປ່ຽນ​ການ​ຄ້າ, ວັດ​ທະ​ນະ​ທຳ ຂອງ​ຄົນ​ຫວຽດ​ ທາງ​ທະ​ເລ ແມ່ນ​ມີ​ມາ​ແຕ່​ດົນ​ນານ. ນັ້ນ​ແມ່ນ​ສິ່ງ​​ຄວນ​ຮັບ​ຮູ້ໂດຍ​ບູ​ຮານ​ຄະ​ດີ​ນຳ​ມາ​ໃຫ້. ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ອື່ນ ​ເບິ່ງຄື​ວ່າ ບໍ່​ມີ​ຮ​ອ່ງ​ຮອຍ​ໃດ​, ພວກ​ເຮົາ​ພັດ​ຊອກ​ໄດ້​ຮ່ອງ​ຮອຍ​ຂອງ​ຄົນ​ຫວຽດ.”

ວັດທະນະທຳ ປະກອບສ່ວນຮັກສາອະທິປະໄຕແຫ່ງຊາດ - ảnh 2
ເຄື່ອງ​ປັ້ນ​ດິນ​ເຜົາ​ໄດ້​ພົບ​ເຫັນ​ຢູ່​ເກາະ​ເຈື່ອງ​ຊາ
ພາບ:khaocohoc

        ບໍ່​ພຽງ​ແຕ່​ບັນ​ດາ​ຮ່ອງ​ຮອຍ, ວັດ​ຖຸ​ບູ​ຮານ​ຄະ​ດີ​ເທົ່າ​ນັ້ນ ຫາກ​ບັນ​ດາ​ວັດ​ວາ​ອາ​ຮາມ​ໄດ້​ຮັບ​ການກໍ່​ສ້າງ​ຕາມແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ເຂດ​ທົ່ງ​ພຽງ​ພາກ​ເຫນືອ​ ໃນເກາະ​ຈຳ​ນວນ​ຫນຶ່ງ​ຄື: ເຊີນ​ກາ, ຊີງ​ຕົນ, ນາມ​ອຽດ ແລະ ເທດ​ສະ​ບານ ເຈື່ອງ​ຊາ ໄດ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ ຢູ່​ບ່ອນ​ໃດ​ມີ​ຄົນ​ຫວຽດ ດຳ​ລົງ​ຊີ​ວິດ ຢູ່ ບ່ອນນັ້ນ ມີ​ວັດ​ທະ​ນະ​ທຳ, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ.  ​ປື້ມ​ປະ​ຫວັດ​ສາດ​ບູ​ຮານ​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ຫງວຽນ ລ້ວນ​ແຕ່​ບັນ​ທຶກ​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ເລື່ອງ ເຈົ້າ​ຊີ​ວີດ ມີງ​ມ້າງ ໄດ້​ຈັດສົ່ງ​ກຳ​ລັງ​ ຂົນ​ສົ່ງ​ວັດ​ສະ​ດຸກໍ່​ສ້າງ​ໄປ​ຍັງ​ໝູ່​ເກາະ ຮ່​ວາງ​ຊາ ເພື່ອກໍ່​ສ້າງວັດ, ສາ​ນ​ບູ​ຊາ​ ເພື່ອ​ພາ​ວະ​ນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃຫ້​ບັນ​ດາ​ຜູ້ທີ່​ໄປ​ຫາ​ປາ ຫລື​ປະ​ຕິ​ບັດ​ຫນ້າ​ທີ່​ຢູ່​ທະ​ເລ. ບັນ​ດາ​ວັດ​ວາ​ອາ​ຮາມ ຢູ່ ໝູ່​ເກາະ ເຈື່ອງ​ຊາ ແມ່ນ​ການ​ສືບ​ທອດ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ການ​ເຫລື້ອມ​ໃສ​ຂອງ​ຊາວ​ຫວຽດ​ນາມ​ກ່ອນນີ້ ຫລາຍ​ສັດ​ຕະ​ວັດ​.

        ເມື່ອ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ພະ​ນັກ​ງານ, ປະ​ຊາ​ຊົນ ເມືອງ​ເກາະ ເຈື່ອງ​ຊາ, ຜູ້​ໃດ​ກໍ​ຮູ​້​ສຶກ​ຕື້ນ​ຕັນ​ໃຈ ແລະ ​ມີ​ຄວາມເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ຢືນ​ຢູ່​ຕໍ່​ຫນ້າ​ອະ​ນຸ​ສາ​ວາ​ລີ​ ເຈົ້າ​ຊີ​ວິດ ເຈີນກວກ​ຕວນ ເພື່ອ​ຫວນ​ຄືນ​ກ່ຽວ​ກັບ​ໄຊ​ຊະ​ນະ​ອັນ​ສະ​ຫງ່າ​ລາ​ສີ​ຂອງ ທະ​ຫານ ແລະ ປະ​ຊາ​ຊົນ ດ້າຍ​ຫວຽດ ຢູ່ ແມ່ນ້ຳ ແບກ​ດັ່ງ ໃນ​ການ​ຕໍ່​ສູ້​ກັບ​ພວກ​ສັດ​ຕູ​​ຜູ້ ຮຸກ​ຮານ ….ໃນ​ສັດ​ຕະ​ວັດ​ທີ 13. ບັນ​ດາ​ສັນ​ຍາ​ລັກ​ດ້ານວັດ​ທະ​ນະ​ທຳນັ້ນ ​ໄດ້​ເປັນ​ກຳ​ລັງ​ແຮງ ເພື່ອ​ລະ​ດົມ​ນ້ຳ​ໃຈ​ຮັກ​ຊາດ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ສາດ​ສະ​ດາ​ຈານ ຫງວຽນ​ກວາງງອກ ໄດ​້​ຢືນ​ຢັນ​ວ່າ:

        “ສິ່ງ​ສຳ​ຄັນ​ທີ່​ສຸດ ເພື່ອ​ຕໍ່​ສູ້, ​ປົກ​ປັກຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ນັ້ນ​ແມ່ນ ຕ້ອງ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ. ຂ້າ​ພະ​ເຈົ້າ​ຖື​ວ່າ ນັ້ນ​ຈຶ່ງ​ແມ່ນ​​ຫລັກ​ໝາຍຢັ້ງ​ຢືນອະ​ທິ​ປະ​ໄຕ​ສຳ​ຄັນ​ທີ່​ສຸດ. ວັດ​ທະ​ນະ​ທຳ​ຂອງ​ຊາດ​ແມ່ນ​ອາ​ວຸດ​​ອັນ​ແຫລມ​ຄົມ ເພື່ອຢັ້ງ​ຢືນ ແລະ ເພີ່ມ​ກຳ​ລັງ​ແຮງ​ໃຫ້​ການ​ຕໍ່​ສູ້​ເພື່ອ​ປົ​ກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.”

        ເບື້ອງ​ຫລັງ​ຂອງ​ເຂດ​ອາ​ໄລ​ຫາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ຢູ່ ກາກ​ມາ ແຂວງ ແຄງ​ຮ່​ວາ, ໃນ​ເດືອນ 1 ປີ 2016, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​ອາ​ໄລ​ຫາ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ ຮ່​ວາງ​ຊາ ຢູ່ ເມືອງ​ເກາະ ລີ​ເຊີນ ແຂວງ ກວ໋າງ​ຫງາຍ ຊື່ງ​ແມ່ນ​ບ່ອນ​ທີ່​ກ່ອນນີ້​ຫລາຍ​ສັດ​ຕະ​ວັດ ບັນ​ດາ​​ນັກ​ຮົບ​ປະ​ຊາ​ຊົນ​ຢູ່ ກວ໋າງ​ຫງາຍ ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ລາດ​ຊະ​ວົງ ຫງວຽນ ຂຶ້ນ​ເຮືອ​ໄປ​ບຸກ​ເບີກ​ຫນ້າ​ດິນ, ເພື່ອ ກຳ​ນົດ ແລະ ປະ​ຕິ​ບັດ​ອະ​ທິ​ປ​ະ​ໄຕ ຢູ່ ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ - ຈິດ​ວີນ​ຍານ ໄດ້, ພວມ ແລະ ​ຍັງຈະ​ແມ່ນ​ສັນ​ຍາ​ລັກ​ຂອງ​ມູນ​ເຊື​້ອ​ຮັກ​ຊາດ, ເຈດ​ຈຳ​ນົງ​ເອ​ກະ​ລາດ, ເພີ່ງ​ຕົນ​ເອງ ແລະ ແມ່ນ​​ອາ​ວຸດອັນ​ແຫລມ​ຄົມ​ເພື່ອ​ໃຫ້​ຊາວ ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ