ວັດທະນະທຳຈຳຢູ່ຮ່າໂນ້ຍ

(vovworld) – ວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຫາ​ກໍ່ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ໃນ​ນັ້ນ​ມີ​ເຫດ​ການ​ເປີດ​ສະຫຼອງທາດ​ຈຳ ຢູ່​ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ເປັນ​ຄັ້ງ​ທຳ​ອິດທີ່​ຊາວ​ຮ່າ​ໂນ້ຍ ໄດ້​ເຫັນ​ກິດ​ຈະ​ກຳ​ທີ່​ເປັນ​ສັນ​ຍາລັກຂອງ​ຊາວ​ເຜົ່າ​ຈຳ. ​ພິ​ເສດ​ແມ່ນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ເປີດ​ປະ​ຕູ​ທາດ​ຈຳ​ທີ່​ສັກ​ສິດ​ຂອງ​ ຊາວ​ຈຳ​ຢູ່​ໃນ​ນະ​ຄອນຮ່າ​ໂນ້ຍ. ພິ​ທີ​ເປີດ​ສະຫຼອງ​ທາດ​ຈຳ, ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ, ແນະ​ນຳ​ມູນ​ເຊື້ອ​ວັດ​ທະ​ນະ​ທຳອັນ​ດີ​ງາມ​ຂອງ​ເຜົ່າ​ຈຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ພົບ​ປະ​ແລກ​ປ່ຽນ, ເພີ່ມ​ຄວາມ​ສາ​ມັກ​ຄີ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມອີກ​ດ້ວຍ.

ວັດທະນະທຳຈຳຢູ່ຮ່າໂນ້ຍ - ảnh 1

ທາດຈຳຢູ່ຮ່າໂນ້ຍ

(ພາບອິນເຕີແນດ)

        ໃນ​ຊຸມ​ປີ​ມໍ່ໆ​ມານີ້, ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ ຢູ່ ດົ່ງ​ໂມ - ເຊີນ​ໄຕ, ຮ່າ​ໂນ້ຍ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ເຕົ້າ​ໂຮມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ ທີ່​ມາ​ຈາກ​ທຸກ​ທ້ອງ​ຖີ່ນ​ຂອງ​ທົ່ວ​ປະ​ເທດ. ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ ຄອນຫຼວງ. ​ເຂດໝູ່​ບ້ານ​ບັນ​ດາເຜົ່າ​ຢູ່​ທີ່ນີ້ ໄດ້​ວາດ​ພາບ​ໃຫ້​ເຫັນ​ສະ​ພາບ​ແວດ​ລ້ອມ, ​ໂຄງ​ປະ​ກອບ​ໝູ່​ບ້ານ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ດ້ວຍ​ບັນ​ດາ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຜົ່າ​ຕ່າງໆ​ຄື: ເຜົ່າ​ຜູ້​ໄທ, ໄຕ, ນຸ່ງ, ບາ​ນາ, ເອ​ເດ… ກໍ່​ຄື​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ. ນີ້​ແມ່ນ​ຄວາມ​ມານ​ນະ​ພະ​ຍາ​ຍາມ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ, ຄະ​ນະ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ໃນ​ການ​ໂຄ​ສະ​ ນາ, ແນະ​ນຳ​ວັດ​ທະ​ນະ​ທຳ​​ພິ​ເສດ​ສະ​ເພາະ ແລະ ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 54 ເຜົ່າ​ຢູ່​ຫວຽດ​ນາມ. ພາຍຫຼັງ 4 ປີ ແຫ່ງ​ການ​ກໍ່​ສ້າງ, ທາດ​ຈຳ​ ​ໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ ແລະ ເປີດ​ສະຫຼອງ. ທາດ​ຖືກ​ກໍ່​ສ້າງ​ຕາມແບບ​ສະ​ຖາ​ປັດ​ຕະ​ຍາ​ກຳ​ຂອງ​ເຜົ່າ​ຈຳ. ທ່ານ ສື​ວັນ​ງອກ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ, ຖື​ວ່າ:

        “ທາດ​ໄດ້​ຮັບ​ການກໍ່ສ້າງ​ເທິງ​ໂນນ​ພູ​ສູງ​ຕາມ​ແບບສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ ເຜົ່າ​ຈຳ, ສິ່ງ​ດັ່ງ​ກ່າວ​​ໄດ້ຕອບ​ສະ​ໜອງການເຫຼື້ອມ​ໃສ​ຂອງ​ຊາວ​ເຜົ່າຈຳ, ນັບ​ທັງ​ດ້ານ​ທີ່​ຕັ້ງກໍ່​ສ້າງ ກໍ່​ຄືໂຄງ​ປະ​ກອບ. ​ເພາະ​ວ່າຊາວ​ເຜົ່າ​ຈຳ​ ເຄີຍ​ກໍ່​ສ້າງ​ທາດເທິງ​ໂນນ​ພູ​ ແລະ ຕັ້ງ​ຢູ່​ໄກ​ກັບ​ໝູ່​ບ້ານ, ໄກ​ກັບ​ໂລກ​ມະ​ນຸດ. ເພາະ​ສະ​ນັ້ນ, ສະ​ພາບ​ແວດ​ລ້ອມ​ຢູ່​ທີ່ນີ້​ຈຶ່ງຕອບ​ສະ​ໜອງ​ມາດ​ຖານ​ໃນການ​ເຫຼື້ອມ​ໄສ, ຄວາມ​ເຊື່ອ​ຖື​ຂອງ​ຊາວ​ເຜົ່າ​ຈຳ.”

ວັດທະນະທຳຈຳຢູ່ຮ່າໂນ້ຍ - ảnh 2

ວັດທະນະທຳຂອງເຜົ່າຈຳ

(ພາບອິນເຕີແນດ)

        ກິດຈະ​ກຳ​ກໍ່​ສ້າງ​ທາດ​ຈຳ ໄດ້​ຮັບ​ການ​ປະ​ຕິ​ບັດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສິ​ລະປະ​ກອນ, ນັກ​ເຕັກ​ນິກ, ຈິດ​ຕະ​ກອນ, ນັກ​ແກະ​ສະຫຼັກ, ນາຍ​ຊ່າງ​ທີ່​ມີ​ສີ​ໄມ້​ລາຍ​ມື​ຊາວ​ເຜົ່າ​ຈຳ​ແຂວງ ນິງ​ທ້ວນ. ດັ່ງ​ນັ້ນ, ທາດ​ຈຳ ຢູ່​ທີ່ນີ້​ໄດ້​ກາຍ​ເປັນ​ຜະ​ລິດ​ຕະພັນ​ສິ​ລະ​ປະ​ຢ​າງ​ແທ້​ຈິ່ງ.

        ດ້ວຍ​ພົນ​ລະ​ເມືອງ​ປະ​ມານ 160.000 ຄົນ, ດຳ​ລົງ​ຊີ​ວິດ​ຕົ້ນ​ຕໍ່​ຢູ່​ທິດ​ໃຕ້​ຂອງ​ພາກ​ກາງ ແລະ ພາກ​ໃຕ້, ປະ​ຈຸ​ບັນ, ປະ​ຊາ​ຄົມ​ຊາວ​ເຜົ່າ​ຈຳ ຍັງ​ຄົງ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ​ໄວ້​ໄດ້. ເຊິ່ງ​ມັນ​ໄດ້​ສະ​ແດງ​ອອກ​ຜ່ານ​ສະ​ຖາ​ປັດ​ຕະ​ຍະ​ກຳ, ບັນ​ດາ​ພິ​ທີ​ງານ​ບຸນ, ຕະຫຼອດ​ຮອດ​ຮູບ​ການ​ສິ​ລະ​ປະ. ເລື່ອງ​ກໍ່​ສ້າງ​ທາດ​ຈຳ​ໃນ​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ ນັ້ນ ໄດ້ຢືນ​ຢັນ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ຫວຽດ​ນາມ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຄົມ​ບັນ ​ດາ​ເຜົ່າ. ທ່ານ ເລິມ​ວັນ​ຄາງ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ຖື​ວ່າ:

        “ກິດ​ຈະ​ກຳ​ນີ້ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ ຢູ່ ຮ່າ​ໂນ້ຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ເຊິ່ງ​ປະ​ຊາ​ຊົນ​ເຜົ່າ​ຈຳ​ຝາກ​ຝັງ​ຈິດ​ໃຈ, ການ​ເຫຼື້ອມ​ໄສຄວາມ​ເຊື່ອ​ຖື​ຂອງ​ຕົນ​ອີກ​ດ້ວຍ”.

ວັດທະນະທຳຈຳຢູ່ຮ່າໂນ້ຍ - ảnh 3

ວັດທະນະທຳຂອງເຜົ່າຈຳ

(ພາບອິນເຕີແນດ)

        ທ​າດ​ຈຳ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ບໍ່​ພຽງ​ແຕ່​ເຮັດ​ໃຫ້ຊາຍ​ຄາ​ລວມ​ໃນ​ມະ​ຫາ​ຄອບ​ຄົວ​ບັນ​ດາ​ເຜົ່າ​ຫວຽດ​ນາມ​ ພົ້ນ​ເດັ່ນ​ຂຶ້ນ​ເທົ່າ​ນັ້ນ, ຫາກຍັງ​ແມ່ນສະ​ຖານ​ທີ່​ທ່ອງ​ທ່ຽວ, ແຫ່ງວາດ​ພາບ​ບັນ​ດາ​ພິ​ທີ​ງານ​ບຸນ​ຂອງ​ເຜົ່າ​ຈຳ​ຄື: ງານ​ບຸນ​ເປີດ​ປະ​ຕູ​ທາດ, ງານ​ບຸນ ກາ​ເຕ, ແມ່ນ​ແຫ່ງ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່​ຽນ, ການ​ສະ​ແດງ​ສິ​ລະ​ປະວັດ​ທະ​ນະ​ທຳ​, ງານ​ວາງ​ສະ​ແດງ ແນະ​ນຳ​ກ່​ຽວ​ກັບ​ເຄື່ອງ​ດົນ​ຕີ, ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ພ້ອມ​ກັບ​ການ​ເຄື່ອນ​ໄຫວວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ເຜົ່າ​ຈຳ. ​ເລື່ອງ​ເປີດ​ສະຫຼອງ​ທາດ​ຈຳ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ​ໃນ​ມື້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ນັ້ນ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ​ຢາກ​ແນະ​ນຳ​ເຖິງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ມີຫຼາຍ​ ຮູບຫຼາຍ​ແບບ​ຂອງ​ບັນ​ດາ​ເຜົ່າ ກໍ່​ຄື​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ ສ່ວນ​ໜ້ອຍ​ຢູ່​ຫວຽດ​ນາມອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ