ວັດທະນະທຳພື້ນເມືອງ ແລະ ຈຸດຢືນໃນຊີວິດຍຸກປັດຈຸບັນ

(VOVWORLD) -ຮ່າໂນ້ຍໄດ້ຮັບກຽດກາຍເປັນໜຶ່ງໃນຈຳນວນ 246 ນະຄອນ ທີ່ໄດ້ເຂົ້າເປັນສະມາຊິກເຄືອຂ່າຍ ນະຄອນປະດິດຄິດສ້າງຂອງອົງການ Unesco. ນີ້ແມ່ນບາດກ້າວເດີນທຳອິດທີ່ມີຄວາມໝາຍສຳຄັນ ໃນການກຳນົດທີ່ຕັ້ງຂອງເຄື່ອງໝາຍ, ໂຄສະນາພາບພົດໃນທຸກໆຂົງເຂດປະດິດຄິດສ້າງວັດທະນະທຳ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ນະຄອນໄດ້ສ້າງບັນດາໂຄງການເຄື່ອນໄຫວລະອຽດ ແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນ ທ່າແຮງ ຂອງຄຸນຄ່າທີ່ມີນັບ 1.000 ປີແຫ່ງນະຄອນຫຼວງ
ວັດທະນະທຳພື້ນເມືອງ ແລະ ຈຸດຢືນໃນຊີວິດຍຸກປັດຈຸບັນ   - ảnh 1ຈຸດວັດທະນະທຳທີ່ເປັນເອກະລັກຂອງຮ່າໂນ້ຍ 

ນະຄອນຮ່າໂນ້ຍ ໄດ້ເຂົ້າຮ່ວມເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco ທີ່ມີຄວາມສຳຄັນ ໃນການກຳນົດທີ່ຕັ້ງເຄື່ອງໝາຍ, ໂຄສະນາພາບພົດໃນທຸກຂົງເຂດວັດທະນະທຳ. ຕອບສະໜອງເຫດການນີ້, ພະແນກ ວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດງານບຸນ “ວັດທະນະທຳພື້ນເມືອງ ໃນຊີວິດຍຸກປັດຈຸບັນ” ເມື່ອເດືອນ ທັນວາ ປີ 2019 ທີ່ຜ່ານມາ. ໂຄງການໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວ ທັງຢູ່ພາບໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ມີຫຼາຍເຂດວັດທະນະທຳທີ່ປະດິດຄິດສ້າງ ໄດ້ຖືກສ້າງຂຶ້ນຢູ່ ຮ່າໂນ້ຍ ແລະ ເຂດເຫຼົ່ານີ້ ກໍ່ລ້ວນແຕ່ສົ່ງເສີມການເຂົ້າຮ່ວມຂອງບັນດາເພື່ອນໜຸ່ມ. ວຽກງານນີ້ ກໍ່ຈະເປັນການສ້າງທ່ວງທ່າ ເພື່ອຮຽກຮ້ອງວົງຄະນາຍາດ ມຸ່ງໄປສູ່ການປະດິດຄິດສ້າງ ແລະ ຈະສ້າງໃຫ້ມີການປ່ຽນແປງຫຼາຍຢ່າງທີ່ແຂງແຮງກວ່າເກົ່າ ເພື່ອຊຸກຍູ້ວິໄສທັດຂອງນະຄອນ ແນໃສ່ສ້າງ ຮ່າໂນ້ຍ ກາຍເປັນສູນກາງປະດິດຄິດສ້າງ, ສູນກາງວັດທະນະທຳ. ທ່ານ ເລຊວນກ່ຽວ ຜູ້ອຳນວຍການ ສູນເຄື່ອນໄຫວ ວັດທະນະທຳ ວິທະຍາສາດ ວັນໝຽວ - ກວັກຕື່ຢາມ, ຮ່າໂນ້ຍ ເວົ້າວ່າ:

     “ເຫດການມີຄວາມໝາຍພິເສດສຳລັບຊາວນະຄອນຫຼວງ ຮ່າໂນ້ຍ ເມື່ອນະຄອນໄດ້ເຂົ້າເປັນບັນດານະຄອນປະດິດຄິດສ້າງຢ່າງເປັນທາງການຂອງ Unesco. ໃນຖານະເປັນພົນລະເມືອງ ດຳລົງຊີວິດຢູ່ນະຄອນຫຼວງ ແລະ ກໍ່ເປັນຜູ້ເຮັດວຽກໃນຂົງເຂດວັດທະນະທຳ, ຂ້າພະເຈົ້າຖືວ່າ ນີ້ແມ່ນເງື່ອນໄຂສະດວກ ເພື່ອໃຫ້ນະຄອນ ຮ່າໂນ້ຍ ບົນພື້ນຖານເປັນນະຄອນ ທີ່ມີອະລິຍະທຳນັບ 1.000 ປີ, ພ້ອມກັບເຕົ້າໂຮມ ບັນດາຄຸນຄ່າຢູ່ທີ່ນີ້, ຈະແຜ່ຂະຫຍາຍໃນເງື່ອນໄຂປັດຈຸບັນ”.

       ທີ່ງານບຸນດັ່ງກ່າວ ກໍຍັງມີບັນດາ ລາຍການສະແດງສິລະປະທີ່ເປັນເອກະລັກ ເພື່ອຮັບຕ້ອນງານບຸນວັດທະນະທຳພື້ນເມືອງ. ງານບຸນລວມມີບັນດາການເຄື່ອນໄຫວ ແນະນຳ ວາງສະແດງ ເຄື່ອງສິລະປະ ຫັດຖະກຳ ທີ່ມີການອອກແບບຢ່າງມີຫົວຄິດປະດິດສ້າງຂອງ 16 ໝູ່ບ້ານອາຊີບຫັດຖະກຳ ໃນບໍລິເວນນະຄອນ ຮ່າໂນ້ຍ. ຜ່ານນັ້ນກໍ່ໄດ້ປະສ່ວນໂຄສະນາແນະນຳ ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວຮັບຊາບ ກ່ຽວກັບມໍລະດົກວັດທະນະທຳນະຄອນຫຼວງ, ບັນດາໝູ່ບ້ານອາຊີບຫັດຖະກຳ, ຜະລິດຕະພັນວັດທະນະທຳພື້ນເມືອງ ໃນຊີວິດຍຸກປັດຈຸບັນ. ທ່ານ ຟ້າມຄັກຮ່າ ປະທານສະຫະສະມາຄົມໝູ່ບ້ານອາຊີບຕ່ຳແພໄໝ ຫວ້ານຟຸກ, ຮ່າໂນ້ຍ ໃຫ້ຮູ່ວ່າ:

     “ໃນຊຸມປີມໍ່ໆມານີ້, ໝູ່ບ້ານອາຊີບຕ່ຳແພໄໝ ຫວ້ານຟຸກ ກໍ່ໄດ້ເຂົ້າຮ່ວມການແຂ່ງຂັນປະດິດຄິດສ້າງຮູບແບບຜະລິດຕະພັນຂອງອາຊີບ. ໃນອະນາຄົດ, ພວກຂ້າພະເຈົ້າຈະສືບຕໍ່ຜັນຂະຫຍາຍ ແລະ ເຂົ້າຮ່ວມການແຂ່ງຂັນປະດິດຄິດສ້າງ ເພື່ອໃຫ້ຜະລິດຕະພັນຂອງໝູ່ບ້ານແພໄໝ ຫວ້ານຟຸກ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ”.

     ໃນຂອບເຂດຂອງງານບຸນ ກໍ່ຍັງມີການເຄື່ອນໄຫວສະແດງວັດທະນະທຳ ບໍ່ເປັນວັດຖຸຂອງ ຮ່າໂນ້ຍ.  ລາຍການໄດ້ນຳບັນດາລາຍການສະແດງທີ່ດູດດື່ມມາໃຫ້ເຂດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ. ນັກສິລະປິນດີເດັ່ນ ຟາມທິກີມຢຸງ ສັງກັດສະໂມສອນເພງພື້ນເມືອງໝູ່ບ້ານ ໝັອກກວານເຍິນ, ຮ່າໂນ້ຍ  ເວົ້າວ່າ:

      “ເພື່ອຮັກສາອະນຸລັກວັດທະນະທຳບັນດາເຜົ່າຂອງ ຫວຽດນາມ, ພິເສດ ແມ່ນສິລະປະຂັບສຳ. ຂ້າພະເຈົ້າມີຄວາມເປັນກຽດໄດ້ຮັບໃຊ້ ແລະ ແນະນຳກ່ຽວກັບສິລະປະຂັບສຳຢູ່ ຮ່າໂນ້ຍ. ຂ້າພະເຈົ້າເອງກໍ່ມີຄວາມຫວັງວ່າ ໃນແຕ່ລະປີ ຮ່າໂນ້ຍ ຈະຈັດຕັ້ງການແນະນຳສິລະປະພື້ນເມືອງເຊັ່ນນີ້. ນີ້ກໍ່ແມ່ນການເຄື່ອນໄຫວບັນດາສິລະປິນຂອງພວກຂ້າພະເຈົ້າ ເຊິ່ງຖືວ່າ ນີ້ແມ່ນໂອກາດເພື່ອຖ່າຍທອດໃຫ້ແກ່ລຸ້ນໜຸ່ມ, ຜ່ານນັ້ນກໍ່ເປັນການອະນຸລັກປະເພດສິລະປະພື້ນເມືອງຂອງ ຮ່າໂນ້ຍ”.

            ຈາກງານບຸນວັດທະນະທຳພື້ນເມືອງໃນຊີວິດຍຸກປັດຈຸບັນ, ຊາວນະຄອນຫຼວງ ຮ່າໂນ້ຍ ຈຶ່ງໄດ້ຮູ້ໄດ້ເຫັນບັນດາຄຸນຄ່າມໍລະດົກວັດທະນະທຳ, ເປັນຕົວແທນໃຫ້ແກ່ພະລັງຊີວິດຂອງມໍລະດົກ ບົນດິນແດນ ທັງລອງ. ຜ່ານນັ້ນ ຊາວ ຮ່າໂນ້ຍ ແຕ່ລະຄົນກໍ່ສືບຕໍ່ເສີມຂະຫຫຍາຍບົດບາດ ຄວາມຮັບຜິດຊອບໃນການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ສ້າງຊາວ ຮ່າໂນ້ຍ ອະລິຍະທຳ, ສີວິໄລ, ບົນພື້ນຖານຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງທາງດ້ານປະຫວັດສາດ, ວັດທະນະທຳຂອງນະຄອນ, ເພື່ອໃຫ້ແຕ່ລະຄົນກາຍເປັນທູດໂຄສະນາພາບພົດທາງດ້ານວັດທະນະທຳ ແລະ ຊາວນະຄອນຫຼວງ ຮ່າໂນ້ຍ ໃຫ້ແກ່ເພື່ອນມິດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ