ວັດທະນະທຳຫວຽດນາມໃນງານວາງສະແດງອາຊີ - ບັນດາສີສັນວັດທະນະທຳ

ວັດທະນະທຳຫວຽດນາມໃນງານວາງສະແດງອາຊີ - ບັນດາສີສັນວັດທະນະທຳ - ảnh 1
ຮູບຫຼໍ່ທອງເຈົ້າແມ່ກວນອີມຂອງອິນເດຍ(ສະຕະວັດ 17-18)

   ເນື່ອງ​ໃນ​ໂອກາດ​ດຳ​ເນີນ​ກອງ​ປະຊຸມປະຈຳປີ ສະຫະສະມາຄົມບັນດາຫໍພິພິ ທະພັນ​ແຫ່ງ​ຊາດ​ອາຊີ​ຄັ້ງ​ທີ 4 (ANMA 4)​ ຢູ່​ຮ່າ​ໂນ້ຍ, ຫໍພິພິທະ​ພັນ​ປະຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມ ຫາ​ກໍ​ຈັດ​ງານ​ວາງສະ​ແດງທີ່​ມີ​ຫົວ​ເລື່ອງ “ ອາຊີ-ບັນດາ​ສີສັນ​ວັດທະນະທຳ” . ງານ​ວາງສະ​ແດງ​ໄດ້​ແນະນຳ​ໃຫ້​ຜູ້​ມາ​ຊົມ​ກ່ຽວ​ກັບ​ບັນດາ​ວັດຖຸ​ພັນ, ວັດຖຸບູຮານ, ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ອາຊີ. ພິ​ເສດ, ບັນດາ​ວັດຖຸ​ພັນ, ວັດຖຸບູຮານ​ທີ່​ມີຄ່າ​ຫາ​ຍາກ​ຂອງ​ຫວຽດນາມທີ່​ນຳ​ມາ​ວາງສະ​ແດງ​ຢູ່​ທີ່​ນີ້ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຮູບ​ພາບ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ຂອງວັດທະນະທຳອາຊີ​ເພີ່ມ​ຄວາມ​ອຸດົມສົມບູນຂຶ້ນ​ຕື່ມ.

    ​ເມື່ອ​​ເຂົ້າມາ​ທັດສະນະ​ສຶກສາ​ໃນງານ​ວາງສະ​ແດງ​ຫົວ​ເລື່ອງ“ອາຊີ - ບັນດາ​ສີສັນ​ວັດທະນະທຳ” ຊຶ່ງ​ຖືກ​ໄຂ​ຂຶ້ນ​ໃນ​ບໍລິ​ເວນ ຫໍພິພິທະ​ພັນ​ປະຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມທີ່​ຮ່າ​ໂນ້ຍ. ບັນດາ​ຜູ້​ມາ​ຊົມ​ໄດ້​ຮັບ​ຊົມບັນດາ​ວັດຖຸ​ພັນ, ວັດຖຸ ບູຮານທີ່​ມີຄ່າ​ຫາ​ຍາກ ​ແລະ ມີ​ຕົ້ນ​ກຳ​ເນີ​ດມາ​ຈາກ 10 ປະ​ເທດ​ອາຊີ​ຄື ຈີນ, ຍີ​ປຸ່ນ, ສ.​ເກົາຫຼີ, ອີນ​ເດຍ, ​ໄທ, ອິນ​ໂດ​ເນ​ເຊຍ, ມຽນມາ, ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ. ບັນດາ​ວັດຖຸ​ພັນ, ວັດຖຸບູຮານຄື ​ເຄື່ອງ​ໃຊ້​ໃນ​ຄອບຄົວ, ​ເຄື່ອງ​ປະດັບ, ​ເຄື່ອງຮັບ​ໃຊ້​ການ​ບູຊາທີ່ນຳ​ມາ​ວາງສະ​ແດງ        ຖືກ​ເຮັດ​ດ້ວຍ​ທອງ​ແດງ, ​ດິນ​ເຜົາ, ຫີນ​ປະ​ເສີດ, ​ເງິນ....ທ່ານ​ປະລິນ​ຍາ​ໂທ ຫງວຽນ​ກັວກຫິ້ວ ຮອງ​ຫົວໜ້າ​ພະ​ແນ​ກວາງ​ສະ​ແດງ- ຫໍພິພິທະ​ພັນ​ປະຫວັດ​ສາດ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ :

    “ງານ​ວາງສະ​ແດງ​ໄດ້​ແນະນຳບັນດາ​ວັດຖຸ​ພັນ, ວັດຖຸບູຮານກ່ຽວ​ກັບ​ສິລະ​ປະ​ແກະ​ຄວັດສະຫຼັກ, ສາສະໜາພຸດ, ສາສະໜາຮິນ​ດູ. ນອກຈາກ​ນັ້ນ ຍັງ​ແນະນຳ​ກ່ຽວ​ກັບ​ສິລະ​ປະ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​ຄື : ສິລະ​ປະຜະລິດ​ເຄື່ອງ​ປັ້ນດິນ​ເຜົາຂອງ​ຈີນ, ​ເຄື່ອງ​ຂັດ​ມັນ​ຂອງ​ຍີ​ປຸ່ນ, ​ເຄື່ອງ​ສິລະ​ປະກຳ​ຝັງ​ໄຂ່​ມຸກ​ຂອງ​ໄທ ​ແລະ ​ເຄື່ອງ​ເອ້​ຢ້ອງ, ​​ເຄື່ອງ​ສິລະ​ປະກຳ, ເຄື່ອງຮັບ​ໃຊ້​ການ​ບູຊາ​ເຮັດ​ດ້ວຍ​ທອງ​ແດງ​ຂອງ​ຫວຽດນາມ ”

    ທີ່ງານ​ວາງສະ​ແດງ, ຫວຽດນາມ​ກໍ​ມີ​ບັນດາ​ວັດຖຸ​ພັນ, ວັດຖຸບູຮານທີ່​ເປັນ​ເອກະລັກ​ສະ​ເພາະ, ພິ​ເສດ​ແມ່ນ​ຄ້ອງ​ບ້າງ ດົງ​ເຊີນ ທີ່​ມີ​ມາ​ກ່ອນ​ນີ້​ປະມານ 2-3 ພັນ​ປີ. ໜ້າ​ຄ້ອງ​ບ້າງ​ມີ​ຮູບ​ພາບ​ດວງ​ຕາ​ເວັນ​ພວມ​ສ່ອງ​ແສງ​ສະຫວ່າງ ຊຶ່ງ​​​ເປັນ​ສັນຍາລັກ​ໃຫ້​ແກ່​ອາກາດ​ຍາມ​ທຳ​ລະດູ​ການ​ຜະລິດ​ກະ​ສີ​ກຳ​ຂອງ​ຊາວ​ຫວຽດນາມ​ຊຶ່ງ​ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​ຜະລິດ​ເຂົ້ານາ​ທາມ. ຮູບ​ສັດສາ​ວາ​ສິ່ງ​ຕ່າງໆ​ຄື ງົວ​ຄວາຍ, ຕົ້ນ​ເຂົ້າ, ທົ່ງ​ໄຮ່​ທົ່ງ​ນາ, ການ​ຈັບ​ຫາ​ສິນ​ໃນ​ນ້ຳ, ການ​ລ່າ​ສັດ.....ທັງ​ໝົດ​ເຫຼົ່າ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄ້ອງ​ບ້າງ ດົງ​ເຊີນ​ແມ່ນຜະລິດ​ຕະພັນ​ຂອງ ພື້ນຖານ​ອະລິຍະ​ທຳ​ກະ​ສີ​ກຳຜະລິດ​ເຂົ້ານາ​ທາມ ​ແລະ ຍັງ​ແມ່ນ​ຜະລິດ​ຕະພັນ​ແຫ່ງ​ພູມ​ປັນຍາ​ຂອງ​ຊາວ​ຫວຽດ​ເດີມ. ທີ່ ງານ​ວາງສະ​ແດງ, ຍັງ​ມີ​ຜະລິດ​ຕະພັນ​ສິລະ​ປະກຳ​ອີກ​ອັນ​ໜຶ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຫວຽດນາມ, ນັ້ນ​ແມ່ນ​ຮູບ​ແກະ​ຄວັດ​ສະຫຼັກ​ເຈົ້າ​ແມ່​ກວນ​ອີ​ມ ພັນຕາ​ພັນ​ມື ຊຶ່ງ​ຮັບ​ຖື​ວ່າ​ແມ່ນ​ຜະລິດ​ຕະພັນ​ທີ່​ໂດດ​ເດັ່ນ​ໃນ​ພື້ນຖານ​ສິລະ​ປະ​ແກະ​ຄວັດ​ສະຫຼັກ​ຂອງ​ສາສະໜາ​ພຸດ​ຫວຽດນາມ ຊຶ່ງ​ພວມ​ຖືກ​​ຮັກສາຢູ່​ວັດ ບຸດ​ທາ​ບ ​ໃນ​ແຂວງ​ບັກ​ນິງ. ຮູບ​ແກະ​ຄວັດ​ສະຫຼັກ​ເຈົ້າ​ແມ່​ກວນ​ອີ​ມ ພັນຕາ​ພັນ​ມື ຖືກ​ເຮັດ​ດ້ວຍ​ໄມ້​ຕົ້ນ​ມີ້ ມີ​ລວງ​ສູງ 3,7 ມ, ກ້ວາງ 2,1 ມ. ບັນດາ​ແຂນ ​ແລະ ໜ່ວຍ​ຕາ​ຂອງ​ເຈົ້າ​ແມ່ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ໃຈ, ​​ແບ່ງ​ເບົ່າ​ຂອງ​ເຈົ້າ​ແມ່​ທີ່​ມີ​ຕໍ່​ມະນຸດ. ບັນດາ​ວັດຖຸ​ພັນ, ວັດຖຸບູຮານຂອງ​ຫວຽດນາມ​ທີ່​ນຳ​ມາ​ວາງສະ​ແດງ​ພ້ອມ​ກັບບັນດາ​ວັດຖຸ​ພັນ, ວັດຖຸບູຮານທີ່​ນຳ​ມາ​ຈາກ​ຫຼາຍ​ປະ​ເທດ ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ສີສັນ​ວັດທະນະທຳ​ອາຊີ​ເພີ່ມ​ຄວາມ​ອຸ​ດັມສົມບູນ​ຂຶ້ນ​ຕື່ມ. ລຸງ ຫງວຽນ​ເຈືອງ ຊາວ​ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ຜ່ານ​ນີ້, ບັນດາ​ຜູ້​ຊົ​ມຍັງ​ຈະ​ສາມາດ​ຈຳແນກລະຫວ່າງວັດທະນະທຳ ຫວຽດນາມກັບ​ວັດທະນະທຳ​ກຳປູ​ເຈຍ ຫຼື ​ໄທ. ​ແຕ່​ຍັງ​ມີ​ອີກອັນ​ໜຶ່ງ​ທີ່​ດີ​, ນັ້ນ​ແມ່ນ​ຮູ້ສຶກວ່າ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ມີ​ການ​ພົວພັນ​ແລກ ປ່ຽນ, ​ເປັນ​ຕົ້ນ​ແມ່ນ​ຮູບ​ແກະສະຫຼັກ​ຫີນ ຈຳປາ ມັນ​ມີ​ອັນ​ໃດ​ອັນ​ໜຶ່ງຄ້າຍຄື​ກັນ”

    ພື້ນຖານ​ວັດທະນະທຳ​ເກົ່າ​ແກ່​ດ້ວຍ​ບັນດາ​ວັດຖຸບູຮານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ອາຊີ​ທີ່​ງານ​ວາງສະ​ແດງ ​ໄດ້​ປະກອບສ່ວນ​ຊ່ວຍ​ຜູ້​ຊົມ​ມີ​ການ​ສັງ​ເກດ​ຕີ​ລາຄາ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຈຸດ​ພິ​​ເສດ, ຄວາມ​ເປັນ​ເອກະລັກ​ສະ​ເພາະ ກໍ​ຄື​ການ​ພົວພັນ​ແລກປ່ຽນ​ລະຫວ່າງບັນດາ​ພື້ນຖານ​ວັດທະນະທຳ​ອາຊີ. ຜ່ານ​ບັນດາ​ວັດຖຸບູຮານ​ຂອງ​ຫວຽດນາມ​ທີ່​ງານ​ວາງສະ​ແດງ, ບັນດາ​ຜູ້​ຊົມ​ອາດ​ຈະ​ເຫັນ​ວ່າ ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ວັດທະນະທຳ​ມາ​ແຕ່​ດົນ​ນານ ​ແລະ ມີ​ຫຼາຍ​ຮູບ​ຫຼາຍ​ສີ, ຂະຫຍາຍຕົວ​ບົນ​ພື້ນຖານ​ວັດທະນະທຳ​ປະຈຳຖິ່ນຢ່າງ​ໝັ້ນຄົງ​ໜັກ​ແໜ້ນ ​ແລະ ການ​ພົວພັນ​ແລກປ່ຽນ​ກັບ​ວັດທະນະທຳ​ຈີນ, ອີນ​ເດຍ, ຝ່າຍ​ຕາ​ເວັນ​ຕົກ.

ຕອບກັບ

ຂ່າວ/ບົດ​ອື່ນ