ວິທະຍຸກະຈາຍສຽງຫວຽດນາມໃນຈິດໃຈຂອງຜູ້ຟັງ

ໃນ​ໄລ​ຍະ​ຂໍ້​ມູນ​ຂ່າວ​ສານ​ເບັ່ງ​ບານ​ພ້ອມ​ກັບການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງ​ສື່ມວນ​ຊົນ​ປະ​ເພດ​ຕ່າງ​ໆ, ເປັນ​ຕົ້ນ​ແມ່ນ​ໂທ​ລະ​ພາບ, ສື່​ເອ​ເລັກ​ໂຕ​ນິກ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຍັງ​ຄົງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຟັງ, ຜູ້​ອ່ານ. ໃນ​ແຕ່​ລະ​ວັນ, ກໍ​ຍັງ​ຄົງ​ມີຫຼານ​ຄົນ​ມັກ​ຟັງ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມໄດ້​ກາຍ​ເປັນ​ເພື່ອນ​ຜູ້​ສະ​ໜິດ​ສະ​ໜົມ, ​ບັນ​ດາ​ລາຍ​ຫານ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ຍັງ​ຝັງ​ເລິກໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຜູ້​ຟັງ​ຢ່າງຫຼວງຫຼາຍ.

 ວິທະຍຸກະຈາຍສຽງຫວຽດນາມໃນຈິດໃຈຂອງຜູ້ຟັງ   - ảnh 1
(ພາບ​ປະ​ກອບ)

     ໂດຍ​ໄດ້​ເປັນ​ຄວາມ​ຊີ້ນ​ເຄີຍ​ນັບ​ແຕ່​ສິບ​ປີ​ມານີ້, ຕອນ​ເຊົ້າ​ແຕ່​ລະ​ວັນ, ທ່ານ ຫງວຽນ​ວັນ​ຕອງ ອະ​ດີດ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ​ນະ​ຄອນ​ໂຮ່​ຈິ​ມິນ ກໍ​ເປີດ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ເພື່ອ​ຟັງ​ຂ່າວ. ທ່ານ ຫງວຽນ​ວັນ​ຕອງ ເລົ່າ​ສູ່ຟັງ​ວ່າ ນັບ​ແຕ່​ຄາວ​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ມາ​ຮອດ​ປະ​ຈຸ​ບັນ, ເວ​ລາ​ໃດ​ທ່ານ​ກໍ​ຖື​ເຄື່ອງວິ​ທະ​ຍຸ​ຕາມ​ຕົວ​ເພື່ອ​ຕິດ​ຕາມ​ຟັງ​ຂ່າວ. ພິ​ເສດ ເມື່ອ​ໄດ້​ຮັບ​ຂ່າວ​ໄຊ​ຊະ​ນະ​ຢູ່​ສະ​ໜາມ​ຮົບ​ຜ່ານ​ຄື້ນ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ, ທ່ານ​ພັດ​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ວັນ​ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ. ທ່ານ ຫງວຽນ​ວັນ​ຕອງ ເປີດ​ເຜີຍ​ວ່າ :

    “ວິ​ທະ​ຍຸ​ກະ​ຈາຍ​ສຽງມີ​ການ​ປະ​ກອບ​ສ່ວ​ນ​ຢ່າງ​ໃຫຍ່ຫຼວງ​ເຂົ້າ​ໃນພາ​ລະ​ກິດ​ປະ​ຕ​ິວັດ. ໃນ​ຊຸມ​ຄຳ​ຄືນ​ທີ່​ຂ້າ​ພະ​ເຈົ້າເຄື່ອນ​ທັບ​ຜ່ານ​ບັນ​ດາ​ໝູ່​ບ້ານ, ຢູ່​ໃສກໍ​ເຫັນ​ປະ​ຊາ​ຊົນ​ຟັງ ວິ​ທະ​ຍຸ​ກະ​ຈາຍ​ສຽງ. ຄຸນ​ປະ​ໂຫຍດ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽ​ງ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ປະ​ຈຸ​ບັນ, ຜູ້​ຄົນ​ທັງຫຼາຍ​ມັກ​ຊົມ​ໂທ​ລະ​ພາບ, ແຕ່​ກໍ​ຍັງ​ມັກ​ຟັງ ວິ​ທະ​ຍຸ​ກະ​ຈາຍ​ສຽງ. ຄວາມ​ຊີ້ນ​ເຄີຍ​ຟັງ ວິ​ທະ​ຍຸ​ຂອງ​ຂ້າ​ພະ​ເຈົ້າ ແມ່ນບໍ່​ອາດ​ປະ​ລະ​ໄດ້ ”

      ສຳ​ລັບ​ຜູ້​ຟັງ​ທັງຫຼາຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມແມ່ນ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ເປັນ​ທາງການ, ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຂ່າວ​ສົດໆ​ຮ້ອນໆ​ໃນ​ຕະຫຼອດ​ເວ​ລາ. ດ້ວຍ​ການປົກ​ຄຸມ​ຂອງ​ຄື້ນ​ຈາກ​ດິນ​ຕໍ່​ແຜ່ນ​ຮອດ​ເຂດ​ທະ​ເລ​ໝູ່​ເກາະ, ປະ​ຊາ​ຊົນ​​ຢູ່​ແຫ່ງ​ຕ່າງໆໃນ​ທົ່ວ​ປະ​ເທດ​ສາ​ມາດ​ຕິດ​ຕາມ​ຮັບ​ຟັ​ງ​ບັນ​ດາ​ລາຍການ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ. ອ້າຍ​ຝ້າມ​ວັນ​ດົງ ຊາວ​ປະ​ມົ​ງ​ປະ​ກອບ​ອາ​ຊີບ​ຈັບ​ຫາ​ປາ​ຢູ່​ບໍ​ລິ​ເວນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ​ໃຫ້​ຮູ້​ວ່າ:

    “ ເມື່ອ​ມີ​ເວ​ລາ​ວ່າງ, ຂ້າ​ພະ​ເຈົ້າ​ກໍ​ເປີດວິ​ທະ​ຍຸເພື່ອ​ຮັບ​ຟັງ​ລາຍ​ການ​ກ່ຽວ​ກັບ​ ທະ​ເລ​ໝູ່​ເກາະຂອງ​ປະ​ເທດ​ຕົນ, ລາຍ​ການ​ເພງ​ກ່ຽວ​ກັບ​ໝູ່​ເກາະຮ່​ວາງ​ຊາ ແລະ ເຈືອງ​ຊາ​ພ້ອມ​ກັບ​ຂ່າວ​ຄາວ​ຕ່າງໆ. ສຳ​ລັບ​ຊາວ​ປະ​ມົງ​ພວກ​ຂ້າ​ພະ​ເຈົ້າແລ້ວ, ບັນ​ດາລາຍ​ການຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມແມ່ນ​ສຳ​ຄັນ​ທີ່​ສຸດ ”

    ບັນ​ດາ​ຜູ້​ຟັງ​ໃນ​ທຸດ​ເພດ, ທຸກ​ໄວ, ທຸກ​ອາ​ຊີບ ທັງ​ແມ່ນ​ຊາວ​ຫວຽດ​ນາມ​ກໍ​ຄື​ຊາວ​ຕ່າງ​ປະ​ເທດ ກໍ​ລ້ວນ​ແຕ່​ນິ​ຍົມ​ຮັບ​ຟັງບັນ​ດາລາຍ​ການຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມຊຶ່ງ​ອອກ​ອາ​ກາດຜ່ານ​ລະ​ບົບຄື້ນ​ສັ້ນ. ທ່ານ Dmitri Kotenev ຊາວ​ລັດ​ເຊຍ, ຜູ້​ມັກ​ຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ເປັນ​ປະ​ຈຳ​ເລົ່າ​ສູ່​ຟັງ​ວ່າ : (ເທບ) “ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ໂດຍ​ບັງ​ເອີນ, ນັ້ນ​ແມ່ນ​ໃນ​ປີ 2004, ເມື່ອ​ຂ້າ​ພະ​ເຈົ້າ​ພວມ​ຊອກ​ຫາ​ຂະ​ໜາດ​ຄື້ນ​ທາງວິ​ທະ​ຍຸ, ບັງ​ເອີນ​ຈັບ​ໄດ້​ຄື້ນ​ຂອງລາຍ​ການ​ກະ​ຈາຍ​ສຽງພາກ​ພາ​ສາ​ລັດ​ເຊຍ. ຄາວນັ້ນ ແມ່ນ​ກົງ​ກັບ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງວັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ​ຂອງ​ຫວຽດ​ນາມ ແລະ ຂ້າ​ພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ ຂ້າ​ພະ​ເຈົ້າໄດ້​ຟັງ​ເປັນ​ປະ​ຈ​ຳ. ຜ່ານ​ບັນ​ດາ​ລາຍ​ການ​ຂ່າວ, ບົດ​ຄວາມ ແລະ ລາຍ​ການ​ຕ່າງໆ ຂ້າ​ພ​ະ​ເຈົ້າ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​ຕື່ມ​ອີກ ”

     ສວ່ນ​ເພື່ອນ Bill Ball ຜູ້​ຟັງ​ຢູ່​ລັດ Maryland ແຫ່ງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ເປີດ​ເຜີຍ​ວ່າ : 

   “  ຂ້າ​ພະ​ເຈົ້າ​ໄດ້​ເລີ່ມຟັງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ນັບ​ແຕ່​ຊຸມ​ປີ 1970 ແລະ ຂ້າ​ພະ​ເຈົ້າ​ມີ​ຄ​ວາມ​ປະ​ທັບ​ໃຈຫຼາຍ​ຕໍ່​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ພິ​ເສດ​ແມ່ນ​ລາຍ​ການ​ຂ່າວ, ບົດ​ວິ​ຈານ ແລະ ລາຍ​ການ​ວັດ​ທະ​ນະ​ທຳ. ຜ່ານ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ປະ​ເທດ​ຫວຽ​ດ​ນາມໄດ້​ຂະ​ຫຍາຍ​ຕົວຫຼາຍ​ເມື່ອ​ທຽບ​ໃສ່​ກ່ອນນີ້ ແຕ່​ກໍ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ສີ​ສັນ​ຂອງ​ຕົນ​ໄວ້​ໄດ້ ”

    ສ່ວນທ່ານ Richard Nowak ຢູ່​ພາກ​ໃຕ້​ອາ​ເມ​ລິ​ກາ ກໍ​ໄດ້​ເລີ່ມ​ຟັງບັນ​ດາລາຍ​ການຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ແຕ່​ຊຸມ​ປີ 1980 ຂະ​ນະ​ທີ່​ລາວ​ຍັງ​ເປັນ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ Florida. ທ່ານ Richard Nowak ເວົ້າ​ວ່າ : (ເທບ) “ໃນ​ຄັ້ງ​ໜຶ່ງ ເມື່ອ​ຂ້າ​ພະ​ເຈົ້າ​ພວມ​ຊອກ​ຫາ​ຂະ​ໜາດ​ຄື້ນ​ທາງວິ​ທະ​ຍຸ, ບັງ​ເອີນ​ຈັບໄດ້​ຄື້ນ​ຂອງລາຍ​ການ​ກະ​ຈາຍ​ສຽງພາກ​ພາ​ສາ​ອັງ​ກິດ. ຂ້າ​ພະ​ເຈົ້າ​ໄດ້​ຕົກ​ສະ​ເງີ້​ທີ່​ສຸດ ເພາະ​ໄດ້​ຮັບ​ຟັງ​ລາຍ​ການ​​ທີ່ກະ​ຈາຍ​ສຽງ​ຈາກ​ປະ​ເທດ​ຫວຽດ​ນາມ. ໃນ​ຊຸມ​ປີ 1980, ເມື່ອນອນ​ພັກ​ຜ່ອນ​ຢູ່​ຫໍ​ພັກ​ນັກ​ສືກ​ສາ, ໄດ້​ຟັງຂ່າວ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ໜຶ່ງທີ່ກະ​ຈາຍ​ສຽງ​ຈາກ​ແດນ​ໄກ, ກໍ​ແມ່ນ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ”

     ສ່ວນ​ຢູ່ Perche ຫ່າງ​ຈາກ​ນະ​ຄອນຫຼວງ​ປາ​ຣີ​ປະ​ມານ 200 ກິ​ໂລ​ແມັດ , ກໍ​ມີ​ສະ​ໂມ​ສອນ​ບັນ​ດາ​ເພື່ອ​ນ​ຂອງ Radio Perche. ບັນ​ດາລາຍ​ການຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມຍາມ​ໃດ​ກໍ​ດືງ​ດູດ​ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ. ເພື່ອນ Philippe Marsan ເລົ່າ​ສູ​ຟັງ​ວ່າ : 

     “ ຂ້າ​ພະ​ເຈົ້າ​ຍັງ​ຈື​ດີ​ໃນ​ມື້​ໜຶ່ງ ​ພວມ​ຊອກ​ຫາ​ຂະ​ໜາດ​ຄື້ນ​ທາງວິ​ທະ​ຍຸ, ບັງ​ເອີນ​​ຈັບໄດ້​ຄື້ນ​ຂອງ​ລາຍ​ການ​ກະ​ຈາຍ​ສຽງຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ. ຂ້າ​ພະ​ເຈົ້າ​ດີ​ໃຈ​ແທ້ ແລ​ະ ໄດ້​ຮ້ອງ​ໂຮ​ວ່າ : ແມ່ນ​ແລ້ວ, ຄື້ນ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມຫັ້ນ​ແຫຼະ. ຂ້າ​ພະ​ເຈົ້າ​ໄດ້​ຈົດ​ໄວ້​ໃນ​ທັນ​ທີ່ ແລະ ສົ່ງ​ຈົດ​ໝາຍ​ໄປ​ຍັງ​ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ”

       ສ່ວນ​ເພື່ອນ Gilles Gautier ເລົ່າ​ຄືນ​ສູ່​ຟັງ​ວ່າ :

    “ ມີ​ຄັ້ງ​ໜຶ່ງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ, ຂ້າ​ພະ​ເຈົ້າ​ໄດ​້​ເຂົ້າ​ຮ່ວມ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດ​ນາມ​ໂດຍ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ຈັດ​ຕັ້ງ​ຂຶ້ນ. ການ​ເສັງ​ເປັນ​ໜ້າ​ຈັບ​ໃຈ​ອີຫຼີ.  ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ລາງວັນ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ທີ່​ສະ​ຫງວ​ນ​ໃຫ້​ບັນ​ດາ​ຜູ້​ຟັງຊາວ​ຕ່າງ​ປະ​ເທດ ເປັນ​ມິດ​ລາຍການ. ນັ້ນ​ແມ່ນ​ໃບ​ຢັ້ງ​ຢືນ​ການ​ຟັງວິ​ທະ​ຍຸ ພ້ອມ​ດ້ວຍ​ຄ້ອງ​ບ້າງ​ໜ່ວຍ​ໜຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ແລະ ຂ້າ​ພ​ະ​ເຈົ້າ​ຍາມ​ໃດ​ກໍ​ຮັກ​ສາ​ມັນ​ດີໆ ”.

     70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ເຕີບ​ໃຫ​ຍ່​ຂະ​ຫຍາຍ​ຕົວ, ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ໄດ້​ປົກ​ຄຸມໄປ​ເຖິງ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ກໍ​ຄື​ແຫ່ງ​ຕ່າງໆ​ໃນ​ໂລກ. ຄວ​າມ​ຮັກ​ຂອງ​ຜູ້​ຟັງ​ໃນ​ທົ່ວ​ໂລກ​ທີ່​ມີ​ຕໍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ ກໍ​ເປັນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ແກ່​ຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ​ສືບ​ຕໍ່​ອຸ​ທິດ​ສະ​ຕິ​ປັນ​ຍາ, ສຸມ​ຈິ​ດສຸມ​ໃຈກັບ​ວຽກ​ງານ​ເພື່ອຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ສູງ​ຂອງມວນ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ