ວັນກາບກອນຫວຽດນາມ- ຈຸດນັດພົບຂອງບັນດາຜູ້ນິຍົມກາບກອນ


(Vovworld) - ນັບ​ແຕ່ 14 ປີ​ມານີ້, ໂດຍໄດ້​ເປັນ​ທຳ​ນຽມ​ແລ້ວ, ເມື່ອຮອດ​ ວັນ​ເພັງ​ເດືອນ​ຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ໄດ້​ດຳ​ເນີນ​ເຫດ​ການ​ວັນ​ກາບກອນ​ຫວຽດ​ນາມ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ ນັກ​ກະ​ວີ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ກໍ​ຄື ຜູ້​ນິ​ຍົມ​ກາບກອນ ຫວຽດ​ນາມ ໄດ້​ພົບ​ປະ​ກັນ, ແລກ​ປ່ຽນ ແລະ ແບ່​ງ​ປັນ​ນຳ​ກັນ​ບັນ​ດາ​ບົດ​ກະ​ວີ​ທີ່​ຕົນ​ເອງ​ປະ​ດິດ​ແຕ່ງ​ໃນ​ຕະ​ຫລອດ​ປີ​ຜ່ານ​ມາ. ພ້ອມ​ກັນ​ນັ້ນ ແຕ່​ລະ​ສະ​ຖານ​ທີ່​ຈັດ​ຕັ້ງ​ວັນ​ກາບກອນ​ຫວຽດ​ນາມ ຢູ່ ແຕ່​ລະ​ທ້ອ​ງ​ຖິ່ນນັ້ນ ກໍ​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ແມ່ນບ​ອ່​ນ​ພົບ​ເຫັນ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ການ​ປະ​ດິດ​ແຕ່ງ​ບົດ​ກະ​ວີ ແລະ ປະ​ກອບ​ສ່ວນ​ນຳ​ກາບກອນ​ໃກ້​ຊິດ​ຕິດ​ແທດ​ກັບ​ຜູ້​ນິ​ຍົມ​ກາບກອນກວ່າ. 

ວັນກາບກອນຫວຽດນາມ- ຈຸດນັດພົບຂອງບັນດາຜູ້ນິຍົມກາບກອນ - ảnh 1
ວັນ​ກາບກອນ​ຫວຽດ​ນາມ
ພາບ:hanoimoi

ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ບັນ​ດາຜູ້​ນິ​ຍົມ​ກາບກອນ​ຫວຽດ​ນາມ ໄດ້​ພົບ​ປະ​ກັນ​​ທີ່​ເຫດ​ການ​ວັນ​ກາບກອນ​ຫວຽດ​ນາມ. ປີນີ້ ​ວັນ​ກາບກອນ​ຫວຽດ​ນາມ​ຄັ້ງ​ທີ 14 ​ຈັດ​ຂຶ້ນ​ ​ກົງ​ກັບວັນ​ເພັງ​ເດືອນ​ຈຽງ ດ້ວຍ​ຫົວ​ຂໍ້​ວ່າ: “ປະ​ເທດ​ຊາດ - ລະ​ດູ​ບານ​ໃຫມ່” ແລະ​ ​​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມກໍ​ໄດ້​ດຳ​ເນີນ​ເຫດ​ການ​ດັ່ງ​ກ່າວ ໃນ​ພາບ​ດຽວ. ໃນ​ບໍ​ລິ​ເວນ ວັນ​ມ້ຽວ​ກ໋ວກ​ຕື​ຢ້າມທີ່​ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມນັ້ນ, ວັນ​ກາບກອນ​ຫວຽດ​ນາມ​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ພາຍ​ຫລັງ​ສຽງກອງ​ດັງ​ຂຶ້ນ. ນີ້​ແມ່ນວັນ​ບຸນ​ກາບກອນ ​ ​ເພື່ອເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ ໂດຍ​ຜູ້​ນິ​ຍົມ​ກາບກອນ​ໃນ​ທົ່ວ​ປະ​ເທດ​ໄດ້​ລໍ​ຄອຍ ແລະ ກໍ​ແມ່ນ​ສະ​ຖານ​ທີ່​ແນະ​ນຳ​ບັນ​ດາ​ບົດ​ກະ​ວີ​ຂອງ​ຍຸກ​ປະ​ຈຸ​ບັນ​ໃນ​ຊີ​ວິດ​ໃຫມ່, ປະ​ກອບ​ສ່ວນ​ສ້າງ​ຄວ​າມໃນ​ໃຈ​, ບຸກ​ຄະ​ລິກກະ​ພາບ​ຂອງ​ຊາວ​ຫວຽດ​ນາມ. ນັກ​ກະ​ວີ ຫືວ​ຖິງ, ປະ​ທານ ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ:

        “ໃນ 13 ປີ​ຜ່ານ​ມາ, ວັນ​ກາບກອນ​ຫວຽດ​ນາມ ກາຍ​ເປັນ​ງານ​ບຸນ​ວັດ​ທະ​ນະ​ທຳ​ໃຫມ່ ດ້ວຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ​ທີ່​ເລິກ​ເຊິ່ງ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫ​ນາ​ຂອງ​ຜູ້​ນິ​ຍົມ​ວັນ​ນະ​ຄະ​ດີ​ໃນ​ທົ່ວ​ປະ​ເທດ. ວັນ​ກາບກອນ​ຫວຽດ​ນາມ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ວັນ​ກາບກອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ 26 festival ກາບກອນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ.”

        ຈຸ​ດ​ປະ​ສົງ​ຂອງວັນ​ກາບກອນ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເປັນ​ການ​ເຊີດ​ຊູບັນ​ດາ​ຄຸນ​ຄ່າ​ກາບກອນ​ໃນ​ອະ​ດີດ​ຕະ​ການ​ເທົ່າ​ນັ້ນ ຫາກ​ສິ່ງ​ສຳ​ຄັນ​ແມ່ນ​ການ​ແນະ​ນຳ​ກາບກອນ​ຂອງ​ຍຸກ​ປະ​ຈຸ​ບັນ​ຫວຽດ​ນາມ ໃນ​​ຊີ​ວິດປ່ຽ​ນ​ແປງ​ໃຫມ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​, ປະ​ກອບ​ສ່ວນ​ສ້າງ​ຈິດ​ວິນ​ຍານ ແລະ ບຸກ​ຄະ​​ລິກ​ກະ​ພາບ​ຂອງ​ຊາວ​ຫວຽດ​ນາມ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ​ຖື​ວ່າ:

        “ວັນ​ກາບກອນ​ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ກະ​ວີ, ຜູ້​ນິ​ຍົມ​ກາບກອນ​ພົບ​ປະ​ກ​ັນ, ແບ່ງ​ປັນ​​ບົດ​ກະ​ວີນຳ​ກັນ ກໍ​ຄືຮັກ​ສາ​ຄວາມ​ງາມ​ຂອງວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ. ວັນ​ກາບກອນ​ຖືກ​ຈັດ​ຂຶ້ນ​ຢູ່ ວັນ​ມ້ຽວ​ກ໋ວກ​ຕື​ຢ້າມ ແມ່ນ​ສະ​ຖານ​ທີ່​ດຳ​ເນີນ​ເຫດ​ການ​ວັດ​ທະ​ນະ​ທຳ​ໃຫ​ຍ່ ທັງ​ເຮັດ​​ໃຫ້​ຜູ້​​ນິ​ຍົມບົດ​ກະ​ວີມີ​​ມີຄວາມ​ຮູ້​ສຶກ​ ທັງ​ນຳ​ມາ​ເຊິ່ງແນວ​ຄິດ​ອັນ​ເລິກ​ເຊິ່ງ​ຂອງ​ພື້ນ​ຖານ​ປັດ​ຊະ​ຍາ​ຫວຽດ​ນາມ.”

ວັນກາບກອນຫວຽດນາມ- ຈຸດນັດພົບຂອງບັນດາຜູ້ນິຍົມກາບກອນ - ảnh 2
ພວກ​ຫລານ​ນ້ອຍ​ເຂົ້າ​ຮ່ວມ​ວັນ​ກາບກອນ

        ຜ່ານ​ການ​ຈັດ​ຕັ້ງ​ໃນ​ແຕ່​ລະ​ປີນັ້ນ, ວັນ​ກາບກອນ ຫວຽດ​ນາມ ພັດ​ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ ພິ​ເສດ​ແມ່ນ​ສະ​ມາ​ຄົມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ ຫວຽດ​ນາມ ໄດ້​ເຊື້ອ​ເຊີນ​ບັນ​ດາ​ນັກ​ກະ​ວີ, ນັກ​​ປະ​ພັນວັນ​ນະ​ຄະ​ດີສາ​ກົນ ມາ​ພົວ​ພັນ​ແລກ​ປ່ຽນ​ພ​ອ້ມ​ກັບ​ນັກ​ກະ​ວີ, ນັກ​ປະ​ພັນ​ວັນ​ນະ​ຄະ​ດີ ແລະ ຜູ້​ນິ​ຍົມ​ກາບກອນ​ຫວຽດ​ນາມ.

        ວັນ​ກາບກອນ​ຫວຽດ​ນາມ ປີນີ້, ເປັນ​ຄັ້ງ​ທຳ​ອິດ​ບັນ​ດາ​ນັກ​ກະ​ວີ​ມາ​ຈາກ ຄະ​ນະ​ຜູ້​ຕາງ​ຫ​ນ້າ ສະ​ຫະ​ພາບ​ເອີ​ລົບ ​ເຂົ້າ​ຮ່ວມ​ເຫດ​ການ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນະ​ນຳ​ກາບກອນ​ຍຸກ​ປະ​ຈຸ​ບັນ​ຂອງ ເອີ​ລົບ ມາ​ໃຫ້​ຜູ້​ນິ​ຍົມ​ກາບກອນ​ຫວຽດ​ນາມ. ນີ້ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ກາບກອນ​ຍຸກ​ປະ​ຈຸ​ບັນ​ຂອງ​ຫວຽດ​ນາມ​​ກັບ​ເພື່ອນ​ມິດ​ສາ​ກົນ ຢ່າງກວ້າງ​ຂວາງ ແລະ ຈະ​ແຈ້ງກວ່າ ແລະ ປາດ​ຖະ​ຫ​ນາ​ຢາກ​ນຳ​ວັນ​ກາບກອນ ຫວຽດ​ນາມ ກາຍ​ເປັນ​ເຫດ​ການ​ທີ່​ມີ​ລັກ​ສະ​ນະ​ສາ​ກົນ. ນັກ​ກະ​ວີ ຝ​ລັ່ງ Andre Velter, ຜູ້​ຕາງ​ຫ​ນ້າ​ໃຫ້​ບັນ​ດາ​ນັກ​ກະ​ວີ​ມາ​ຈາກ ຄະ​ນະ​ຜູ້​ຕາງ​ຫ​ນ້າ ສ​ະ​ຫະ​ພາບ ເອີ​ລົບ ເຂົ້າ​ຮ່ວມ​ເຫດ​ການ​ວັນ​ກາບກອນ ຫວຽດ​ນາມ ຄັ້ງ​ທີ 14 ໄດ້​ແບ່ງ​ປັນ​ວ່າ:

        “ເມື່ອ​ເຂົ້າ​ຮ່ວມ​ວັນ​ກາບກອນ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ກະ​ວີ ຫວຽດ​ນາມ. ນີ້​ແມ່ນ​ການ​ພົບ​ປະ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ນັກ​ກະ​ວີ​ນຳ​ກັນ ສະ​ນັ້ນ ນີ້​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ບໍ່​ພຽງ​ແຕ່​ມີ​ກາບກອນ​ເທົ່າ​ນັ້ນ ຫາ​ກ​ຍັງ​ມີ​ບັນ​ດາ​ລາຍ​ການ​ສະ​ແດງສິ​ລະ​ປະ​, ການ​ຟ້ອນ, ດົນ​ຕີອີກ​ດ້ວຍ.”

        ຈຸດ​ໃຫມ່​ຫ​ນຶ່ງ​ອີກ​ໃນ​ວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 14 ນັ້ນ​ແມ່ນ ​ ບັນ​ຍາ​ກາດ​ຂອງກາບກອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະໃຫ້​ແກ່​ພວກ​ນ້ອງ​​ອະ​ນຸ​ຊົ​ນ. ນະ​ທີ່ນີ້ ຜູ້​ຊົມ​ໄດ້​ຮັບ​ຟັງ​ບັນ​ດາ​ນັກ​ກະ​ວີເດັກ​ນ້ອຍ ສະ​ເຫນີ​ບັນ​ດາ​ບົດ​ກະ​ວີໂດຍ​ພວກ​ນ້ອງ​ປະ​ດິດ​ແຕ່ງ​. ນອກນັ້ນ ພວກ​ນ້ອງ​ຍັງ​ອ່ານ​ບັນ​ດາ​ບົດ​ກ​ະ​ວີ​ຂອງ​ນັກ​ກະ​ວີ ເຈີນ​ດັງ​ຄວາ ແລະ ນັກ​ກະ​ວີ ຊວນ​ກີ່ງ ທີ່​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ. ທ່ານ​ນາງ ຫວູ​ທິ​ກີງ​ລຽນ, ຮອງ​ຜູ້​ອຳ​ນວຍ​ການ​ສຳ​ນັກ​ພິ​ມ​ຈຳ​ຫນ່າຍ ກີມ​ດົງ ຖື​ວ່າ:

         “ກາບກອນ ແມ່ນ​ວິ​ທີ​ສຳ​ຜ​ັດ​ຢ່າງ​ງ່າຍ​ດາຍເພື່ອ​ໃຫ້​ພວກ​ນ້ອງ ຮັບ​ເອົາ​ພາ​ສາ ກໍ​ຄື​ສຳ​ນຽງ. ເພາະ​ສະ​ນັ້ນ ​ການ​ຈັດລາຍ​ການ​ກາບກອນ​ໃຫ້ພວກ​ນ້ອງ​ເຍົາ​ວະ​ຊົນ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ລັບ​ບັນ​ດາ​ຜູ້​ອ່ານ​ກາບກອນ​ເວົ້າ​ລວມ ແລະ ພວກ​ນ້ອງ​ນ້ອຍ​ເວົ້າ​ສະ​ເພາະ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ດ້ວຍ​ຈຸດ​ທີ່​ໃຫມ່​ອ່ຽມ​ນີ້ ຈະ​ຊ່ວຍ​ໃຫ້​ພວກ​ນ້ອງມ​ີ​ວິ​ທີ​ສຳ​ຜັດ​ກັບ​ກາບກອນ​ກວ່າ, ເໝາະ​ສົມ​ກັບ​ຄວາມ​ນິ​ຍົມ​ຂອງ​ເພື່ອນ​ຜູ້​ອ່ານ​ປະ​ຈຸ​ບັນ.”

        ວັນ​ກາບກອນ​ຫວຽດ​ນາມ ໄດ້​ກາຍ​ເປັນ​ການ​ເຄື່ອນ​ ​ໄຫວ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ປະ​ຈຳ​ປີ, ດ້ວຍ​ບັນ​ດາ​ຄຸນ​ຄ່າ​ມະ​ນຸດ​ສະ​ທຳ​ຢ່າງ​ເລິກ​ເຊິ່ງ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ນິ​ຍົມ​ວັນ​ນະ​ຄະ​ດີ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ຈຸດນ​ັດ​ພົບ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ຊື່​ງ​ຢູ່​ທີ່ນີ້ ບັນ​ດາ​ຜູ້​ທີ່​ນິ​ຍົມ​ກາບກອນ ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່ ຕະ​ຫລອດ​ຮອດ​ເດັກ​ນ້ອຍ ໄດ້​ມີ​ໂອ​ກາດ​ພົບ​ປະ​ກັນ, ພ້ອມ​ກັນ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຊີ​ວິດ​ທາງ​ດ້ານ​ວັດ​ທ​ະ​ນະ​ທຳ, ຈິດ​ໃຈ ກໍ​ຄື​ນຳ​ກາບກອນ​ຫວຽດ​ນາມ ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ