ວັນທີ 30 ບຸນເຕັດຊຶ່ງແມ່ນວັນສຸດທ້າຍຂອງປີເກົ່າໃນບັນດາຄອບຄົວຊາວຫວຽດນາມ

(VOVWORLD) -ສຳລັບຊາວຫວຽດນາມ ແລ້ວ, ບຸນປີໃໝ່ປະຈຳຊາດແມ່ນມີຄຸນຄ່າທາງດ້ານຈິດໃຈຢ່າງໃຫຍ່ຫຼວງ ໃນຊີວິດປະຈຳວັນຂອງແຕ່ລະຄອບຄົວ ແລະ ປະຊາຄົມ. ໃນຊຸມວັນບຸນເຕັດ, ຮີດຄອງປະເພນີນັບພັນປີສ່ວນຫຼາຍພຽງແຕ່ຖືກດຳເນີນຢູ່ໃນຄອບຄົວ, ໄດ້ດຶງດູດທຸກໆຄົນທີ່ລໍຄອຍມາເປັນເວລາດົນນານ ມີຄວາມກະຕືລືລົ້ນ.

ວັນທີ 30 ບຸນເຕັດຊຶ່ງແມ່ນວັນສຸດທ້າຍຂອງປີເກົ່າໃນບັນດາຄອບຄົວຊາວຫວຽດນາມ - ảnh 1 ພາເຂົ້າເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່

(ພາບອີນເຕີແນັດ)

ໃນຕອນບ່າຍວັນທີ 30 ບຸນເຕັດ, ເຊິ່ງແມ່ນວັນສຸດທ້າຍຂອງປີເກົ່າ ຄອບຄົວໃດກໍ່ກະກຽມພາເຂົ້າເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ບັນດາສະມາຊິກໃນຄອບຄົວໄດ້ນັ່ງອ້ອມພາເຂົ້າໃນຈຸດເວລາທ້າຍປີເກົ່າ ລໍຖ້າຈຸດເວລາທີ່ສັກສິດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.

        ບຸນເຕັດຢູ່ຮ່າໂນ້ຍ ຕາມປົກກະຕິແລ້ວ, ອາກາດຈະໜາວເຢັນ, ມີຝົນຝອຍທີ່ເປັນເອກະລັກສະເພາະຂອງທາງພາກເໜືອ, ຍ້ອນເຫດນັ້ນ ບັນຍາກາດໃນຊຸມວັນບຸນເຕັດ ຈຶ່ງມີສິ່ງໃດໜຶ່ງທີ່ພິເສດ. ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ມີຫຼາຍຄົນໄດ້ເຊື່ອວ່າ ນັ້ນແມ່ນຈຸດເວລາພົບປະຂອງໂລກຢິນ ແລະ ຢາງ, ສະນັ້ນ, ຕາມຮີດຄອງປະເພນີແລ້ວ, ທຸກໆຄອບຄົວຕ້ອງເຮັດພາເຂົ້າບຸນເຕັດເພື່ອອາໄລຫາປູ່ຍ່າຕາຍາຍ, ບັນພະບູລຸດ, ບັນດາຜູ້ທີ່ໄດ້ລ່ວງລັບໄປແລ້ວ, ສົມມະນາຄຸນເທວະດາຟ້າແຖນຄື: ເຈົ້າດິນເຈົ້າດອນ, ເຈົ້າເຕົາໄຟ ທີ່ໄດ້ປົກປັກຮັກສາທີ່ຢູ່ຂອງຕົນຢ່າງຮອບຄອບໃນທັງປີ.

        ບຸນເຕັດກໍ່ແມ່ນໂອກາດເພື່ອພັກຜ່ອນຢ່ອນອາລົມ, ລະຫຼີ້ນມ່ວນຊື່ນ, ເພື່ອໃຫ້ຄອບຄົວເຕົ້າໂຮມກັນ, ທຸກຄົນປັບປຸງການພົວພັນທາງສັງຄົມ, ປັບປຸງການພົວພັນໃນມື້ທີ່ໄດ້ຜິດຖຽງກັນ ເພື່ອມຸ່ງໄປເຖິງສິ່ງທີ່ດີງາມ. ບາງເທື່ອກໍ່ຍ້ອນບັນຍາກາດການພົບປະ, ເຕົ້າໂຮມກັນຢູ່ໃນຄອບຄົວໃນວັນທີ 30 ຂອງບຸນເຕັດແມ່ນມີຄວາມສັກສິດທີ່ສຸດ.

        ນັບສິບໆປີມານີ້, ຄອບຄົວນັກຈິດຕະກອນ ດິງຕ໋ຽນຫາຍ, ຢູ່ເຮືອນເລກທີ 20, ຮ່ອມບ້ານ ຈ່າງອານ, ຮ່າໂນ້ຍ, ເມື່ອຮອດຕອນບ່າຍວັນທີ 30 ຂອງບຸນເຕັດ ລູກຫຼານໄດ້ເຕົ້າໂຮມກັນຢ່າງຄົບໜ້າຄົບຕາ. ໂດຍຄົນລະວຽກ, ແມ່ຍິງໄດ້ກະກຽມເຍື່ອງອາຫານຕ່າງໆ, ສ່ວນຜູ້ຊາຍອະນາໄມເຮືອນຊານ, ມ້ຽນເຄື່ອງ, ປະດັບປະດາແທ່ນບູຊາໃນຄອບຄົວເພື່ອຕ້ອນຮັບບຸນເຕັດ. ສຳລັບນັກຈິດຕະກອນ ດິງຕ໋ຽນຫາຍ ແລ້ວ, ບຸນເຕັດ, ໂດຍສະເພາະແມ່ນໃນວັນທີ 30 ແມ່ນໂອກາດເພື່ອສະແດງໃຫ້ເຫັນຮີດຄອງປະເພນີ ຫຼື ແບບວິຖີດຳລົງຊີວິດອັນດີງາມທີ່ເປັນມູນເຊື້ອຂອງຊາວຫວຽດນາມ. ທ່ານ ດິງຕ໋ຽນຫາຍ, ແບ່ງປັນວ່າ.

        “ຊາວຮ່າໂນ້ຍ ບໍ່ພຽງແຕ່ຕ້ອນຮັບບຸນເຕັດຮ່ວມກັບໝູ່ເພື່ອນເທົ່ານັ້ນ, ຫາກຍັງຕ້ອນຮັບບຸນເຕັດຮ່ວມກັບຄອບຄົວອີກດ້ວຍ. ຍ້ອນເຫດນັ້ນ, ໃນຊຸມມື້ບຸນເຕັດ, ເຖິງວ່າໄປໄສ, ເຮັດວຽກຢູ່ແຫ່ງໃດ ຮອດຍາມບຸນເຕັດກໍ່ກັບເມືອເຕົ້າໂຮມພ້ອມກັບຄອບຄົວ. ບຸນເຕັດ ຖ້າມີຜູ້ໃດຢູ່ໄກ, ທັງຄອບຄົວຈະຄິດຮອດ. ຍ້ອນວ່າ, ຄາບເຂົ້າໃນວັນທີ 30 ສຳລັບຊາວຮ່າໂນ້ຍ ແມ່ນມີຄວາມສັກສິດທີ່ສຸດ. ທຸກຄົນບໍ່ພຽງແຕ່ໄດ້ລົມກັນ, ກິນດື່ມຢ່າງມ່ວນຊື່ນເທົ່ານັ້ນ, ຫາກຍັງໄດ້ເຫັນໜ້າພໍຕາກັນ, ຢື້ຢາມຖາມຂ່າວກັນເພື່ອໄດ້ດຳລົງຊີວິດໃນບັນຍາກາດທີ່ເຕັມໄປດ້ວຍຄວາມຮັກແພງ, ອົບອຸ່ນໃນຄອບຄົວ”.

        ຕອນບ່າຍວັນທີ 30 ຂອງບຸນເຕັດແມ່ນຈຸດເວລາມ່ວນຊື່ນທີ່ສຸດ. ໃນຄາບເຂົ້າຕອນບ່າຍວັນທີ 30 ແມ່ນຄາບເຂົ້າຂອງການເຕົ້າໂຮມກັນ, ລູກຫຼານໃນຄອບຄົວມາສະແດງຄວາມເຄົາລົບ, ແບ່ງປັນກັບພໍ່ເຖົ້າ, ແມ່ເຖົ້າ ແລະ ພໍ່, ແມ່ ບັນດາວຽກງານທີ່ບັນລຸໄດ້ໃນປີຜ່ານມາ. ພໍ່ເຖົ້າ, ແມ່ເຖົ້າ ແລະ ພໍ່, ແມ່ ສັ່ງສອນໃຫ້ລູກຫຼານບັນດາວຽກງານທີ່ຄວນເຮັດໃນປີໃໝ່. ເມື່ອຄາບເຂົ້າສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສຳເລັດແລ້ວ, ທຸກຄົນພ້ອມກັນໄປຫຼີ້ນ, ລໍຖ້າຮອດຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ບໍ່ຮູ້ວ່າຊາວຮ່າໂນ້ຍ ມີຮີດຄອງປະເພນີຕ້ອນຮັບບຸນເຕັດຢູ່ອ້ອມໜອງເຕົ່າ ມາແຕ່ຍາມໃດ ແລະ ປະຈຸບັນໄດ້ກາຍເປັນຮີດຄອງປະເພນີອັນດີງາມ. ແຕ່ລະປີ ທາງນະຄອນລ້ວນແຕ່ຈັດການຍິງບັ້ງໄຟດອກຢູ່ແຄມໜອງເຕົ່າ ໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່. ໃນຈຸດເວລານີ້, ທຸກຄົນໄດ້ອວຍພອນໃຫ້ກັນ ແລະ ກັນສິ່ງດີງາມ, ກ້າວເຂົ້າສູ່ປີໃໝ່. ຕາມຮີດຄອງປະເພນີ, ທຸກຄົນຈະປາຖະໜາໃຫ້ສິ່ງທີ່ບໍ່ດີບໍ່ງາມໄປພ້ອມກັບປີເກົ່າ ເພື່ອມຸ່ງໄປເຖິງບັນດາການເລີ່ມຕົ້ນທີ່ສົດໃສກວ່າໃນປີໃໝ່. ບັນດາຮີດຄອງປະເພນີນີ້ໄດ້ກຳເນີດມາແຕ່ດົນນານແລ້ວ, ໄດ້ຕິດພັນກັບການປະພຶດທາງດ້ານວັດທະນະທຳທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ເບິ່ງຄືວ່າພຽງມີຢູ່ໂອກາດບຸນເຕັດ ຈຶ່ງສະແດງໃຫ້ເຫັນໄດ້ແຈ້ງກວ່າ. ເອື້ອຍ ຫງວຽນທິເມນ, ຢູ່ຖະໜົນ ຮ່າງບ່ວມ, ຮ່າໂນ້ຍ, ໄດ້ແບ່ງປັນແນວຄວາມຄິດວ່າ.

        “ກ້າວເຂົ້າສູ່ປີໃໝ່, ນ້ອງພຽງແຕ່ປາດຖະໜາຢາກໃຫ້ຍາດຕິພີ່ນ້ອງຂອງຕົນມີຄວາມສົມບູນພູນສຸກ ແລະ ວຽກງານປະສົບກັບຄວາມສະດວກໃນອະນາຄົດ. ສຳລັບນ້ອງແລ້ວ, ນ້ອງປາດຖະໜາໃຫ້ຕົນເອງ ແລະ ຄອບຄົວຍາມໃດກໍ່ມີຄວາມຜາສຸກ, ມີຄວາມມ່ວນຊື່ນກັບລູກສາວຂອງຕົນ, ນ້ອງປາດຖະໜາຂໍໃຫ້ທຸກໆຄົນຈະມີຄວາມສະຫງົບ ແລະ ມີຄວາມສຸກທີ່ສຸດ”.

        ເຕົ້າໂຮມກັນໃນຄາບເຂົ້າສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໃນທາມກາງບັນຍາກາດຕ້ອນຮັບປີໃໝ່ພ້ອມກັບຄອບຄົວ, ທຸກຄົນຈຶ່ງຮູ້ສຶກໄດ້ເຖິງຄວາມອົບອຸ່ນ, ຄວາມຮັກແພງ ແລະ ຄຸນຄ່າຂອງຄອບຄົວ. ນັ້ນແມ່ນສາຍເຫດທີ່ເຮັດໃຫ້ບັນດາຜູ້ທີ່ຢູ່ຫ່າງໄກ່ລ້ວນແຕ່ຮູ້ສຶກອ້າງຫວ້າງ, ເປົ່າປ່ຽວ, ຮູ້ສຶກເສຍດາຍເມື່ອບໍ່ໄດ້ກັບເມືອບ້ານຢູ່ພ້ອມໜ້າພ້ອມຕາກັບຄອບຄົວໃນວັນທີ 30 ຂອງບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ