ວັນທະນະທຳສິລະປະຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ ໃນສະພາບເຕັກໂນໂລຊີ 4.0

(VOVWORLD) -ການຫັນບັນດາການເຄື່ອນໄຫວວັດທະນະທຳສິລະປະໃນຫໍສະໝຸດ, ຫໍພິພິທະພັນ, ປູຊະນີຍະສະຖານ, ການສະແດງສິລະປະເປັນດີຈີຕອນ ພວມແມ່ນທ່າອ່ຽງພັດທະນາຂອງຂະແໜງວັດທະນະທຳ. ໂດຍຜ່ານເຕັກໂນໂລຊີດີຈີຕອນບັນດາການເຄື່ອນໄຫວວັດທະນະທຳສິລະປະໄດ້ແຜ່ກະຈ່າຍສູ່ມວນຊົນໂດຍອີງໃສ່ເຕັກໂນໂລຊີນີ້
ວັນທະນະທຳສິລະປະຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ ໃນສະພາບເຕັກໂນໂລຊີ 4.0 - ảnh 1ແຂກທ່ອງທ່ຽວມາຢ້ຽມຊົມຢູ່ຄຸກ ຮວ່າລໍ່

    ໃນຍຸກປັດຈຸບັນເຕັກໂນໂລຊີດີຈີຕອນໄດ້ເຮັດໃຫ້ປ່ຽນແປງຄວາມສຳນຶກລວມກ່ຽວກັບຄຸນຄ່າຂອງລາຍການສິລະປະແລະວິທີຈັດຕັ້ງບັນດາເຫດການສິລະປະ, ງານວາງສະແດງວິຈິດສິນ, ການສະແດງດົນຕີ, ສະມາຄົມປຶ້ມອອນລາຍ... ບັນດາຜະລິດຕະພັນວັດທະນະທຳສິລະປະຈາກແບບວິທີຮັກສາທີ່ມີມາແຕ່ດົນນານໄດ້ຖືກຫັນໄປສູ່ການເກັບຮັກສາແບບດີຈີຕອນທັງສາມດາເກັບຮັກສາໄດ້ດົນ, ປອດໄພຊ່ວຍໃຫ້ຄົນເຮົາສາມາດເປີດເບິ່ງຢ່າງງ່າຍດາຍແລະໄດ້ຮັບຊົມຜະລິດຕະພັນສິລະປະ. ຮອງສາດດາຈານປອ.ບຸ່ຍຮວ່າຍເຊີນຫົວໜ້າສະສະຖາບັນວັດທະນະທຳສິລະປະແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:

     “ພວກເຮົາພວມຢູ່ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະສັງຄົມໃນປັດຈຸບັນ ກໍ່ແມ່ນສັງຄົມດີຈີຕອນ. ເພາະສະນັ້ນເລື່ອງລາວຫັນເປັນດີຈີຕອນກໍ່ແມ່ນບັນຫາສຳຄັນໃນສັງຄົມເວົ້າລວມໃນນັ້ນມີຂົງເຂດວັດທະນະທຳສິລະປະ. ຖ້າຫາກພວກເຮົາຫັນບັນດາຂໍ້ມູນວັດທະນະທຳສິລະປະເປັນດີຈີຕອນນັ້ນ ພວກເຮົາກໍ່ສາມາດນຳໃຊ້ຂໍ້ມູນນີ້ໃຫ້ແກ່ຫຼາຍຈຸດປະສົງທີ່ແຕກຕ່າງກັນເພື່ອໃຫ້ຂໍ້ມູນເຫຼົ່ານີ້ ກາຍເປັນຊັບສົມບັດອັນລ້ຳຄ່າຂອງຊາດ”.

       ຂະນະທີ່ປັນຍາທຽມນັບມື້ນັບຂະຫຍາຍຕົວນັ້ນການຫັນເປັນດີຈີຕອນກໍ່ກາຍເປັນສິ່ງທີ່ຈຳເປັນຕ້ອງເປັນໄປໃນຫຼາຍຂົງເຂດໃນນັ້ນມີຂົງເຂດວັດທະນະທຳສິນລະປະ. ໃນສະພາບໂຄວິດ - 19 ກໍ່ຍິ່ງເຮັດໃຫ້ຄວາມຮຽກຮ້ອງໃຫ້ຫັນເປັນດີຈີຕອນ ຕອ້ງປະຕິບັດຢ່າງວ່ອງໄວກວ່າ. ຈິດຕະກອນຫງວຽນເຖເຊີນໃຫ້ຮູ້ວ່າ:

     “ຍ້ອນໂຄວິດ  19 ນີ້ເອງ ກໍ່ຍິ່ງຄວນຍູ້ໄວການຫັນເປັນດີຈີຕອນໃຫ້ໄວກວ່າເມື່ອທຽບໃສ່ເງື່ອນໄຂທຳມະດາ. ມີຫໍພິພິທະພັນ, ໂຮງລະຄອນຫຼາຍແຫ່ງໃນໂລກສືບຕໍ່ເປີດເວັບໄຊໂດຍບໍ່ເກັບຄ່າ ຊ້ຳບໍ່ໜຳແມ່ນບັນດາຊ່ອງຢູທູບສະເພາະເພື່ອໃຫ້ທຸກຄົນໃນໂລກສາມາດເປີດເບິ່ງບັນດາລາຍການລະຄອນ, ລາຍການສະແດງກາຍຍະສິນ...”

     ນັບແຕ່ເດືອນກໍລະກົດປີ 2020,  ລາຍການຮັບຊົມຄ່ຳຄືນສັກກະລະບູຊາຢູ່ປູຊະນີຍະສະຖານຄຸກ ຮວ່າລໍ່ ໄດ້ສະເໜີໂຕຕໍ່ຜູ້ຊົມ ອັນໄດ້ນຳແຂກທ່ອງທ່ຽວຫວນຄືນໄລຍະເວລາແຫ່ງປະຫວັດສາດ. ນາງຫຼ້າຍທິມິງທູ ຮອງຫົວໜ້າພະແນກຄົ້ນຄວ້າເກັບຮັກສາ, ຄະນະຄຸ້ມຄອງຮັກສາປູຊະນີຍະສະຖານຄຸກ ຮວ່າລໍ່ ໃຫ້ຮູ້ວ່າ:

     “ການຫັນເປັນດີຈີຕອນຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວໄດ້ສະແດງອອກຜ່ານລະບົບໂອດີໂອກາຍ. ອຸປະກອບນີ້ມີ 35 ເລື່ອງລາວແນະນຳກ່ຽວກັບບັນດາວັດຖຸພັນໃນປູຊະນີຍະສະຖານ, ບັນດາແບບຢ່າງຂອງນັກຮົບປະຕິວັດຜູ້ຮັກຊາດທີ່ ໄດ້ເສຍສະຫຼະຊີວິດໃນຄຸກ ຮວ່າລໍ່”.

     ໃນຂົງເຂດພິພິທະພັນ ເຊິ່ງແມ່ນແຫ່ງທີ່ການຫັນເປັນດີຈີຕອນພວມຂະຫຍາຍຕົວຢ່າງແຂງແຮງໃນໂລກນັ້ນຢູ່ ຫວຽດນາມກໍ່ໄດ້ເລີ່ມມີການຫັນປ່ຽນ. ສອງປີທີ່ຜ່ານມາພິພິທະພຫັນວິຈິດສິນຫວຽດນາມແລະບໍລະສັດຫຸ້ນສ່ວນຊອັບແວຫວຽດນາມພ້ອມກັບຮ່ວມມືເພື່ອຜະລິດໂປຣແກມ ພາກລາຍການ. ນາງກາຍຖາຍຮວ່າງອວຽນ ຜູ້ຄຸ້ມຄອງໂຄງການນີ້ ໃຫ້ນູ້ວ່າ:

      “ເພື່ອສ້າງໂປຣແກມນີ້ໃຫ້ໄດ້, ພວກຂ້າພະເຈົ້າໄດ້ຄົ້ນຄວ້າຮຽນຮູ້ຫຼາຍຢ່າງນຳຫໍພິພິທະພັນໃຫຍ່ໃນໂລກ. ໂປຣແກມນີ້ພວມຫັນວັດຖຸພັນ 100 ຢ່າງເປັນດີຈີຕອນ ເຊິ່ງແມ່ນບັນດາວັດຖຸພັນທີ່ເປັນເອກະລັກທີ່ສຸດຂອງຫໍພິພິທະພັນວິຈິດສິນຫວຽດນາມ”.

     ເດືອນສິງຫາປີ 2020 ລັດຖະບານຫວຽດນາມໄດ້ອະນຸມັດຜ່ານໂຄງການ “ຄົ້ນຄວ້າສ້າງຖານຂໍ້ມູນແລະ ປະກາດຜະລິດຕະພັນວັດທະນະທຳສິລະປະຫວຽດນາມບົນເຕັກໂນໂລຊີປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເຊິ່ງແມ່ນລາຍການລະດັບຊາດສະຫງວນໃຫ້ແກ່ການຫັນບັນດາຜະລິດຕະພັນວັດທະນະທຳຫວຽດນາມເປັນດີຈີຕອນ, ຜ່ານນັ້ນໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ຂະແໜງວັດທະນະທຳ. ມວນຊົນກໍ່ໄດ້ຮັບຜົນປະໂຫຍດຂະນະທີ່ສາມາດໄດ້ເປີດເບິ່ງຊອກຮູ້ ກ່ຽວກັບບັນດາຜະລິດຕະພັນວັດທະນະທຳສິລະປະທີ່ມີມາແຕ່ດົນນານຫຼືໃນຍຸກປັດຈຸບັນ. ການຫັນບັນດາເນື້ອໃນວັດທະນະທຳເປັນດີຈີຕອນຢູ່ ຫວຽດນາມໄດ້ເປີດໂອກາດໃຫ້ແກ່ສິລະປິນຫວຽດນາມໃນຂົງເຂດສິລະປະທົ່ວໂລກພ້ອມທັງເປັນການໂຄສະນາຜະລິດຕະພັນວັດທະນະທຳ, ໂຄສະນາພາບພົດປະເທດຊາດຫວຽດນາມອອກສູ່ໂລກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ