(vovworld)- ໃນໄລຍະ 30 ປີຜ່ານມາ, ພ້ອມກັບການປ່ຽນແປງຂອງປະເທດຊາດ, ພື້ນຖານວັດທະນະທຳຫວຽດນາມ ມີການປ່ຽນໃຫມ່ ແລະ ບັນລຸໄດ້ຜົນງານຫລາຍຢ່າງ, ພົ້ນເດັ່ນ ແມ່ນການປະກອບສ່ວນບໍ່ແມ່ນຫນ້ອຍຂອງນັກປະພັນວັນນະຄະດີລຸ້ນຕ່າງໆໄລຍະຫລັງປີ 1975. ດ້ວຍບັນດາແງ່ມູມໃຫມ່, ສ້າງເປັນຂີດໝາຍໃຫ້ລຸ້ນຄົນປະຈຸບັນ, ໄດ້ມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ບັນດານັກປະພັນວັນນະຄະດີ ຫວຽດນາມ ຫລັງປີ 1975 ໄດ້ປະກອບສ່ວນແຕ່ງບົດປະພັນວັນນະຄະດີເປັນຈຳນວນຫລວງຫລາຍໃຫ້ແກ່ພາລະກິດປ່ຽນໃຫມ່ຂອງພື້ນຖານວັນນະຄະດີຫວຽດນາມ. ເມື່ອທົບທວນຄືນບາງຜົນງານຂອງວັນນະຄະດີໃນການປ່ຽນໃຫມ່, ນັກຂ່າວ ທູຍງ່າ ມີບົດຂຽນດ້ວຍຫົວຂໍ້ວ່າ: “ວັນນະຄະດີ 30 ປີແຫ່ງການປ່ຽນໃຫມ່: ການຄົ້ນຫາຢ່າງບໍ່ຢຸດຢັ້ງ.
ພາບປະກອບ:internet
|
ກິດຈະການປ່ຽນແປງໃຫມ່ນັບແຕ່ປີ 1986 ແມ່ນບາດກ້າວບຸກທະລຸຢ່າງແຮງເພື່ອປ່ຽນແປງ, ຊຸກຍູ້ການພັດທະນາໂສມຫນ້າວັດທະນະທຳປະເທດຊາດ ຄືດັ່ງກຳລັງຫນູນເພື່ອປ່ຽນແປງສະຕິຫົວຄິດປະດິດສ້າງ ແລະ ເສັ້ນທາງມຸ້ງໄປເຖິງຄວາມຈິງກໍໄດ້ຮັບການປ່ຽນແປງຜ່ານຄວາມມານະພະຍາຍາມໃນການປ່ຽນໃຫມ່ ແລະ ຄົ້ນຫາຢ່າງບໍ່ຢຸດຢັ້ງຂອງຖັນແຖວນັກປະພັນວັນນະຄະດີທີ່ເຕີບໃຫຍ່ພາຍຫລັງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ.
ຈາກບັນດາບົດປະພັນວັນນະຄະດີທີ່ເຕັມໄປດ້ວຍການຄາດຄະເນຂອງນັກປະພັນວັນນະຄະດີ ຫງວຽນມີງເຈົາ, ພື້ນຖານວັດທະນະທຳ ຫວຽດນາມ ຫລັງປີ 1975 ໄດ້ເຫັນປະຈັກຕາບົດປະພັນວັນນະຄະດີໃຫມ່ຫລາຍບົດເຂົ້າສູ່ຊີວິດ, ຊາຕະກຳຂອງມະນຸດດ້ວຍຫລາຍແງ່ມູມ. ນັກປະພັນວັນນະຄະດີ ຫງວຽນຮູຍທຽບ ໄດ້ປະພັນເລື່ອງສັ້ນຫລາຍເລື່ອງທີ່ມີຊື່ສຽງ ຊື່ງເປັນຂີດໝາຍທຳອິດແມ່ນ: ບົດປະພັນ “ນາຍພົນອອກກິນເບ້ຍບຳນານ” ໄດ້ກາຍເປັນເຫດການວັດທະນະທຳໃນໄລຍະປ່ຽນໃຫມ່. ຕໍ່ຈາກນັ້ນ ແມ່ນ ບົດປະພັນຂອງນັກປະພັນວັນນະຄະດີ ບ໋າວນີງ ດ້ວຍບົດປະພັນ “ຄວາມໂສກເສົ້າຍ້ອນສົງຄາມ” ແລະ ບົດປະພັນ “ທາງຮ່ອມ”ຂອງນັກປະພັນວັນນະຄະດີ ຢືທິຮ່ວານ.. ນັ້ນແມ່ນບັນດາບົດປະພັນສ່ອງແສງເຖິງຊີວິດການເປັນຢູ່ແຕກຕ່າງກັບກ່ອນນີ້, ວິທີຂຽນກໍບໍ່ຢູ່ໃນຫລັກການ ແລະ ອົງປະກອບເດີມ. ເນື້ອໃນສ່ອງແສງ ພຽງແຕ່ເວົ້າເຖິງມະນຸດ ດ້ວຍຄວາມຂັດແຍ້ງທີ່ສັບສົນໃນຊີວິດ. ມີບົດປະພັນວັນນະຄະດີຫລາຍບົດໄດ້ເຕື້ອງເຖິງບັນດາບັນຫາຂອງໄລຍະປ່ຽນແປງໃຫມ່ກ່ຽວກັບເສດຖະກິດ, ການປ່ຽນແປງກ່ຽວກັບຄຸນສົມບັດສັງຄົມ ດ້ວຍທ່າທີ່ໄຈ້ແຍກຢ່າງມີສະຕິສ່ອງໃສ ແລະ ຕຳນິວິຈານຢ່າງຂ້ຽວຂາດ. ເມື່ອຕີລາຄາກ່ຽວກັບຜົນງານຂອງວັນນະຄະດີໃນການປ່ຽນໃຫມ່, ນັກວິຈານວັນນະຄະດີ ໂງວັນຢາ ໃຫ້ຮູ້ວ່າ:
“ຜົນງານໃຫຍ່ສຸດ ແມ່ນການປ່ຽນແປງຄວາມສຳນຶກກ່ຽວກັບມະນຸດ, ຊີວິດການເປັນຢູ່. ຕາມນັ້ນແລ້ວ ວິທີຂຽນກໍແຕກຕ່າງກັບກ່ອນນີ້ ສະນັ້ນ ເຂົາເຈົ້າມີບັນດາບົດປະພັນໃຫຍ່ ແລະ ມີຊື່ສຽງ. ເຂົາເຈົ້າຫັນປ່ຽນວິທະຍາສາດກ່ຽວກັບສິ່ງທີ່ດີງາມໃນໄລຍະສົງຄາມໄປສູ່ສັນຕິພາບ ນັ້ນແມ່ນເອົາໃຈໃສ່ເຖິງຊາຕະກຳຂອງມະນຸດ, ບັນດາຄຸນຄ່າສັງລວມຂອງມວນມະນຸດ, ການທໍລະມານ ແລະ ການໂອ້ລົມສົນທະນາກັບຄວາມຈິງ.”
“ຄວາມໂສກເສົ້າຍ້ອນສົງຄາມ”ຂອງນັກປະພັນວັນນະຄະດີ ບ໋າວນີງ
ພາບ:internet
|
ໃນໄລຍະປະຈຸບັນ ຍັງມີການເຂົ້າຮ່ວມຂອງບັນດານັກປະພັນວັນນະຄະດີຍິງຫລາຍຄົນ, ໄດ້ນຳມາເຊິ່ງພະລັງຊີວິດໃຫມ່ ດ້ວຍຄວາມສະດຸ້ງໄວຂອງເພດຍິງ. ນັກວິຈານວັນນະຄະດີ ຈູວັນເຊີນ ແບ່ງປັນວ່າ:
“ຖັນແຖວນັກປະພັນວັນນະຄະດີຍິງໃນ 2 ຂົງເຂດຕົ້ນຕໍ ນັ້ນແມ່ນ ກາບກອນ ແລະ ວັນນະຄະດີ…ລ້ວນແຕ່ແມ່ນບັນດາຜູ້ທີ່ມີການກະທົບໃຫຍ່ເຖິງວິວັດການປ່ຽນໃຫມ່ ແລະ ທັງແມ່ນນັກປະພັນວັນນະຄະດີ ປະພັນບົດກາບກອນ, ວັນນະຄະດີ.. ຂອງໄລຍະນີ້.”
ຕາມຮອງສາດສະດາຈານ, ດຣ ໂຮ່ເທຮ່າ, ພະແນກວັນນະຄະດີ, ມະຫາວິທະຍາໄລຍວິທະຍາສາດ ເຫ້ວ ແລ້ວ, ໃນທ່າອ່ຽງປ່ຽນໃຫມ່, ຫັນເປັນປະຊາທິປະໄຕ, ພົວພັນແລກປ່ຽນ ແລະ ເຊື່ອມໂຍງເຂົ້າກັບໂລກ, ທັດສະນະຂອງວົງການນັກປະພັນວັນນະຄະດີໄລຍະນີ້ ນັບມື້ນັບໄດ້ຮັບການເປີດກວ້າງກວ່າ, ສ້າງສິ່ງທີ່ມີຊີວິດຊີວາໃຫ້ແກ່ວຽກງານວິຈານວັນນະຄະດີ.
“ນັ້ນແມ່ນການປ່ຽນໃຫມ່ຈີນຕະນາການບົນພື້ນຖານການປ່ຽນໃຫມ່ຂອງຊີວິດສັງຄົມ. ເວລານັ້ນ ວັນນະຄະດີ ມີເງື່ອນໄຂເພື່ອສ່ອງແສງເຖິງຄວາມເສລີ, ປະຊາທິປະໄຕຂອງຕົນ ເພື່ອມຸ່ງໄປເຖິງສິ່ງທີ່ດີງາມຂອງວັນນະຄະດີໃນການສ່ອງແສງຄວາມຈິງຂອງຊີວິດການເປັນຢູ່ ຜ່ານຄຳສັບ, ເພື່ອມະນຸດ.”
ບັນດານັກປະພັນວັນນະຄະດີໄລຍະແຕ່ປີ 1975 ມາຮອດປະຈຸບັນ ໄດ້ກາຍເປັນພາກສ່ວນຫລັກແຫລ່ງຂອງວັນນະຄະດີໃນການປ່ຽນໃຫມ່. ບັນດານັກປະພັນວັນນະຄະດີມີຊື່ສຽງຄື: ບ໋າວນີງ, ຫງວຽນຮູຍທຽບ, ຟ້າມທິຮ່ວາຍ, ເລມີເຄ, ຕ້າຢູຍແອງ, ໂຮ່ແອງທາຍ …ໄດ້ປະກອບສ່ວນເຂົ້າໃນການສ້າງພື້ນຖານວັນນະຄະດີທີ່ເຕັມໄປດ້ວຍຄວາມຟົດຟື້ນ. ຖ້າຫາກບັນດານັກປະພັນວັນນະຄະດີໃນໄລຍະຕໍ່ສູ້ຕ້ານຈັກກະພັດອາເມລິກາໄດ້ສຳເລັດຫນ້າທີ່ໂດຍພື້ນຖານຕໍ່ປະຫວັດສາດນັ້ນ, ນັກປະພັນວັນນະຄະດີ ຫລັງປີ 1975 ດ້ວຍບັນດາບົດປະພັນວັນນະຄະດີຂອງຕົນ ໄດ້ສະແດງໃຫ້ເຫັນລັກສະນະວິຊາການ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສາທາລະນະຊົນ.