ວັນບຸນລະດູບານໃໝ່ບັນດາເຜົ່າຫວຽດນາມ

ວັນບຸນລະດູບານໃໝ່ບັນດາເຜົ່າຫວຽດນາມ - ảnh 1
    ງານ​ບຸນ​ ເກົາຕາວ   ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າມົ້ງ  (ພາບ: vanhoadoisong.com)

    ຢູ່​ຫວຽດນາມ, ລະດູບານໃໝ່ແມ່ນຍາມຈັດງານບຸນຕ່າງໆ, ເມື່ອດອກຄາຍ, ດອກໝັ້ນ, ດອກບານພວມພາກັນ ບານສະພັ່ງເອ້ຄວາມງາມຢູ່ທົ່ວເຂດພູຜາ ປ່າໄມ້ . ນີ້​ກໍ​ແມ່ນ​ຈຸດ​ເວລາ​ທີ່​ພໍ່​ແມ່​ປະຊາ​ຊົນ​ບັນດາ​ເຜົ່າສ່ວນ​ໜ້ອຍ​ຈັດ​ງານ​ບຸນ​ຕ່າງໆ​ເພື່ອ​ຕ້ອນຮັບລະດູບານໃໝ່. ໃນຊຸມມື້ຕົ້ນລະດູບານໃໝ່ປີນີ້, ບັນດາເຜົ່າອ້າ​ຍນ້ອງ​ຢູ່​ຫວຽດນາມ ​ໄດ້​ພາກັນ​ກັບ​ຄືນ​ສູ່​ໝູ່​ບ້ານ​ວັດທະນະທຳ​ທ່ອງທ່ຽວ​ບັນດາ​ເຜົ່າ​ຫວຽດນາມ​ທີ່​ຮ່າ​ໂນ້ຍ​ເພື່ອ​ເຂົ້າ​ຮ່ວມ “ ວັນ​ບຸນລະດູບານໃໝ່ ບັນດາເຜົ່າອ້າ​ຍ ນ້ອງ​ຫວຽດນາມ. ບໍ່​ພຽງ​ແຕ່​ໄດ້​ພົບ​ປະ​ແລກປ່ຽນ​ເທົ່າ​ນັ້ນ, ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຍັງ​ແນະນຳ​ບາງ​ຈຸດ​ຄວາມ​ງາມ​ດ້ານວັດທະນະທຳ​ໃນ​ບັນດາ​ງານ​ບຸນປະ​ເພນີ. ​ແຕ່​ລະ​ງານ​ບຸນ​ລ້ວນ​ແຕ່​ມີ​ສີສັນ​ສະ​ເພາະ​ຄື​ບັນດາ​ດວງ​ມາລາ​ທີ່​ມີສີ ຫຼາກຫຼາຍ​​ໃນ​ສວນ​ດອກ​ໄມ້​ແຫ່ງວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽດນາມ. ​

             ງານ​ບຸນ​ ເກົາຕາວ ຊຶ່ງ​ແມ່ນ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ພໍ່​ແມ່​ພີ​ນ້ອງ​ເຜົ່າມົ້ງ ທີ່​ມາ​ຈາກ​ຕາ​ແສງ ​ເດືອ​ງ​ເຖື້ອງ ​ເມືອງ​ອຽນ​ມິນ ​ແຂວງ ຮ່າ​ຢາງ. ສຽງ​ຂຸ່ຍ, ສຽງ​ແຄນປະສານ​ກັບ​ສຽງ​ຂັບ​ຮ້ອງ​ທີ່​ອ່ອນ​ຊອນ​ເພື່ອ​ຕອບ​ບຸນ​ແທນ​ຄຸນຕໍ່​ເທວະ​ດາ​ຟ້າ​ແຖນ​ທີ່​ໄດ້​ດົນ​ບັນດານ​ໃຫ້​ລູກ​ຫຼານ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ​ຂອງ ​ເຈົ້າ​ເຫຼົ່າ ຊ່ອງລໍ້ຢ່າງ ຊາວເຜົ່າມົ້ງໃນງານ​ບຸນ​ ເກົາຕາວ ປຽບເໝືອນ ການສົ່ງສັນຍານກ່ຽວກັບຫຼາຍ ງານບຸນທີ່​ເປັນ​ເອກະລັກ​ສະ​ເພາະ​​ຖືກ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້​ອີກ. ຕົ້ນ​ໄມ້​ໄຜ່​ຖືກ​ຊາວເຜົ່າ ມົ້ງຕັ້ງ​ຂຶ້ນ​ຢູ່​ສະຖານ​ທີ່​ໃຈກາງ​ໝູ່​ບ້ານ​ເລກ 1 , ຢູ່​ເທິ່ງຮ່າງ​ຕົ້ນ​ໄມ້​ໄຜ່​ ກໍ​ແຂວນ​ໄຫ​ເຫຼົ້າ, ຜ້າ​ສີ​ແດງ​ຕອນ​ໜຶ່ງ​​ເພື່ອ​ລາຍ​ງານ​ຕໍ່ ເທວະ​ດາ​ຟ້າ​ແຖນ ​ແລະ ທັງ​ເປັນ​ການ​ເຊື້ອ​ເຊີນ​ປະຊາຊົນບັນດາ​ເຜົ່າ​ໃນ​ໝູ່​ບ້ານມາ​ຮ່ວມ​ມ່ວນ​ຊື່ນ​ນຳ​ກັນ. ຖ້າ​ຫາກ​ວ່າ​ຢູ່​ທ້ອງ​ຖິ່ນ, ງານ​ບຸນ​ ເກົາຕາວ ​ຖືກ​ຈັດ​ຂຶ້ນ​ເພື່ອ​ພາວະນາ​ຂໍ​ໃຫ້​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃຫ້​ແກ່​ເຈົ້າ​ຂອງ​ເຮືອນ​ນັ້ນ, ​ແຕ່ຢູ່ ໝູ່​ບ້ານ​ວັດທະນະທຳ​ທ່ອງທ່ຽວ​ບັນດາ​ເຜົ່າ​, ງານ​ບຸນ​ ເກົາຕາວ ຖືກ​ຈັດ​ຂຶ້ນ​ເພື່ອ​ພາ​ວະ​ນາ​ໃຫ້​ນຳ​ຄວາມ​ໂຊກ​ດີ​ມາສູ່​ທັງ​ວົງ​ຄະນະ​ຍາດ​ຊາວ​ເຜົ່າ​ມົ້ງຢູ່​ແຫ່ງ​ນີ້. ງານ​ບຸນ​ບໍ່​ພຽງ​ແຕ່​​ເປັນ​ແຫ່ງ​ເພື່ອ​ໃຫ້​ພວກ​ອ້າຍ​ບາ​ວ, ນາງ​ສາວ​ໄດ້​ພົບ​ກັນ, ສ້າງ​ຄວາມຮັກ ​ແລະ ກາຍ​ເປັນ​ບັນດາ​ຄູ່​ຜົວ​ເມຍທີ່​ຜາ​ສຸກ. ທ້າວ​ຢ່າງ​ມີ​ຟື້ ຊາວເຜົ່າມົ້ງເວົ້າວ່າ : ​

    “ ​ນັບ​ແຕ່​ປາງ​ກ່ອນ, ຊາວເຜົ່າມົ້ງ​ໄດ້​ຈັດງານ​ບຸນ​ ເກົາຕາວ ​ເພື່ອພາວະນາ​ໃຫ້ການ​ທຳ​ມາ​ຫາ​ກິນ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ, ລູກ​ຫຼານ​ມີ​ຂຸ​ຂະ​ພາບ​ແຂງ​ແຮງ. ມື້​ນີ້​ພວກ​ຂ້າພະ​ເຈົ້າ​ຈັດ​ ງານ​ບຸນ​ ເກົາຕາວ ຢູ່​ທີ່​ນີ້​ດ້ວຍ​ຄວາມ​ຫວັງ​ວ່າ ງານ​ບຸນ​ຈະ​ໄດ້​ນັບ​ມື້​ນັບ​ພັດທະນາ ​ແລະ ນີ້​ກໍ​ເພື່ອ​ແນະນຳ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ງາມ​ດ້ານ​ວັດທະນະທຳ​ຂອງ ຊາວເຜົ່າມົ້ງ ”

   ສ່ວນ​ຢູ່​ສະໜາມ​ຫຼວງ​ເຂດ​ບັນດາ​ໝູ່​ບ້ານ​ບັນດາ​ເຜົ່າ​ເລກ 2 , ຊາວ​ເຜົ່າ​ປ່າ​ແຖນ ​ໄດ້​ຈູດ​ໄຟ​ເປັນ​ກອງ​ໄຟ​ໃຫຍ່ ​ແລະ ທຳ​ພິທີ​ບູຊາ​ຂໍ​ອະນຸຍາດ​ນຳ​ເຈົ້າ​ໄຟ, ​ເຈົ້າ​ນ້ຳ ​ໃຫ້ ຊາວ​ເຜົ່າ​ປ່າ​ແຖນຈັດ​ພິທີ​ຕອບ​ບູນ​ແທນ​ຄຸນ ເທວະ​ດາ​ຟ້າ​ແຖນທີ່​ໄດ້​ຊ່ວຍ​ໃຫ້ ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ. ບັນດາ​ບົດ​ລຳ​ໃນ​ພິທີ​​ໄຫວ້ບູຊາດ້ວຍ​ເນື້ອ​ໃນ “ ​ເປີດ​ທາງ​ຂຶ້ນ​ສູ່​ສະຫວັນ​ເພື່ອ​ຫາ​ຜີ ” ​ໄດ້​ຖື​ກໝໍ​ຜີ​ຂັບ​ຮ້ອງ. ພາຍຫຼັງ​ພິທີ​ໄຫວ້​ບູຊາ​ສິ້ນ​ສຸດ​ລົງ​, ກໍ​ຮອດ​ຂັ້ນ​ຕອນ​​ຈັດການເຕັ້ນ​ລຳຢູ່​ອ້ອມ​ກອງ​ໄຟ​ໃຫຍ່. ພໍ່​ແມ່​ພີ​ນ້ອງຊາວປ່າ​ແຖນຖື​ວ່າ ​ເວລາ​ເຕັ້ນ​ລຳ​ຂອງ​ເຂົາ​ເຈົ້າ​ກໍ​ຂຶ້ນ​ກັບ​ກຳລັງ​ແຮງ​ໂດຍ ເທວະ​ດາ​ຟ້າ​ແຖນດົນ​ບັນດານ​ໃຫ້. ປ້າ ຟູ່ທິທຽນ ຢູ່​ບ້ານ​ວີ​ບັກ, ຕາ​ແສງ​ເຕິ​ນບັກ, ​ເມືອງ​ກວາງ​ບີ​ງ, ​ແຂວງ​ຮ່າ​ຢ່າງ ​ເປີດ​ເຜີຍວ່າ

    “ ບຸນ​ເຕັ້ນ​ລຳ​ອ້ອມ​ກອງ​ໄຟຂອງ​ຊາວ ປ່າ​ແຖນ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 16 ​ເດືອນ 10 ຫາ​ວັນ​ທີ 15 ​ເດືອນ​ຈຽງ​ປີ​ຕໍ່​ມາ, ​ໄລ່​ຕາມ​ຈັນທະ​ປະຕິທິນ ​ແມ່ນ​ເພື່ອ​ຂັບ​​ໄລ່​ຜີ. ພາຍຫຼັງ​ດຳ​ເນີນ​ການ​ຖາງ​ປ່າ​ເຮັດ​ໄຮ່​ດ້ວຍ​ຄວາມ​ລຳບາກ​ມາ​ເປັນ​ເວລາ 1 ປີ, ຊາວ ປ່າ​ແຖນ​ຈຶ່ງຈັດບຸນ​ເຕັ້ນ​ລຳ​ອ້ອມ​ກອງ​ໄຟ​ເພື່ອຂັບ​ໄລ່​ຜີ, ຂໍ​ໃຫ້​ລູກ​ຫຼານ​ມີ​ສຸຂະພາບ​ແຂງ​ແຮງ​ດີ, ລະດູ​ດານ​ຜະລິດ​ໄດ້​ຮັບ​ຜົນ​ດີ. ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ນຳ​ພັກ ​ແລະ ລັດ​ທີ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ພໍ່​ແມ່ປະຊາຊົນ 54 ຊົນ​ເຜົ່າ​ອ້າຍນ້ອງ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​​ໄດ້​ກໍ່ສ້າງໝູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຢູ່​ນີ້ ​ເພື່ອ​ໃຫ້ພໍ່​ແມ່ປະຊາຊົນບັນດາ​ເຜົ່າ​ໄດ້​ມີ​ໂອກາດເຕົ້າ​ໂຮມ​ກັນ.

         ​ເມື່ອງານ​ບຸນ​ ເກົາຕາວ ສິ້ນ​ສຸດ​ລົງ​ນັ້ນ, ກໍ​ແມ່ນ​ຈຸດເວລາ​ທີ່ພິທີ ກີ​ອຽນ ຂອງ​ຊາວ​ຈີນ, ງານ​ດອງຂອງ​ຊາວ​ເຜົ່າຢ້າວ, ພິທີ​ແທນ​ທີ່​ເຮືອນ​ຂອງ​ຊາວ​ໄຕ ​ເລີ່ມຈັດຂຶ້ນ. ແຕ່ລະງານບຸນ, ລ້ວນແຕ່ສາມາດເສີມຂະຫຍາຍແຫຼ່ງກຳລັງ ຂອງທັງວົງຄະ ນະຍາດ. ບາງຄົນກໍກະກຽມເຂົ້າ, ຂອງກິນ, ເຫຼົ້າເພື່ອນຳໄປ ງານບຸນ, ບາງຄົນ ກໍກະກຽມເຄື່ອງດົນຕີ, ບາງຄົນກໍແອບຟ້ອນ..... ໝົດທຸກຄົນ ຕ່າງຫວັງວ່າງານບຸນ ຂອງຕົນຈະມີຄວາມເປັນເອກະລັກສະເພາະ ແລະ ມ່ວນຊື່ນກ່ວາໝູ່. ນັກສິລະປີນ ຫງວຽນເວີນດາຍ ຢູ່ແຂວງ ບັກຢາງ ເວົ້າຄວາມ ໃນໃຈສູ່ຟັງວ່າ :

    “ ທີ່ຈິງແລ້ວ, ງານບຸນບໍ່ແມ່ນປະເພດວັດທະນະທຳການສະແດງບົນເວທີ່, ແຕ່ໃນວັນນີ້, ຢາກອະນຸລັກຮັກສານັ້ນ, ກໍຕ້ອງທຳການສະແດງເພື່ອໃຫ້ຫຼາຍ ຄົນຮູ້ຈັກເຖິງ. ພ້ອມກັນນັ້ນ, ບັນດານັກສິລະປີນຕ້ອງສະແດງຄືແນວໃດ ໃຫ້ທັງມີລັກສະນະຕົວຈິງ, ທັງມີລັກສະນະສິລະປະການສະແດງບົນເວທີ່. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໃນອະນາຄົດອັນໃກ້ໆນີ້, ປະເພດສິລະປະນີ້ ຈະໄດ້ຮັບການອະນຸລັກ ແລະ ພັດທະນາ ”

      ແຕ່ລະງານບຸນ, ລ້ວນແຕ່ຕິດພັນກັບ ຮີດຄອງປະເພນີ, ການເຫຼື້ອມໄສ ແລະ ອອກແຮງງານທຳການຜະລິດຂອງ ແຕ່ລະເຜົ່າ. ບັນດາງານ​ບຸນ​ຍາມລະດູບານ ໃໝ່ຍິ່ງເຮັດໃຫ້ບັນຍາກາດໃນບັນດາໝູ່ບ້ານເພີ່ມຄວາມຟົດຟື້ນມ່ວນຊື່ນ, ພໍ່​ແມ່ປະຊາຊົນບັນດາເຜົ່າຍິ່ງເບີກບານໃຈເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ຍົກສູງສະຕິຄວາມ ຮັບຜິດຊອບ. ການເສີມຂະຫຍາຍ, ວາດພາບ ແລະອະນຸລັກຮັກສາບັນດາງານບຸນຂອງພໍ່​ແມ່ປະຊາຊົນບັນດາເຜົ່າ ສ່ວນໜ້ອຍ ໃນຊຸມມື້ຕົ້ນລະດູ​ບານໃໝ່ນີ້ ຍິ່ງເຮັດໃຫ້ຊາວຫວຽດນາມເພີ່ີມຄວາມຊົມຊອບ ຄວາມມີ​ຫຼາຍ​ຮູບ​ຫຼາຍ​ສີ, ອຸດົມສົມບູນ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ເຜົ່າຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ