ວິວັດການກັບຄືນເມືອບ້ານເກີດເມືອງນອນຂອງ “ເລື່ອງກາບກອນ ລູກເວີນຕຽນ”


(vovworld)- ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບຝ່າຍ​ຕາ​ເວັນ​ອອກ (ຂອງ ຝ​ລັ່ງ) ຫາ​ກໍ​ປະ​ກາດ​ ປື້ມພາບ​ສີ 2ເຫລັ້ມ ກ່ຽວ​ກັ​ບ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ  ຂອງ​ນັກ​ກະ​ວີ ຫງວຽນ​ດີງ​ຈ໋ຽວ ຊື່ງ​ໄດ້​ຮັບ​ການພິມ​ຈຳ​ຫນ່າຍ​ໂດຍ​ອີງ​ໃສ່​ປື້ມ​ແປເປັນ​ພາ​ສາ ຝ​ລັ່ງ ແຕ່​ປີ 1897 ຂອງ​​ນາຍທະ​ຫານເຮືອ ຝ​ລັ່ງ Eugene Gibert ແລະ ຈິດ​ຕະ​ກອນ​ຂອງ​ພະ​ລາດ​ຊະ​ວັງ ເຫ້ວ ທ່ານ ເລ​ດືກ​ແຈກ. ພາຍ​ຫລັງ ກວ່າ 100 ປີ​ທີ່​​ໄດ້​ຮັບ​ການຮັກ​ສາ​ໄວ້​ໃນ​ຫໍ​ສະ​ຫມຸດ ​ວັນ​ນະ​ຄະ​ດີ​ດ້ວຍ​ຕົວ​ຫ​ນັງ​ສື​ຄວັດ​ແກະ​ສະ​ຫລັກ ແລະ ວັນ​ນະ​ຄະ​ດີ ຝ​ລັ່ງ, ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ​ສະ​ບັບ​ຮ່າງ ໄດ້​ຮັບ​ການ​ປະ​ກາດ ແລະ ພິມ​ຈຳ​ຫນ່າຍ​ເປັນ​ປື້ມ 2 ເຫລັ້ມ ທີ່​ມີ​ຫົວ​ຂໍ້​ວ່າ: “​ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ​”.

ວິວັດການກັບຄືນເມືອບ້ານເກີດເມືອງນອນຂອງ “ເລື່ອງກາບກອນ ລູກເວີນຕຽນ” - ảnh 1
ເລື່ອງກາບກອນ ລູກ​ເວີ​ນຕ​ຽນ
ພາບ:vietnamnet.vn

        ປື້ມ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ສະ​ບັບ​ຮ່າງ ພຽງ​ແຕ່​ໄດ້​ຮູ້​​ເຖິງ ເມື່ອ​ສາດ​ສະ​ດາ​ຈານ ຟານ​ຮູຍ​ເລ ໄປ​ຢ້ຽມ​ຢາມ ຝ​ລັ່ງ ແລະ ພົບ​ເຫັນ​ເມື່ອ​ປີ 2011. ໃນ​ການ​ຢ້ຽມ​ຢາມ​ສະ​ຖາ​ບັນ ເມື່ອ​ວັນ​ທີ 30/9/2011, ສາດ​ສະ​ດາ​ຈານ ຟານ​ຮູຍ​ເລ ໄດ້​​ເຫັນ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ຂຽນ​ດ້ວຍ​ຕົວ​ຫ​ນັງ​ສືຫວຽດ​ເດີມ ຂອງ​ນັກ​ກະ​ວີ​ຮັກ​ຊາດ ຫງວຽນ​ດີງ​ຈ໋ຽວ. ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ທີ່​ປະ​ກອບ​ດ້ວຍ​ພາບ​ສີ 1.200 ຮູບ ແລະ 633 ລວດ​ລາຍ. ກ່ຽວ​ກັບ​ດ້ານ​​ສິ​ລະ​ປະ, ແຕ່​ລະ​ຫນ້າ​ຂອງ​ປື້ມ​ເລື່ອງ​ດັ່ງ​ກ່າວ ລ້ວນ​ແຕ່​ໄດ້​ຖືກ​ຈັດຢ່າງ​ງາມ​ຕາ ດ້ວຍ ບົດ​ກ​າບກອນ​ມີ 14 ​ບາດ​ຄູ່ 6, 8 ຄຳ​ຢູ່​ໃຈ​ກາງ, ອ້ອມ​ແອ້ມ​ແມ່ນ​ຮູບ​ແຕ້ມ 4 ຮູບ. ຢູ່​ເທິງ ແລະ ຢູຸ່​ລຸ່ມ​ແມ່ນ​ບັນ​ດາ​ຮູບ​ແຕ້ມ​ກ່ຽວ​ກັບ​ເນື້ອ​ໃນ, ສ່ວນ​ຢູ່​ເບື້ອງ​ຊ້າຍ ແລະ ຂວາ​ແມ່ນ​​ຮູບ​ແຕ້ມ​ທີ່​ວາດ​ພາບ​ໃຫ້​ເຫັນ​ການ​ກະ​ທຳ, ແນວ​ຄວາມ​ຄິດ​ຂອງ​ຕົວ​ລະ​ຄອນ. ຜ່ານ​ຮູບ​ແຕ້ມຜ​ູ້​ອ່ານ​ສາ​ມາດ​ເຂົ້າ​ໃຈໄດ້​ທຸກ​ສິ່ງ​ທຸກ​ຢ່າງກ່ຽວ​ກັບ​ຊີ​ວິດ, ຮີດ​ຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ພາກ​ໃຕ້​ໃນ​ສັດ​ຕະ​ວັດ​ທີ 19. ສາດ​ສະ​ດາ​ຈານ ຟາ​ນ​ຮູຍ​ເລ ແບ່ງ​ປັນ​ວ່າ:

        “ນີ້​ແມ່ນ​ເອ​ກະ​ສານ ປະ​ກອບ​ສ່ວນ​ເຂົ້າ​ສາງວັນ​ນະ​ຄະ​ດີ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ແຕ່​ຄຸນ​ຄ່າ​ຕົ້ນ​ຕໍ​ຂອງ​ສິ່ງ​ພິມນີ້​ແມ່ນ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ທີ່​ຍາວ​ຂຽນ​​ເປັນ​ພາ​ສາ​ຫວຽດ​ເດີມ ເປັນ​ຄັ້ງ​ທຳ​ອິດ​ໄດ້​ວາດ​ພາບ​ດ້ວຍ​ພາບສີ. ນີ້​ແມ່ນ​ພາບ​ແຕ້ມ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ, ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ. ເມື່ອ​ຊົມ​ບັນ​ດາ​ພາບ​ແຕ້ມ ພວກ​ເຮົາ​​ເຫັນ​ວ່າ​ພາບມັນ​ຄ້າຍ​ຄື​ກັນ​ກັບພ​າບ​ພື້ນ​ເມືອງ, ມີ​ສີ​ສັນ​ຫລາກ​ຫລາຍ ​ຫລ​ື​ພາບ​ພື້ນ​ເມືອງ ດົງ​ໂຮ່ ຢູ່ ບັກ​ນີງ ​ກໍ​ຄື ພາບ​ແຕ້​ມ​ຢູ່​ບ້ານ​ສິ່ງ ເຫ້ວ ​ແລະພາບ​ໃນ​ພະ​ລາດ​ຊະ​ວັງ. ຖ້າ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ດ້ານ​ສິ​ລະ​ປ​ະ ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ສິ່ງ​ພິມ​​​ໄດ້​ສ້າງ​ຄວາມດູດ​ດື່ມທີ່​ສຸດ.”

ວິວັດການກັບຄືນເມືອບ້ານເກີດເມືອງນອນຂອງ “ເລື່ອງກາບກອນ ລູກເວີນຕຽນ” - ảnh 2

        ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ການ​ຊອກ​ຮູ້​ປະ​ຫວັດ​​ແຫ່ງ​ການແຕ້ມພາບ​ສີ​ເວົ້າ​ລວມ, ດ້ານ​ວິ​ຈິດ​ສິ​ນ ຫວຽດ​ນາມ ໃນ​ທ້າຍ​ສັດ​ຕະ​ວັດ​ທີ 19 ຕົ້ນ​ສັດ​ຕະ​ວັດ​ທີ 20 ເວົ້າ​ສະ​ເພາະ​ເທົ່າ​ນັ້ນ, ​ຫາກປື້ມ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ 2 ເຫລັ້ມ ​ຍັງແມ່ນ​ໝາກ​ຜົນ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ ແລະ ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຝ​ລັ່ງ​ອີກ​ດ້ວຍ. ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ຂອງ​ຫງວຽນ​ດີງ​ຈ໋ຽວ ໄດ້​ແປ່​ເປັນ​ພາ​ສາ ຝ​ລັ່ງ ແຕ່​ປີ 1864. ໂດຍ​ອີງ​ໃສ່ ​ແມ່​ພິມ ຂອ​ງ Abel de Michel, ນາຍ​ທະ​ຫານ​ເຮືອ ຝ​ລັ່ງ Eugene Gibert ຈຶ່ງ​ມີ​ແນວ​ຄວາມ​ຄິດ​ວາດ​ພາບ​ເລື່ອງ​ນີ້ດ້ວຍ​ພາບ​ສີ. ທ່ານ Abel de Michel ພ້ອມ​ກັບ ຈິດ​ຕະ​ກອນເລ​ດືກ​ແຈກ, ຊື່ງ​ແມ່ນ​ຈິດ​ຕະ​ກອນ​ຂອງ​ພະ​ລາດ​ຊະ​​ວັງ​ເຫ້ວ ປະ​ຕິ​ບັດ​ເລື່ອງ​ນິ​ທານ​​ລູກວັນ​ຕຽນ​ດ້ວຍ​ພາບ​ສີ​ສະ​ບັບ​ຫນຶ່ງ​ດຽວ​ໃນ​ໄລ​ຍະ​ແຕ່​ປີ 1895-1897. ເມື່ອ​ກັບ​ຄືນ​ເມືອ ຝ​ລັ່ງ, ທ່ານ​ໄດ້​ມອບ​ປື້ມ​ດັ່ງ​ກ່າວ​ໃຫ້​ສະ​ພາ​ມະ​ຫາ​ບັນ​ດີດ​ວັນ​ນະ​ຄະ​ດີ​ຕົວ​ຫ​ນັງ​ສື​ແກະ​ຄວັດ​ສະ​ຫລັກ ແລະ ວັນ​ນະ​ຄະ​ດີ ຝ​ລັ່ງ ໃນ​ປີ 1899. ນັບ​ແຕ່ໄລ​ຍະ​ນັ້ນ​ເປັນ​ຕົ້ນ​ໄປ, ໃນ​ຕະ​ຫລອດກວ່າ 110 ປີ, ປື້ມ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ສະ​ບັບ​ຮ່າງ​ໄດ້​ຮັກ​ສາ​ໄວ້​ໃນ​ຫໍ​ສະ​ຫມຸດ ​ສັງ​ກັດສະ​ພາ​ມະ​ຫາ​ບັນ​ດີດ ຝ​ລັ່ງ ຈົນ​ເຖິງ​ປີ 2011 ສາດ​ສະ​ດາ​ຈານ ຟາ​ນ​ຮູຍ​ເລ ຈຶ່ງ​ໄດ​້​ພົບ​ເຫັນ​. ດ​ຣ Pascal Bourdeaux, ນັກ​ຄົ້ນ​ຄ້​ວາ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຝ່າຍ​ຕາ​ເວັນ​ອອກ ຂອງ​ຝ​ລັ່ງ, ຊື່ງ​ແມ່ນ​ຜູ້​ປະ​ຕິ​ບັດ​ການ​ຮຽບ​ຮຽງ, ອະ​ທິ​ບາຍ​ໝາຍ​ເຫດ​ເພື່ອ​ປະ​ກາດ​ປື້ມ​ສະ​ບັບ​ຮ່າງ​ໃຫ້​ຮູ້​ວ່າ: ເພື່ອ​ປະ​ຕິ​ບັດ​ກິດ​ຈະ​ການ​ຄົ້ນ​ຄ້​ວານີ້, ທ່ານ​ເອງ ແລະ ບັນ​ດາ​ເພື່ອນ​ຮ່ວມ​ງານ​ຂອງ​ຕົນ​ໄດ້​ໄປ​ທຸກ​ເຂດ​ພາກ​ຢູ່​ຫວຽດ​ນາມ ເພື່ອ​ຊອກ​ຫາ​ເອ​ກະ​ສານ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ.

        “ໃນ​ວິ​ວັດ​ການ​ໄປ​ຊອກ​ຮູ້​ຄວາມ​ຈິງ, ພວກ​ຂ້າ​ພະ​ເຈົ້າ​ຄົ້ນ​ພົບ​ປື້ມ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ຫລາຍ​ສະ​ບັບ​ແຕກ​ຕ່າງ​ກັນ. ຄື​ພວ​ກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ແມ່ນ​ເລື່ອງ​​ກາບກອນ ບາດ​ຄູ່ 6, 8 ຄຳ. ດ້ວຍກວ່າ 2000 ຄຳກາບກອນ ໂດຍ​ເລົ່າ​ຂານກັນ​ມາໃນ​ໝູ່​ປະ​ຊາ​ຊົນ ສະ​ນັ້ນ ມີ​ຫລາຍ​ເຫລັ້ມ​ທີ່​ແຕກ​ຕ່າງ​ກັນ. ກາບກອນ ຂອງ ຫງວຽນ​ດີງ​ຈ໋ຽວ ໄດ້​ເລົ່າ​ຂານ​ກັນ​ມາ ແລະ ເຜີຍ​ແຜ່​ຢ່າງ​ກ້​ວາງ​ຂວາງ​ໃນ​​ປະ​ຊາ​ຊົນທ້າຍ​ສັດ​ຕະ​ວັດ​ທີ 19. ແຕ່​ວ່າ ເລື່ອງ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ພັດ​ຫັນ​ຈາກ​ຕົວ​ຫ​ນັງ​ສື​ຫວຽດ​ເດີມ​ເປັນ​ພາ​ສາ​ຫວຽດ ​ແລະ ພາ​ສາ ຝ​ລັ່ງ ໄດ້​ແຜ່​ລາມ​ອອກ​ຢ່າງກວ້າງ​ຂວາງກວ່າ ແລະ ເຜີຍ​ແຜ່​ຫລາຍກວ່າ.”

        ຕາມ​ສາດ​ສະ​ຈານ ຟານ​ຮູຍ​ເລ, ບັນ​ດາ​ສິ່ງ​ພິມ​ໂດຍ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຝ​ລັ່ງ ຮຽບ​ຮຽງ ແມ່ນ​ເຕັມ​ໄປ​​ຈິດ​ໃຈ​ວັດ​ທະ​ນະ​ທຳ​, ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ.

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​ວ່າ ໃນ​ວົງ​ການ​ນັກ​ຮຽນ​ຮູ້ ຝ​ລັ່ງ, ມີ​ບາງ​ຄົນ​ເຖິງວ່າ​​ໄດ້ມາ​ຫວຽດ​ນາມ ໃນ​ສະ​ໄຫມ​ລ່າ​ເມືອງ​ຂຶ້ນ ແຕ່​ເຂົາ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ສຸດ. ເລື່ອງ​ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ພ້ອມ​ກັບ​ເລື່ອງ​ອື່ນ​ອີກ​ສະ​ບັບ​ຫ​ນຶ່ງ​ໄດ້​ຮັບ​ການ​ປະ​ກາດ ນັ້ນ​ແມ່ນ ປື້ມ​ວັນ​ນະ​ກຳ​ຕົວ​ຫ​ນັງ​ສື​ແກະ​ຄວັດ​ສະ​ຫລັກ “ເຕັກ​ນິກ ຊາວ​ອານ​ນາມ” ຂອງ Henri Oger. “ເຕັກ​ນິກ ອານ​ນາມ” ໄດ້​ຮັບ​ການ​ປະ​ກາດ​ແມ່ນ ສ່ອງ​ແສງ​ເຖິງ​ຊີ​ວິດ​ຂອງ​ຊາວ​ຮ​່າ​ໂນ້ຍ ​ແມ່​ນ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ຈຳ​ນວນ​ຫ​ນຶ່ງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແຕ່​ມີ​ການ​ຮ່ວມ​ງານ​ກັບ ຄົນ​ຫວຽດ, ມັນ​ໄດ້​ປະ​ໄວ້​ພວກ​ເຮົາ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ໃນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ ຊາວ​ຫວຽດ​ນາມ.”

        ພາຍ​ຫລັງ​ຄົ້ນ​ຄ້​ວາ, ຊອກ​ຮູ້​ມາ​ເປັນ​ເວ​ລາໄລ​ຍະ​ຫ​ນຶ່ງ​ ໂດຍ​ຮັບ​ຮູ້​ໄດ້​ຄວາມ​ສຳ​ຄັນ, ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ເລື່ອງ ເລື່ອງກາບກອນ ລູກ​ເວີ​ນຕ​ຽນ , ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຝ່າຍ​ຕາ​ເວັນ​ອອກ​ຂອງ ຝ​ລັ່ງ ໄດ້​ຕັດ​ສິນ​ພິມ​ເປັນ​ປື້ມ​ເພື່ອ​ນຳ​ເອົາ​​ເລື່ອງ​ ນີ້ມາ​ໃຫ້​ຜູ້ອ​່ານ​ທັງ​ຫລາຍ.  ເລື່ອງກາບກອນ ລູກ​ເວີ​ນຕ​ຽນ ໄດ້​ແປເປັນ​ພາ​ສາ ຫວຽດ, ອັງ​ກິດ, ຝ​ລັ່ງ, ໄດ້​ຊ່ວຍ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ມີ​ແຫລ່ງ​ເອ​ກະ​ສານ​ອຸ​ດົມ​ສົມ​ບູນ​ໃນ​ວຽກ​ງານ​​ສອນ​ພາ​ສາ, ກາບກອນ​ຫວຽດ​ນາມ​ໃນ​ສັດ​ຕະ​ວັດ​ທີ 19.

 

 

ຕອບກັບ

ຂ່າວ/ບົດ​ອື່ນ