ວາດຟ້ອນຖ້ວຍທີ່ເປັນເອກະລັກຂອງຊາວເຜົ່າໄຕໃນແຂວງບັກກ້ານ

(VOVWORLD) -ນອກຈາກກາບກອນ, ວັນນະຄະດີ, ເລື່ອງລາວບູຮານ ບັນດາງານບຸນປະພີນີ... ພໍ່ແມ່ພີ່ນ້ອງເຜົ່າໄຕໃນແຂວງບັກກ້ານຍັງມີບັນດາວາດຟ້ອນໄດ້ສືບຖອດກັນມາຜ່ານຫຼາຍລຸ້ນຄົນ. ໃນນັ້ນຟ້ອນຖ້ວຍແມ່ນໜຶ່ງໃນບັນດາວາດຟ້ອນທີ່ລື້ງເຄີຍຕິດພັນກັບຊີວິດແລະການຜະລິດໃນແຕ່ລະວັນຂອງຊາວເຜົ່າໄຕ
ວາດຟ້ອນຖ້ວຍທີ່ເປັນເອກະລັກຂອງຊາວເຜົ່າໄຕໃນແຂວງບັກກ້ານ - ảnh 1ບັນດານັກສິລະປະການໃນຕາແສງດົງສາ ເມືອງນາຣີ່ ພວມຖ່າຍທອດວາດຟ້ອນຖ້ວຍໃຫ້ແກ່ໄວໜຸ່ມ

    ຕາແສງດົງສາ ເມືອງນາຣີ່ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ຕັ້ງຖິ່ນຖານແຫ່ງທຳອິດຂອງຊາວເຜົ່າໄຕບູຮານຢູ່ດິນແດນບັກກ້ານ. ນັບພັນປີຜ່ານມາ, ພໍ່ແມ່ພີ່ນ້ອງເຜົ່າໄຕ ຢູ່ແຫ່ງນີ້ຍັງຄົງສາມາດຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງຄົນລຸ້ນກ່ອນເຊິ່ງໄດ້ສືບທອດກັນມາຈາກຊຸດອາພອນປະຈຳເຜົ່າ,ເຮືອນຢູ່, ແບບແຜນການດຳເນີນຊີວິດປະຈຳວັນຕະຫຼອດຮອດວັດທະນະທຳສິລະປະວັນນະຄະດີ... ບັນດາຜູ້ເຖົ້າຜູ້ແກ່ຢູ່ ດົງສາກໍ່ບໍ່ມີໃຜຮູ້ຈັກວ່າວາດຟ້ອນຖ້ວຍໄດ້ມີມາແຕ່ຍາມໃດຮູ້ພຽງແຕ່ວ່າວາດຟ້ອນນີ້ໄດ້ສືບມາຈາກລຸ້ນປູ່ຍ່າຜ່ານຄົນລຸ້ນນີ້ສູ່ຄົນລຸ້ນອື່ນ. ຕາມການເລົ່າຂານກັນມາວ່າວາດຟ້ອນຖ້ວຍເລີ່ມມາຈາກການພັນລະນາເຖິງການເຄື່ອນໄຫວສາວໄໝຕ່ຳແຜ່ນແພຂອງພໍ່ແມ່ພີ້ນ້ອງເຜົ່າໄຕ ແຕ່ປາງກີ້ປາງກ່ອນ. ຖ້ວຍແມ່ນໃຊ້ເພື່ອສາວຫລອກ, ໄມ້ທູ່ແມ່ນໃຊ້ເພື່ອຄົນໄໝ... ຈັງຫວະນີ້ໄດ້ສະແດງອອກຜ່ານຝາມືອັນຄ່ອງແຄ້ວຂອງແມ່ຍິງເຜົ່າໄຕຢ່າງຊ້ຳແລ້ວຊ້ຳອີກຈົນກວ່າມີໄໝຢ່າງພຽງພໍເພື່ອຕ່ຳແຜ່ນແພ. ແຕ່ກໍ່ມີບາງຄົນພັດຖືວ່າວາດຟ້ອນຖ້ວຍ ແມ່ນເລີ່ມມາຈາກພິທີພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີຫຼືພິທີອວຍພອນຕົ້ນເຂົ້າໃໝ່ຂອງປະຊາຊົນ. ນັກສິລະປະການ ນົງທິແອັວງ ຫົວໜ້າສະໂມສອນວັດທະນະທຳກິລາຜູ້ອາຍຸສູງຢູ່ຕາແສງດົງສາ ໃຫ້ຮູ້ວ່າ:

      “ວາດຟ້ອນນີ້ ແມ່ນມີມາແຕ່ດົນນານແລ້ວ, ພວກຂ້າພະເຈົ້າໄດ້ຮັບການຖ່າຍທອດຈາກລຸ້ນປູ່ລຸ້ນຍ່າ. ປັດຈຸບັນເພື່ອອະນຸລັກຮັກສາວາດຟ້ອນຂອງປູ່ຍ່າຕາຍາຍ,ພວກຂ້າພະເຈົ້າກໍ່ໄດ້ເປີດຊຸດຮຽນໃຫ້ໄວໜຸ່ມເພື່ອໃຫ້ພວກຫຼານສາມາດເກັບຮັກສາໄວ້.ພວກຫຼານກໍ່ຕັ້ງໜ້າເຂົ້າຮ່ວມແລະຮຽນໄດ້ໄວທີ່ສຸດ”.

      ເພື່ອສະແດງວາດຟ້ອນຖ້ວຍໃຫ້ງາມຕານັ້ນກໍ່ຄວນຟ້ອນໃຫ້ຖືກຕາມຈັງຫວະທຳນອງດົນຕີສົມທົບກັນລະຫວ່າງແຂນຂາຢ່າງກົມກຽວ. ຕາມທຳມະດາແລ້ວວາດຟ້ອນຖ້ວຍຖືກສະແດງເປັນກຸ່ມບໍ່ກຳນົດລະອຽດກ່ຽວກັບຈຳນວນຜູ້ເຂົ້າຮ່ວມແລະສາມາດສະແດງໃນງານບຸນຂອງໝູ່ບ້ານ, ໃນໂອກາດບຸນເຕັດຫຼືງານຕະຫຼາດນັດ. ໃນທຸກວັນນີ້ ເມື່ອມາຢາມບັນດາໜູ່ບ້ານຊາວເຜົ່າໄຕ ຢູ່ແຄມໜອງບາເບ໋ ແຂກທ່ອງທ່ຽວບໍ່ພຽງແຕ່ຖືກຫຼົງໄຫຼດ້ວຍຄວາມງາມທີ່ຮົກເຮື້ອ ຂອງພູຜາປ່າໄມ້ແມ່ນ້ຳລຳເຊເທົ່ານັ້ນຫາກຍັງຫຼົງໄຫຼໃນບັນຍາກາດຟົດຟື້ນມ່ວນຊື່ນໃນທ່າມກາງສຽງດົນຕີວາດຟ້ອນອັນເປັນປະເພນີທີ່ສືບທອດກັນມາຜ່ານຫຼາຍລຸ້ນຄົນໃນນັ້ນມີວາດຟ້ອນຖ້ວຍທີ່ດູດດື່ມແລະຄຶກຄື້ນມ່ວນຊື່ນ. ນາງນົງທູບ່ຽນຫົວໜ້າກອງສິລະປະວັນນະຄະດີພື້ນເມືອງບ້ານກົກຕົກຕາແສງນາມເໝົາເມື່ອງບາເບ໋ ໃຫ້ຮູ້ວ່າ:

      “ຢູ່ເຂດໜອງບາເບ໋ມີບ້ານກົກຕົກ, ບໍ່ລູ່, ປາກງອຍພວມຮັກສາວາດຟ້ອນຖ້ວຍອັນເປັນປະເພນີຂອງຊາວເຜົ່າໄຕ.ແຕ່ລະອາທິດພວກຂ້າພະເຈົ້າໄດ້ຝຶກແອບໃນວັນພະຫັດແລະເຄີຍສະແດງຮັບໃຊ້ແຂກທ່ອງທ່ຽວເປັນຕົ້ນແມ່ນແຂກທ່ອງທ່ຽວຕ່າງປະເທດ,ເຂົາເຈົ້າຕ່າງກໍ່ຕີລາຄາສູງແລະມີຄວາມຊົມຊອບຕໍ່ວາດຟ້ອນຖ້ວຍນີ້”.

       ເພື່ອປະຕິບັດແຜນອະນຸລັກຮັກສາແລະເສີມຂະຫຍາຍບາງຄຸນຄ່າວັດທະນະທຳບັນດາເຜົ່າຕິດພັນກັບການພັດທະນະການທ່ອງທ່ຽວຢູ່ໜອງບາເບ໋, ພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງບັກກ້ານ ໄດ້ສ້າງຕັ້ງບາງກອງສິລະປະວັນນະຄະດີພື້ນເມືອງ ຝຶກແອບບັນດາວາດຟ້ອນພື້ນເມືອງໃນນັ້ນມີວາດຟ້ອນຖ້ວຍຂອງຊາວເຜົ່າໄຕ. ພິເສດແມ່ນໄດ້ສົມທົບກັບໂຮງຮຽນກິນນອນບາງແຫ່ງເພື່ອສ້າງຕັ້ງກອງສິລະປະວັນນະຄະດີພື້ນເມືອງໃນໂຮງຮຽນ.  ນ້ອງນົງທິຫວຽດຮວ່າ ຢູ່ບ້ານເຈິຈົ່ວຕາແສງດົງສາເມືອງນາຣີ່ ໃຫ້ຮູ້ວ່າ:

     “ເມື່ອໄດ້ຮັບຊົມວາດຟ້ອນຖ້ວຍນ້ອງກໍ່ສາມາດວາດພາບໄດ້ເຖິງພວກແມ່ປ້າເມື່ອກ່ອນນີ້ ຟ້ອນມ່ວນຊື່ນທີ່ສຸດບໍ່ຈຳເປັນຕ້ອງມີດົນຕີຄືໃນປັດຈຸບັນ. ຢູ່ໂຮງຮຽນນ້ອງຈະສືບຕໍ່ຝຶກແອບໂຄສະນາວາດຟ້ອນນີ້ ໃນສະໂມສອນທີ່ນ້ອງພວມເຂົ້າຮ່ວມແລະຖ້າຫາກມີເງື່ອນໄຂມີໂອກາດນ້ອງຈະພ້ອມກັບບັນດາເພື່ອນໜຸ່ມ ໃນໂຮງຮຽນໄປພົບປະແລກປ່ຽນກັບທ້ອງຖິ່ນອື່ນໆ”.

       ຫວ່າງແລ້ວນີ້ວາດຟ້ອນຖ້ວຍຂອງຊາວເຜົ່າໄຕໃນແຂວງບັກກ້ານ  ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດຢັ້ງຢືນຄຸນຄ່າອັນໃຫຍ່ຫຼວງທີ່ວາດຟ້ອນນີ້ ໄດ້ນຳມາໃຫ້ແກ່ຊີວິດຊຸມຊົນ. ນີ້ກໍ່ແມ່ນເງື່ອນໄຂເພື່ອວາດຟ້ອນຖ້ວຍແຜ່ກະຈາຍ ແລະ ເຮັດໃຫ້ສາງວັດທະນະທຳຂອງພໍ່ແມ່ພີ່ນ້ອງເຂດທາງທິດຕາເວັນອອກສຽງເໜືອຂອງປະເທດຊາດເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ