ສົງຄາມຢູ່ຫວຽດນາມຜ່ານບັນດາຮູບຖ່າຍ

ເປັນ​ຄ​ັ້ງ​ທຳ​ອິດ ທີ່​ຮູບ​ຖ່າຍກວ່າ 50 ແຜ່ນ​ກ່ຽວ​ກັບ​ສົງ​ຄາມ​ປົດ​ປ່ອຍ​ຊາດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມໄດ້​ຖືກ​ສຳ​ນັກ​ຂ່າວ​ສານ AP ​ນຳ​ມາ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ “ ຫວຽດ​ນາມ​ຜ່ານ​ຮູບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ” ຊຶ່ງ​ພວມ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ອັນໄດ້​ດຶງ​ດູດ​ແຂກ​ມາ​ຊົມ​ເບິ່ງ​ເປັນ​ຈຳ​ນວນຫຼວງຫຼາຍ ຍ້ອ​ນ​ຮູບ​ພາບ​ທີ່​ມີ​ຈິງ​ກ່ຽວ​ກັບ​ສົງ​ຄາມ​ທີ່​ຮ້າຍ​ກາດ​ໂດຍ​ບັນ​ດາ​ມື​ກ້ອງ​ຂອງ​ສຳ​ນັກ​ຂ່າວ​ສານ AP ໄດ້​ຖ່າຍ​ເອົາ. ​

ສົງຄາມຢູ່ຫວຽດນາມຜ່ານບັນດາຮູບຖ່າຍ - ảnh 1
​ງານ​ວາງ​ສະ​ແດງ “ ຫວຽດ​ນາມ​ຜ່ານ​ຮູບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ” ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ

     ຄວາມ​ປະ​ທັບ​ໃຈ ແລະ ຄວາມຫຼອກຫຼອນ​​, ​ຄວ​າມ​ເອກ​ອ້າງ​ທະ​ນົງ​ໃຈປະ​ສານ​ກັບຄວາມ​ເຈັບ​ປວດ, ນັ້ນ​ແມ່ນ​ຄວາມ​ຮູ້​ສຶກ​ຂອງຫຼາຍ​ຄົນ​ເມື່ອ​ໄດ້​ມາ​ຊົມ​ບັນ​ດາ​ຮູບ​ຖ່າຍ​ທີ່​ນຳ​ມາ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ “ ຫວຽດ​ນາມ​ຜ່ານ​ຮູບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ”. ຮູບ​ຖ່າຍ 50 ກວ່າ​ແຜ່ນ, ແຕ່​ລະ​ແຜ່ນ​ກໍ​ແມ່ນ​ຮູບ​ພາບ​ໜຶ່ງ​ທີ່​ພັນ​ລະ​ນາ​ເຖິງ​ໄລ​ຍະ​ເວ​ລາ, ໂສກ​ນາດ​ຕະ​ກຳ​ທີ່​ມີ​ຕໍ່​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມຢ່າງ​ຈິງ​ຈັງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ. ຈາກ​ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບ​ການ​ເດີນ​ຂະ​ບວນ​ປະ​ທ້​ວງ​ຢູ່ California, ຮູບ​ຖ່າຍ​ກ່ຽວ​ກັບ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ Johnson ກ່ອນ​ທີ່​ໂຮມ​ປະ​ຊຸມ​ປະ​ກາດ​ຂໍ້​ຕົກ​ລົງຫຼຸດ​ຜ່ອນ​ການ​ຖິ້ມ​ລະ​ເບີດ​ຢູ່​ພາກ​ເໜືອ​ຫວຽດ​ນາມ, ຮູ​ບ​ຖ່າຍ​ກ່ຽວກ​ັບ​ພົນ​ທະ​ຫານ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ​ພ້ອມ​ກັບ​ແຖວ​ຕົວ​ໜັງ​ສື “ War is hell ” (ໝາຍ​ເຖິງ​ສົງ​ຄາມ​ແມ່ນນາ​ລົກ) ຖືກ​ຂຽນ​ໃສ່​ໝວກ​ເຫຼັກ ຕະຫຼອດ​ຮອດ​ຮູບ​ຖ່າຍ​ກ່ຽວ​ກັບ​ແມ່​ຕູ້​ຄົນ​ໜຶ່ງ​ພວມ​​ຟ້າວ​ຟັ່ງພາຫຼານ​ນ້ອຍ 2 ຄົນໄປ​ຊອກ​ຫາ​ບ່ອນຫຼົບລີ້​ລະ​ເບີ​ດ. ຮູບ​ຖ່າຍ​ທັງ​ໝົດ​ເຫຼົ່າ​ນັ້ນ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ຜູ້ມາຊົມ. ທ້າ​ວ ກາວຊວນ​ເຍິດ ຢູ່​ເມືອງ ເກົາ​ໄຢ໋, ຮ່າ​ໂນ້ຍ ເວົ້າ​ວ່າ : 

    “ ຂ້າ​ພະ​ເຈົ້າຮູ້​ສຶກ​ໄດ້​ເຖິງ​ຄວາມ​ຮ້າຍ​ກາດ​ ແລະ ອະ​ທຳຂອງ​ສົງ​ຄາມ. ອະ​ດີດ​ຕະ​ການ​ທີ່​ເຈັບ​ປວດນັ້ນ, ໄດ້​ຕັກ​ເຕືອນ​ພວກ​ຂ້າ​ພະ​ເຈົ້າ ຈົ່ງ​ມີ​ຊີ​ວິດ​ຄື​ແນວ​ໃດ ໃຫ້​ສົມ​ກັບ​ບັນ​ດາ​ຄວາມ​ສູນ​ເສຍ, ຄວາມ​ເຈັບ​ແສບ, ລຳ​ບາກ​ກາກ​ກຳ​ທີ່​ຄົນລຸ່ນ​ກ່ອນ​ຕ້ອງ​ແບກ​ຫາບ ເພື່ອ​ໃຫ້​ພວກ​ເຮົາ​ມີ​ຊີ​ວິດ​ໃນ​ທ່າມ​ກາງ​ສັນ​ຕິ​ພາບ​ຄື​ວັນ​ນີ້. ເມື່ອ AP ປະ​ກາດ​ຮູບ​ຖ່າຍ​ເຫຼົ່າ​ນີ້, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ​ຕໍ່​ວິ​ທີ​ການ​ປະ​ພຶດນີ້​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນີ້​ແມ່ນ​ວິ​ທີ​ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ໄປ​ສູ່​ສິ່ງ​ທີ່​ຈົບ​ງາມກວ່າ​ເພື່ອ​ໃຫ້​ພວກ​ເຮົາ​ປິດ​ອະ​ດີດ​ໄວ້, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ ”

     ຜູ້​ກຳ​ກັບ​ການ​ສະ​ແດງ​ຮູບ​ເງົາ ດັ້ງ​ເຍິດ​ມິນ, ຜູ້​ປະ​ສົບ​ຜົນ​ສຳ​ເລັດ​ດ້ວຍ​ຮູບ​ເງົາຫຼາຍ​ເລື່ອງ​ກ່ຽວ​ກັບ​ສົງ​ຄາມ​ຫວຽດ​ນາມ​ໄດ້​ເປີດ​ເຜີຍ​ວ່າ : ດ້ວຍ​ກ້ອງ​ຖ່າຍ​ຮູບ​ຂອງ​ບັນ​ດາມ​ື​ກ້ອງ AP ນັ້ນ, ສົງ​ຄາມ​ຢູ່​ຫວຽດ​ນາມ​ໄດ້​ປະ​ກົດ​ຂຶ້ນ​ເກືອບ​ຄົບ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮ້າຍ​ກາດ ແລະ ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ.  ຮູບ​ຖ່າຍ​ເຫຼົ່າ​ນີ້ ແມ່ນ​ຄຳ​ຕັກ​ເຕືອນ​ທຸກໆ​ຄົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ຫວຽດ​ນາມ ຕ້ອງ​​ເພີ່ມ​ຄວາມ ເຄົາ​ລົບ​ຄຸນຄ່າ​ຂອງ​ສັນ​ຕິ​ພາບ, ເອ​ກະ​ລາດ ແລະ ອິດ​ສະຫຼະ​ພາບ. ຜູ້​ກຳ​ກັບ​ການ​ສະ​ແດງ​ຮູບ​ເງົາ ດັ້ງ​ເຍິດ​ມິນ ກ່າວ​ວ່າ :

    “ ຕ້ອງ​ຂອບ​ໃຈ​ບັ​ນ​ດາ​ມື​ກ້ອງ​ອາ​ເມ​ລິ​ກາ, ຖ້າບໍ່​ດັ່ງນັ້ນ, ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ​ພວກ​ເຮົາ ພຽງ​ແຕ່​ສັງ​ເກດ​ສະ​ເພາະ​ແຕ່​ທາງ​ຝ່າຍ​ພວກ​ເຮົາ​ເທົ່າ​ນັ້ນ. ເຂົ້າ​ເຈົ້າ​ໄດ້​ຖ່າຍ​ເອົາ​ຮູບຫຼາຍ​ແຜ່ນທີ່​ມີ​ຈິງ​ກ່ຽວ​ກັບ​ຄວາມ​ເຈັບ​ປວດ, ຄວາມ​ຮ້າຍ​ກາດ​ຂອງ​ສົງ​ຄາມ, ກ່ຽວ​ກັບ​ການ​ຄັດ​ຄ້ານ​ການ​ດຳ​ເນີນ​ສົງ​ຄາມ, ຄວາມ​ໃນ​ໃຈ​ຂອງ​ພົນ​ທະ​ຫານ​ອາ​ເມ​ລິ​ກາ​ເມື່ອ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​, ແຕ່​ເຂົາ​ເຈົ້າ​ບໍ່ເຕັມ​ໃຈ ສະ​ໜັບ​ສະ​ໜູນ​ການ​ສູ້​ຮົບ​ນີ້. ເຂົາ​ເຈົ້າ​ຕ້ອງ​ຈັບ​ປືນ​ເພື່ອ​ສູ້​ຮົບ​ແບບ​ບັງ​ຄັບ. ທີ່ 2 ແມ່ນ​ເຂົາ​ເຈົ້າ​ຕ້ອງກ້າ​ຫານ, ຕ້ອງ​ລືມ​ເນື້ອ​ລືມ​ຕົວ​ອອກ​ໄປສະ​ໜາມ​ຮົບ​ທີ່​ດຸ​ເດືອດນັ້ນ, ຈຶ່ງ​ສາ​ມາດ​ຖ່າຍ​ເອົາ​ຮູບເຊັ່ນ​ນັ້ນ​ໄດ​້. ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ງານ​ວາງ​ສະ​ແດງນີ້​ຕ້ອງ​ຖືກ​ຈັດ​ຕັ້ງ​ຢູ່​ທຸກ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້​ໄວ​ໜຸ່ມ​ໄດ້​ຮູ້​ໄດ້​ເຫັນ ”

ສົງຄາມຢູ່ຫວຽດນາມຜ່ານບັນດາຮູບຖ່າຍ - ảnh 2
ຮູບ​ຖ່າຍ​ກ່ຽວ​ກັບ​ການ​ຖີ້ມ​ລະ​ເບີດ Napal ຂອງ​ອາ​ເມ​ລິ​ກາ​

    ຮູບ​ຖ່າຍ 50 ກວ່າ​ແຜ່ນ, ແຕ່​ລະ​ແຜ່ນ​ກໍ​ແມ່ນ​ຮູບ​ພາບ​ໜຶ່ງ​ທີ່​ພັນ​ລະ​ນາ​ເຖິງ​ໄລ​ຍະ​ເວ​ລາ, ໂສກ​ນາດ​ຕະ​ກຳ​ທີ່​ມີ​ຕໍ່​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມຢ່າງ​ເປັນຈິງ. ຮູບ​ຖ່າຍ​ເຫຼົ່າ​ນີ້ ແມ່ນ​ຄຳ​ຕັກ​ເຕືອນ​ພວກ​ເຮົາກ່ຽວ​ກັບ​ຄວາມ​ຮ້າຍ​ກາດ​ຂອງ​ສົງ​ຄາມ ແລະ ຍິ່ງ​ເພີ່ມ​ຄວາມ ເຄົາ​ລົບ​ຄຸນຄ່າ​ຂອງ​ສັນ​ຕິ​ພາບ, ເອ​ກະ​ລາດ ແລະ ອິດ​ສະຫຼະ​ພາບ. ໃນ​ຈຳ​ນວນ​ຮູບ​ຖ່າຍ​ເຫຼົ່າ​ນັ້ນ, ມີ​ຮູບ​ຖ່າຍ “ຫຼານ​ນ້ອຍ Napal ” ຂອງ​ມື​ກ້ອງ Nick Ut ຊຶ່ງ​ໄດ້​ຖ່າຍ​ເອົາ​ຮູບຫຼານ ກິມ​ຟຸກ ຖືກ​ເຈັບ​ສາ​ຫັດ​ຍ້ອນໄຟ​ໄໝ້ເມື່ອ​ແລ່ນ​ໜີ​ຈາກ​ການ​ຖີ້ມ​ລະ​ເບີດ Napal ເມື່ອ​ປີ 1972, ອັ​ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ຜູ້​ຊົມ. ມື​ກ້ອງ Nick Ut ໃຫ້​ຮູ້​ວ່າ : 

    “ ເມື່ອ​ຂ້າ​ພະ​ເຈົ້າ​ຖ່າຍ​ໄດ້​ຮູບນີ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ເຫັນ, ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ໃນ​ໂລກ. ເມື່ອ​ຮູບ​ຖ່າຍນີ້ ໄດ້​ລົງ​ພິມ​ໃນ​ໜັງ​ສື​ພິມນັ້ນ, ທົ່ວ​ໂລກ​ໄດ້​ອອກ​ສຽງ​ຄັດ​ຄ້ານ​ອາ​ເມ​ລິ​ກາ. ຮູບ​ຖ່າຍ​ແຜ່ນນີ້ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່ສຸດ ເພາະ​ເມື່ອ​ຊາວ​ອາ​ເມ​ລິ​ກາ​ໄດ້​ຊົມນັ້ນ ກໍ​ເຫັນ​ໄດ້​ເຖິງ​ຄວາມ​ປະ​ລາ​ໄຊ​ຂອງ​ຕົນ​ຢູ່​ສະ​ໜາມ​ຮົບ​ຫວຽດ​ນາມ ”

     ກວ່າ 40 ປີຄືນຫຼັງ, ສຳ​ນັກ​ຂ່າ​ວ​ສານ AP ໄດ້​ແຕ່ງ​ຕັ້ງ​ກອງ​ມີ​ກ້ອງ​ທີ່​ດີ​ເດັ່ນ ມາ​ຫວຽດ​ນາມເພື່ອ​ໃຫ້​ຂ່າວ​​ພາບກ່ຽວ​ກັບສົງ​ຄາມ​ຢູ່​ຫວຽດ​ນາມ. ກ່ອນນີ້ 2 ປີ, APໄດ້​ໃຫ້​ຈຳ​ໜ່າຍຊຸດ​ຂ່າວພາບ “ຫວຽດ​ນາມ​ຜ່ານ​ຮູບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ” , ໃນ​ເທື່ອນີ້, AP ໄດ້​ເລືອກ​ເອົາ​ຮູບ​ຖ່າຍ​ຈຳ​ນວນ​ໜຶ່ງ​ໃນ​ຊຸດ​ຂ່າວ​ພາບນີ້ ເພື່ອ​ນຳ​ມາ​ວາງ​ສະ​ແດງ ແນ​ໃສ່​ແນ​ະ​ນຳ​ໃຫ້​ມວນ​ຊົນ​ຮັບ​ຊາບ​ກ່ຽວ​ກັບ​ບັນ​ດາ​ຮູບ​ພາບ​ທີ່​ມີ​ຈິງ ແລ​ະ ຮອບ​ດ້ານ​ທີ່​ສຸດ​ກ່ຽວ​ກັບ​ສົງ​ຄາມ​ອະ​ທຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ຢູ່​ຫວຽດ​ນາມ. ທ່ານ Gary Pruitt  ປະ​ທານ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ ສຳ​ນັກ​ຂ່າ​ວ​ສານ AP ໃຫ້​ຮູ້​ວ່າ :

    “ ພວກ​ຂ້າ​ພະ​ເຈົ້າ​ຈັດ​ງານ​ວາງ​ສະ​ແດງນີ້ ແມ່ນ​ເພື່ອ​ແບ່ງ​ປັນ​ກັບ​ຊາວ​ຫວຽດ​ນາມ​ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ປະ​ຫວັດ​ສາດ, ກ່ຽວ​ກັບ​ສົງ​ຄາມຢູ່​ຫວຽດ​ນາມ. ມີ​ນັກ​ຂ່າວຫຼາຍ​ຄົນ​ຂອງ AP ໄດ້​ເສຍ​ຊີ​ວິດ​ໃນ​ສົງ​ຄາມ. ເຖິງວ່ານີ້​ແມ່ນ​ວຽກ​ງານ​ທີ່​ເປັນ​ອັນ​ຕະ​ລາຍ​ກໍ​ຕາມ, ແຕ່​ກໍ​ສຳ​ຄັນ​ທີ່​ສຸດ, ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ພະ​ຍາ​ຍາມ ເຮັດ​ແນວ​ໃດ​ເພື່ອ​ສ່ອງ​ແສງ​ກ່ຽວ​ກັບສົງ​ຄາມຢ່າງ​ເປັນ​ຈິງ ແລະ ຊັດ​ເຈນທີ່​ສຸດ”

      ຮູບ​ຖ່າຍ​ສ່ວ​ນຫຼາຍ​ທີ່ງານ​ວາງ​ສະ​ແດງ “ ຫວຽດ​ນາມ​ຜ່ານ​ຮູບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ” ຂອງ ສຳ​ນັກ​ຂ່າ​ວ​ສານ AP ແມ່ນ​ໄດ້​ປະ​ກາດ​ກ່ອນນີ້ 40 ກວ່າ​ປີ​ແລ້ວ. ແຕ່​ເມື່ອ​ຈັດ​ວາງ​ຢູ່​ມໍ່​ກັນ, ຮູບ​ຖ່າຍ 50 ກວ່າ​ແຜ່ນ ຍັງ​ຄົງ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງເພາະ​ລັກ​ສະ​ນະ​ພາ​ວະ​ວິ​ໄສ ແລະ ຄວາມ​ກ້າ​ຫານ​ຂອງ​ບັນ​ດາ​ນັກ​ຂ່າວ, ມື​ກ້ອງ​ທີ່​ມາ​ຈາກ​ອາ​ເມ​ລິ​ກາ .

ຕອບກັບ

ຂ່າວ/ບົດ​ອື່ນ