ສິລະປະຂັບຊິ່ງກາຢູ່ແຂວງ ກວ໋າງນິງ
Vinh Phong -  
(VOVWORLD) -ກາວລານແມ່ນໜຶ່ງໃນຈຳນວນສອງກຸ່ມຊົນຂອງເຜົ່າສານໃຈເຊິ່ງລວມມີກາວລານແລະສານຈີດຳລົງຊີວິດຢູ່ແຂວງຕ່າງໆຄືອຽນບ໊າຍຕວຽນກວາງ ຝູເຖາະ ຖາຍງວຽນ ບັກຢາງ ກາວບັ່ງ ຫຼ້າງເຊີນແລະ ກວ໋າງນິງ. ດ້ວຍຈຳນວນປະຊາກອນປະມານ 500 ຄົນພໍ່ແມ່ພີ່ນ້ອງເຜົ່າ ກາວລານຢູ່ເມືອງບາແຈ໊ ແຂວງກວ໋າງນິງ ຍັງເກັບຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກໃນນັ້ນພົ້ນເດັ່ນຂຶ້ນແມ່ນຂັບຊິ່ງກາຫຼືເອີ້ນວ່າຂັບກ້ຽວສະແດງຄວາມຮັກລະຫວ່າງຍິງຊາຍ
ຂັບຊິ່ງກາຂອງຊາວເຜົ່າກາວລານຢູ່ເມືອງບາແຈ໊ |
ຂັບຊິ່ງກາຂອງຊາວເຜົ່າກາວລານຢູ່ເມືອງບາແຈ໊ ແມ່ນປະເພດກາບກອນທີ່ເປັນໜ້າຈັບໃຈດ້ວຍບົດລຳຂັບກ້ຽວບອກຮັກກັນ, ການຂັບຮ້ອງກໍ່ມີແຕ່ລະພາກ, ບ່າວສາວຂັບກ້ຽວກັນຈາກພາກນີ້ຫາພາກອື່ນ. ບົດລຳກໍ່ລຽບງ່າຍໂດຍບັນດາອ້າຍບ່າວນາງສາວເຜົ່າ ກາວລານຫຼົງໄຫຼຂັບຮ້ອງທີ່ແກ່ຍາວ. ຊິ່ງກາຂອງຊົນເຜົ່າກາວລານຢູ່ເມືອງບາແຈ໊ ກໍ່ເຊັ່ນດຽວກັນກັບຊາວເຜົ່າກາວລານຢູ່ແຂວງອື່ນໆ ນັ້ນແມ່ນຄີຍຖືກບ່າວສາວໃນອາຍຸໄວໜຸ່ມໄປຂັບຮ້ອງສະແດງຄວາມຮັກເຂົາເຈົ້າກໍ່ຍາດແຍ່ງໂອກາດເພື່ອສະແດງຄວາມຮັກຕໍ່ກັນ, ແລ້ວຢື້ຢາມຖາມຂ່າວຕໍ່ກັນກ່ຽວກັບສະພາບຄອບຄົວເຮືອນຊານບ້ານຊ່ອງສຸດທ້າຍແມ່ນສະແດງຄວາມຮັກຄວາມຄິດຮອດຄິດເຖິງແລະນັດກັນຈະພົບກັນໃໝ່. ພວກອ້າຍບ່າວເຜົ່າກາວລານເຄີຍໄປຮອດເຮືອນ ເພື່ອສະແດງຄວາມຮັກກັບນາງສາວທີ່ເຂົາສົນໃຈແຕ່ກໍ່ມີບາງຄັ້ງເຂົາເຈົ້າສະແດງຄວາມຮັກຢູ່ຕາມທາງ. ນັກສິລະປະການລຸກວັນບິ່ງຮອງປະທານຄະນະກຳມະການປະຊາຊົນຕາແສງແທັງເຊີນໃຫ້ຮູ້ວ່າ:
“ສຳລັບຊາວເຜົ່າກາວລານຢູ່ ບາແຈ໊ ແລະຊາວເຜົ່າກາວລານຢູ່ແຫ່ງອື່ນໆນັ້ນບົດລຳຂັບຮ້ອງກໍ່ຄ້າຍຄືກັນພຽງແຕ່ມີຄວາມແຕກຕ່າງກັນກ່ຽວກັບສຳນຽງຂັບຮ້ອງ. ສຳນຽງຂັບຮ້ອງຢູ່ ບາແຈ໊ ກໍ່ຖືກບັນດາຜູ້ອາຍຸສູງຮັກສາຖືກຕາມສຳນຽງຂອງຊາວເຜົ່າກາວລານເມື່ອກ່ອນນີ້”.
ບົດລຳຊິ່ງກາຂອງຊາວເຜົ່າກາວລານກໍ່ມີບັນດາຄຳຂັບຮ້ອງແບບສອດຜະຫຍາອາດຈະຢູ່ໄກຫາໃກ້, ຈາກປະກົດການທຳມະຊາດຫາຕົນເອງ. ທ່ານລຸກວັນບິ່ງໃຫ້ຮູ້ວ່າ:
“ບົດລຳມີພຽງສາມຄຳເທົ່ານັ້ນແຕ່ການຂັບຮ້ອງກໍ່ບໍ່ຄືຢູ່ແຂວງອື່ນໆ. ຍົກຕົວຢ່າງຄືເຮົາຂັບຮ້ອງໃນງານດອງ,ເຊີນດື່ມເຫຼົ້າໝາຍຄວາມວ່າຢູ່ໃນນີ້ ແມ່ນເຊີນນ້ອງດື່ມເຫຼົ້າພ້ອມກັບອ້າຍ.ຖ້າຫາກວ່ານ້ອງດື່ມເຫຼົ້າພ້ອມກັບອ້າຍໝາຍວ່າພວກເຮົາຈະກາຍເປັນຄູ່ສົມລົດ. ຖ້າຫາກວ່ານ້ອງບໍ່ດື່ມກໍ່ໝາຍຄວາມວ່າສອງຄົນຈະລາຈາກກັນ. ນີ້ແມ່ນການຂັບຮ້ອງໃນງານດອງ. ບາງເທື່ອເຮົາກໍ່ພວມຢູ່ເຮືອນພົບນາງສາວຍ່າງຜ່ານເຮືອນຂອງຕົນເຮົາອາດຈະຂັບຮ້ອງເຊີນນ້ອງເຂົ້າຫຼິ້ນເຮືອນ”.
ບົດລຳຂັບຮ້ອງຂອງຊາວເຜົ່າ ກາວລານກໍ່ບໍ່ປະສານກັບສຽງດົນຕີແຕ່ສຽງຂັບຮ້ອງບາດຂຶ້ນບາດລົງບາດສູງບາດຕ່ຳເປັນໜ້າຈັບໃຈທີ່ສຸດ. ທ່ານລຸກວັນບິ່ງໃຫ້ຮູ້ຕື່ມອີກວ່າ:
“ສຳລັບບັນດາທຳນອງເພງຂອງເຜົ່າຕົນບາງຄັ້ງພວກພໍ່ຕູ້ແມ່ຕູ້ ກໍ່ຂັບຮ້ອງຕະຫຼອດ 7 ວັນແລະ 7 ຄືນ. ຄືເຮົາແມ່ນເພດຊາຍນັ້ນ,ເມື່ອເພດຍິງເວົ້າຕະຫຼອດ,ເຮົາບໍ່ໄດ້ເວົ້າຫຍັງເຮົກໍ່ຂັບຮ້ອງເລີຍ. ການຂັບຮ້ອງຕອບກັນແມ່ນເຮົາສາມາດໂອ້ລົມໄດ້ບາງຄັ້ງເວລາເວົ້າກໍ່ບໍ່ສະແດງຈົນສຸດຄວາມຂອງຕົນໄດ້, ແຕ່ເມື່ອເຮົາຂັບຮ້ອງກໍ່ສາມາດສະແດງຄວາມໃນໃຈຂອງຕົນຈົນສຸດແລະເວົ້າອ່ອນຫວານໃສ່ກັນ”.
ບັນດາບົດລຳຂັບຮ້ອງຂອງຊົນເຜົ່າກາວລານແມ່ນມີຄວາມລຽບງ່າຍແຕ່ພັດມີຄວາມອຸດົມສົມບູນດ້ວຍການສອນຜະຫຍາຢ່າງຄ່ອງແຄ້ວ ຂອງພວກອ້າຍບ່າວນາງສາວເມື່ອນັ່ງຂັບກ້ຽວຕໍ່ກັນ. ບັນດາບົດລຳຂັບຮ້ອງນັ້ນໄດ້ ແລະພວມຖືກນັກສິລະປະການລຸກວັນບິ່ງຖ່າຍທອດໃຫ້ແກ່ຊາວເຜົ່າກາວລານລຸ້ນຕ່າງໆຢູ່ເມືອງເຂດພູດອຍບາແຈ໊ ເພື່ອອະນຸລັກຮັກສາຈຸດວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າຕົນ.
Vinh Phong