ສິລະປະຟ້ອນລຳອາຍລາວໃນງານບຸນຢ໋ອງ

(vovworld) ຟ້ອນລຳ​ອາຍ​ລາວ​ແມ່ນ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ, ​ພຽງ​ແຕ່​ດຳ​ເນີນ​ໃນ​ງານ​ບຸນ​ຢ໋ອງ, ໝູ່​ບ້ານ​ຟູ໋ດົງ, ​ເມືອງ ຢາ​ເລິ​ມ, ຮ່າ​ໂນ້ຍ ​ເທົ່າ​ນັ້ນ.ໂດຍ​ໜ່ວຍຟ້ອນ​ລຳອາຍ​ລາວ, ບ້ານ​ໂຫ້​ຍຊ໋າ, ຕາ​​ແສງ​ ຟຸກ​ເລີ້​ຍ, ​ເມືອງ​ລອງ​ບຽນ​ສະ​ແດງ. ຟ້ອນລຳ​ອາຍ​ລາວ ​ແມ່ນ​ບັນ​ດາ​ທຳນອງ​ເພງ, ວາດ​ຟ້ອນ​ເດີມ ​ແລະ ຫາຍາ​ກ, ​ເຊິ່ງຍັງ​ຄົງ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ. ບໍ່​ພຽງ​ແຕ່​ມີ​ຈຸດ​ທີ່ເປັນ​ເອກະລັກ​ສະ​ເພາະດ້ວຍ​ທຳນອງ, ວິທີ​ຂັບ​ເທົ່າ​ນັ້ນ, ຫາກ​ຟ້ອນລຳ​ອາຍ​ລາວ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ, ມີ​ຄຸນຄ່າ​ປະຫວັດສາດ, ວັດທະນະທຳອີກ​ດ້ວຍ. ດັ່ງ​ນັ້ນຈຳ​ເປັນ​ຕ້ອງໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​.

        ຕາມ​ເລື່ອງ​ລາວ​ທີ່​​ເລົ່າ​ສືບກັນ​ມາ​ແຕ່​ບູຮານ​ຂອງ​ຜູ້​​ເຖົ້າ​ຜູ້​ແກ່​ໃນ​ບ້ານ ​ໂຫ້​ນຊ໋າແລ້ວ: ໜ່ວຍ​ຟ້ອນລຳ​ອາຍ​ລາວ​ໄດ້​ຮັບ​ການ​ກຳ​ເນີ​ດຕິດ​ພັນ​ກັບ​ເລື່ອງ​ ​ແທ໋ງຢ໋ອງ. ​ໃນ​ໄລຍະ​ເຈົ້າ​ຊີວິດ​ຮຸ່ງ​ລຸ້ນທີ 6, ປະ​ເທດ ວັນ​ລາງ​ມີ​ສັດຕູ ​ເອິນ​ຈາກ​ທິດ​ເໜືອ​​ເຂົ້າ​ມາຮຸກ​ຮານ. ທ່ານ ຢ໋ອງ, ຢູ່​ບ້ານ​ຝູ່ດົງ ​ໄດ້​ຂີ່​ມ້າ​ເຫຼັກ​ຂັບ​ໄລ່​ສັດຕູ ​ເອິນ. ພາຍຫຼັງ​​ໄດ້​ຮັບໄຊຊະນະ​ສັດຕູ ​ເອິນ​ແລ້ວ, ​ແທ໋ງຢ໋ອງ​ໄດ້​ຂີ່​ມ້າ​ເຫຼັກ​ຂຶ້ນ​ຟ້າ. ​ແມ່​ ແທ໋ງຢ້ອງ​ໂສກ​ເສົ້າ, ຄິດ​ຮອດ​ລູກ​ຫຼາຍ. ພວກ​ເດັກນ້ອຍ​ລ້ຽງ​ຄວາຍໃນ​ບ້ານ ​ໂຫ້​ຍຊ໋າ ​ໄດ້​ຮັບ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີວິດ​ມາ​ຟ້ອນ​ລຳ​​ເພື່ອໃຫ້​ແມ່ ຢ໋ອງ ບັນ​ເທົາ​ຄວາມ​ຄິດ​ຮອດ​ລູກ. ​ແລະ ການ​ຟ້ອນ​ລຳ​ອາຍ​ລາວ​ກໍ່​ເລີ່​ມມີ​ມາ​ແຕ່​ເວລາ​ນັ້ນ. ທ່ານ ຫງວຽນ​ຈ້ອງ​ຮີ​ງ, ຫົວໜ້າ​ໜ່ວຍ​ຟ້ອນ​ລຳອາຍ​ລາວ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ໜ່ວຍ​ຍັງ​ຄົງ​ບຸລະນະຮັກສາບົດ​ລຳ​ເດີມ. ​ໃນ​ງານ​ບຸນ ຢ໋ອງ, ໜ່ວຍ​ອາຍ​ລາວ​ຂັບ​ລຳ​ຫຼາຍ​ບົດ​ທີ່​ສຸດ, ​ແຕ່​ລະ​ບົດມີ​ເນື້ອ​ໃນ​ ​ແຕກ​ຕ່າງ​ກັນ​ເຊັ່ນ: ຂັບ​ເວລາ​ເຂົ້າ​ວິຫານ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ; ຂັບ​ບູຊາ​ຢູ່​ວິຫານ​ເທື້ອງ, ຂັບ​ບູຊາ​ຢູ່​ວິຫານ ​ແທ໋ງ​ເໝົ້າ (​ຜູ້​ກຳ​ເນີນ​ແທ໋ງຢ໋ອງ); ຂັບ​​ກ່ຽວ​ກັບເລື່ອງປະຫວັດສາດ (​ເລົ່າຄືນ​ເລື່ອງ​ ແທ໋ງຢ໋ອງຕໍູ່້ຕ້ານ​ສັດຕູ ​ເອິນ); ຂັບ​ກ່ຽວ​ກັບ​ວິຫານ​ພາຍຫຼັງ​ໄດ້​ຮັບ​ໄຊຊະນະ… ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ນີ້​ກໍ່​ມີ​ວິທີ​ຂັບ​ທີ່​ເປັນ​ເອກະລັກສະ​ເພາະ, ​ເໝາະ​ສົມກັບໄລຍະ​ເວລາ, ​ແລະ ສະຖານ​ທີ່ຂັບ​ຮ້ອງ. ທ່ານ ຫງວຽນ​ຈ້ອງ​ຮີ​ງ, ​ໃຫ້​ຮູ້​ວ່າ:

        “ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ຂອງ​ຂັບ​ອາຍ​ລາວ​ນັ​້ນ​ແມ່ນ​ຫັນ​ບັນດາ​ປະ​ໂຫຍ​ກ 6, 8 ຄຳ ກາຍ​ເປັນ​ບົດລຳ​ທີ່​ມີ​ຄຳ​ສັບ​ຊ້ຳ​ໄປ​ຊ້ຳ​ມາ, ຕ່າງ​ກັບ​ຮູບ​ແບບ​ອື່ນໆ. ​ເຄື່ອງ​ດົນຕີ​ແມ່ນ​ກອງ​ເປັນ​ຕົ້ນ, ​​ແລະຖືກ​ຕີຕາ​ມທຳນອງ​ເພງ​ “.

ສິລະປະຟ້ອນລຳອາຍລາວໃນງານບຸນຢ໋ອງ - ảnh 1
ການສະແດງຟ້ອນ​ລຳ​ອາຍ​ລາວ
(ພາບປະກອບ)

        ຟ້ອນ​ລຳ​ອາຍ​ລາວ ບໍ່​ພຽງ​ແຕ່​ພິ​ເສດສະ​ເພາະ​ໃນ​ວິທີ​ຂັບ​ເທົ່າ​ນັ້ນ, ຫາກ​ເນື້ອ​ໃນ​ບົດ​ລຳ​ຍັງ​ມີ​ຄວາມ​ໝາຍ​ທາງ​ຈິດ​ວີນຍານ ​ແລະ ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງອີກ​ດ້ວຍ. ດ້ວຍ​ລັກສະນະ​ແມ່ນ​ຂັບ​ລວມໝູ່, ຟ້ອນ​ລຳ​ອາຍ​ລາວ ​ໄດ້​ປະກອບສ່ວນ​ເພີ່ມ​ລັກສະນະ​ສັກກະ​ລະ​ບູຊາ, ສະຫງ່າ​ອົງອາດ​ຂອງ​ງານ​ບຸນ ຢ໋ອງຂຶ້ນ​ຕື່ມ. ຮອງ​ສາ​ສະ​ດາ​ຈານ, ປະລິຍາ​ເອກ ຫງວຽນ​ວັນ​ຮູ​ຍ, ຮອງ​ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ​ເສີມ​ຂະຫຍາຍ​ຄູນ​ຄ່າ​ມໍລະດົກ​ວັດທະນະທຳ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຟ້ອນ​ລຳ​ອາຍ​ລາວ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ, ສ້າງ​ເປັນ​ຈຸດ​ພິ​ເສດ​ສະ​ເພາະ​ໃຫ້​ງານ​ບຸນ ຢ໋ອງ, ພິ​ເສດ​ແມ່ນ​ບັນດາ​ບົດ​ລຳ​ທີ່​ມີ​ຄວາມ​ໝາຍ​ຈິດ​ວີນຍານ. ທຳນອງ​ເພງ, ວາດ​ຟ້ອນ ​ແລະ ບັນດາ​ສານ​ທີ່​ຖະຫວາຍ​ຂື້ນ ​ແທ໋ງຢ໋ອງ, ​ແທ໋ງ​ເໝົ້າ ​​ແມ່ນ​ບັນດາ​ເລື່ອງ​ລາວ​ປະຫວັດສາດ​ທີ່ໄດ້​ຮັບ​ການ​ຖອດ​ຖອນມາ​ຈາກ​ລຸ້ນຕ່າງໆ. ມໍລະດົກ​ສິລະ​ປະ​ນີ້​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ, ປະຫວັດສາດ, ວັດທະນະທຳ​ທີ່​ໜ້າ​ນັບຖື. ຍ້ອນ​ເຫ​ດນັ້ນ, ຖ້າ​ຫາກ​ຟ້ອນ​ລຳ​ບໍ່​ຄົບ​ປະ​ໂຫຍ​ກ, ​ບໍ່​ຄົບຕອນ​, ມັນ​ຈະ​ເຮັດ​ໃຫ້​ລັກສະນະ​ສັກກະ​ລະ​ບູຊາ ​ແລະ ຄວາມ​ເຄັ່ງຂຶມ​ຂອງ​ງານ​ບຸນ​​ເສື່ອ​ມຫາຍ​ໄປ, ດ້ານ​ອື່ນ​ຍັງ​ເຮັດ​ໃຫ້​ລັກສະນະ​ສິລະ​ປະ​ຂອງ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ຖືກ​ຫຼຸດ​ລົງ.

        ຄຽງ​ຂ້າງ​ລັກສະນະ​ພິ​ເສດສະ​ເພາະ​ໃນ​ວິທີ​ຂັບ​ແລ້ວ, ຟ້ອນ​ລຳ​ອາຍ​ລາວຍັງ​ມີ​ຂໍ້​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຜູ້​ເຂົ້າ​ຮ່ວມ​ອີກ​ດ້ວຍ. ປະຈຸ​ບັນ​ໜ່ວຍ​ຟ້ອນ​ລຳ​ອາຍ​ລາວ​ມີ​ສະມາຊິກ 28 ຄົນ, ​ແຕ່​ຜູ້​ທີ່​ມີ​ຄວາມ​ສາມາດ​ສືບ​ທອດ​ໃຫ້​ຄົນ​ລຸ້ນຫຼັງ​ອາຍຸ​ໄດ້​ສູງ​ແລ້ວ, ຜູ້​ອາຍຸ​ໜຸ່ມ​ສຸດ​ກໍ່ 35 ປີ​ແລ້ວ. ຍ້ອນ​ເຫດ​ນັ້ນ​ໜ່ວຍ​ສິລະ​ປະ​ນີ້​ພວມ​ຊອກ​ຫາ​ລຸ້ນສືບ​ທອດ. ທ່ານ ຫງວຽນ​ບ໋າ​ຈານ, ຜູ້​ທີ່​​ເຄີຍ​ຂັບ​ລຳ​ໃນ​ໜ່ວຍ​ດັ່ງກ່າວ​ມາ​ເປັນ​ເວລາ 30 ກວ່າປີ​ແລ້ວ​, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້, ພວກ​ຂ້າພະ​ເຈົ້າ​ກຳນົດ​ສະມາຊິກ​ຂອງ​ໜ່ວຍ​ຟ້ອນ​ລຳ​ອາຍ​ລາວຕ້ອງ​ແມ່ນ​ຜູ້​ຊາຍ​ຂອງ​ບ້ານ​, ສ່ວນ​ຢູ່​ທ້ອງ​ຖີ່​ນອື່ນ​ແມ່ນ​ບໍ່​ໄດ້​ເຂົ້າ​ຮ່ວມ. ​ແຕ່​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ມີ​ອາຍຸ​ສູງ​ແລ້ວ, ​ດັ່ງ​ນັ້ນ​ຈະ​ຕ້ອງ​ເລືອກ​ເຟັ້ນລຸ້ນໜຸ່ມສືບ​ທອດ, ຖ້າ​ຫາກ​ນຳ​ເຂົ້າ​ໂຮງຮຽນ, ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນຈະ​ງ່າຍ​ກວ່າ“.

        ​ໂດຍ​ຮັບ​ຮູ້​ໄດ້​ຄຸນຄ່າ​ຂອງ​ມໍ​ລະ​ດົກ, ນັບ​ແຕ່​ປີ 2015, ພະ​ແນ​ກ ວັດທະນະທຳ - ກິລາ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ສູນ​ຄົ້ນ​ຄ້ວາ ​ແລະ ​ເສີມ​ຂະຫຍາຍ​ຄູນ​ຄ່າ​ມໍ​ລະ​ດົກ​ວັດທະນະທຳ​ຜັນ​ຂະຫຍາຍ​ໂຄງການ “ຄົ້ນ​ຄ້ວາ, ຮັກສາ​ປະ​ເພນີ​ສັງຄົມ​ຟ້ອນ ​ແລະ ລຳ​ອາຍ​ລາວ​ໄວ້“. ຄຽງ​ຄູ່​ກັນ​ນັ້ນ ພະ​ແນ​ກ ວັດທະນະທຳ - ກິລາຮ່າ​ໂນ້ຍ ກໍ່​ໄດ້​ສົ່ງ​ສຳ​ເນົາ​ສະ​ເໜີ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ພິຈາລະນາ, ນຳ​ເອົາ​ຟ້ອນ​ລຳ​ອາຍ​ລາວ​ເຂົ້າບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ນີ້​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຕາມ​ທິດ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ