ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່


(vovworld) - ​ແຂວນ​ຮູບ​ພາບ​ດົງ​ໂຮ່​ ໃນ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ​ໄດ້​ກາຍ​ເປັນຄວາມ​ນິຍົມ, ​ເປັນ​ຮີດຄອງ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ. ຮູບ​ພາບ​ໂດຍ​ບັນດາ​ນັກ​ສິລະ​ປະການພື້ນ​ເມືອງ​ບ້ານ​ດົງ​ໂຮ່, ​ເມືອງ​ທ້ວນ​ແທ່ງ, ​ແຂວງ​ບັກ​ນິງຄວັດ​ເທິງ​ແຜ່ນພິມ​ດ້ວຍ​ໄມ້, ​ແຕ່ລະ​ແຜ່ນ​​​ພິມ​ສະ​ແດງ​ໃຫ້​ເຫັນເລື່ອງ​ນິຍາຍ​ໃດ​ໜຶ່ງ​ທີ່​ມີ​ລັກສະນະ​ທິດ​ສະ​ດີປັດ​ສະຍາ, ​ແມ່ນ​ສານ​ກ່ຽວ​ກັບ​ຄຸນສົມບັດ​ໃນ​ຊີວິດ​ປະຈຳ​ວັນ.

ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່ - ảnh 1

(ພາບ: ອິນເຕີແນດ)

        ​ໃນ​ໂອກາດ​ບຸນ​ເຕັດ, ຄຽງ​ຂ້າງ​ພາ​ໝາກ​ໄມ້ 5 ປະ​ເພດ​ເພື່ອ​ບູຊາ​ບັນພະບຸລຸດ​, ​ເຂົ້າຕົ້ມ, ຊີ້ນ​ໝູ​, ສົ້ມ​ຫົວຜັກ​ບົວ, ຄຳ​ຜະຫຍາ​ແລ້ວ, ບັນດາຮູບ​ພາບ​ພື້ນ​ເມືອງ​ດົງ​ໂຮ່ ທີ່​ມີ​ສີ​ຫຼາກ​ຫຼາຍ ​ໄດ້​ເຮັດ​ໃຫ້​ບັນຍາກາດ​ມີ​ຄວາມ​ຟົດຟື້ນ​ຍິ່ງ​ຂຶ້ນ. ຮູບພາບ​​ດົງ​ໂຮ່ ວາດ​ພາບ​ເຖິງ​ຊີວິດ​ການ​ເປັນ​ຢູ່ ດ້ວຍ​ສີສັນ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ມັນ​ຈຶ່ງ​ເໝາະ​ສົມ​ກັບ​ບັນຍາກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ. ຮູບ​ພາບ​ບຸນ​ເຕັດ​ດົງ​ໂຮ່ ບໍ່​ແມ່ນ​ວາດ​ພາບ​ເຖິງ​ບຸນ​ເຕັດ​ເທົ່າ​ນັ້ນ, ຫາກ​​ແມ່ນ​ການຝາກຝັງ, ​ແມ່ນ​ຄຳ​ອວຍພອນ​​ໃຫ້​ມີຄວາມສຸກ, ຄວາມ​ສົມ​ຫວັງ​​ໃນ​ປີ​​ໃໝ່ ດ້ວຍ​ບັນດາ​ຮູບ​ພາບ, ສັນຍາ​ລັກ​ທຳ​ມະ​ດາ​ສາມັນ, ​ໃກ້​ຊິດ, ​ແຕ່​ເຕັມ​ໄປ​ດ້ວຍ​​ລັກສະນະ​ວັດທະນະທຳ​ມະນຸດ. ດ້ວຍ​ຄວາມ​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ, ​ນັບ​ທັງ​ຮູບ​ແບບ, ຫົວ​ຂໍ້​ນັ້ນ, ຮູບພາບ​​ດົງ​ໂຮ່​ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​​ໃນ​ຊີວິດ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ຄື: ການລ້ຽງ​ຄວາຍ, ​ເປົ່າ​ຂຸ່ຍ, ຮັບ​ໝາກພ້າວ, ມວຍ​ປຳ້, ຕະຫຼອດ​ຮອດ​ຄວາມ​ໄຝ່ຝັນ​, ຄວາມ​ປາຖະໜາ​ຢາກ​ມີ​ຊີວິດ​ສົມ​ບຸນ​ພູນ​ສຸກຄື: ມີຄວາມ​ຮັ່ງມີ, ມີຝຸງໝູ, ຝູງ​ໄກ່. ຍິ່ງ​ຊົມ​ຮູບພາບ​​ດົງ​ໂຮ່, ຍິ່ງ​ຮັບ​ຮູ້​ໄດ້​ຄວາມ​ໝາຍ​ດ້ານ​ວັດທະນະທຳ​ຢ່າງ​ເລິກ​ເຊິ່ງ, ຄຳ​ຕັກ​ເຕືອນ, ຄວາມ​ຮັກ​ທີ່​ມີ​ຕໍ່​ຊີວິດ. ທ່ານ​ຫງວຽນ​ດັງ​ເຈ໋, ນັກ​ສິລະ​ປະການ​ລຸ່ນທີ 20 ​ໃນ​ຄອບຄົວ​ທີ່​ເຮັດຮູບ​ພາບ​​ດົງ​ໂຮ່, ​ໃຫ້​ຮູ້​ວ່າ:

        “ເຂົາເຈົ້າຫຼິ້ນຮູບພາບດົງໂຮ່ ໃນໂອກາດບຸນເຕັດ, ດັ່ງນັ້ນຈຶ່ງເອີ້ນວ່າຮູບ ພາບ​ເຕັດ. ບັນດາ​ຄອບຄົວ​ຊາວ​ກະ​ສີກ​ອນຊີ້​ຮູບພາບ​ໂຕ​ໝູ, ​ໂຕ​ໄກ່ ​ເພື່ອ​ພາວະນາ​ຂໍ​ໃຫ້​ວຽກ​ງານ​ລ້ຽງສັດ​ໃນ​ປີ​ໃໝ່​ສະດວກ​ສະບາຍ, ຂະຫຍາຍ​ຜາຍ​ແຜ່. ​ໃນ​ໂອກາດ​ບຸນ​ເຕັດ​ເຂົາ​ເຈົ້າ​ຍັງ​ແຂວນ​ຮູບພາບ​ຈາກປະຕູໂຂງເຂົ້າເຮືອນ. ນອກຈາກບັນດາຮູບພາບປະດັບໃນເຮືອນຄື​ຊຸດ​ຮູບພາບ​ 4 ລະດູ, ຖ້າ​ຜູ້​ໃດ​ນິຍົມ​ຮູບພາບ​ກ່ຽວ​ກັບ​ສິລະ​ປະ​ວັນນະຄະດີ, ສາມາດ​ຊື້​ຮູບພາບ​ນາງ ກ່ຽວ (ສາວ​ທີ່​ສວຍ​ງາມ​ໃນ​ສະ​ໄໝ​ກ່ອນ) ​ໄດ້“.

ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່ - ảnh 2

ຝູງໝູໃນຮູບພາບພື້ນເມືອງດົງໂຮ່

(ພາບອິນເຕີແນດ)

        ຈຸດ​ພິ​ເສດສະ​ເພາະ​ຂອງຮູບ​ພາບ​​ພື້ນ​ເມືອງ​ດົງ​ໂຮ່ ທີ່​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຊົມ ນັ້ນ​ແ​ມ່ນ ສີສັນ ​ແລະ ​ເຈ້ຍພິມ. ​ເຈ້ຍ​ໃຊ້​ເພື່ອ​ພິມ​ຮູບ​ພາບ​​ ທັງ​ເປາະ, ອ່ອນ, ບາງ ​ແລະ ຫຍາບ​ ​ເພື່ອຈູບ​ສີ​ງ່າຍ​. ຄຽງ​ຂ້າງ​ນັ້ນ, ສີ​ກໍ່​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ໃນ​ການ​ປະດິດ, ຄົ້ນ​ຫາ ​ແລະ ນຳ​ໃຊ້​ບັນດາ​ວັດຖຸ​ທີ່​ໃກ້ຊິດ​ກັບ​ທຳ​ມະ​ຊາດ​ເຂົ້າ​ໃນ​ສິລະ​ປະ​ປະດິດ​ຮູບ, ການ​ປະສົມ​ສີ​ກໍ່​ອີງ​ໃສ່​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ, ທາດ​ເຈ້ຍ... ນີ້​ແມ່ນ​ປະສົບ​ການ, ຫົວຄິດ​ປະດິດ​ສ້າງ, ​ແມ່ນ​ເຂັດ​ລັບ​ຂອງ​ນັກ​ສິລະ​ປະການ​ແຕ່ລະຄົນ. ທ່ານ ຫງວຽນ​ດັງ​ເຈ໋ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ຈຸດ​ພິ​ເສດສະ​ເພາະ​ຂອງ​ພາບ​ພື້ນ​ເມືອງ​ດົງ​ໂຮ່ ​ນັ້ນແມ່ນ​ວັດຖຸ​ເພື່ອ​ສ້າງ​ເປັນ​ຮູບ​ພາບ​ລ້ວນ​ແຕ່​​ນຳມາ​ຈາກທຳ​ມະ​ຊາດ, ​​ເຈ້ຍ​ແມ່ນ​ຜະລິດ​ຈາກ​ຕົ້ນ​ໄມ້​ໃນ​ປ່າ. ກ່ຽວ​ກັບ​ສີ​ໃນ​ພາບ​ແຕ້ມ​ດົງ​ໂຮ່ກໍ່​​ເອົາມາ​ຈາກທຳ​ມະ​ຊາດ​ຄື​ຫອຍ​ທະ​ເລ, ຫີນ​​ພູ, ຕົ້ນ​ຄາມ, ຕົ້ນ​ໄມ້​ໄຜ່. ຮູບພາບດົ່ງ​ໂຮ່ ທັງ​ໝົດລ້ວນ​ແຕ່​ພິມ​ດ້ວຍ​ແຜ່ນ​ໄມ້“.

ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່ - ảnh 3

ຊຸດຮູບພາບ 4 ລະດູທີ່ຊາວຫວຽດນາມເຄີຍປະດັບໃນເຮືອນ

(ພາບອິນເຕີແນດ)

        ຕາມ​ທັດສະນະ​ຂອງ​ບັນດາ​ນັກ​ສິລະ​ປະການ​ດົງ​ໂຮ່​ ແລ້ວ, ສີຂຽວ​​ເປັນ​ສັນ​ລັກ​ໃຫ້​ແກ່ຊີວິດ ​ແລະ ການ​ແຜ່ຜາຍ, ທັງ​ແມ່ນ​ສີ​ຂອງ​ລະດູບານ​ໃໝ່; ສີ​ແດງ​​ເປັນ​ສັນຍາ​ລັກ​ໃຫ້​ໄຟ, ຄວາມ​ຮ້ອນ, ສີ​ຂອງ​ລະດູ​ຮ້ອນ; ສີ​​​ເຫຼືອງ​ແມ່ນ​ສີຂອງ​ດິນ, ​ເປັນ​ສັນຍາ​ລັກ​ໃຫ້​ແມ່​ຂອງ​ທຳ​ມະ​ຊາດ... ດັ່ງ​ນັ້ນ​ໃນ​ພາບ​ດົງ​ໂຮ່ ​ເຂົາ​ເຈົ້າ​​ເຄີຍໃຊ້​ສີ​ເຫຼືອງ​ເປັນ​ພື້ນ​ໃຫ້​ຮູບ​ພາບ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພາບ​ດົງ​ໂຮ່​ແຕ່ລະ​ແຜ່ນ ​ແມ່ນ​ຄຳ​ອວຍພອນ​ເຊິ່ງນັກ​ສິລະ​ປະການ​ພື້ນ​ເມືອງ​ຢາກ​ຝາກຝັງ​ເຖິງ​ທຸກ​ຄອບຄົວ​ຄື​ດັ່ງ​ສານ​ແຫ່ງ​ລະດູບານ​ໃໝ່. ອ້າຍ​ຫງວຽນ​ດັງ​ເຕິ​ມ, ລູກ​ຫຼ້າ​ຂອງ​ທ່ານ ຫງວຽນ​ດັງ​ເຈ໋, ​ແມ່ນ​ຜູ້​ສືບ​ທອດ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ນີ້​ຂອງ​ຄອບຄົວ, ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນປີ​ໃໝ່, ທຸກ​ຄົນ​ເລີ່​ມມາ​ຊື້​ຮູບພາບ​ດົງ​ໂຮ່​ ເພື່ອ​ປະດັບ​ໃນ​ຄອບຄົວ. ສີ​ຂອງ​​ຮູບພາບ​ດົ່ງ​ໂຮ່ ຍັງ​ຄົງ​ຮັກສາ​ຕາມ​ຮູບ​ເດີມ, ນັ້ນ​ແມ່ນ​ມີ​ສີສົດ​ໄສ ​ເພື່ອ​ປະດັບ​ເຮືອນ​ໃນ​ໂອກາດ​ບຸນ​ເຕັດ“.

ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່ - ảnh 4

ຮູບພາບໂຕໄກ່ສະແດງຄວາມຫວັງການລ້ຽງສັດໄດ້ຮັບຜົນດີ
(ພາບອິນເຕີແນດ)

        ຮູບ​ພາບ​ພື້ນ​ເມືອງ​ແຕ່ລະ​ແຜ່ນ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ຊີວິດ​ຂອງ​ມະນຸດ, ​ເຊິ່ງສະ​ແດງ​ອອກ​ໃນ​ຫຼາຍ​ແງ່​ມູມ, ມັນ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ການ​ເປັນ​ຢູ່, ພິ​ເສດ​ແມ່ນ​ໃນ​ໂອກາດ​ລະດູບານ​ໃໝ່​ວຽນມາ. ປ້າ ຫງວຽນ​ທິມາຍ ຢູ່​ຮ່າ​ໂນ້ຍ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ນິຍົມ​ຮູບ​ພາບ​ດົງ​ໂຮ່ຫຼາຍ, ​ເພາະວ່າ​ນີ້​ແມ່ນ​ຮູບ​ພາບ​ທີ່​ໄດ້​ຮັບ​ການ​ສືບ​ທອດ​ມາ​ແຕ່​ດົນ​ນານ. ຜ່ານ​ຮູບ​ພາບ​ຂ້າພະ​ເຈົ້າ​ຢາກ​ແນະນນຳ​ໃຫ້​ລູກ​ຫຼານ​ຮູ້​ເຖິງ​ບັນດາ​ຮີດຄອງ​ປະ​ເພນີ​ໃນ​ເມື່ອ​ກ່ອນ​ຂອງ​ຊາວຫວຽດນາມ. ດັ່ງ​ນັ້ນ​ແຕ່ລະ​ເທື່ອ​ເມື່ອ​ບຸນປີ​ໃໝ່​ວຽນມາ, ປີ​ໃດ​ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ຊື້​ຮູບ​ພາບ​ດົງ​ໂຮ່ມາ​ແຂວນ​ໃນ​ເຮືອນ, ທັງ​ປະດັບ​ປະດາ, ທັງ​ສ້າງ​ຄວາມ​ອົບ​ອູ່​ນ ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ດ້ວຍ​ຄວາມ​ຫວັງ​ໄດ້​ຮັບ​ຄວາມ​ຈະ​ເລີ​ນ, ຢູ່​ເຢັນ​ເປັນ​ສຸກ​ຕະຫຼອດ​ປີ“.

ສີສັນລະດູບານໃໝ່ໃນຮູບພາບພື້ນເມືອງດົງໂຮ່ - ảnh 5

ຮູບພາບໄກ່ຕີໃນພາບດົງໂຮ່
(ພາບອິນເຕີແນດ)

        ຮູບ​ພາບ​ດົງ​ໂຮ່​ໄດ້​ຍືນ​ຍົງ​ຄົງ​ຕົວ ​ແລະ ມີ​ຄວາມ​ດູດ​ດື່ມ​ພິ​ເສດ​ສຳລັບ​ຊາວ​ຫວຽດນາມ ​ຫຼາຍ​ລຸ່ນຄົນ ​ເພາະວ່າ​ບັນດາ​ຫົວ​ຂໍ້​ໃນ​ຮູບ​ພາບ​ສ່ອງ​ແສງ​ໃຫ້​ເຫັນ​ຊີວິດ​ແບບ​ລຽບ​ງາຍ​, ​ໃກ້ຊິດ​ຕິດ​ພັນ​ກັບ​ວັດທະນະທຳ​ຫວຽດນາມ. ບັນດາ​ຫົວ​ຂໍ້​ໃນ​ຮູບ​ພາບ​ພື້ນ​ເມືອງ​ດົງ​ໂຮ່ຕິດ​ພັນ​ກັບ​ຊີວິດ​ຂອງ​ຊາວ​ກະ​ສີກ​ອນ ​ເປັນ​ສັນຍາ​ລັກ​ໃຫ້​ຄວາມ​ຜາ​ສຸກ, ຄວາມ​ໂຊກ​ດີ, ຄວາມ​ວັດທະນາ​ຖາວອນໃນ​ປີ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ