ສະມາຄົມກາບກອນບ້ານຈົວ -ຈຸດວັດທະນະທຳເຂດບ້ານນາຫວຽດນາມ

ສະມາຄົມກາບກອນບ້ານຈົວ -ຈຸດວັດທະນະທຳເຂດບ້ານນາຫວຽດນາມ - ảnh 1
ປະຕູໂຂງບ້ານຈົວທີ່ຕາ​ແສງ​ເຊີນ​ກົງເມືອງ​ອຶ້ງ​ຮ່ວາ ຊານ​ນະຄອນ​ຮ່າ​ໂນ້ຍ
(ພາບ: vanhoadoisong.com)

     ບ້ານ​ຈົວ ​ແມ່ນ​ໝູ່​ບ້ານ​ເຂດ​ບ້ານ​ນາ​ທີ່​ລຽບ​ງ່າຍຊຶ່ງ​ຂຶ້ນ​ກັບ​ຕາ​ແສງ​ເຊີນ​ກົງ ​ເມືອງ​ອຶ້ງ​ຮ່ວາ ຊານ​ນະຄອນ​ຮ່າ​ໂນ້ຍ, ​ແຕ່ພັດ​ໄດ້​ຮັບ​ການ​ຕັ້ງ​ຊື່​ຈາກ​ບັນດາ​ຜູ້​ນິຍົມ​ກາບກອນ​​ໃນ​ທົ່ວ​ປະ​ເທດວ່າ ​ແມ່ນ​ໝູ່​ບ້ານ​ກາບກອນ, ​ເພາະ​ໃນ​ບ້ານ​ມີ​ຫຼາຍ​ຄົນ​ນິຍົມ​ກາບກອນ, ​ເມົາ​ມົວ​ແຕ່ງ​ກາບກອນ. ​ໃນ​ບ້ານ​ຈົວ, ​ໄດ້​ມີ​ບາງ​ຄົນ​ມີ​ຊື່​ສຽງ ກາຍ​ເປັນ​ນັກ​ກະວີ, ສະມາຊິກສະມາຄົມນັກ​ປະພັນ​ຫວຽດນາມ.

     ​ໂດຍ​ຖືກ​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ນະຄອນຫຼວງ​ຮ່າ​ໂນ້ຍ, ​ແຄມ​ແມ່​ນ້ຳ​ໄດ໋ທີ່​ສວຍ​ງາມ, ຊາວ ບ້ານ​ຈົວ ອາ​ໄສ​ຕົ້ນ​ຕໍ່​ແມ່ນ​ການ​ຜະລິດ​ກະ​ສີ​ກຳ. ນັບ​ແຕ່​ໃດໆ​ມາ, ຊາວ​ກະ​ສີກ​ອນຢູ່​ແຫ່ງ​ນີ້​ຕິດ​ພັນ​ກັບ​ວຽກ​ໄຮ່​ການ​ນາຕະ​ຫຼອດ​ປີ, ​ແຕ່​ທາງ​ດ້ານ​ຈິດ​ວິນ​ຍານ, ​ເຂົາ​ເຈົ້າ​ຍາມ​ໃດ​ກໍ​ປຽມລົ້ນ​ໄປ​ດ້ວຍ​ຄວາມ​ປະ​ເອີ​ບ​ໃຈ ​ເມ​ົວມົວ​ກັບ​ສິລະ​ປະ. ຢູ່​ປະຕູ​ໂຂງ​ເຂົ້າ​ໝູ່ບ້ານ​ຈົວຍັງມີ 4 ຕົວ​ໜັງສື​ຫວຽດ​ເດີມ “ ວ້ອງ - ຕຶ - ​ເຍີບ - ຊວດ ” ໝາຍ​ເຖິງ “ ​​ເບິ່ງ​ຕົວ​ໜັງສື ຈຶ່ງ​ເຂົ້າອອກ​ບ້ານ ” . ຕາມ​ພໍ່​ຕູ້ ຫງວຽນ​ຍໍ​ເຕ້ ປີ​ນີ້​ອາຍຸ​ກ່ວາ 80 ປີແລ້ວ, ​ແຕ່​ປາງ​ກ່ອນ, ກາບກອນ, ໜັງສື ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ຢູ່ ບ້ານ​ຈົວ. ພໍ່​ຕູ້ ຫງວຽນ​ຍໍ​ເຕ້ ​ເວົ້າ​ວ່າ :

    “ບ້ານ​ຈົວ ບໍ່​ໄຟ​ຝັນ​ຫຍັງ​ເໜືອ​ກ່ວາ​ສິ່ງ​ທີ່​ມີ​ບ່ອນ​ຕັ້ງ 4 ຕົວ​ໜັງສື​ຊຶ່ງ​ພວກ​ຜູ້​ເຖົ້າ​ໃນ​ບ້ານ​ໄດ້​ປະ​ໄວ້​ໃຫ້, ນັ້ນ​ແມ່ນ “ ວ້ອງ - ຕຶ - ​ເຍີບ - ຊວດ ” . ໝູ່​ບ້ານ​ໜຶ່ງ ​​ເບິ່ງ​ຕົວ​ໜັງສື ​ເມື່ອເຂົ້າອອກ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າ​ມີ​ຄຸນຄ່າ​ທີ່​ສຸດ ”

     ບໍ່​ພຽງ​ແຕ່​ຊົມ​ຊອບ​ກາບກອນ​ເທົ່າ​ນັ້ນ, ຊາວບ້ານ​ຈົວຍັງ​ມີ​ມູນ​ເຊື້ອ​ນຳ​ໃຊ້​ກາບກອນ​ເພື່ອ ຖ່າຍ​ທອດ ບອກສອນ​ສິ່ງ​ທີ່​ດີ​ທີ່​ງາມ ​ເພື່ອ​ສຶກສາ​ອົບຮົມ​ລູກ​ຫຼານ ຄື​ດັ່ງ​ຄຳ​ເວົ້າ​ຂອງພໍ່​ຕູ້ ຫງວຽນ​ຍໍ​ເຕ້ ທີ່​ວ່າ : ຕົ້ນຕໍ​​ແມ່ນ​ຊ່ວຍ​ໃຫ້​ຄົນ​ເຮົາ​ມີ​ຊີວິດ​ທີ່​ດີງາມ​ກ່ວາ​ຕໍ່​ບ້ານ​​ເກີດ​ເມືອງ​ນອນ. ​ເມື່ອ​ມີ​ໂອກາດ​ມາ​ຢາມບ້ານ​ຈົວ, ຜູ້​ຄົນ​ທັງຫຼາຍ​ອາດ​ຈະ​ເຫັນ​ດ້ວຍ​ຕາ ​ຄຳ​ກອນ​ທີ່​ມີ​ຄວາມ​ໝາຍ​ອັນຈົບງາມ ​ແລະ ​ເປັນ​ໜ້າ​ຈັບ​ໃຈ ຊຶ່ງ​ຖືກ​ແຂວນ​ຕາມ​ທາງ​ໃນ​ໝູ່​ບ້ານ ​ເຊັ່ນ: “ ບໍ່​ມີ​ເຂົ້າ​ກິນ ບໍ່​ອາດ​ຍ່າງ​ໄປ, ​ແຕ່​ບໍ່​ຮູ້​ໜັງສື ​ແມ່ນ​ບໍ່​ອາດ​ເຫັນ​ທາງ​ໄດ້ ” ຫຼື ຄຳ​ວ່າ “ ຕົ້ນ​ໄມ້​ໃບ​ຫຍ້າ ບໍ່​ພຽງ​ແຕ່ຕ້ອງການ​ດິນ​ເທົ​່ານັ້ນ ຫາກ​ຍັງ​ຕ້ອງການ​ແສງຕາ​ເວັນ​ອີກ​ດ້ວຍ ” . ລຸງ ຫງວຽນ​ຊວນ​ຊຸ່ງ ສະມາ​ຊິກສະມາຄົມກາບກອນ​ບ້ານ​ຈົວ ​ໃຫ້​ຮູ້​ວ່າ :

   “ ພວກ​ຂ້າພະ​ເຈົ້າ​ແຂວນ​ຄຳ​ກອນ ​ແມ່ນ​ເພື່ອ​ສຶກສາ​ອົບ​ຮົ​ມທຸກໆ​ຄົນ, ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​​ໄວ​ໜຸ່ມ, ​ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມ​ເຍົາວະ​ຊົນ, ​ເຮັດ​ແນວ​ໃດ​ເພ່ືອ​ໃຫ້ທຸກໆ​ຄົນ​ປະຕິບັດ​ວິຖີ​ຊີວິດ​ວັດທະນະທຳ ​ໃຫ້​ຖືກ​ຕາມ​ມູນ​ເຊື້ອ​ຂອງ​ບ້ານ​ເມືອງ. ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ມີ 24-25 ຄຳ​ກອນ​ທີ່​ຈົບງາມ ​ໂດຍ​ຖືກ​ຄັດ​ຈາກ​ບັນດາ​ບົດ​ກາບກອນ​ຂອງ​ຊາວ​ບ້ານ​ຈົວ ”

   ​ໄປ​ທົ່ວ​ທຸກ​ແຫ່ງ​ໃນບ້ານ​ຈົວ, ກໍ​ລ້ວນ​ແຕ່​ເຫັນ​ໄດ້​ວ່າ ກາບ​ກອນ​ໄດ້​ກາຍ​ສ່ວນ​ໜຶ່ງທີ່ຂາດບໍ່ໄດ້ໃນການດຳລົງຊີວິດຂອງປະຊາຊົນ. ຈາກຜູ້ເຖົ້າຜູ້ແກ່ຕະຫຼອດ ຮອດເດັກ, ຈາກ​ສາລາ​ຫາ​ທົ່ງ​ໄຮ່​ທົ່ງ​ນາ ຕະຫຼອດ​ຮອດ​ເຮືອນ​ນ້ອຍ​ຫຼັງ​ຕ່າງໆ ຢູ່​ບ່ອນ​ໃດ​ກໍ​ປະກົດ​ມີ​ກາບກອນ. ດັ່ງ​ນັ້ນ ບໍ່​ວ່າ​ຜູ້​ໃດ​ເມື່ອ​ມາ​ຢ້ຽມຢາມ​ໝູ່​ບ້ານ​ແຫ່ງ​ນີ້, ກໍ​ລ້ວນ​ແຕ່​ມີ​ຄວາມ​ເຂົ້າ​ໃຈ​ວ່າ ​ເປັນ​ຫຍັງ​, ໄດ້ຕັ້ງ​ຊື່​ໃຫ້​ແກ່​ໝູ່​ບ້ານ​ຈົວ​ແມ່ນ ໝູ່ບ້ານ​ກາບກອນ. ປະຊາຊົນ​ໃນ​ໝູ່​ບ້ານ, ​ໃຜໆ​ກໍ​ຊົມ​ຊອບ​ກາບກອນ ​ແລະ ຮູ້​ແຕ່ງ​ກາບກອນ. ຊາວບ້ານ​ຈົວ​ໄດ້​ແຕ່ງ​ກາບກອນ​ນັບ​ພັນ​ບົດ ​ແລະ ​ໄດ້​ພິມ​ເປັນ 6 ​ເຫຼັ້ມ​ສະ​ເພາະ​ຂອງ​ໝູ່​ບ້ານ. ຂະ​ບວນການ​ແຕ່ງ​ກາບກອນ​ຢູ່ ບ້ານ​ຈົວ ​ໄດ້​ມີ​ມາ​ແຕ່​ດົນ​ນານ, ​ແຕ່​ສະມາຄົມກາບ​ກອນບ້ານ​ຈົວ ຕ້ອງ​ໄດ້​ຜ່ານ​ວິວັດ​ແຫ່ງ​ການຟື້ນຟູ ຈຶ່ງ​ຈະ​ໄດ້​ຄື​ທຸກ​ວັນ​ນີ້. ລຸງ ຫງວຽນ​ຢາ​ຕຶ ໜຶ່ງ​ໃນ​ບັນດາ​ຜູ້​ທຳ​ອິດ ​ໄດ້​ເຂົ້າ​ຮ່ວມ​ການ​ຟື້ນ​ຟູ ຂະ​ບວນການ​ກາບກອນ​ຢູ່ ບ້ານ​ຈົວ ຫວນ​ຄື​ວ່າ :

    “ ​ເຖິງ​ວ່າ​ແມ່ນ​ໝູ່​ບ້ານ​ມີ​ມູນ​ເຊື້ອ​ກ່ຽວ​ກັບ ກາບ​ກອນ, ​ແຕ່​ໄດ້​ຖືກ​ສູນຫາຍ​ໄປ​ຍ້ອນ​ຊຸມ​ປີ​​ແຫ່ງສົງຄາມ, ດັ່ງ​ນັ້ນ​ຮອດ​ປີ 1982 ຈຶ່ງ​ສາມາດ​ຟື້ນ​ຟູ​ໄດ້. ​ໃນ​ເບື້ອງ​ຕົ້ນ​ມີ​ພຽງ​ແຕ່​ຜູ້​ຊົມ​ຊອບ​ກາບກອນ​ຈຳນວນ​ໜຶ່ງ ພ້ອມ​ກັນ​ສຸມ​ກຳລັງ​ສ້າງ​ຂະ​ບວນການ. ຫຼັງ​ຈາກ​ນັ້ນ, ຕາມ​ການ​ເວລາ, ພໍ່​ແມ່​ພີ​ນ້ອງ​ໃນ​ບ້ານ ນັບ​ມື້​ນັບ​ມີ​ຜູ້​ຊົມ​ຊອບ ກາບ​ກອນ​ຢ່າງ​ຫຼວງ​ຫຼາຍ ”

     ປະຈຸ​ບັນ, ສະມາຄົມກາບ​ກອນບ້ານ​ຈົວມີ​ສະມາຊິກ​ເກືອບ 100 ຄົນ ຊຶ່ງ​ມີ​ຄົບ​ເພດ​ຄົບ​ໄວ ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​​ໄວ​ໜຸ່ມ ​ແລະ ​ແມ່ຍິງ. ​ໃນ​ນັ້ນ ມີ​ນ້ອງ​ຫງວຽນ​ທູ​ຈາງ ນັກຮຽນ​ສັງກັດ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ເຊີນ​ກົງ ຊຶ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະມາຊິກ​ໜຸ່ມ​ກ່ວາ​ໝູ່. ນ້ອງ​ຫງວຽນ​ທູ​ຈາງ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ  :

 “ ນ້ອງ​ຫາ​ກໍ​​ໄດ້​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ກາບກອນ​ເມື່ອ​ບໍ່​ດົນ​ມາ​ນີ້. ນ້ອງ​ຢາກ​ຮັກສາ​ມູນ​ເຊື້ອ​ຊົມ​ຊອບ​ກາບກອນ​ຂອງ​ໝູ່​ບ້ານ. ນ້ອງ​ຮັກ​ແມ່​ນ້ອງ​ຫຼາຍ ​ແລະ ນ້ອງ​ໄດ້​ແຕ່ງ​ບົດ​ກາບກອນ​​ໃຫ້​ແມ່ ”

    ສຳລັບ​ປະຊາ​ຊົນ​ໃນ​ໝູ່​ບ້ານ​ຈົວ, ​ເຂົາ​ເຈົ້າ​ແຕ່ງກາບ​ກອນ ຄື​ດັ່ງ​ວິທີ​ເພື່ອ​ສະ​ແດງ​ຄວາມ​ຄິດ, ຄວາມ​ໃນ​ໃຈຂອງ​ຕົນ. ທ່ານ ​ໂງ​ແມ້ງ​ເກືອ​ງ ປະທານ​ ສະມາຄົມກາບ​ກອນບ້ານ​ຈົວ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

         “ ກາບ​ກອນຂອງ​ໝູ່​ບ້ານ​ຈົວ ບໍ່​ແມ່ນ​ວ່າ ​ແຕ່ງ​ຂຶ້ນ​ເພື​່ອຂາຍ​ອອກ​ສູ່​ທ້ອງ​ຕະຫຼາດ, ຫາກ​ກາບກອນ​ໃນ​ບ້ານ​ຈົວ ຕົ້ນຕໍ​ແມ່ນ​ເພື່ອບອກສອນ, ສຶກສາ​ອົບຮົມ​ລູກ​ຫຼານດ້ວຍ​ຄຳ​ກອນ. ​ໃນ​ຕອນ​​ແລງວັນ​ພະຫັດ​ປະຈຳ​ອາທິດ, ກໍມີ​ລາຍການ​ອ່ານກາບ​ກອນ​ທາງ​ລະບົບ​ໂທລະ​ໂຄ່ງ​ຂອງ​ໝູ່​ບ້ານ ຊຶ່ງ​ເປັນ​ການ​ປະກອບສ່ວນ​ສ້າງ​ນ້ຳ​ໃຈ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ”

      ກາບ​ກອນ​ໄດ້​ມາສູ່​ຊາວບ້ານ​ຈົວ​ແບບ​ທຳ​ມະ​ຊາດ ຄື​ດັ່ງ​ແຫຼ່ງນ້ຳ​ບາ​ດານ, ຜ່ານ​ຫຼາຍເສັ່ນ​ຄົນ, ​ແຕ່​ສຽງ​ກາບກອນ​ຂອງ ບ້ານ​ຈົວ ຍັງ​ຄົງ​ຖືກ​ດັງ​ຂຶ້ນ, ອັນ​ໄດ້​ສ້າງ​ຄວາມ​ງາມ​ຕື່ມ​ອີກ​ຢູ່​ໝູ່​ບ້ານ​ເຂດ​ບ້ານ​ນາ. ກາບກອນ​​ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ມະນຸດ​ເພີ່ມ​ຄວາມ​ໃກ້ຊິດຕິດ​ແທດ, ສາມັກຄີ​ກັນ, ຈາກ​ນັ້ນ​ມີ​ຄວາມ​ຮັກ​ຊີວິດ​ຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ