ສະໂມສອນ ສັກຈ່າມ - ແຜ່ກະຈາຍສິລະປະຂັບແທນ ຈາກໝູ່ບ້ານ

(VOVWORLD) - ດ້ວຍສະມາຊິກກວ່າ 60 ຄົນ ໃນນັ້ນຜູ້ໜຸ່ມແໜ້ນກວ່າໝູ່ມີອາຍຸພຽງ 13 ປີ ແລະ ຜູ້ອາຍຸສູງກວ່າໝູ່ກໍ່ໄດ້ມີອາຍຸ 70 ປີປາຍ, ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາກວ່າ 3 ປີ ສະໂມສອນ ຂັບແທນພິມຕິ໊ງ ສັກຈ່າມ ໄດ້ກາຍເປັນໜຶ່ງໃນບັນດາສະໂມສອນທີ່ມີຂອບຂະໜາດໃຫຍ່ກວ່າໝູ່ ຢູ່ແຂວງ ບັກກ້ານ ອັນໄດ້ປະກອບສ່ວນແຜ່ກະຈາຍ ປະເພດວັດທະນະທຳທີ່ເປັນເອກະລັກນີ້ໃນຊີວິດປະຈຳວັນ 
ສະໂມສອນ ສັກຈ່າມ - ແຜ່ກະຈາຍສິລະປະຂັບແທນ ຈາກໝູ່ບ້ານ - ảnh 1ສະໂມສອນ ສັກຈ່າມ ໃນງານພົບປະແລກປ່ຽນສະແດງຂັບລຳທຳເພງພື້ນເມືອງເຂດພູດອຍພາກເໜືອເດືອນທັນວາປີ 2020

    ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2019, ສະໂມສອນຂັບແທນ ສັກຈ່າມ ພວມມີສະມາຊິກກວ່າ 60ຄົນ ທີ່ມາຈາກທຸກໆເມືອງ ແລະ ນະຄອນຂອງແຂວງ ບັກກ້ານ. ນັກສິລະປະການ ໝາທິໃຢ້ ຫົວໜ້າສະໂມສອນ ສັກຈ່າມ ໃຫ້ຮູ້ວ່າ ສະມາຊິກໃນສະໂມສອນບໍ່ຈຳແນກອາຍຸ ສຳຄັນແມ່ນທຸກໆຄົນຕ້ອງມີຄວາມເມົາມົວ ແລະ ມີຄວາມຮັກວັດທະນະທຳພື້ນເມືອງຂອງເຜົ່າຕົນ. ນັກສິລະປະການ ໝາທິໃຢ້ ໃຫ້ຮູ້ວ່າ:

      “ສິ່ງທຳອິດແມ່ນທຸກໆຄົນຕ້ອງມີສະຕິປົກປັກຮັກສາ ອະນຸລັກ ເສີມຂະຫຍາຍມໍລະດົກສິລະປະຂັບແທນ ພິນຕິ໊ງ. ພ້ອມກັນນັ້ນກໍ່ຕ້ອງສິດສອນແນະນຳໃຫ້ພວກນ້ອງນ້ອຍ ໄດ້ສຳຜັດກັບການຂັບແທນ ເສບພິນຕິ໊ງ ແລະ ຊ່ວຍໃຫ້ພວກນ້ອງມີຄວາມຮັກສິລະປະຂັບແທນ ເຮັດໄດ້ເຊັ່ນນັ້ນ ການອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາວເຜົ່າ ໄຕ ຈະດີກວ່າເກົ່າ”.

     ສະເລ່ຍອາທິດລະຕອນໜຶ່ງ ເມື່ອເລີກວຽກງານຢູ່ຫ້ອງການ ຫຼືໄດ້ອອກແຮງງານຢູ່ຕາມເນື້ອທີ່ໄຮ່ນາເປັນເວລາມື້ໜຶ່ງ, ສຽງຂັບແທນພິນຕິ໊ງພັດດັງກ້ອງກັງວານຂຶ້ນ, ບາງຄັ້ງກໍ່ຢູ່ຫໍປະຊຸມບ້ານ, ບາງຄັ້ງກໍ່ຈັດຂຶ້ນຢູ່ຄອບຄົວຂອງສະມາຊິກຄົນໃດຄົນໜຶ່ງໃນສະໂມສອນ. ຍ້ອນສະມາຊິກໃນສະມາຄົມເຂົ້າຮ່ວມມີຫຼາຍຄົນແມ່ນພະນັກງານລັດຖະກອນ ຜູ້ເປັນພະນັກງານພັກກິນເບ້ຍບຳນານ, ມີບາງຄົນແມ່ນຊາວກະສິກອນ, ນັກຮຽນ  ດັ່ງນັ້ນ ເວລາຝຶກແອບເຄື່ອນໄຫວ ແມ່ນຂຶ້ນກັບການສັບຊ້ອນເວລາຂອງບັນດາສະມາຊິກໃນສະມາຄົມ. ນາງ ຈ້ຽວຮວ່າງຖຳ ສະມາຊິກຂອງສະໂມສອນຂັບແທນ ສັກຈ່າມ ໃຫ້ຮູ້ວ່າ:

       “ແຕ່ລະເທື່ອເມື່ອສະໂມສອນມີລາຍການ ຫຼື ມີການເຄື່ອນໄຫວໃດໜຶ່ງ, ທຸກໆຄົນກໍ່ໄດ້ເຂົ້າຮ່ວມຢ່າງຫ້າວຫັນ. ເມື່ອດຳເນີນຊີວິດ, ຍ້ອນບັນດາສະມາຊິກກໍ່ຢູ່ກະແຈກກະຈາຍຫຼາຍແຫ່ງໃນບໍລິເວນ, ດັ່ງນັ້ນ ທາງສະໂມສອນ ໄດ້ມີຄວາມເປັນເອກະພາບກັນເປັນແຕ່ງຕັ້ງໃຫ້ແຕ່ລະເມືອງ ຕ້ອງມີຜູ້ຕາງໜ້າຄົນໜຶ່ງ ເພື່ອໃຫ້ສະໂມສອນ ເມື່ອມີລາຍການເຄື່ອນໄຫວແຕ່ລະຄັ້ງ ກໍ່ຈະຝຶກແອບຕາມແຕ່ລະກຸ່ມ, ເມື່ອໃກ້ຈະຮອດວັນສະແດງ ແມ່ນຈະເຕົ້າໂຮມກັນເພື່ອຝຶກແອບ ໃຫ້ລາຍການສົມບູນແບບ”.

        ບໍ່ພຽງແຕ່ເຂົ້າຮ່ວມບັນດາລາຍການສິລະປະວັນນະຄະດີຢູ່ທ້ອງຖິ່ນເທົ່ານັ້ນ ຫາກນັບທັງໃນບັນດາໂອກາດວັນບຸນໃຫຍ່ ຫຼື ບັນດາເຫດການການວັດທະນະທຳການເມືອງ, ທາງສະໂມສອນກໍ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ສະແດງຮັບໃຊ້ແຂກມາຢ້ຽມຊົມທັດສະນະສຶກສາ ປະກອບສ່ວນໂຄສະນາວັດທະນະທຳທ້ອງຖິ່ນ. ນີ້ກໍ່ແມ່ນທິດກ້າວເດີນຍາວນານຂອງສະໂມສອນ ຂະນະທີ່ແຂວງ ບັກກ້ານ ໄດ້ກຳນົດວ່າ ທ່ອງທ່ຽວຢູ່ໜອງ ບາເບ໋ຕິດພັນກັບການຊອກຮູ້ວັດທະນະທຳຕົວຈິງ. ອ້າຍ ນົງວັນເຫຼ ສະມາຊິກສະໂມສອນ ໃຫ້ຮູ້ວ່າ:

        “ເຂົ້າຮວມໃນສະໂມສອນ ກໍ່ຍ້ອນເຮົາເອງກໍ່ຮູ້ຈັກຂັບແທນ, ຍິ່ງກວ່ານັ້ນກໍ່ຍ້ອນມີຄວາມເມົາມົວຄວາມຊົມຊອບສິລະປະ. ເມື່ອເຂົ້າເປັນສະມາຊິກສະໂມສອນຂ້າພະເຈົ້າເອງໄດ້ເຄື່ອນໄຫວ ດ້ວຍຄວາມເມົາມົວເພື່ອຮັບໃຊ້ແຂກທ່ອງທ່ຽວ ປະກອບສ່ວນໂຄສະນາຈຸດວັດທະນະທຳຂອງເຜົ່າ ໄຕ”.

      ບໍ່ພຽງແຕ່ປ່ຽນແປງໃໝ່ ປະດິດຄິດສ້າງ ມີຄວາມມານະອົດທົນ ຊອກຮູ້ຫຼາຍສິ່ງຫຼາຍຢ່າງ, ນັກສິລະປະການ ໝາທິໃຢ້ ພ້ອມກັບສະມາຊິກສະໂມສອນ ເຄີຍໄປຊອກຫາບັນດານັກສິລະປະການທີ່ມີຊື່ສຽງ ບັນດານັກຄົ້ນຄວ້າວັດທະນະທຳຊົນເຜົ່າ ທີ່ມີຊື່ສຽງຄື ນັກປະພັນວັນນະຄະດີ ນົງວຽດຕ້ວຍ ນັກສິລະປະການດີເດັ່ນ ຫງວຽນດັງລິວ... ເພື່ອຊອກຮູ້ຕື່ມກ່ຽວກັບທຳນອງເພງຂັບແທນເກົ່າ ບັນດາບົດເພງຂັບແທນໃໝ່ ພ້ອມທັງແລກປ່ຽບວັດທະນະທຳເຜົ່າໄຕ - ນຸ່ງ. ບັນດາສະມາຊິກທີ່ດີເດັ່ນໃນສະໂມສອນກໍ່ໄດ້ເຂົ້າຮ່ວມຖ່າຍທອດໃຫ້ແກ່ນັກຮຽນກວ່າ 300 ຄົນພາຍໃນແຂວງ. ນັກສິລະປະການ ໝາທິໃຢ້ໃຫ້ຮູ້ຕື່ມອີກວ່າ:

        “ທາງສະໂມສອນ ກໍ່ໄດ້ພົບປະກັບນັກສິລະປະການຫຼາຍຄົນທີ່ມີປະສົບການ ເພື່ອຮຽນຮູ້ຕື່ມ ກ່ຽວກັບບັນດາທຳນອງເພງຂັບແທນຂອງທ້ອງຖິ່ນ.ພ້ອມກັນນັ້ນກໍ່ເປີດຊຸດອົບຮົມໃຫ້ແກ່ອ້າຍເອື້ອຍນ້ອງໃນສະໂມສອນ, ພວກຂ້າພະເຈົ້າຈະປ່ຽນແປງຢ່າງລຽນຕິດ ກ່ຽວກັບບັນດາລາຍການສະແດງກໍ່ຄືການຮັບໃຊ້ບັນດາຄະນະນັກທ່ອງທ່ຽວ”.

       ການເຄື່ອນໄຫວຂອງບັນດາສະໂມສອນຂັບແທນ ພິນຕິ໊ງຄື ສັກຈ່າມ ດ້ວຍບັນດາສະມາຊິກທີ່ມີຄວາມເມົາມົວ ມີຄວາມກະຕືລືລົ້ນ ໄດ້ ແລະ ພວມນຳມາເຊິ່ງກະແສລົມໃໝ່ ໃນຂົງເຂດວັດທະນະທຳ ສິລະປະວັນນະຄະດີພື້ນເມືອງ. ນີ້ກໍ່ແມ່ນການປະກອບສ່ວນບໍ່ໜ້ອຍ ເຂົ້າໃນການອະນຸລັກຮັກສາ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳພື້ນເມືອງຂອງຊົນເຜົ່າ ເພື່ອໃຫ້ສິລະປະຂັບແທນ ພິນຕິ໊ງ ດັງກ້ອງກັງວານໃນເຂດພູຜາປ່າໄມ້ ຫວຽດບັກ ຕະຫຼອດການ. 

ຕອບກັບ

ຂ່າວ/ບົດ​ອື່ນ