ສ້າງການເຄື່ອນໄຫວວັດທະນະທຳໃຫ້ເດັກຊົນເຜົ່າສ່ວນໜ້ອຍ ຢູ່ເຂດ ເຕິຍງວຽນ ເປັນຫຼາຍຮູບຫຼາຍແບບ

(VOVWORLD) -ໃນໄລຍະພັກແລ້ງ, ພ້ອມກັບການລະຫຼິ້ນມ່ວນຊື່ນ, ເດັກຊົນເຜົ່າສ່ວນໜ້ອຍຢູ່ແຂວງ ດັກລັກ ໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຄື ການຮຽນຕີຄ້ອງ, ຟ້ອນຊວາງ, ປະພັນວັນນະຄະດີກາບກອນ. ການເຄື່ອນໄຫວທີ່ເປັນໜ້າຈັບໃຈນີ້ໄດ້ຊ່ວຍໃຫ້ພວກນ້ອງມີໄລຍະພັກແລ້ງທີ່ດູດດື່ມ ແລະ ມີຜົນປະໂຫຍດກ່ອນທີ່ຈະກ້າວເຂົ້າສູ່ສົກຮຽນໃໝ່.
ສ້າງການເຄື່ອນໄຫວວັດທະນະທຳໃຫ້ເດັກຊົນເຜົ່າສ່ວນໜ້ອຍ ຢູ່ເຂດ ເຕິຍງວຽນ ເປັນຫຼາຍຮູບຫຼາຍແບບ - ảnh 1ພວກເດັກລົງຕົວຈິງຊອກຮູ້ວັດທະນະທຳເຜົ່າເອເດ

     ສຳລັບນ້ອງ ເອນວຍ ຢູ່ບ້ານ ອາເລ B ຕາແສງ ຢະຕາມ ນະຄອນ ບວນມາທ້ວດ, ໃນຊຸມວັນພັກແລ້ງກໍ່ຍິ່ງເພີ່ມຄວາມຈັບໃຈຂະນະທີ່ນ້ອງໄດ້ເຂົ້າເຖິງວັດທະນະທຳເຜົ່າ ເອເດ ໂດຍຜ່ານຊຸດຮຽນຟ້ອນຊວາງ ໂດຍສູນສື່ສານວັດທນະທຳ ແລະ ກິລາ ນະຄອນບວນມາທ້ວດ ຈັດຕັ້ງຂຶ້ນ. ຢູ່ທີ່ນີ້ນ້ອງ ແລະ ບັນດາເພື່ອນໄດ້ຊອກຮູ້ກ່ຽວກັບມູນເຊື້ອງານບຸນຂອງຊາວເຜົ່າ ເອເດ, ບັນດາພິທີກຳ, ບັນດາການເຄື່ອນໄຫວທີ່ນຳໃຊ້ຟ້ອນຊວາງ ແລະ ບັນດາບົດຟ້ອນຊວາງອື່ນໆ. ນ້ອງ ເອນວຍ ເວົ້າວ່າ:

      “ນ້ອງໄດ້ຮຽນຫຼາຍສິ່ງຫຼາຍຢ່າງຕື່ມອີກກ່ຽວກັບວັດທະນະທຳຂອງເຜົ່າຕົນ. ນ້ອງຮູ້ຕື່ມບັນດາຈັງຫວະຟ້ອນ ແລະ ສາມາດປະສົມບົດຮຽນຈາກອ້າຍເອື້ອຍຄູຜູ້ສອນຟ້ອນອອກສູ່ຫຼາຍບົດຟ້ອນອື່ນໆ ແລະ ກໍ່ຍັງສາມາດຖ່າຍທອດໃຫ້ແກ່ພວກນ້ອງຢູ່ຊຸດຮຽນຕໍ່ໄປ”

 . ມີບາງກິດຈະກຳອື່ນໆທີ່ດຶງດູດການເຂົ້າຮ່ວມຂອງເດັກຊົນເຜົ່າສ່ວນໜ້ອຍຢູ່ແຂວງ ດັກລັກ ໃນໂອກາດຍາມພັກແລ້ງ ນັ້ນແມ່ນຄ້າຍບຳລຸງການປະພັນວັນນະຄະດີສິລະປະໂດຍສະມາຄົມວັນນະຄະດີສິລະປະແຂວງ ດັກລັກ ຈັດຂຶ້ນ. ປີນີ້ການເຄື່ອນໄຫວນີ້ມີນັກຮຽນປະມານ 40 ຄົນເຂົ້າຮ່ວມ. ນີ້ແມ່ນບັນດານັກຮຽນໄດ້ຮັບການຄັດເລືອກຈາກການເສັງນັກຮຽນເກັ່ງ, ເສັງຂຽນຈົດໝາຍສາກົນ, ບັນດານັກຮຽນທີີ່ມີພອນສະຫວັນຢູ່ໂຮງຮຽນ 24 ແຫ່ງໃນແຂວງ. ນ້ອງ ເບ໊ທິທູຮວຽນ ຢູ່ຕາແສງ ເອອາເຮີດິງ  ເມືອງ ກືເມີກາ ແບ່ງປັນວ່າ:

     “ພວກນ້ອງໄດ້ມີການເຄື່ອນໄຫວຫຼາຍຢ່າງໃນຄ້າຍບຳລຸງ ຍົກຕົວຢ່າງຄືຊອກຮູ້ກ່ຽວກັບຫໍພິພິທະພັນ ອາມາເຮີມາຍ, ໄປຮອດຊາຍແດນຫວຽດນາມ - ກຳປູເຈຍ, ປ້ອມປ້ອງກັນຊາຍ ໂບແຮງ ແລະ ມີບັນດາການເຄື່ອນໄຫວອື່ນໆອີກ. ໃນນັ້ນນ້ອງມີຄວາມປະທັບໃຈທີ່ສຸດ ແມ່ນກການໄປຢ້ຽມຢາມປ້ອມປ້ອງກັນຊາຍແດນ ໂບແຮງ ແລະ ໄດ້ບາຍມືໃສ່ເສົາຫຼັກໝາຍຊາຍແດນຫວຽດນາມ - ກຳປູເຈຍ. ນີ້ເປັນຄັ້ງທຳອິດທີ່ນ້ອງໄດ້ໄປຮອດເຂດຊາຍແດນ ອັນໄດ້ເຮັດໃຫ້ນ້ອງມີຄວາມຕື້ນຕັນໃຈທີ່ສຸດ”.

       ເຖິງວ່າໄລຍະເວລາເຄື່ອນໄຫວບໍ່ຍາວເກີນໄປກໍ່ຕາມ ແຕ່ພວກນ້ອງໄດ້ສະແດງໃຫ້ເຫັນຄວາມສົນໃຈ ແລະ ຄວາມຊົມຊອບຕໍ່ການເຄື່ອນໄຫວແຕ່ລະຢ່າງ. ທ່ານນາງ ນີເອແທັງມາຍ ປະທານສະມາຄົມວັນນະຄະດີສິລະປະແຂວງ ດັກລັກ ຕີລາຄາວ່າ: “ພວກຂ້າພະເຈົ້າເຫັນວ່າ ພວກນ້ອງມີຄວາມຊົມຊອບທີ່ສຸດ ເມື່ອໄດ້ຟັງພວກອາວອາແນະນຳກ່ຽວກັບມູນເຊື້ອວັດທະນະທຳບັນດາເຜົ່າ ແລະ ກ່ຽວກັບປະວັດສາດ, ພວກນ້ອງກໍ່ລ້ວນແຕ່ເອົາໃຈໃສ່ຈົດກ່າຍ ແລະ ຕັ້ງໃຈຮັບຟັງ”. ທ່ານ ມາຍວັນຈວຽນ ຢູ່ຕາແສງ ອີອາເມີໂຣ ເມືອງ ກືເມີກາ ຜູ້ມີລູກເຂົ້າຮ່ວມການເຄື່ອນໄຫວ ຖືວ່າ ບັນດາການເຄື່ອນໄຫວໄດ້ນຳປະສິດທິຜົນທີ່ດີມາໃຫ້ພວກນ້ອງ. ທ່ານເວົ້າວ່າ:

      “ຜ່ານໄລຍະທີ່ຫຼານເຂົ້າຮ່ວມ ແລະ ເມື່ອກັບຄືນມາເຮືອນກໍ່ເຫັນຫຼານໂອ້ລົມ ການດຳເນີນຊີວິດມີການປ່ຽນແປງຫຼາຍຢ່າງ, ຫຼານມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບວັດທະນະທຳບັນດາເຜົ່າ. ນີ້ແມ່ນການເຄື່ອນໄຫວທີ່ມີຜົນປະໂຫຍດສຳລັບພວກຫຼານໃນໄລຍະພັກແລ້ງ”.

    ລະດູແລ້ງພວມຄ່ອຍໆສິ້ນສຸດລົງ ແຕ່ສຳລັບພວກນ້ອງອະນຸຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ດັກລັກ, ບັນດາການເຄື່ອນໄຫວວັດທະນະທຳໄດ້ເປີດກາລະໂອກາດຊອກຮູ້ຫຼາຍກວ່າ ກ່ຽວກັບບັນດາສິ່ງທີ່ເປັນເອກະລັກ ແລະ ດູດດື່ມຂອງບັນດາເຜົ່າ. ຜ່ານນັ້ນກໍ່ເປັນການເສີມສ້າງຄວາມຮັກໃຫ້ແກ່ພວກນ້ອງຕໍ່ວັດທະນະທຳ, ແລະ ຫຼໍ່ລ້ຽງຈິດວິນຍານ ເພື່ອໃຫ້ໄລຍະພັກແລ້ງເພີ່ມຄວາມຈັບອົກຈັບໃຈ ແລະ ມີຜົນປະໂຫຍດ

ຕອບກັບ

ຂ່າວ/ບົດ​ອື່ນ