ສາລາບ້ານ - ຫົວໃຈຂອງຊາວເຜົ່າ ບານາ

ສາລາບ້ານ - ຫົວໃຈຂອງຊາວເຜົ່າ ບານາ  - ảnh 1
ສາລາ​ບ້ານ​ຂອງ​ຊົນ​ເຜົ່າ ບາ​ນາ ( ພາບ: baomoi.com)

 ຢູ່​ເຂດ​ທາງ​ທິດ​ເໜືອ​ຂອງ ​ໄຕ​ງວຽນ, ວົງ​ຄະນະ​ຍາດ​ບັນດາ​ຊົນ​ເຜົ່າ ຢາຣາຍ, ບາ​ນາ,  ເຊີດດັງ,ລ້ວນແຕ່ມີ ສາລາບ້ານ. ນີ້ແມ່ນແຫ່ງດຳເນີນບັນດາເຫດການ ທີ່ສຳຄັນ​ຂອງ​ໝູ່​ບ້ານ, ​ແລະ ​ແມ່ນ​ແຫ່ງ​ທີ່​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ນາຍບ້ານ ຮຽກ​ໂຮມ​ຊາວບ້ານ​ມາ​ປຶກສາ​ວຽກ​ງານ​ຕ່າງໆ​ທີ່​ສຳຄັນ ​ແລະ ຖ່າຍ​ທອດ​ໃຫ້​ໄວ​ໜຸ່ມ​ກ່ຽວ​ກັບ​ບັນດາ​ຄຸນຄ່າ ດ້ານ​ວັດທະນະທຳ. ນີ້​ກໍ​ແມ່ນ​ແຫ່ງ​ຈັດ​ບັນດາງານ​ບຸນອັນ​ເປັນ​ປະ​ເພນີ​. ​

     ​ໂດຍ​ທົ່ວ​ໄປ​ແລ້ວ, ສາລາ​ບ້ານຂອງຊາວ​ເຜົ່າ ບາ​ນາຖືກ​ກໍ່​ຕັ້ງ​ຂຶ້ນ​ພາຍຫຼັງ​ໝູ່​ບ້ານ​ໄດ້​ຮັບ​ການ​ກໍ່ສ້າງ. ນີ້​ຖືກ​ຖື​ວ່າ ​ແມ່ນ​ເຫດການ​ທີ່​ສຳຄັນ​ຍິ່ງ​ຂອງ​ທັງ​ໝູ່​ບ້ານ, ດັ່ງ​ນັ້ນ ຊາວບ້ານ​ທຸກໆ​ຄົນ​ລ້ວນ​ແຕ່​ປະກອບ​ເຫື່ອ​ແຮງ​ຂອງ​ຕົນ. ບາງ​ຄົນ​ໄປ​ຕັດ​ຫຍ້າ, ບາງ​ຄົນ​ໄປ​ຕັດ​ຫວາຍ, ​ໄມ້​ໃຜ່, ​ໄມ້​ເຮ້ຍ. ບັນດາ​ຜູ້​ເຖົ້າຜູ້​ແກ່​ທີ່​ມີ​ປະສົບການ​ຫຼາຍ​ກ່ວາ​ໝູ່​ຢູ່​ເຂດ​ພູ​ຜາປ່າ​ໄມ້​ຈະ​ຕາງໜ້າ​ໃຫ້​ແກ່​ໝູ່​ບ້ານ ​ໄປ​ຊອກ​ຫາ​ເນື້ອ​ທີ່​ດິນ ​ໂດຍ​ເລືອ​ກເອົາທີ່​ຕັ້ງ​ງາມ​ໃຫ້​ແກ່​ໝູ່​ບ້ານ. ​ເຂົາ​ເຈົ້າ​ຕ້ອງ​ສະຫງວນ​ເວລາ​ນັບ​ອາທິດ, ຊ້ຳ​ບໍ​ໜຳ​ກໍ​ນັບ​ເປັນ​ເດືອນ ​ເພື່ອ​ເລືອກ​ເຟັ້ນ​ເອົາ​ບ່ອນ​ຕັ້ງສາລາ​ບ້ານ. ບ່ອນ​ທີ່​ຮັບ​ເລືອກ​ເປັນ​ທີ່​ຕັ້ງ ສາລາ​ບ້ານ​ນັ້ນ ຕ້ອງ​ແມ່ນ​ພື້ນ​ທີ່​ສູງ, ອາກາດເ​ຢັນ​ສະບາຍ​ໃນ​ລະດູ​ຮ້ອນ, ​ແລະ ອົບ​ອຸ່ນ​ຍາມ​ລະດູ​ໜາວ. ພິ​ເສດ ສາລາ​ບ້ານ​ຖືກ​ກໍ່​ຕັ້ງ​ຢູ່​ບ່ອນ​ໃຈກາງ​ຂອງ​ໝູ່​ບ້ານ, ຖ້າ​ຫາກ​ວ່າ ມາ​ຮອດ​ໝູ່​ບ້ານ​ຈາກ​ທຸກ​ສາລະ​ທິດ ກໍ​ລ້ວນ​ແຕ່​ເຫັນ​ໄດ້​ຫຼັງ​ຄາຂອງ ສາລາ​ບ້ານ. ການ​ປຸກ​ສ້າງ ສາລາ​ບ້ານ ​ແມ່ນ​ຖືກ​ດຳ​ເນີນ​ຢ່າງ​ລະອຽດ​ລະ​ອໍ, ​ໄລຍະ​ເວລາ​ດຳ​ເນີນ​ການ​ປຸກ​ສ້າງ​ ສາລາ​ບ້ານ​ແມ່ນ​ສັ້ນ​ຫຼື​ຍາວ ກໍ​ຕ້ອງ​ຂຶ້ນ​ກັບ​ຂະໜາດ​ໃຫຍ່​ນ້ອຍ​ຂອງ ສາລາ​ບ້ານ. ມີ ສາລາ​ບ້ານ​ບາງ​ແຫ່ງ​ຕ້ອງ​ໃຊ້​ເວລາ​ດຳ​ເນີນ​ການ​ກໍ່​ສ້າງ​ເຖິງ 2,3 ​ເດືອນ, ຫຼາຍ​ກ່ວາ​ນັ້ນ ກໍ​ຂຶ້ນເຖິງປີໜື່ງຈຶ່ງ​ສຳ​ເລັດ. ຍົກ​ຕົວຢ່າງ​ຄື ສາລາ​ບ້ານ ກອນ​ຕຸ​ມ​ເກີ​ເບິ່ງ 2 ຢູ່​ຕາ​ແສງ ດັກ​​ເຣີວາ ນະຄອນ ກອນ​ຕຸ​ມ ມີ​ລວງ​ສູງ 16 ​ແມດ, ກ້ວາງ 5 ​ແມດ, ​ແລະ​ຍາວ 14 ​ແມດ ຕ້ອງ​ໃຊ້​ເວລາ​ດຳ​ເນີນ​ການ​ກໍ່​ສ້າງ​ເຖິງປີໜື່ງຈຶ່ງ​ສຳ​ເລັດ. ​ເຈົ້າ​ເຫຼົ່າ ອາ​ຢິວ ຢູ່​ໝູ່​ບ້ານ ກອນ​ຕຸ​ມ​ເກີ​ເບິ່ງ 2 ​ໃຫ້​ຮູ້​ວ່າ : “ສາລາ​ບ້ານຂອງ​ເຮ​ົາຖືກ​ປຸກ​ສ້າງ ​ເມື​່ອປີ 2002, ​ໂດຍ​​ແມ່ນ​ການ​ປະກອບ​ເຫື່ອ​ແຮງ​ຂອງ​ຊາວບ້ານ. ​ແຕ່ລະ​ຄົນ​ຕ່າງ​ກໍ​ໄປ​ຕັດ​ຫຍ້າ, ຕັດ​ໄມ້ມາ​ເພື່ອ​ປຸກ​ສ້າງ. ພວກ​ເຮົາ​ແບ່ງ​ເປັນ​ກຸ່ມ​ເພື່ອ​ເຮັດ, ​ແຕ່​ລະ​ກຸ​່ມປະກອບ​ດ້ວຍ 30 –40 ຄົນ. ສາລາ​ບ້ານຂອງ​ເຮົາ ຕ້ອງ​ໃຊ້​ເວລາ​ກໍ່​ສ້າງ​ເຖິງປີໜື່ງຈຶ່ງ​ສຳ​ເລັດ”

  ສາລາ​ບ້ານບໍ່​ພຽງ​ແຕ່​ເປັນ​ສະຖານ​ທີ່​ຈັດ​ຕັ້ງ ພິທີ, ງານ​ບຸນປະ​ເພນີ​, ​ເປັນ​ບ່ອນ​​ໂຮມ​ປະຊຸມ, ລະ​ຫຼິ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ມີ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ​ຢ່າງ​ໃຫຍ່​ຫຼວງ, ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຜູກ​ພັນ​ກັນ​ລະຫວ່າງ​ທຸກໆ​ຄົນ​ໃນ​ໝູ່​ບ້ານ. ເຈົ້າ​ເຫຼົ່າ ອາ​ຍົນ ຢູ່​ໝູ່​ບ້ານ ກອນ​​ເຊີ​ລາມ 1 ຕາ​ແສງ ​ເຈືອງ​ຈິງ ນະຄອນ ກອນ​ຕຸ​ມ ​ໃຫ້​ຮູ້​ວ່າ :  “ສາລາ​ບ້ານ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ສະພາ​ເຈົ້າ​ກົກ​ເຈົາ​ເຫຼົ່າ ​ແລະ ສະມາຊິກ​ທຸກ​ຄົນ​ໃນ​ສະພາ ​ໂຮມ​ປະຊຸມ​ເພື່ອ​ແກ້​ໄຂ​ວຽກ​ງານ​ຕ່າງໆ​ຂອງ​ໝູ່​ບ້ານ. ນັບ​ແຕ່​ປາງ​ກອ່ນ, ກໍ​ມີ ສາລາ​ບ້ານ​ແລ້ວ. ໝູ່​ບ້ານ​ນ້ອຍ​ກໍ່​ຕັ້ງ ສາລາ​ນ້ອຍ, ໝູ່​ບ້ານ​ໃຫຍ່​ກໍ​່ຕັ້ງ ສາລາ​​ໃຫຍ່”

   ຕາມ​ການ​ເວລາ, ຍ້ອນ​ຜົນ​ກະທົບ​ຈາກ​ກົນ​ໄກ​ການ​ຕະຫຼາດ, ບັນດາ​ການ​ປ່ຽນ​ແປງ​ໃນ​ຊີວິດ​ສັງຄົມ, ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ..... ສາລາ​ບ້ານຫຼາຍ​ແຫ່ງ​ຂອງ​ຊາວ​ເຜົ່າ ບາ​ນາ​ເວົ້າ​ສ​ະເພາະ ​ແລະ ຢູ່​ເຂດ ​ໄຕ​ງວຽນ ​ເວົ້າ​ລວມ​ໄດ້​ຄ່ອຍໆ​ຖືກ​ຊຸດໂຊມ. ​ແຕ່​ໂຊກ​ດີ ​ເມື່ອ​ອຳ​ນາດ​ການ​ປົກຄອງ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ມີໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ ສາລາ​ບ້ານ ​ແລະ ​ໄດ້​ມີ​ບັນດາ​ມາດ​ຕະການ​ຢ່າງ​ຖືກຕ້ອງ ​ເພື່ອ​ແນ​ໃສ່​ອະນຸລັກຮັກສາ. ດັ່ງ​ທີ່ ຄະນະ​ພັກ​ແຂວງ ກອນ​ຕຸ​ມ ​ໄດ້​ອອກ​ມະຕິ​ກ່ຽວ​ກັບ​ການ​ຟື້ນ​ຟູ ສາລາ​ບ້ານ. ຍ້ອນ​ເຫດ​ນີ້,  ສາລາ​ບ້ານ​ເກືອບ​ທັງ​ໝົດ​ຂອງ​ຊາວ​ເຜົ່າ ບາ​ນາ ຢູ່​ກອນ​ຕຸ​ມ ຍັງ​ຄົງ​ສາມາດ​ຮັກສາ​ສີສັນ​ຂອງ​ເຜົ່າ​ຕົນ ຄື​ຖືກ​ເຮັດ​ດ້ວຍ​ໄມ້, ຫຍ້າ, ​ໄມ້​ໃຜ່​ໄມ້​ເຮ້ຍ.... ​ແລະ​ຍ້ອນ​ມີ​ແຫຼ່ງທຶນ​ໜູນ​ຊ່ວຍ​ຂອງ​ລັດ, ບັນດາ ສາລາ​ບ້ານ​ຍັງ​ຖືກ​ບູລະນະ​ສ້ອມ​ແປງ​ຢ່າງ​ໃຫຍ່​ໂຕ​ໂອ​ຖົງ ​ແລະ ສວຍ​ງາມ​ກ່ວາ​ເກ​ົ່າ .

    ນອກຈາກ​ການ​ນຳ​ໃຊ້​ດ້ວຍ​ຈຸດປະສົງ​ຕ່າງໆ​ທີ່​ມີ​ມາ​ນັບ​ພັນ​ປີ​ແລ​້ວ, ປະຈຸ​ບັນສາລາ​ບ້ານຍັງ​ຖືກ​ນຳ​ໃຊ້​ສຳລັບ​ວຽກ​ງານ​ຕ່າງໆ​ຂອງ​ໝູ່​ບ້ານ​ໃນ​ຍຸກ​ທັນ​ສະ​​ໄໝອີກ​ດ້ວຍ. ຍົກ​ຕົວຢ່າງ​ຄ່ືຢູ່​ບັນດາ​ໝູ່​ບ້ານ​ຊາວ​ເຜົ່າ ບາ​ນາ ທີ່ ກອນ​ຕຸ​ມ, ພໍ່​ແມ່​ປະຊາຊົນ​ລ້ວນ​ແຕ່​ຈັດ​ພິທີ​ເຄົາລົບ​ທຸ່ງຊາດ​ໃນ​ທຸກໆ​ຕອນ​ເຊົ້າ​ວັນ​ຈັນ​ປະ​ຈຳ​ອາທິດ​ຢູ່ ​ເດີນ ສາລາ​ບ້ານ. ທ່ານ ອາ​ແບ​ງ ນາຍບ້ານ ກອນກະ​ລໍ 2 -ຕາ​ແສງ ດັກ​ເຣີວາຍ ນະຄອນ​ກອນ​ຕຸ​ມ​ເວົ້າ​ວ່າ : “ ຕອນ​ເຊົ້າ​ວັນ​ຈັນ, ຈັດ​ພິທີ​ເຄົາລົບທຸ່ງຊາດຢູ່ ສາລາ​ບ້ານ , ເຮົາຈະລາຍງານ ໃຫ້ພໍ່ແມ່ພີນ້ອງຮັບຊາບບັນດາວຽກງານ ທີ່ສຳຄັນຂອງໝູ່ບ້ານ ໃນອາທິດແລ້ວນີ້, ແຜນການຂອງອາທິດທີ່ຈະເຖິງ, ແລ້ວກໍຮອດວຽກງານ ຜັນຂະຫຍາຍໂດຍບັງເອີນ, ຍົກຕົວຢ່າງ ຄື: ສັກຢາກັນພະຍາດປາກເປື່ອຍລົງເລັບ....ຍ້ອນມີປະສິດທິຜົນ ແລະ ຕິດແທດຕົວຈິງ, ດັ່ງນັ້ນພໍ່ແມ່ປະຊາຊົນ ມາຮ່ວມຢ່າງພ້ອມພຽງ ”

   ສາລາ​ບ້ານຢູ່ເຂດ ໄຕງວຽນ ເວົ້າລວມ ແລະ ສາລາ​ບ້ານຂອງຊົນເຜົ່າ ບານາ ເວົ້າສະເພາະ ແມ່ນສັນຍາລັກ ດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະ ເປັນ ເອກະລັກສະເພາະຂອງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍໃນເຂດ. ຖ້າຫາກ ສາມາດຮັກສາ ສາລາ​ບ້ານໄດ້ນັ້ນ, ພວກ​ເຮົາກໍສາມາດຮັກສາ​ໄດ້ “ ໝາກຫົວໃຈ ” ຂອງໝູ່ບ້ານ, ຊຶ່ງແມ່ນແຫ່ງເກັບຮັກສາບັນດາເທບນິຍາຍໃນປະຫວັດສາດເດີມ, ບັນດາ​ຈຸດ​ຄວາມ​ງາມ​ດ້ານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ. ຈາກ​ນັ້ນ ກໍ​ສາມາດ​ຮັກສາ​ຊີວິດ​ດ້ານ​ຈິດ​ໃຈ​ທີ່​ອຸດົມສົມບູນ, ຫຼາຍ​ຮູ​ບຫຼາຍ​ສີ. ພ້ອນກັນ​ນັ້ນ ກໍ​ສາມາດ​ກ້າວ​ຂຶ້ນ​ສູ່​ບັນດາ​ຄຸນ​ຄ່າ​ດ້ານ​ວັດທະນະທຳ​ຍຸກ​ປະຈຸ​ບັນ ​ໂດ​ຍ​ແທດ​ເໝາະ​ກັບ​ທ່າ​ອຽງ​ພັດທະນາ​ຂອງ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ