ສຽງກອງໃນພິທີບູຊາຢູ່ໝູ່ບ້ານເຊີນວີ

   

ສຽງກອງໃນພິທີບູຊາຢູ່ໝູ່ບ້ານເຊີນວີ - ảnh 1
ບັນຍາກາດງານບຸນທີ່ຕາ​ແສງ​ເຊີນ​ວີ ​ເມືອງ​ເລີມ​ທາວ ​ແຂວງ​ຟູ້​ເຖາະ
   (ພາບ: baophutho)


   ໃນ​ຊຸມ​ມື້​ທ້າຍ​ປີ, ຖ້າ​ຫາກ​ມີ​ໂອກາດ​ລົງ​ຢ້ຽມຢາມ​ຕາ​ແສງ​ເຊີນ​ວີ ​ເມືອງ​ເລີມ​ທາວ ​ແຂວງ​ຟູ້​ເຖາະ, ກໍ​ຈະ​ໄດ້​ຟັງສຽງ​ກອງ​ໃນ​ພິທີ​ບູຊາ​ທີ່​ສັກສິດ. ສຽງ​ກອງ​ນັ້ນ ​ໄດ້​ດັງ​ກ້ອງ​ກັງວານ​ຈາກ​ສາລາ​ຖືກ​ຕັ້ງ​ຢູ່​ກາງ​ບ້ານ. ​ໃນ​ທ່າມກາງ​ບັນຍາກາດ​ທີ່​ເຄັ່ງຂຶມ​ນັ້ນ, ສຽງ​ກອງ​ໃນ​ພິທີ​ບູຊາ​ໄດ້​ເຮັດ​ໃຫ້​ທຸກ​ຄົນ ບໍ່​ວ່າ​ຜູ້​ໃດ​ເມື​່ອ​ໄດ້​ຍິນ​ແລ້ວ, ກໍ​ລ້ວນ​ແຕ່​ຢາກ​ຢຸດ​ແວ່​ຢ້ຽມ​ຊົມ ​ແລະ ​ໄຫວ້​ບູຊາ ພາວະນາ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ມາສູ່ກັບ​ຄອບຄົວ ກໍ​ຄື​ໝູ່​ບ້ານ.

       ຢູ່​ເດີນ​ສາລາ ມີ​ຊາຍ​ປະມານ 5 ຄົນ, ອາຍຸ 60 ປີ​ຂຶ້ນ​ໄປ​ພວມ​ນັ່ງເມົາ​ມົວ​ຕີ​ກອງ. ນີ້​ແມ່ນ​ຊົ່ວ​ໂມງ​ຝຶກ​ແອບ​ຕີກອງຮັບ​ໃຊ້​ພິທີ​ບູຊາ​ເພື່ອ​ກະກຽມ​ໃຫ້​ແກ່ງານ​ບຸນ​ຂອງ​ໝູ່​ບ້ານ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ​ເດືອນ​ຈຽງ​ໄລ​ຕາມ​ຈັນທະ​ປິ​ຕິ​ທິນ ໝາຍ​ເຖິງ​ວັນ​ທີ 3 ຂອງ​ບຸນ​ເຕັດ. ສຽງ​ກອງ​ໃນ​ພິທີ​ບູຊາ ສວມ​ບົດບາດ​ສຳຄັນ​ໃນ​ຊີວິດ​ຈິດ​ວິນ​ຍານ​ຂອງ​ປະຊາຊົນ​ຢູ່​ຕາມ​ເຂດ​ບ້ານ​ນາ. ສຽງ​ກອງ​ໃນ​ພິທີ​ບູຊາ​ແມ່ນ​ສຽງ​ດົນຕີ​​ແບ​ບຈິດ​ວິນ​ຍານທີ່​ມີ​ມາ​ແຕ່​ດົນ​ນານ, ມັນ​ເຄີຍ​ດັງ​ກ້ອງ​ກັງວານ​ຂຶ້ນ​ໃນ​ຊຸມ​ມື້​ຈັດ​ພິທີ​ງານ​ບຸນ​ທີ່​ສຳຄັນ​ຂອງ​ໝູ່​ບ້ານ​ຫຼື​ຂອງ​ວົງ​ຕະກູນ​ຕ່າງໆ, ລຸງ ກຽວ​ຈຸ​ງຮຽ້ວ ຊຶ່ງ​ແມ່ນຜູ້ປະກອບ​ອາຊີບ​ຕີ​ກອງ​ໃນ​ພິທີ​ບູຊາ​ໃຫ້​ຮູ້​ວ່າ:

    “ ພາຍຫຼັງ​ສຽງ​ກອງ​ດັງ​ກ້ອງ​ກັງວານ​ຂຶ້ນ, ຊາວບ້ານ​ຈຶ່ງ​ຮູ້​ວ່າ ມື້​ນີ້, ໝູ່​ບ້ານ​ຈັດ​ພິທີ​ບູຊາ​ຢູ່​ສາລາ​ຂອງ​ໝູ່​ບ້ານ. ສຽງ​ກອງ​ໃນ​ພິທີ​ບູຊາ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ດ້ານ​ຈິ​ວິນ​ຍານ, ດັ່ງ​ນັ້ນ​ການ​ຕີ​ກອງ ​ແມ່ນ​ຕ້ອງ​ໃຫ້​ເກີດ​ສຽງ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ມະນຸດ ”

   ​ຕາ​ແສງ​ເຊີນ​ວີ ​ແມ່ນ​ໝູ່​ບ້ານ​ທີ່​ເກົ່​າແກ່ ຍັງ​ຖືກ​ເອີ້ນ​ວ່າ​ແມ່ນ ​ແກ​ໄຫ​່ວ. ລະບົບ​ສາລາ, ວິຫານ, ວັດວາອາ​ຮາມ​ຢູ່​ ເຊີນ​ວີ ລ້ວນ​ແຕ່​ບູຊາ​ບັນດາ​ນາຍ​ພົນທະຫານ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ. ບັນດາ​ງານ​ບຸນ​ຂອງ​ໝູ່​ບ້ານ​ເຊີນ​ວີ ​ແມ່ນ​ມີ​ຊື່​ສຽງ​ທີ່​ສຸດ​,ຄື: ບຸນ​ເຟັດໃນ​ວັນ​ທີ 3 ​ເດືອນ​ຈຽງ​ໄລ​ຕາມ​ຈັນທະ​ປິ​ຕິ​ທິນ ບໍ່​ພຽງ​ແຕ່​ດຶງ​ດູດ​ປະຊາຊົນ​ຢູ່​ອ້ອມ​ເຂດ​ມາ​ຊົມ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ປະຊາຊົນ​ຈາກ​ບັນດາ​ແຂວງ​ໃກ້​ຄຽງ​ມາ​ຊົມ​ອີກ​ດ້ວຍ. ລຸງ ບຸ​ຍວັນ​ແທ່ງ ຫົວໜ້າ​ພະ​ແນ​ກສິລະ​ປະ​ວັນນະຄະດີ-ສະມາຄົມ​ຜູ້​ອາຍຸ​ສູງ​ໝູ່​ບ້ານ ​ເຊີນ​ວີ ​ໃຫ້​ຮູ້​ວ່າ:

   “ ​ສຽງ​ກອງ​ໃນ​ພິທີ​ບູຊາທີ່​ສາລາ​ໝູ່​ບ້ານ ​ເຊີນ​ວີ ​ເຄີຍ​ຖືກ​ນຳ​ໃຊ້​ໃນ​ຊຸມ​ມື້​ພາວະນາ, ຄື​ ໃນ​ວັນ​ທີ 3 ​ເດືອນ​ຈຽງ​, ວັນ​ທີ 6 ​ເດືອນ 3, ໄລ່​ຕາມ​ຈັນທະ​ປິ​ຕິ​ທິນ. ວັນ​ທີ 10​ ເດືອນ 10, ວັນ​ທີ 8 ​ເດືອນ 4 ​ແມ່ນ​ວັນ​ໄຫວ້​ບູຊາ​ເຂົ້າ​ໃໝ່, ວັນ​ທີ 18 ​ເດືອນ 12 ​ແມ່ນ​ວັນ​ປັດກວາດ​ສຸສານ​ພະ​ອໍລະຫັນ-ຜູ້​ກໍ່​ຕັ້ງ​ໝູ່​ບ້ານ. ​ແຕ່ລະ​ເທື່ອ, ​ເມື່ອສຽງ​ກອງດັງ​ກ້ອງ​ກັງວານ​ຂຶ້ນ, ຊາວບ້ານ​ທຸກໆ​ຄົນ​ຕ່າງ​ກໍ​ຮູ້​ວ່າ ​ໃນ​ຈຸດ​ເວລາ​ນີ້​ພວກ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ໝູ່ບ້ານ ​ເຊີນ​ວີ ພວມ​ເລີ່​ມທຳ​ພິທີ​ໄຫວ້​ບູຊາ​ພະ​ອໍລະຫັນ-ຜູ້​ກໍ່​ຕັ້ງ​ໝູ່​ບ້ານ. ຈຸດປະສົງ​ຂອງ​ສຽງ​ກອງ​ແມ່ນ​ຄື​ເຊັ່ນ​ນັ້ນ. ​ເຂົາ​ເຈົ້າ​ຟັງສຽງ​ກອງ​ເພ​ື່ອ                   ສັງ​ເກດ​ວ່າ ປີ​ນີ້​ສຽງ​ກອງ​ຄື​ແນວ​ໃດ, ກະຕຸກ​ຊຸກຍູ້​ຄື​ແນວ​ໃດ, ສະ​ແດງ​ໃຫ້​ເຫັນດ້ານ​ຈິດ​ວິນ​ຍານ​ຄື​ແນວ​ໃດ, ສະ​ແດງ​ໃຫ້​ເຫັນ​ທັງ​ຊີວິດ​ໃນ​ພາຍ​ພາກ​ໜ້າ​ແມ່ນ ​ຄື​ແນວ​ໃດ ”

     ​ເປັນ​ອັນວ່າ ໃນປີໜຶ່ງ, ສຽງ​ກອງ​ໃນ​ພິທີ​ບູຊາທີ່​ສາລາ​ໝູ່​ບ້ານ ​ເຊີນ​ວີ ຖືກດັງຂຶ້ນ 5 ເທື່ອ, ແຕ່ມ່ວນກ່ວາໝູ່ແມ່ນໃນໂອກາດໃນ​ວັນ​ທີ 3 ​ເດືອນ​ຈຽງ​. ນັ້ນແມ່ນ ວັນບຸນຂອງໝູ່ບ້ານເຊີນວີ. ກ່ອນທີ່ງານບຸນຖືກຈັດຂຶ້ນ, ທຸກໆພິທີຖະຫວາຍ ທູບທຽນບູຊາ​ແມ່ນ​ຕ້ອງ​ດຳ​ເນີນ​ໃນ​ສາລາ. ຕາມ​ຈັ່ງ​ຫວະ​ຂອງ​ສຽງ​ກອງ, ບັນດາ ຜູ້ເຖົ້າຜູ້ແກ່​ໃນ​ບ້ານ​ໄດ້​ຂຶ້ນ​ເວທີ​ທຳ​ພິມີ​ບູຊາ​ເປັນ​ລ້ຳ​ດັບ. ການ​ທຳ​ພິທີ​ບູຊາ​ແມ່ນ​ຖືກ​​ແກ່​ຍາວ​ປະມານ 1 ຊົ່ວ​ໂມງ​ເຄິ່ງ, ດັ່ງ​ນັ້ນ ຜູ້​ຕີ​ກອງ ບໍ່​ພຽງ​ແຕ່​ຕ້ອງ​ຕີ​ມ່ວນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ກຳ​ແໜ້ນ​ບັນດາ​ຂັ້ນ​ຕອນ​ໃນ​ພິທີ​ອີກ​ດ້ວຍ. ລຸງ​ ບຸ​ຍວັນ​ກີ້ ຊາວບ້ານ ​ເຊີນ​ວີ ​ໃຫ້​ຮູ້​ວ່າ :

      “ ສຽງ​ກອງ​ໃນ​ພິທີ​ບູຊາທີ່​ສາລາ​ໝູ່​ບ້ານ ​ເຊີນ​ວີ ຖືກ​ດັງ​ຂຶ້ນ​ຕາມ​ຈິດ​ວິນ​ຍານ ​ແລ​ະ ທຸກໆ​ຄົນ​ຕ່າງກໍ​ຮູ້ສຶກ​ຄວາມ​ສັກສິດ​ທີ່​ສຸດ. ການ​ທຳ​ພິທີ​ແມ່ນ​ເພື່ອ​ພາວະນາ​ໃຫ້​ປະຊາຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳລານ ຜາ​ສຸກ ມີ​​ໂຊກ​ມີ​ລາບ​ຕະຫຼອດປີ. ດັ່ງ​ນັ້ນ ທຸກໆ​ຄົນ​ເມື​ອ່​ໄດ້​ຍິນ​ສຽງກອງ ກໍ​ລ້ວນ​ແຕ່​ຢືນ​ໂດຍ​ບໍ່​ເໜັງ​ຕີງ​ຈັກ​ໜ້ອຍ. ສຽງ​ກອງ​ໃນ​ພິທີ​ບູຊາທີ່​ສາລາ​ໝູ່​ບ້ານ ​ເຊີນ​ວີ ​ແມ່ນ​ມີ​ຄວາມ​ເຄັ່ງ​ຂຶ້ມ​ເຊັ່ນນັ້ນ”.

   ລຸງ​ ກ່ຽວ​ວັນ​ຮ່ຽນ ຜູ້​ຮັບຜິດຊອບ​ວຽກ​ງານ​ຢູ່​ສາລາ​ຂອງ​ໝູ່​ບ້ານ ​ເຊີນ​ວີ ​ໃຫ້​ຮູ້​ວ່າ :

   “ ​ເມື່ອ​ຂ້າພະ​ເຈົ້າ​ທຳ​ພິທີ​ບູຊາ, ​ໄດ້​ຍິນ​ສຽງ​ກອງ​ດັ່ງ​ກ້ອງ​ກັງວານ​ຂຶ້ນ, ​ເຮັດ​ໃຫ້​ສາລາ​ເພີ່ມ​ຄວາມ​ສັກສິດ, ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ສະໜິດ​ຕິດ​ພັນ. ຂ້າພະ​ເຈົ້າ​ຫວັງ​ຢາກ​ຮັບ​ໃຊ້​ວຽກ​ງານ​ໃນ​ສາລາ ​ເ​ພື່ອ​ໃຫ້​ລູກ​ຫຼານ ​ແລະ ຄອບຄົວ​ໄດ້​ຮັບ​ໂຊກ, ຮັບ​ລາບ ”

    ​ໃນ​ທ່າມກາງ​ເຂດ​ບ້ານ​ນາ​ທີ່​ກ້ວາງ​​ໃຫຍ່​ໄພສານ, ສຽງ​ກອງ​ໃນ​ພິທີ​ບູຊາປຽບ​ເໝືອນ​ສຽງ​ປຸກ​ຕື່ນ​ທຳ​ມະ​ຊາດ ​ໃຫ້​ລະດູ​ການ​ໄດ້​ຮັບ​ຜົນ​ດີ, ທຸກໆ​ຄົນ​ໃນ​ຄອບຄົວ​ມີ​ສຸຂະພາບ​ເຂັ້​ມ​ແຂງ, ປະ​ສັບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ. ຍ້ອນ​ເຫດ​ນີ້​ເອງ, ກອງ​ສິລະ​ປະ​ຕີ​ກອງ​ຂອງ​ໝູ່​ບ້ານ ​ເຊີນ​ວີ ​ໄດ້​ສະ​ຫງວນ​ເວລາ​ຫຼາຍ​ເພື່ອ​ຝຶກ​ແອບ​ກ່ອນ​ເດື່ອ​ນໜຶ່ງ​ໃຫ້​ແກ່​ງານ​ບຸນ​ຍາມ​ລະດູບານ​ໃໝ່​ຂອງ​ໝູ່​ບ້ານ. ລຸງ ບຸ​ຍວັນ​ແທ່ງ ຫົວໜ້າ​ພະ​ແນ​ກສິລະ​ປະ​ວັນນະຄະດີ-ສະມາຄົມ​ຜູ້​ອາຍຸ​ສູງ​ໝູ່​ບ້ານ ​ເຊີນ​ວີ ​ໃຫ້​ຮູ້​ວ່າ:

    “ ສຽງ​ກອງ​ຕ້ອງ​ດັງ​​ແຮງ ​ແລະ ຕໍ່​ເນື່ອງ ຈຶ່ງ​ຈະ​ເປັນ​ສັນຍານ​ທີ່​ດີ ບົ່ງບອກ​ວ່າ ໃນ​ປີ​ໃໝ່, ຊາວບ້ານ​ຈະ​ມີ​ຄວາມ​ສະຫງົບ​ສຸກ, ຖ້າ​ຫາກ​ວ່າ​ມີ​ສຽງ​ກະຕຸກ​ກະຕັກ ຈະ​ບອກ​ເຕືອນ​ເຖິງ​ອະນາຄົດ​ທີ່​ບໍ່​ດີ ”

     ​ໂດຍ​ຜ່ານ​​ໄລຍະປະຫວັດສາດ​ນັບພັນ​ປີ, ສຽງ​ກອງ​ໃນ​ພິທີ​ບູຊາທີ່​ສາລາ​ໝູ່​ບ້ານ ​ເຊີນ​ວີ ​ໄດ້​ຝັງ​ເລິກ​ໃນ​ຊີວິດ​ຈິດ​ວິນ​ຍານ ​ແລະ ຈິດ​ໃຈ​ຂອງ​ຊາວບ້ານ ​ເຊີນ​ວີ. ​ເຖິງ​ວ່າ ຊາວບ້ານ ​ເຊີນ​ວີ ຈະ​ຢູ່​ໃກ້​ຫຼື​ໄກ ຫຼື​ວ່າ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ, ກໍ​ຈະ​ຄິດ​ຮອດ​ຄິດ​ເຖິງ ສຽງ​ກອງ​ໃນ​ພິທີ​ບູຊາທີ່​ດັງ​ກ້ອງ​ກັງວານ​ຢ່າງ​ເຄັ່ງຂຶມ​ໃນ​ຊຸມ​ມື້​ຈັດ​ງານ​ບຸນ​ໃຫຍ່​ຂອງ​ໝູ່​ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ