ກຸ່ມປູຊະນີຍະສະຖານ ກຸ່ງເກົ່າເຫ້ວ
(ພາບ:baothuathienhue.com)
|
ປີ 2013 , ຫວຽດນາມຈັດຕັ້ງສະເຫຼີມສະຫຼອງ 20 ປີແຫ່ງວັນອົງການ UNESCO ຮັບຮອງກຸ່ມປູຊະນີຍະສະຖານ ກຸ່ງເກົ່າເຫ້ວເປັນມໍລະດົກວັດທະ ນະທຳໂລກແຫ່ງທຳອິດຂອງຫວຽດນາມ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ຈຳນວນ ມໍລະດົກຂອງຫວຽດນາມທີ່ໄດ້ຮັບການຮັບຮອງຈາກ ອົງການ UNESCO ໄດ້ເພີ່ມຂຶ້ນຫຼາຍ ຊຶ່ງລວມທັງ ມໍລະດົກທຳມະຊາດ, ມໍລະດົກວັດທະນະທຳບໍ່ມີຮູບຮ່າງ ແລະ ມີຮູບຮ່າງ ພ້ອມກັບມໍລະດົກເອກະສານຂອງໂລກ. ອາດເວົ້າໄດ້ວ່າ ເສັ້ນທາງພາໄປເຖິງການຮັບຮອງເປັນມໍລະດົກວັດທະນະທຳໂລກແມ່ນຫຍຸ້ງຍາກ ຢູ່ແລ້ວ, ແຕ່ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳນັ້ນໃນການດຳລົງຊີວິດ ແມ່ນຍິ່ງຫຍຸ້ງຍາກຫຼາຍກ່ວາ.
ໄລ່ມາຮອດປະຈຸບັນ, ຫວຽດນາມມີ 17 ມໍລະດົກວັດທະນະທຳໂລກ. ນາມມະຍົດທຳອິດແມ່ນໄດ້ມອບໃຫ້ກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວເມື່ອປີ 1992. ຫຼັງຈາກນັ້ນແມ່ນອ່າວຫ້າລອງໄດ້ຮັບການຮັບຮອງ 2 ເທື່ອຈາກອົງການ UNESCO ແມ່ນມໍລະດົກວັດທະນະທຳໂລກເມື່ອປີ 1994 ແລະ 2000. ໃນປີ 1999, ທັງຄຸ້ມເມືອງເກົ່າໂຫ້ຍອານ ແລະ ເຂດປູຊະນີຍະສະຖານເທວະສະຖານ ມີ້ເຊີນ ທ່ີ່ຂຶ້ນກັບແຂວງກວາງນາມໄດ້ຮັບການຮັບຮອງຈາກ ອົງການ UNESCO ແມ່ນມໍລະດົກວັດທະນະທຳໂລກ. ຖັດມາແມ່ນດົນຕີໃນພະລາດຊະວັງເຫ້ວເມື່ອປີ 2003, ວັດທະນະທຳຄ້ອງຂອງເຂດໄຕງວຽນເມື່ອປີ 2005. ພິເສດໃນ 5 ປີມານີ້, ຫວຽດນາມສືບຕໍ່ຖືກອົງການ UNESCO ມອບນາມມະຍົດມໍລະດົກວັດທະນະທຳໂລກໃຫ້ແກ່ເຂດໃຈກາງພະລາດຊະວັງທັງລອງ - ຮ່າໂນ້ຍ ແລະ ກຳແພງລາດຊະວົງໂຮ່ໃນແຂວງແທງຮ້ວາ. ບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງຄື ຂັບກາຈູ, ຂັບກວານເຫາະບັກນິນ, ບຸນຢ້ອງ, ຂັບຊວານຟູ້ເຖາະ, ແລະ ການເຫຼື້ອມໃສໄຫວ້ບູຊາເຈົາຊີວິດຮຸ່ງ. ນອກຈາກນັ້ນ, ຍັງມີມໍລະດົກເອກະສານໂລກຄື : ແມ່ພິມໃນລາດຊະວົງຫງວຽນ, ແຜນ່ສີລາຈາລຶກບັນດາຜູ້ເສັງໄດ້ລະດັບປະລິນຍາເອກສະໄໝລາດຊະວົງ ເລ - ໝາກ ( 1442-1779) ແລະ ແມ່ພິມຢູ່ວັດວິ້ງງຽມ. ທ່ານຮອງສາດສະດາຈານ, ດຣ ດັ້ງວັນບ່າຍ ອະດີດຫົວໜ້າກົມໆມໍລະດົກວັດທະນະທຳ, ຮອງປະທານສະມາຄົມມໍລະດົກວັດທະນະທຳ ຫວຽດນາມໃຫ້ຮູ້ວ່າ :
“ນາມມະຍົດມໍລະດົກວັດທະນະທຳ ແລະ ມໍລະດົກທຳມະຊາດໂລກ ກໍແມ່ນນາມມະຍົດອັນສູງສົ່ງ, ແຕ່ໄປພ້ອມກັນນັ້ນ ແມ່ນພັນທະ, ຄວາມຮັບຜິດຊອບຂອງປະເທດພາຄີແມ່ນໜັກໜ່ວງທີ່ສຸດ. ຈຸດໝາຍຂອງອົງການ UNESCO ເມື່ອຍົກອອກສົນທິສັນຍາອະນຸລັກຮັກສາມໍລະດົກແມ່ນເພື່ອແນໃສ່ຍົກສູງລະດັບຄວາມຮັບຮູ້ຂອງປະຊາຄົມບັນດາປະເທດໃນໂລກກ່ຽວກັບບົດບາດ, ຄວາມໝາຍຂອງມໍລະດົກໃນຊີວິດສັງຄົມຂອງມວນມະນຸດ, ພ້ອມທັງຢືນຢັນວ່າ ຄວາມຮັບຜິດຊອບກ່ຽວກັບພັນທະແຫ່ງຊາດໃນການ ອະນຸລັກຮັກສາມໍລະດົກວັດທະນະທຳຂອງຊາດຕົນດ້ວຍຖານະແມ່ນພາກສ່ວນສ້າງເປັນໂຄງປະກອບຂອງ ມໍລະດົກວັດທະນະທຳໂລກ ”
ຖ້າຫາກວ່າຢູ່ບັນດາປະເທດພັດທະນານັ້ນ, ເລື່ອງມໍລະດົກໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນຄວາມເປັນກຽດ, ແຕ່ສຳລັບບັນດາແຂວງ, ນະຄອນຂອງຫວຽດນາມ, ເລື່ອງມໍລະດົກໄດ້ຮັບການຮັບຮອງຈາກອົງການ UNESCO ແມ່ນຍັງມີບົດບາດສຳຄັນໃນການພັດທະນາເສດຖະກິດເວົ້າລວມ, ພິເສດແມ່ນການພັດທະນາການທ່ອງທ່ຽວ.
ຈຸດໝາຍຂອງອົງການ UNESCO ແມ່ນບໍ່ພຽງແຕ່ເນັ້ນໜັກເຖິງການອະນຸລັກຮັກສາລັງທຶນບູລະນະປະຕິສັງຂອນເທົ່ານັ້ນ, ຫາກຍັງຖືເປັນສຳຄັນບົດບາດຂອງປະຊາຄົມທີ່ມີຕໍ່ທຸກໆມໍລະດົກໃດໆ. ແຂວງກວາງນິງ ຊຶ່ງແມ່ນທ້ອງຖິ່ນມີສິລະປະຂັບກວານເຫາະບັກນິງໄດ້ຮັບການຮັບຮູ້ຈາກອົງການ UNESCO ແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ ໄດ້ມີຄວາມມານະພະຍາຍາມຢ່າງຫຼວງຫຼາຍໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໃນຊີວິດຂອງປະຊາຊົນ. ແຂວງບັກນິງ ໄດ້ປະຕິບັດ 14 ໂຄງການກ່ຽວກັບການເພີ່ມທະວີໂຄສະນາ, ສຳຫຼວດກວດກາມໍລະດົກ, ເຊີດຊູນັກສິລະປະການ, ໃນນັ້ນຖືເປັນສຳຄັນການສອນຂັບກວານເຫາະ. ທ່ານຫງວຽນວັນກວຽນ ຊາວບ້ານ ຢຽມໃນແຂວງບັກນິງ ເປັດເຜີຍວ່າ :
“ ບັນດາຜູ້ມີອາຍຸສູງເມື່ອລວງລັບໄປນັ້ນ, ມໍລະດົກວັດທະນະທຳບໍ່ມີຮູບຮ່າງກໍຖືກສູນຫາຍໄປນຳ, ດັ່ງນັ້ນພວກເຮົາລຸ່ນປະຈຸບັນຕ້ອງຮັກສາ ແລະ ເມົາມົວກັບປະເພດສິລະປະນີ້. ໂລກໄດ້ຮັບຮອງປະເພດສິລະປະຂອງເຮົາ, ດັ່ງນັ້ນເຮົາຕ້ອງເຮັດແນວໃດເພື່ອສາມາດຕອບສະໜອງຄວາມຕ້ອງການຂອງໂລກ. ”
ມໍລະດົກໂລກຢູ່ຫວຽດນາມ ບໍ່ພຽງແຕ່ແມ່ນສິ່ງເພື່ອຢ້ຽມຊົມເທົ່ານັ້ນ, ຫາກຍັງແມ່ນແຫຼ່ງຊັບພະຍາກອນວັດທະນະທຳເພື່ອຜົນປະໂຫຍດຂອງປະຊາຊົນອີກດ້ວຍ. ໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸ່ນຄ່າມໍລະດົກນັ້ນ, ບົດບາດຂອງລັດແມ່ນສ້າງກົນໄກນະໂຍບາຍ ແລະ ມີບັນດາໂຄງການເຄື່ອນໄຫວແນໃສ່ສົ່ງເສີມການເຂົ້າຮ່ວມຂອງວົງຄະນະຍາດເພື່ອໃຫ້ມໍລະດົກລົງເລິກເຂົ້າໃນຊີວິດຕົວຈິງ. ຜ່ານບັນດາໂຄງການເຄື່ອນໄຫວຕົວຈິງ, ກໍເພື່ອຍົກສູງລະດັບຄວາມຮັບຮູ້ຂອງວົງຄະນະຍາດສົງຄົມ.