ຫວຽດນາມຕັ້ງໜ້າປົກປັກຮັກສາ ມໍລະດົກວັດທະນະທຳ ບໍ່ມີຮູບຮ່າງ ຂອງ UNESCO

ຫວຽດນາມຕັ້ງໜ້າປົກປັກຮັກສາ ມໍລະດົກວັດທະນະທຳ ບໍ່ມີຮູບຮ່າງ ຂອງ UNESCO - ảnh 1
ລາຍການສະແດງດົນຕີໃນພະລາດຊະວັງເຫວ ຊຶ່ງແມ່ນມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ (ພາບ: baophutho)

   ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ຂອງ UNESCO ​ໄດ້​ປະກອບສ່ວນ​ປົກ​ປັກ​ຮັກສາ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ, ຮັບປະກັນຄວາມເຄົາລົບທີ່ມີຕໍ່ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ ບັນດາວົງຄະນະຍາດ, ຍົກສູງຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະຄົນ,​ແຕ່ລະ​ປະ​ເທດ​ຊາດ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ ມໍລະດົກ​ວັດທະນະທຳ​ ບໍ່​ມີ​ຮູບ​ຮ່າງ. ພາຍຫຼັງ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ຂອງ UNESCO, ຫວຽດນາມ ​ສາມາດ​ຢັ້ງຢືນ​ລັກສະນະ​ປະສິດທິ​ຜົນ​ຂອງ​ສົນທິສັນຍາ​ໄດ້ ຍ້ອນ​ວິທີ​ການ​ປະຕິບັດ​ຢ່າງ​ຖືກຕ້ອງ​ໃນ​ວຽກ​ງານ​ອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ສົນທິສັນຍາ. 

   ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ແມ່ນ​ພາກສ່ວນ​ທີ່​ໜຶ່ງ​ທີ່​ສຳຄັນ​ໃນ​ສາງ ມໍລະດົກ​ວັດທະນະທຳ​ຂອງ​ແຕ່ລະ​ປະຊາ​ຊາດ, ​ແມ່ນ​ແງ່​ມຸມ​ໜຶ່ງ​ສ້າງ​ຄວາມ​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ວັດທະນະທຳ ​ແລະ ການ​ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ. ການອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັດ​ຈາກ​ລັດຖະບານ​ຫວຽດນາມ ກ່ອນ​ທີ່​ຈະ​ມີ​ສົນ​ທິສັນຍາ ປີ 2003 ຂອງ UNESCO. ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ ​ແຕ່​ປີ 1997 ​ໄດ້​ມີໜ້າ​ທີ່​ເກັບ​ກຳ, ອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງຂອງ​ບັນດາ​ເຜົ່າ. ທ່ານ​ຮອງ​ສາດສະດາຈານ ດຣ ຫງວຽນ​ຈິ​ເບ​ນ ສັງກັດ​ສະ​ຖາ​ບັນ​ວັດທະນະທຳ​ສິລະ​ປະ​ຫວຽດນາມໃຫ້​ຮູ້​ວ່າ:

     “ ຜົນ​ກະທົບ​ທີ່​ໃຫຍ່​ຫຼວງ​ຈາກ ສົນ​ທິສັນຍາ ປີ 2003 ນັ້ນ​ແມ່ນ​ຫວຽດນາມ​ໄດ້​ສ້າງ​ກົດໝາຍ​ວ່າ​ດ້ວຍ ມໍລະດົກ​ວັດທະນະທຳ​, ກົດໝາຍ​ສະບັບ​ນີ້ ມີ​ພາກ​ໜຶ່ງ​ກ່ຽວ​ກັບມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ. ພວກ​​ເຮົາ​ໄດ້​ຜັນ​ຂະຫຍາຍປະຕິບັດ​ການ​ເກັບ​ກຳ, ສ້າງ​ເປັນ​ແຫຼ່ງ​ເອກະສານ ​ເພື່ອ​ຄົ້ນ​ຄ້ວາ ອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ. ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ໄດ້​ສ້າງ​ສູນ​ຂໍ້​ມູນບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງຂອງ 54 ຊົນ​ເຜົ່າ. ຜົນ​ກະທົບ​ທີ່​ໃຫຍ່​ຫຼວງ​ຈາກ ກົດໝາຍວ່າ​ດ້ວຍ ມໍລະດົກ​ວັດທະນະທຳຂອງ​ຫວຽດນາມ​ກໍ​ຄື ສົນ​ທິສັນຍາ ປີ 2003 ຂອງ UNESCO , ນັ້ນ​ແມ່ນ​​ໄດ້​ປຸກລຸກ​ຄວາມ​ເຂົ້າ​ໃຈ​ຂອງວົງ​ຄະນະ​ຍາດ, ຂອງ​ບັນດາ​ອົງການ​ແຫ່ງ​ລັດ​ກ່ຽວ​ກັບ​ຄຸນຄ່າຂອງ ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ”

     ​ໃນ​ໂຄງການ​ດຳ​ເນີນ​ງານ ​ໄລຍະ 2012-2015, ງົບປະມານ​ແຫ່ງ​ລັດ​ທີ່​ສະຫງວນ​ໃຫ້​ແກ່​ວຽກ​ງານອະນຸລັກ​ຮັກສາ​ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ​ແມ່ນ 170,5 ຕື້ດົງ . ບັນດາ​ທ້ອງ​ຖິ່ນ​ໃນ​ແຕ່ລະ​ແຂວງ, ນະຄອນ ກໍ​ຫັກ​ງົບປະມານ 50 ຕື້ດົງ​ໃຫ້​ແກ່​ວຽກ​ງານ​ນີ້. ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ ​ແມ່ນ​ວິນ​ຍານ​ໃນ​ຊີວິດ​ສັງຄົມ. ທ່ານ​ເຈີ​ນມິນ​ກາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາ​ງນາມ ​ໃຫ້​ຮູ້​ວ່າ :

    “ ​ໂດຍ​ມີ​ສະຕິ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງນັ້ນ, ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ - ສັງ​ຄົມ, ​ແຂວງ​ກວາງ​ນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່ ອະນຸລັກ​ຮັກສາ​ບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ. ພິ​ເສດ​ແມ່ນບັນດາມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່່າງ ທີ່​ຕິດ​ພັນ​ກັບ ມໍລະດົກ​ວັດທະນະທຳ​ໂລກ ຄື: ຄຸ້ມ​ເມືອງ​ເກົ່າ​ໂຫ້​ຍອານ, ​ເຂດ​ປູ​ຊະນີ​ຍະສະ​ຖານ ມີ້​ເຊີນ, ​ເຂດຊີວະ​ວິທະຍາ ​ເກາະ ກູ​ລາວ​ຈາມ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ເຊີດ​ຊູ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ວົງ​ຄະນະ​ຍາດ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ມໍລະດົກ ຕິດ​ພັນ​ກັບ​ການ​ສ້າງ​ສະພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ, ຊີວິດ​ວັດທະນະທຳ​ໃນ​ໝູ່​ປະຊາຊົນ​ດ້ວຍ​ການ ປົກ​ປັກ​ຮັກສາ​ມໍລະດົກ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ແບບ​ຍືນ​ຍົງ ”

    ​ໂດຍ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິບັດສົນ​ທິສັນຍາ ປີ 2003 ຂອງ UNESCO ກ່ຽວ​ກັບ​ການອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ ​ບໍ່​ມີ​ຮູບ​ຮ່່າງ, ຫວຽດນາມ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ປະ​ເທດ​ພາຄີ ກໍ​ຄື​ວົງ​ການ​ນັກວິຊາ​ສະ​ເພາະ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ສາດສະດາຈາ​ນ Oska Salemink ມາ​ຈາກ​ມະຫາວິ​ທະຍາ​ໄລ Amsterdam ປະ​ເທດ​ໂຮ​ນລັງ ​ໃຫ້​ຮູ້​ວ່າ :

    “ ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ​ກ່ວາ​ໝູ່​ໃນ​ການ​ຍືນ​ບັນດາ​ສຳ​ເນົາ​ເອກະສານ​ເພື່ອ​ໃຫ້ UNESCO ຮັບຮອງ. ຍົກ​ຕົວຢ່າງ​ຄື ຂັບ​ກາ​ຈູ​ເປັນ​ຕົ້ນ. ກ່ອນ​ໜ້າ​ນີ້​ປະມານ 15 ປີ, ​ຜູ້​ສາມາດ​ຂັບ​ກາ​ຈູ​ໄດ້​ ​ແມ່ນບໍ່​ມີ​ຫຼາຍ, ມີ​ພຽງ​ແຕ່​ຜູ້​ເຖົ້າຜູ້​ແກ່​ບາງ​ຄົນ​ສາມາດ​ຂັບ​ໄດ້​ເທ​ົ່ານັ້ນ. ​ແລະ ກ່ອນ​ໜ້າ​ນີ້​ປະມານ 15 ປີ, ກະຊວງ​ວັດທະນະທຳ ​ໄດ້​​ເປີດ​ບັນດາຊຸດ​ຮຽນ​ຂັບ​ກາ​ຈູຢູ່​ຮ່າ​ໂນ້ຍ ດ້ວຍ​ຈຸດປະສົງ​ເພື່ອ​ສືບ​ທອດ​ໃຫ້​ລຸ່ນໜຸ່ມ. ປະຈຸ​ບັນ, ຂັບ​ກາ​ຈູ​ໄດ້​ຮັບ​ການ​ຮັບຮອງ, ​​ໃນ​ແຕ່​ລະ​ມື້ ກໍ​ສາມາດ​ຮັບ​ຊົມ ​ແລະ ຮັບ​ຟັງ​ຂັບ​ກາ​ຈູ ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ​ໄດ້. ຊາວ​ຫວຽດນາມ ກໍ​ຄື​ຊາວ​ຕ່າງປະ​ເທດຫຼາຍ​ຄົນ ​ໃນ​ນັ້ນ​ມີ​ໄວ​ໜຸ່ມ ກໍ​ລ້ວນ​ແຕ່​ຮູ້ຈັກ​ເຖິງ​ສິລະ​ປະ​ຂັບ​ກາ​ຈູ ​ແລະ ຍ້ອງຍໍ​ສັນລະ​ເສີນ​ປະ​ເພດ​ສິລະ​ປະ​ນີ້​ຫຼາຍ​ທີ່​ສຸດ.”

     ຜົນ​ສຳ​ເລັດ​ຂອງ​ຫວຽດນາມ ພາຍຫຼັງ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ໄດ້​ເປັນ​ພະຍານ​ຫຼັກ​ຖານ​ຢັ້ງຢືນ​ທີ່​ຈະ​ແຈ້ງ​ທີ່​ສຸດ​ໃຫ້​ແກ່​ບັນດາ​ນະ​ໂຍບາຍ​ລົງທຶນ​ຂອງ​ລັດ​ຫວຽດນາມ ​ແລະ ວຽກ​ງານອະນຸລັກ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ບັນດາຄຸນຄ່າ ວັດທະນະທຳ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ ສົນ​ທິສັນຍາ​ສາກົນວ່າ​ດ້ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ UNESCO,  ທ່ານ ຝ້າ​ມກ່າວ​ຟອງ ຫົວໜ້າ​ກົມ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໃຫ້​ຮູ້​ວ່າ :

    “ສັນ​ທິສັນຍາ​ວ່າ​ດ້ວຍ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ວັດທະນະທຳຫວຽດນາມ. ​ໃນ​ນັ້ນ, ມີ 7 ມໍລະດົກ ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ ຊຶ່ງ​ໄດ້​ສ່ອງ​ແສງ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ຊາດ. ສິ່ງ​ນີ້​ມີ​ຄວາມ​ໝາຍວ່າ ຫວຽດນາມ​ຍາມ​ໃດ​ກໍ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ ອະນຸລັກ​ຮັກສາ​ ມໍລະດົກ​ວັດທະນະທຳ​ມະນຸດ​ໃນ​ທົ່ວ​ໂລກ ”

     ບັນດາ​ຜົນສຳ​ເລັດ​ຂອງ​ຫວຽດນາມ​ໃນ​ການ​ປະຕິບັດ​ສົນທິສັນຍາ​ຢ່າງມີ​ປະສິດທິ​ຜົນ ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​​ໃຫ້​ແກ່ UNESCO, ​ເພື່ອ​ຈາກ​ນັ້ນ, UNESCO ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ ​ແລະ ໜູນ​ຊ່ວຍ​ຫວຽດນາມ​ກ່ຽວ​ກັບ​ບັນດາ​ບົດຮຽນ​, ວິທີ​ການ​ແກ້​ໄຂ​​ເພື່ອ​ຍູ້​ແຮງ​ວິວັດ​ການ​ຫັນ​ບັນດາ​ຈຸດໝາຍ​ກ່ຽວ​ກັບ​ການປົກ​ປັກ​ຮັກສາ​ມໍລະດົກ ວັດທະນະທຳ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ