ຫວຽດນາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກອ່າວຮ້າລອງ


 (vovworld)-  ກ່ອນ​ນີ້ 20 ປີ, ອູ​ແນ​ສ​ໂກ​ໄດ້​ຮັບຮອງ​ວ່າອ່າວ​ຮ້າລອງ ​ແມ່ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ. ນີ້​ແມ່ນ​ມໍລະດົກ​ໂລກ​ແຫ່ງ​ທີ່ 2 ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​, ຖັດຈາກ​ມໍລະດົກກຸ້ງ​ເກົ່າ ​ເຫ້ວ ​ເມື່ອ​ປີ 1993. ​ເຖິງວ່າ, ​ເປັນຄັ້ງທຳ​ອິດ​ທີ່​ໄດ້​ປະຕິບັດ​ຂັ້ນຕອນ​ການ​ອະນຸລັກ​ຮັກສາ​ມໍລະດົກຕາມບັນດາ​ຂໍ້ກຳນົດ ​ແລະ ການ​ແນະນຳ​ຂອງ​ອູ​ແນ​ສ​ໂກ​ກໍ່ຕາມ, ​ແຕ່​ດ້ວຍ​ເຈດ​ຈຳນົງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ​ແຂວງ​ກວາງ​ນິງຂອງຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ວຽກ​ງານ​ນີ້​ເປັນ​ຢ່າ​ງ ດີ.

ຫວຽດນາມມານະພະຍາຍາມອະນຸລັກຮັກສາ  ແລະ ເສີມຂະຫຍາຍມໍລະດົກອ່າວຮ້າລອງ  - ảnh 1

(ພາບ​: .tinmoi.vn )

   ​ໃນ​​ໄລຍະ 20 ປີ​ນັບ​ແຕ່​ອ່າວຮ້າ​ລອງ ​ໄດ້​ຮັບຮອງ​​ວ່າ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ນັ້ນ, ບັນດາ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​​ມໍລະດົກ​ໄດ້ ​ແລະ ພວມ​ຖືກຜັນ​ຂະຫຍາຍຢ່າງ​ຕັ້ງໜ້າ. ບັນດາ​ຄຸນຄ່າ​ພິ​ເສດ​​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ອ່າວ​ຮ້າ​ລອງ ​ພວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ອະນຸລັກ​ຮັກສາ​ເປັນ​ຢ່າງ​ດີ, ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ອ່າວ​ຮ້າ​ລອງ​ໄດ້​ຮັບ​ການເສີມ​ຂະຫຍາຍ​ນຳ​ມາ​ເຊິ່ງບັນດາ​ການ​ປ່ຽນ​ແປງ​ອັນຕັ້ງໜ້າ​ໃນ​ການ​ພັດທະນາ​ບັນດາ​ຂະ​ແໜງ​ການທ່ອງທ່ຽວ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ວຽກ​ງານອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​​ມໍລະດົກອ່າວ​ຮ້າ​ລອງ ກໍ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອ​ຍ. ຕາມ​ທ່າ​ນນາງຫວູ້ທິທູ​ຖູ​ຍ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິງ​ແລ້ວ, ຄຽງ​ຂ້າງ​ບັນດາ​ຄຸນຄ່າ​ທຳ​ມະ​ຊາດ​ຂອງ​ມໍລະດົກ​ໄດ້​ຮັບ​ການ​​ອະນຸລັກ​ຮັກສາ​ນັ້ນ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວຢູ່​ອ່າວ​ຮ້າ​ລອງ ​ກໍ່​ມີ​ໂສມ​ໜ້າ​ໃໝ່, ມີຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງໄດ້​ຮັບ​ການ​ສ້າງ​ຂຶ້ນ, ດຶງດູດ​ໃຈ​ແຂກ​ທ່ອງ​ທ່ຽວ:

   “​​​​​​​​ໃນຊຸມປີຕໍ່ໄປ, ກວາງນິງ ຈະສືບຕໍ່ຍູ້ແຮງການຮ່ວມມືກັບສາກົນ​ເພື່ອ​ແນ​ໃສ່​ຍາດ​ແຍ່ງ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ ​ແລະ ບັນດາ​ອົງການ​ຈັດຕັ້ງ​ເພື່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ອ່າວ​ຮ້າ​ລອງ; ​ເພີ່ມ​ທະວີ​ແຫຼ່ງກຳລັງ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ອະນຸລັກ​ຮັກສາ, ຮັບປະກັນ​ສະພາບ​ແວດ​ລ້ອມ​ຊີວະ​ພາບ; ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເພື່ອ​ໃຫ້​ອ່າວ​ຮ້າ​ລອງ ​ກາຍເປັນ​ຈຸດ​ນັດ​ພົບ​ຂອງ​ແຂກ​ທ່ອງ​ທ່ຽວ, ​ເປັນ​ສູນ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ສາກົນ“.

ຫວຽດນາມມານະພະຍາຍາມອະນຸລັກຮັກສາ  ແລະ ເສີມຂະຫຍາຍມໍລະດົກອ່າວຮ້າລອງ  - ảnh 2

 (ພາບ​: vi.wikipedia.org )

​    ປະຈຸ​ບັນ, ​ໃນ​ບໍລິ​ເວນ​ແຂວງ​ກວາງ​ນິງ ມີ​ສະຖານ​ທີ່​ພັກ​ເຊົາ​​ປະມານ 850 ​ແຫ່ງ, ດ້ວຍ​ຫ້ອງ​ນອນ​ກ່ວາ 13.000 ຫ້ອງ, ​ໃນ​ນັ້ນມີ​ໂຮງ​​ແຮມ​ແຕ່ 1-5 ດາວ 86 ​ແຫ່ງ; ມີ​ກຳ​ປັ່ນ​ທ່ອງ​ທ່ຽວ​ປະ​ເພດ​ຕ່າງໆ​ກ່ວາ 500 ລຳ, ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ກ່ວາ 40 ​ແຫ່ງ, ຮ້ານ​ອາຫານ, ສະຖານ​ທີ່​ຂາຍ​ເຄື່ອງ​ນັບ​ຮ້ອຍ​ແຫ່ງ….​ໃນ​ວິວັດ​ການ​ຂຸນ​ຄົ້ນຄຸນຄ່າ​ມໍລະດົກ​ອາ່ວຮ້າ​ລອງ ​ໄດ້​ເກີດ​ບັນດາ​ການ​ກະທົບ​ທີ່​ຫຍໍ້​ທໍ້ຕໍ່​ມໍລະດົກ, ຍ້ອນ​ເຫດ​ນັ້ນ, ການ​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ວັດທະນະທຳ ​ແລະ ທຳ​ມະ​ຊາດ​ໂລກ​ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ, ຕ້ອງ​ສ້າງ ​ແລະ ຈັດຕັ້ງການ​ປະຕິບັດ​ແຜນການ​ຄຸ້ມ​ຄອງ​ການທ່ອງທ່ຽວ​ແບບ​ຍືນ​ຍົງ.

    ​ໃນ​ຫຼາຍ​ປີຜ່ານມາ, ອົງການ​ຮ່ວມ​ມື ​ແລະ ພັດທະນາ​ຍີ່ປຸ່ນ (​ໄຈ​ກາ) ​ໄດ້​ພ້ອມ​ກັບ​ແຂວງ​ກວາງ​ນິງ ​ອະນຸລັກ​ຮັກສາ​ເຂດ​ທຳ​ມະ​ຊາດ​ອ່າວ​ຮ້າ​ລອງ. ຫຼາຍ​ໂຄງການ​ໄດ້​ຮັບ​ການ​ປະຕິບັດ ​ໄດ້​ປະກອບສ່ວນ​ຍົກ​ສູງ​ສະຕິ, ປ່ຽນ​ແປງ​ການ​ກະທຳ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ຊາວ​ປະມົງ ​ແລະ ​ແຂກ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ. ທ່ານ Koji OTSUKA ສາດສະດາຈານ​ມະຫາວິທະຍາ​ໄລ OSAKA ຜູ້ຕາງໜ້າ​ຂອງ​ອົງການ​ໄຈ​ກາ ​ເນັ້ນໜັກ​ວ່າ: ປັດ​ໄຈ​ສຳຄັນ​ເພື່ອ​ອະນຸລັກ​ຮັກສາ​ມໍລະດົດທຳ​ມະ​ຊາດ​ໄດ້​ເໝືອນ​ເດີມ ນັ້ນ​ແມ່ນ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ທີ່​ເປັນ​ເຈົ້າຂອງ ມໍລະດົກ​ນັ້ນ:

​​ສຳລັບການປົກປັກຮັກສາອ່າວ OSAKA ຂອງຍີ່ປຸ່ນ, ພວກຂ້າພະເຈົ້າກໍ່ປະສົບກັບກັບຫຼາຍບັນຫາ. ຈາກນັ້ນສາມາດຖອດຖອນບົດຮຽນສຳຄັນທີ່ສຸດນັ້ນແມ່ນ, ຕ້ອງສຶກສາອົບຮົມໃຫ້ແກ່ລຸ້ນໜຸ່ມປະຈຸບັນເພື່ອຍົກສູງສະຕິໃນການປົກປັກຮັກສາສິ່ງແວດລ້ອມ. ​ເຮັດແນວໃດ​​ເພື່ອຖ່າຍຖອດສະຕິດັ່ງກ່າວໃຫ້ແກ່ລຸ້ນຫຼັງ. ຫວຽດນາມຕ້ອງເລີ່ມປະຕິບັດວຽກງານດັ່ງກ່າວໂດຍໄວເພື່ອປົກປັກຮັກສາອ່າວຮ້າລອງໃນອະນາຄົດ“.

​ ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ເມື່ອ​ມາ​ທ່ອງທ່ຽວ​ອ່າວ​ຮ້າ​ລອງ ​ລ້ວນ​ແຕ່​​ໃຫ້​ຂໍ້​ສັງ​ເກດ​ວ່າ, ປະຈຸ​ບັນ, ບັນດາ​ຮູບ​ແບບ​ການ​ບໍລິການ, ທ່ອງ​ທ່ຽວ​ຢູ່​ເຂດ​ທັດສະນີ​ຍະ​ພາບ​ແຫ່ງ​ນີ້ຍັງ​ໜ້ອຍ ​ແລະ ຂາດ​ລັກສະ​ນະ​ອາຊີບ. ພິ​ເສດ, ເກືອບ​ຄື​ວ່າ​ບໍ່​ທັນ​ມີ ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ​ຮ້າ​ລອງ​. ບັນດາ​ຮາກ​ຖານ​ດຳ​ເນີນ​ທຸລະ​ກິດ​ພຽງ​ແຕ່​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ລວມຂອງ​ທ້ອງ​ຖິ່ນ​ຕ່າງໆ​ຢູ່​ກວາງ​ນິງ ​ແລະ ຫວຽດນາມ ​ເທົ່າ​ນັ້ນ. ທ່ານ​ຫງວຽນ​ວັນ​ຕວນ, ຫົວໜ້າ​ກົມ​ໃຫ່ຍທ່ອງ​ທ່ຽວ​ຫວຽດນາມ ​ເວົ້າວ່າ:

  “ຫວຽດນາມ ຈະຖືກເສຍຫາຍກ່ອນໝູ່ຖ້າຫາກວ່າສິ່ງແວດລ້ອມຂອງອ່າວຮ້າລອງບໍ່ໄດ້ຮັບປະກັນ. ຄຽງຄູ່ກັນນັ້ນແມ່ນບັນຫາພັດທະນາຜະລິດຕະພັນ, ສິ່ງດັ່ງກ່າວບໍ່ມີຜູ້ໃດເຮັດແທນໃຫ້ວິສາຫະກິດໄດ້. ຫວຽດນາມ ຕ້ອງເພີ່ມທະວີການໂຄສະນາ ສົ່ງເສີມການທ່ອງທ່ຽວ, ຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສະຖານທີ່ທ່ອງທ່ຽວ “.

     ຄຸນຄ່າ​ຂອງ​ມໍລະດົກ​ອ່າວ​ຮ້າ​ລອງ ​ໄດ້​ລື່ນ​ກາຍ​ລະດັບ​ຂອງ​ຊາດ, ​ເປັນ​ຄຸນຄ່າ​ຂອງ​ມວນ​ມະນຸດ, ທົ່ວ​ໂລກ. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ໃຫ້​ອ່າວ​ຮ້າ​ລອງ​ ທັງເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ ​ທັງ​ຮັກສາ​ຄຸນຄ່າ​ເດີມຕາມ​ສົນ​ທິ​ສັນຍາ​ຂອງ​ອູ​ແນ​ສ​ໂກ​ໄວ້​ໄດ້, ​ແມ່ນ​ຕ້ອງ​ມີ​ຄວາມ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ທຸກຂະ​ແໜງ​ການ, ຄະນະ, ຫົວໜ່ວຍ, ອົງການ​ຈັດຕັ້ງທ້ອງ​ຖິ່ນຂອງ​ຫວຽດນາມ ກ່ວາ​ອີກ, ຫາກ​ບໍ່ພຽງ​ແຕ່​ຂອງສະ​ເພາະ​ແຂວງ​ກວາງ​ນິງ​ເທົ່າ​ນັ້ນ​./.

ຕອບກັບ

ຂ່າວ/ບົດ​ອື່ນ