ຫວຽດນາມຢັ້ງຢືນສິລະປະລະຄອນຕຸກກະຕາກັບເພື່ອນມິດສາກົນ

ໃນ​ງານ​ມະ​ໂມ​ລານ​​ລະ​ຄອນ​ຕຸກ​ກະ​ຕາ​ສາ​ກົນ​ຄັ້ງ​ທີ 4 ຊ​ຶ່ງ​ຫາ​ກໍ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເມື່ອບໍ່​ດົນ​ມານີ້, ຄະ​ນະ​ສີລະ​ປະກອນ​ຫວຽດ​ນາມ​ໄດ້​ແນະ​ນຳບັນ​ດາ​ລາຍ​ການ​ລະ​ຄອນລະ​ຄອນ​ຕຸກ​ກະ​ຕາ​ເທິງ​ບົກ ແລະ ບົນ​ໜ້ານ້ຳ ທີີ່​ມີ​ລັກ​ສະ​ນະ​ຫົວ​ຄິດ​ປະ​ດິດ​ສ້າງ​ຊຶ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສະ​ພາ​ກວດ​ສອບ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ຫວຽດ​ນາມຢັ້ງ​ຢືນ​ສິ​ລະ​ປະລະ​ຄອນຕຸກ​ກະ​ຕາ​ຫວຽດ​ນາມ​ກັບ​ບັນ​ດາ​ເພື່ອ​ນມິດ​ສາ​ກົນໃນ​ສະ​ພາ​ວະ​ທີ່​ຫວຽດ​ນາມ​ພວມ​ເຊື່ອມ​ໂຍງ​ເຂົ​້າ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ໂລກ.   

                                 

ຫວຽດນາມຢັ້ງຢືນສິລະປະລະຄອນຕຸກກະຕາກັບເພື່ອນມິດສາກົນ - ảnh 1
ລາຍ​ການ​ສະ​ແດງລະ​ຄອນຕຸກ​ກະ​ຕາ​ນ້ຳຂອງ​ຫວຽດ​ນາມ

   ໃນ​ລາຍ​ການ​ສະ​ແດງລະ​ຄອນຕຸກ​ກະ​ຕາ​ນ້ຳ “ ບິນ​ຂຶ້ນ​ຈາກ​ໜ້າ​ນ້ຳ ” ຂອງ​ນັກ​ສິ​ລະ​ປະ​ກອນ​ດີ​ເດັ່ນ ຈູ​ເລື້ອງ ສັງ​ກັດ​ໂຮງ​ລະ​ຄອນຕຸກ​ກະ​ຕາ​ ທັງ​ລອງ ທີ່​ງານ​ມະ​ໂມ​ລານ​​ລະ​ຄອນຟ້ອນ​ຕຸກ​ກະ​ຕາ​ສາ​ກົນ​ຄັ້ງ​ທີ 4, ປະ​ເພດ​ສິ​ລະ​ປະລະ​ຄອນຕຸກ​ກະ​ຕາ​ນ້ຳພື້ນ​ເມືອງ​ຂອງ​ຫວຽດ​ນາມ​ໄດ້​ຖືກ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ເຮັດ​ໃໝ່. ບົນ​ເວ​ທີ​ສະ​ແດງລະ​ຄອນຕຸກ​ກະ​ຕາ​ນ້ຳທີ່​ລຶ້ງ​ເຄີຍນັ້ນ ບໍ່​ພຽງ​ແຕ່​ປະ​ກົດເຫຼືອ​ແຕ່​ທ້າວ​ເຕ້ວ, ຜູ້​ລ້ຽງ​ເປັດ​ເທົ່າ​ນັ້ນ, ຫາກໃນ​ປະ​ຈຸ​ບັນ​ໄດ້​ມີ​ລະ​ຄອນ “ການ​ຊົນ​ກະ​ທິງ” ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຂອງ​ປະ​ເທດ​ແອັ​ສ​ປາຍ​ອີກ​ດ້ວຍ. ເລື່ອງ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ວາດ​ພາບ​ເຖິງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັ​ກ​ສະ​ເພາະ​ຂອງ​ໂລກ​ບົນ​ເວ​ທີ​ສະ​ແດງ​ຢູ່​ຫວຽດ​ນາມ ແມ່ນ​ໄດ້​ຮັບ​ຖື​ວ່າ ແມ່ນ​ທິດ​ກ້າວ​ເດີນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ປ່ຽນ​ໃໝ່​ເວ​ທີ​ສະ​ແດງ ລະ​ຄອນຕຸກ​ກະ​ຕາ​ນ້ຳ​ພື້ນ​ເມືອງ, ທັງ​ສະ​ແດງ​ໃຫ້​ເຫັນ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ, ທັງ​ຕອບ​ສະ​ໜອງ​ຈິດ​ໃຈ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳ​ອີກ​ດ້ວຍ. ນັກ​ສິ​ລະ​ປະ​ກອນ Sarah Rowland Barker ສັງ​ກັດ​ຄະ​ນະ​ສິ​ລ​ະປະລະ​ຄອນຕຸກ​ກະ​ຕາ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ໃຫ້​ຮູ້​ວ່າ :

    “ສິ​ລ​ະປະລະ​ຄອນຕຸກ​ກະ​ຕານ້ຳ​ຂອງ​ຫວຽດ​ນາມ​ແມ່ນ​ຍອດ​ຢ້ຽມ, ຄັກຫຼາຍ. ພິ​ເສດ​ແມ່ນ​ດົນ​ຕີ, ດົນ​ຕີ​ແມ່ນ​ມ່ວນຫຼາຍ. ສຳ​ລັບ​ລາຍ​ການ​ສະ​ແດງລະ​ຄອນຕຸກ​ກະ​ຕາ​​ເທິງ​ບົກ​ແມ່ນ​ເປັນ​ໜ້າ​ຈັບ​ໃຈ​ແທ້ ”

     ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ຫວຽດ​ນາມ​ໄດ້​ນຳບັນ​ດາ​​ລາຍ​ການ​ລະ​ຄອນຕຸກ​ກະ​ຕາ​​ມາ​ສະ​ແດງ​ຢູ່​ທີ່ ງານ​ມະ​ໂມ​ລານ​​ລະ​ຄອນຟ້ອນ​ຕຸກ​ກະ​ຕາ​ສາ​ກົນ​ຄັ້ງນີ້ ແມ່ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສະ​ພາ​ກວດ​ສອບ ແລະ ບັນ​ດາ​ເພື່ອນ​ມິດ​ສາ​ກົນ​ຍ້ອນ​ມີ​ຄຸນ​ນະ​ພາບ​ສູງ​ທາງ​ດ້ານ​ສິ​ລະ​ປະ. ແຕ່​ລະ​ລາຍ​ການ​ລ້ວນ​ແຕ່​ມີ​ໂຄງ​ປະ​ກອບ​ລະ​ຄອນ ແລະ ໂຄງ​ຮ່າງ​ຢ່າງ​ຮັດ​ກຸມ, ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ປະ​ເພດ​ສິ​ລະ​ປະ​ທີ່​ແຕກ​ຕ່າງ​ກັນ, ອັນ​ໄດ້​ເຮັດ​ໃຫ້ ສິ​ລ​ະປະລະ​ຄອນຕຸກ​ກະ​ຕາ​ເພີ່ມ​ຄວາມ​ອຸ​ດົມ​ສົມ​ບູນ. ແຕ່​ລະ​ລາຍ​ການ​ສະ​ແດງລະ​ຄອນຕຸກ​ກະ​ຕາ​​ກໍ​ມີ​ລັກ​ສະ​ນະ​ເພິນ​ຈິດ, ເຂັ້ມ​ຂົ້ນ​ໄປ​ດ້ວ​ຍ​ວັນ​ນະ​ຄະ​ດີ​ສິ​ລ​ະປະ ແຕ່​ຍັງ​ຄົງ​ມີ​ສີ​ສັນ​ພິ​ເສດ​ສະ​ເພາະ​ຂອງ ລະ​ຄອນຕຸກ​ກະ​ຕາ​ຫວຽດ​ນາມ. ທ່ານ Chua Soo Pong ຊາວ​ສິງ​ກະ​ໂປ ຊຶ່ງ​ເປັນ​ສະ​ມາ​ຊິກໃນ​ສະ​ພາ​ກວດ​ສອບງານ​ມະ​ໂມ​ລານ​​ລະ​ຄອນ​ຕຸກ​ກະ​ຕາ​ສາ​ກົນ​ຫຼາຍຄັ້ງເປີດ​ເຜີຍ​ວ່າ :

    “ ຂ້າ​ພະ​ເຈົ້າ​ຖື​ວ່າ ຫວຽດ​ນາມ​ພວມ​ປະ​ຕິ​ບັດ​ວຽກ​ງານ​ອະ​ນຸ​ລັກ​ເປັນ​ຢ່າງ​ດີ, ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ເພດ​ສິ​ລະ​ປະລະ​ຄອນຕຸກ​ກະ​ຕາ​ນ້ຳເທົ່າ​ນັ້ນ, ຫາກ​ຍັງ​ສຳ​ລັບຫຼາຍປະ​ເພດ​ສິ​ລະ​ປະລະ​ຄອນຕຸກ​ກະ​ຕາ​ນ້ຳ​ອື່ນ​ອີກ​ດ້ວຍ. ດ້ວຍ​ການ​ຈັດ​ຕັ້ງ​ເຫດ​ການນີ້, ພວກ​ເຮົາ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊົມ​ໃນ​ໂລ​ກ​ຢ່າງຫຼວງຫຼາຍ, ທັງ​ນີ້​ກໍ​ຊ່ວຍ​ເຂົາ​ເຈົ້າ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ກ່ຽວ​ກັບລະ​ຄອນຕຸກ​ກະ​ຕາ​ນ້ຳ ​ຂອງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າເຫັນ​ໄດ້​ຄວາມ​ຄາດຫວັງ​ຢາກ​ປ່ຽນ​ໃໝ່, ປະ​ດິດ​ຄິດ​ແຕ່ງ​ບັນ​ດາ​ບົດ​ລະ​ຄອນ​ໃໝ່​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ. ແລະ ໃນງານ​ມະ​ໂມ​ລານ​​ລະ​ຄອນ​ຕຸກ​ກະ​ຕາ​ສາ​ກົນ​ຄັ້ງ​ນີ້ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ, ແນະ​ນ​ຳໃຫ້​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ສາຍ​ສຳ​ພັນ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ພື້ນ​ຖານສິ​ລ​ະປະລະ​ຄອນຕຸກ​ກະ​ຕາ​ເວົ້າລວມ ແລະ ລະ​ຄອນຕຸກ​ກະ​ຕາ​ນ້ຳຂອງ​ຫວຽດ​ນາມ​ເວົ້າ​ສະ​ເພາະ ”

    ທີ່​ງານ​ມະ​ໂຫາ​ລານ​ປີນີ້, ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ຫວຽດ​ນາມ ໄດ້​ແນະ​ນຳ​ບັນ​ດາ​ລາຍ​ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕາ​ທີ່​ດູດ​ດື່ມ​ໂດຍ​ບັນ​ດາ​ນັກສະ​ແດງ​ທີ່​ມີ​ປະ​ສົບ​ການ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອ​ກະ​ລັກ​ໃນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ມະ​ນຸດ​ ກັບ​ຕົວ​ລະ​ຄອນ​ຕຸກ​ກະ​ຕາ. ເມື່ອ​ແນະ​ນຳ​ກ່ຽວ​ກັບ ລະ​ຄອນ​ຕຸກ​ກະ​ຕາຫວຽດ​ນາມ​ກັບ​ເພື່ອນ​ມິດ​ສາ​ກົນ, ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ຫວຽດ​ນາມ​ຍາມ​ໃດ​ກໍ​ຕ້ອງ​ຊອກ​ຮູ້, ຄົ້ນ​ຄ້​ວາ​ບັນ​ດາ​ວິ​ທີ​ເພື່ອ​ປ່ຽນ​ໃໝ່​ການ​ສະ​ແດງລະ​ຄອນ​ຕຸກ​ກະ​ຕາ, ແຕ່​ພ້ອມ​ທັງ​ຮັກ​ສາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ ລະ​ຄອນ​ຕຸກ​ກະ​ຕາ​ຫວຽດ​ນາມ. ນັກ​ສິ​ລະ​ປະ​ກອນ ຫງວຽນ​ຕ້ຽນ​ຢຸງ ເປີດ​ເຜີຍ​ວ່າ : 

    “ເມື່ອ​ທຳ​ອາ​ຊ​ີບນີ້, ຂ​້າພະ​ເຈົ້າມີ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວ​ວ່າ ຈະ​ມີ​ລາຍ​ການ​ສະ​ແດງ​ຄື​ແນວ​ໃດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ຊີບ ກໍ​ຄື​ປະ​ສິດ​ທິ​ຜົນ ເພື່ອ​ເຮັດ​ແນວ​ໃດ​ຕີ​ລາ​ຄາ​ໄດ້​ເຖິງ​ພື້ນ​ຖານ​ສິ​ລະ​ປະ​ການ​ສະ​ແດງລະ​ຄອນ​ຕຸກ​ກະ​ຕາຫວຽດ​ນາມ​ໃນ​ໄລ​ຍະ​ນີ້ ແລະ ທີ 2 ແມ່ນ​ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ຂອງ​ຕົນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ສຳ​ລັບ​ຕົວລະ​ຄອນ​ຕຸກ​ກະ​ຕາຊຶ່ງ​ບໍ່​ສາ​ມາດ​ສະ​ແດງ​ທ່າ​ທີອອກຜ່ານ​ໃບ​ໜ້າ​ສີ​ຕາ​ໄດ້, ທຸກ​ສິ່ງ​ເຫຼົ່າ​ນັ້ນ​ຖືກ​ສະ​ແດງ​ອອກ​ດ້ວຍກຳ​ລັງ​ຄວາມ​ສາ​ມາດ​ຂອງ​ນັກ​ສິ​ລະ​ປະ​ກອນ​ໂດຍຜ່ານ​ສີ​ມື​ອັນ​ຄ່ອງ​ແຄ້ວ ແລະ ສຽງ​ເວົ້າ​ຂອງ​ຕົນ. ”

     ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບພື້ນ​ຖານ​ວັດ​ທະ​ນະ​ທຳ​ສາ​ກົນ, ລະ​ຄອນ​ຕຸກ​ກະ​ຕາຫວຽດ​ນາມ​ຍາມ​ໃດ​ກໍ​ສາ​ມາດຢັ້ງ​ຢືນ​ຕົນ​ເອງ ແລະ ມີ​ຈຸດ​ຢືນ​ໃນ​ຈິດ​ໃຈ​ຂອງ​ຜູ້​ຊົມ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໂດຍ​ຜ່ານ​ບັນ​ດາ​ລາຍ​ການ​ສະ​ແດງ​ພ້ອມ​ກັບ​ບັນ​ດາ​ເພື່ອນ​ຮ່ວມ​ອາ​ຊີບ​ສາ​ກົນ. ຜົນ​ສຳ​ເລັດ​ນີ້ ກ​ໍເປັນກຳ​ລັງ​ໜູນ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ຫວຽດ​ນາມ​ປ່ຽນ​ໃໝ່​ທາງ​ດ້ານ​ຄຸນ​ນະ​ພາບ​ວິ​ຊາ​ສະ​ເພາະ​ສິ​ລະ​ປະ​ໂດຍ​ອີງ​ບົນ​ການ​ສືບ​ທອດ​ສິ່ງ​ທີ່ຍອດ​ຍິ່ງ​ທີ່​ມີ​ມາ​ແຕ່​ດົນ​ນານ ເພື່ອ​ນຳ​ສິ​ລະ​ປະ ລະ​ຄອນ​ຕຸກ​ກະ​ຕາ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ​ເພື່ອ​ແນະ​ນຳກັບ​ເພື່ອນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ