ຫວຽດນາມເຂົ້າຮ່ວມ ງານມະຫາກຳຮູບເງົາເອກະສານສາກົນຄັ້ງທີ 5


     ຫວຽດນາມ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ຮູບ​ເງົາ​ເອກະສານ​ສາກົນ​ຄັ້ງ​ທີ 5 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 14/6 ແລະ ຢູ່ນະຄອນໂຮ່ຈິມິນ ແຕ່ວັນທີ 10 ຫາວັນທີ 29/6 ດ້ວຍຟິມຮູບເງົາ 9 ເລື່ອງຊຶ່ງຖືກຜະລິດໃນຊຸມປີມໍ່ມານີ້. ເຂົ້າຮ່ວມ ງານ​ມະຫາ​ກຳ​ຮູບ​ເງົາ ກໍແມ່ນໂອກາດເພື່ອໃຫ້ ຮູບ​ເງົາ​ເອກະສານ ຫວຽດນາມ ກ້າວ​ໄປ​ໃກ້​ກ່ວາ​ກັບ​ພື້ນຖານຮູບ​ເງົາ​​ໂລກ. 
               

ຫວຽດນາມເຂົ້າຮ່ວມ ງານມະຫາກຳຮູບເງົາເອກະສານສາກົນຄັ້ງທີ 5 - ảnh 1
ຟິມຮູບ​ເງົາ​​ “ ​ເລື່ອງ​ຍາວ​ຢູ່​ໂຮງໝໍ” ໄດ້ຖືກນຳ​ມາສາຍ​ໃນ 
ງານ​ມະຫາ​ກຳ​ຮູບ​ເງົາເອກະສານ​ສາກົນ​ຄັ້ງ​ທີ 5

    ​ໃນ​ 5 ປີ​ລຽນຕິດ​ຄື​ນັບ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ງານ​ມະຫາ​ກຳ​ຮູບ​ເງົາ​ເອກະສານສາກົນ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ປະຈຳ​ປີ​ຂອງ​ມວນ​ຊົນ​ຫວຽດນາມ ​ແລະ ສາກົນ. ປີ​ນີ້, ບໍລິສັດ​ຮູບ​ເງົາ​ເອກະສານ ​ແລະ ວິທະຍາສາດ​ສູນ​ກາງ​ຫວຽດນາມ ​ເຂົ້າ​ຮ່ວມ ງານ​ມະຫາ​ກຳ​ຮູບ​ເງົາດ້ວຍຟິມຮູບ​ເງົາ 9 ​ເລື່ອງ​ກ່ຽວ​ກັບ​ຫົວ​ເລື່ອງ​ວັດທະນະທຳ, ສັງຄົມ, ຄວາມ​ຊົງ​ຈຳ​ສົງຄາມ, ການ​ສຶກສາ....ນີ້​ແມ່ນ​ບັນດາ​ຟິມຮູບ​ເງົາ​ບັນລຸ​ຄຸນ​ນະພາ​ບສູງ ຊຶ່ງ​​ໄດ້​ເຄີຍ​ຮັບ​ລາງວັນ​ໃນ ງານ​ມະຫາ​ກຳ​ຮູບ​ເງົາຢູ່​ພາຍ​ໃນ​ປະ​ເທດ, ລາງວັນ​ຂອງ​ສະມາຄົມ​ອາຊີບ, ລາງວັນ “ ປີກ​ວາວ”ຂອງ​ສະມາຄົມ​ຮູບ​ເງົາ​ຫວຽດນາມ. ​ໃນງານ​ມະຫາ​ກຳ​ຮູບ​ເງົາປີ​ນີ້, ຄະນະ​ຈັດ​ຕັ້ງ​ສາຍ ຟິມຮູບ​ເງົາ​​ເອກະສານເລື່ອງ​ໜຶ່ງຂອງ​ເອີ​ລົບ ​ແລະ ຟິມຮູບ​ເງົາ​​ເອກະສານເລື່ອງ​ໜຶ່ງຂອງຫວຽດນາມ ​ແຕ່​ບໍ່​ຈຳ​ເປັນ​ຕ້ອງ​ມີ​ຫົວ​ເລື່ອງ​ດຽວ​ກັນ​ເພື່ອ​ຊ່ວຍ​ຜູ້​ຊົມ​ໃນ​ຄ່ຳ​ຄືນ​ໜຶ່ງ​ສາມາດ​ເຫັນ​ໄດ້​ເຖິງ​ຄວາມ​ອຸດົມສົມບູນ​ໃນ​ການ​ດຳລົງ​ຊີວິດ​ຜ່ານ​ ຟິມຮູບ​ເງົາ​​. ທ່ານ​ນາງ ຝ້າ​ມທິຕວຽດ ຜູ້ອຳນວຍການ ບໍລິສັດ​ຟິມຮູບ​ເງົາ​ເອກະສານ ​ແລະ ວິທະຍາສາດ​ສູນ​ກາງ ​ໃຫ້​ຮູ້​ວ່າ : 

   “ບັນດາຟິມຮູບ​ເງົາຫວຽດນາມ​ຖືກ​ນຳ​ມາ​ສາຍ ​ແມ່ນ​ຂອງ​ຜູ້​ກຳກັບ​ການສະ​ແດງ​ລຸ່ນກ່ອນໆ, ​ແຕ່​ກໍ​ຍັງ​ມີ ຟິມຮູບ​ເງົາ​​ບາງ​ເລື່ອງ​ຂອງ​ຜູ້​ກຳກັບ​ການສະ​ແດງ​ລຸ່ນໜຸ່ມ ອາຍຸ 30 ປີ​ປາຍ. ພວກ​ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ​ຍ້ອນ​ຜູ້​ກຳກັບ​ການສະ​ແດງລຸ່ນສືບ​ທອດ​ຂອງ ບໍລິສັດ​ຟິມຮູບ​ເງົາ​ເອກະສານ​ໄດ້​ປະກົດ​ຕົວ, ​ເຂົ້າ​ເຈົ້າ​ໄດ້​ນຳ​ເອົາ​ຜະລິດຕະ​ພັນຂອງ​ຕົນ​ມາ​ເຂົ້າ​ຮ່ວມ ງານ​ມະຫາ​ກຳ​ຮູບ​ເງົາ. ບັນດາ ຟິມຮູບ​ເງົາຂອງ​ເຂົາ​ເຈົ້າ, ພາຍຫຼັງ​ນຳ​ມາ​ສາຍ​ແລ້ວ, ກໍ​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ສຸດ​ຂີດ”

   ບັນດາຟິມຮູບ​ເງົາ​​ເອກະສານຫວຽດນາມ​ທີ່​ນຳ​ມາສາຍ​ໃນ ງານ​ມະຫາ​ກຳ​ຮູບ​ເງົາຄັ້ງ​ນີ້ ​ໄດ້​ເຕື້ອງ​ເຖິງ​ບັນດາ​ບັນຫາ​ສັງຄົມ​ຢ່າງ​ເລິກ​ເຊິ່ງຄື​ວຽກ​ງານ​ສຸຂາພິບານ​​ໃນ​ວົງ​ຄະນະ​ຍາດ​ຜ່ານ ຟິມຮູບ​ເງົາ​​ “ ​ເລື່ອງ​ຍາວ​ຢູ່​ໂຮງໝໍ” ຫຼື​ບັນດາ​ແງ່​ມຸມ​ທີ່​ແຕກ​ຕ່າງ​ກັນ​ຂອງ​ບັນຫາ​ສຶກສາ​ຜ່ານ​ ຟິມຮູບ​ເງົາ “ ຕົວ​ໜັງສືຜ່ານ​ລາຍການ​ອອກ​ອາກາດ” ​ແລະ “ ​ແຜນ​ທີ່​ຈິນຕະນາ​ການ - ​ເສັ້ນທາງ​ເຊື່ອມ​ຕໍ່” ພ້ອມ​ກັບ ຟິມຮູບ​ເງົາ​​ອື່ນໆ​ອີກ​ຫຼາຍ​ເລື່ອງ. ທ່ານ​ນາງ Almuth Meyer – Zollitsch ຫົວໜ້າ​ສະ​ຖາ​ບັນ Goeth ຫວຽດນາມ ​ໃຫ້​ຮູ້​ວ່າ :

                “ ຂ້າພະ​ເຈົ້າ​ເຫັນ​ຢູ່​ຫວຽດນາມ​ມີລຸ່ນຜູ້ຜະລິດຟິມຮູບ​ເງົາ​​ທີ່ໜຸ່ມແໜ້ນ, ເຂົາເຈົ້າມີຄວາມເກັ່ງກ້າສາມາດ ແລະ ຍາມໃດກໍພ້ອມແລ້ວຈະພົວພັນແລກປ່ຽນ ກັບຜູ້ຜະລິດຟິມຮູບ​ເງົາຕ່າງ​ປະ​ເທດ. ຄ່ຳ​ຄືນ​ມື້​ແລ້ວ​ນີ້, ຂ້າພະ​ເຈົ້າ​ໄດ້​ຊົມຟິມຮູບ​ເງົາຂອງຜູ້ຜະລິດຟິມຮູບ​ເງົາ​ຫວຽດນາມ ທີ່​ມີ​ຊື່ວ່າ “ ​ເລື່ອງ​ຍາວ​ຢູ່​ໂຮງໝໍ”. ຂ້າພະ​ເຈົ້າມີ​ຄວາມ​ຊົມ​ຊອບ​ທີ່​ສຸດ ​ເພາະວ່າ​ນີ້​ແມ່ນຟິມຮູບ​ເງົາ​ທີ່​ເວົ້າ​ເຖິງ​ບັນດາ​ບຸກຄົນ​ທຳ​ມະ​ດາ, ​ເວົ້າ​ເຖິງ​ຊີວິດ​​ເປັນ​ຢູ່​ແບບ​ທຳ​ມະ​ດາ​ຂອງ​ເຂົາ​ເຈົ້າ ​ແຕ່ຟິມຮູບ​ເງົາ​​​ໄດ້​ສ້າງກາລະ​ໂອກາດ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ​ໄດ້​ອອກສຽງ​ເວົ້າຂອງ​ຕົນ​ກ່ຽວ​ກັບ​ຊີວິດ​ຂອງ​ພວກ​ເຂົາ​. ຂ້າພະ​ເຈົ້າ​ເຫັນ​ວ່າຟິມຮູບ​ເງົາ​ເລື່ອງ​ນີ້ ມີ​ລັກສະນະ​ແທ້​ຈິງ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ. ສິ່ງ​ທີ່​ຈັບ​ໃຈ​ກ່ວາ​ໝູ່​ແມ່ນ​​ເນື້ອ​ໃນ​ຂອງຟິມຮູບ​ເງົາ​​ເອກະສານ ​ແມ່ນ​ເວົ້າ​ເຖິງ​ສິ່ງ​ທີ່​ແທ້​ຈິງ​ໃນ​ການ​ດຳລົງ​ຊີວິດ ”

     ງານ​ມະຫາ​ກຳ​ຮູບ​ເງົາ​ເອກະສານ​ສາກົນ​ປີ​ນີ ກໍແມ່ນໂອກາດເພື່ອຍົກ​ສູງ​ຄຸນ​ນະພາ​ບບັນດາຟິມຮູບ​ເງົາ, ​ແມ່ນ​ເງື່ອນ​ໄຂ​ເພື່ອຮູບ​ເງົາ​ເອກະສານຫວຽດນາມ ກ້າວ​ໄປ​ໃກ້​ກ່ວາ​ກັບ​ພື້ນຖານຮູບ​ເງົາ​​ໂລກ. ນັກ​ກຳກັບ​ການສະ​ແດງ ຫງວຽນ​ວັນ​ເຫືອງ ​ເປີດ​ເຜີຍ​ວ່າ: 

   “ ຂ້າພະ​ເຈົ້າມີ​ຄວາມ​ເປັນ​ກຽດ​ເມື່ອ ຟິມຮູບ​ເງົາຂອງ​ຕົນ​ຖືກ​ນຳ​ມາ​ສາຍ​ໃນ ງານ​ມະຫາ​ກຳ​ຮູບ​ເງົາຄັ້ງ​ນີ້. ຟິມຮູບ​ເງົາ​​ເອກະສານຫວຽດນາມ ກໍ​ຄືຟິມຮູບ​ເງົາ​​ເອກະສານຂອງ​ຕ່່າງປະ​ເທດ ລ້ວນ​ແຕ່​ມີ​ແນວ​ຄວາມ​ຄິດ​ດີ​ທີ່​ສຸດ, ​ແຕ່​ໃນ​ວິທີ​ການສະ​ແດງ, ພວກ​ເຮົາ​ມີ​ໄລຍະ​ຫ່່າງ​ໃດ​ໜຶ່ງ. ສິ່ງ​ທີ່​ອ່ອນ​ດ້ອຍ​ທີ່​ສຸດ​ຂອງ​ພວກ​ເຮົາ​ແມ່ນ​ຂອດ​ການ​ສຽງ. ພວກ​ເຮົາ​ຕ້ອງ​ຖອດ​ຖອນ​ບົດຮຽນ. ຜ່ານ​ບັນດາຟິມຮູບ​ເງົາ​​ເອກະສານຂອງ​ຕ່າງປະ​ເທດ​ທີ່​ຖືກ​ນຳ​ມາສາຍນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າ ​ໂຄງ​ປະກອບ​ຂອງ ຟິມຮູບ​ເງົາ​​​ແມ່ນ​ຮັດກຸ່ມ. ສຳລັບຟິມຮູບ​ເງົາ​​ເອກະສານຫວຽດນາມ​ນັ້ນ, ​ໂຄງ​ປະກອບ​ຂອງ​ຟິມ​ແມ່ນ​ຕ້ອງ ຖອດ​ຖອນ​ບົດຮຽນຫຼາຍ. ງານ​ມະຫາ​ກຳ​ຮູບ​ເງົາ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດດີ​ທີ່​ສຸດ ​ເປັນ​ຕົ້ນ​ແມ່ນ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ວັດທະນະທຳ​ຝ່າຍຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ. ທັງ​ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ຊົມ ​ແລະ ບັນດາຜູ້ຜະລິດຟິມຮູບ​ເງົາຄື​ພວກ​ຂ້າ​ພະ​ເຈົ້າ​ສາມາດ​ ຖອດ​ຖອນ​ບົດຮຽນ​ໄດ້​ຫຼາຍ​ຢ່າງ.”

   ນາງ ຕະທິ​ເຫ້ວ ຢູ່​ຮ່າ​ໂນ້ຍ ຜູ້​ມາ​ຊົມຟິມຮູບ​ເງົາ​ໃນ​ ງານ​ມະຫາ​ກຳ​ຮູບ​ເງົາ ເອກະສານ​ສາກົນຄັ້ງ​ທີ່ 5 ​ເປີດ​ເຜີຍ​ວ່າ: 

   “ ພາຍຫຼັງ​ໄດ້​ຮັບ​ຊົມ​ບັນດາຟິມຮູບ​ເງົາ​​ເອກະສານຫວຽດນາມ​ໃນງານ​ມະຫາ​ກຳ​ຮູບ​ເງົາຄັ້ງ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າຟິມຮູບ​ເງົາ​​ເອກະສານຫວຽດນາມຜ່ານງານ​ມະຫາ​ກຳ​ຮູບ​ເງົາ 5 ຄັ້ງ ​ໄດ້​ມີ​ການ​ເຊື່ອມຕົວ​ໃນ​ວິທີ​ການສະ​ແດງ​ຮູບ​ເງົາ ”

  ງານ​ມະຫາ​ກຳ​ຮູບ​ເງົາ ເອກະສານ​ສາກົນຄັ້ງ​ທີ່ 5 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ ຜູ້ຜະລິດຟິມຮູບ​ເງົາຫວຽດນາມ​ໄດ້​ສຳຜັດ​ກັບ​ແບບ​ວິທີ​ຜະລິດຟິມຮູບ​ເງົາ​ເອກະສານ ທີ່​ສາມາດ​ດຶງ​ດູ​ດຜູ້​ຊົມ​ທຸກ​ຊັ້ນ​ຄົນ, ທຸກ​ປະຊາຊາ​ດ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ບັນດາຜູ້ຜະລິດຟິມຮູບ​ເງົາຫວຽດນາມ​ຍັງ​​ໄດ້​ສຳຜັດ​ກັບ​ບັນດາສິ່ງທີ່​ແຕກ​ຕ່າງກັນ​ກ່ຽວ​ກັບ​ໂລກ​ຮູບ​ເງົາ​ທີ່​ຍາມ​ໃດກໍ​ຕ້ອງ​ມີ​ສິ່ງ​ໃໝ່​ອຽມ

ຕອບກັບ

ຂ່າວ/ບົດ​ອື່ນ